




ຂປລ. ກອງປະຊຸມສຸດຍອດວ່າດ້ວຍຊັບສິນດ້ານມະນຸດ ຂອງ ສປປ ລາວໄດ້ຈັດຂຶ້ນ ໃນວັນທີ 25 ພຶດສະພາ 2023 ນີ້, ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ,ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ,ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ, ຄູ່ຮ່ວມພັດທະນາ, ຜູ້ຕາງໜ້າຈາກທະນາຄານໂລກ ປະຈໍາປະເທດ ກໍາປູເຈຍ, ລາວ ແລະ ມຽນມາ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.