


ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ຄະນະຜູ້ແທນຂັ້ນສູງຂອງພັກຣັດເຊຍເອກະພາບ ນໍາໂດຍ ສະຫາຍ ດີມີຕຣີ ເມັດເວເດັບ ປະທານພັກຣັດເຊຍເອກະພາບ, ຮອງປະທານສະພາຄວາມໝັ້ນຄົງ ເເຫ່ງ ສະຫະພັນຣັດເຊຍ ພ້ອມຄະນະ ໄດ້ມາເຄື່ອນໄຫວຢ້ຽມຢາມ ເເລະ ເຮັດວຽກ ຢູ່ ສປປ ລາວ, ໃນວັນທີ 23 ພຶດສະພາ 2023.