.


ໃນລະຫວ່າງວັນທີ 14-16 ກັນຍາ 2023 ຜ່ານມາ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ອຳລາການນໍາແຂວງຮ່າຕິ່ງ, ແຂວງເຫງະອານ ແລະ ທະຫານ ເຂດ 4 ໃນໂອກາດຂະສຳເລັດການປະຕິບັດໜ້າທີ່ການທູດຢູ່ ສສ ຫວຽດນາມ.
ວັນທີ 15 ກັນຍາ 2023, ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ເຂົ້າຢ້ຽມອຳລາ ສະຫາຍ ຫວໍ ຈ້ອງ ຫາຍ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງຮ່າຕິ່ງ (ເຈົ້າແຂວງ).
ຕອນບ່າຍໃນວັນດຽວກັນ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ເຂົ້າຢ້ຽມອໍາລາ ສະຫາຍ ຫງວຽນ ດືກ ຈູງ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງເຫງະອານ(ເຈົ້າແຂວງ).
ຈາກນັ້ນ, ສະຫາຍເອກອັກຄະລັດຖະທູດ ພ້ອມຄະນະ ຍັງໄດ້ເຂົ້າຢ້ຽມອຳລາ ສະຫາຍ ເລ ຫົງ ເຍີນ ຮອງຜູ້ບັນຊາການທະຫານເຂດ 4