


ຂປລ. ສູນກາງຊາວໝຸ່ມ ປະຊາຊົນ ປະຕິວັດລາວ ຈັດກິດຈະກຳສະເຫລີມສະຫລອງວັນເດັກ ນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ປີ 2023 ໃນວັນທີ 30 ພຶດສະພາ 2023 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ໂດຍມີ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ ແລະ ຮັບຊົມ ການສະແດງສິລະປະ ແລະ ກິດຈະກຳຕ່າງໆ ຈາກບັນດານ້ອງນ້ອຍເຍົາວະຊົນ ເຊັ່ນ: ຮ້ອງເພງ, ຟ້ອນ, ຫລິ້ນກິລາ, ອ່ານກາບກອນ, ແຂ່ງຂັນຕີກອງດູລິຍາງ ແລະ ອື່ນໆ.