ວັນທີ 23 ກໍລະກົດ 2023 ທີ່ສຳນັກງານໃຫຍ່ ຂ່າວສານຫວຽດນາມ ນະຄອນຫລວງຫາໂນຍ ສສ ຫວຽດນາມ ສສະຫາຍ ຄຳເຜີຍ ພິລາພາ, ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ(ຂປລ) ເຂົ້າຮ່ວມກອງປະຊຸມໃນການສ້າງຕັ້ງ ສາຂາສະມາຄົມມິດຕະພາບ ຫວຽດນາມ-ລາວ ໂດຍການເປັນປະທານຂອງ ສະຫາຍ ເຈີ່ນ ວັນ ຕຸ້ຍ, ປະທານສະມາຄົມມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ ມີສະຫາຍ ນາງ ຫວູ້ ຫວຽດ ຈາງ, ຜູ້ອຳນວຍການໃຫຍ່ສຳນັກຂ່າວສານຫວຽດນາມ, ສະຫາຍ ຈັນທະພອນ ມະນີຈັນ, ຮອງຫົວໜ້າສຳນັກງານສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳຫວຽດນາມ ພ້ອມແຂກທີ່ຖືກເຊີນເຂົ້າຮ່ວມ.






