ຮອງປະທານປະເທດ ຕ້ອນຮັບປະທານຄະນະກໍາມະການປ້ອງກັນການປະຕິວັດກູບາ




ຂປລ. ໃນວັນທີ 25ພຶດສະພາ 2023 ນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບທ່ານ ເຮຣາໂດ ເອຼນານເດັດສນຼໍເດໂລ ກໍາມະການສູນກາງພັກກອມມູນິດກູບາ, ປະທານຄະນະກໍາມະການປ້ອງກັນການປະຕິວັດກູບາ ພ້ອມດ້ວຍຄະນະ ທີ່ມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 21-29 ພຶດສະພາ 2023.