.




ຂປລ. ໜ່ວຍພັກ ສຳນັກຂ່າວສານປະເທດລາວ (ຂປລ) ໄດ້ດຳເນີນກອງປະຊຸມຄົບຄະນະກາງສະໄໝ ໃນການນຳພາ ຂອງຄະນະໜ່ວຍພັກ ຂປລ ປີ 2021-2023 ໃນວັນທີ 31 ພຶດສະພາ 2023 ທີ່ສຳນັກຂ່າວສານປະເທດລາວ ໂດຍການເປັນປະທານຂອງສະຫາຍ ຄຳເຜີຍ ພິລາພາ ກຳມະການພັກກະຊວງ, ເລຂາໜ່ວຍພັກ, ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ, ມີສະຫາຍ ສະຫລຽນຄຳ ບົວລະວົງ ຄະນະພັກກົມກວດກາ, ຫົວໜ້າພະແນກກວດກາ ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍ ສະມາຊິກພັກ ຂປລ ເຂົ້າຮ່ວມ.