.


ຂປລ. ຕອນແລງວັນທີ 25 ພຶດສະພາ 2023 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ເຂົ້າພົບປະ ສົມເດັດເຈົ້າຈັກກະພັດ ນາຣຸຮິໂຕະ ແຫ່ງປະເທດຍີ່ປຸ່ນ ໃນໂອກາດເດີນທາງໄປເຂົົ້າຮ່ວມກອງປະຊຸມສາກົນ ວ່າດ້ວຍອະນາຄົດຂອງອາຊີ ຄັ້ງທີ 28 ທີ່ຈັດຂຶ້ນໃນລະຫວ່າງ ວັນທີ 25-26 ພຶດສະພາ 2023 ທີ່ ນະຄອນຫລວງໂຕກຽວ, ປະເທດຍີ່ປຸ່ນ.