ວິທີປົວຜິວໜ້າເບື້ອງຕົ້ນ ເມື່ອບໍ່ຖືກເຄື່ອງສຳອາງ

29/07/2025 12:07
Email Print 292
KPL *ເມ່ືອກ້າວສູ່ໄວບ່າວ-ສາວ ຫລາຍຄົນເວລາຮໍໂມນມີການປ່ຽນແປງເຂົ້າສູ່ໄວໜຸ່ມຈະເກີດມີສິວ, ຕຸ່ມຄັນຕາມຕົນໂຕ, ຫລັງ

     *ເມ່ືອກ້າວສູ່ໄວບ່າວ-ສາວ ຫລາຍຄົນເວລາຮໍໂມນມີການປ່ຽນແປງເຂົ້າສູ່ໄວໜຸ່ມຈະເກີດມີສິວ, ຕຸ່ມຄັນຕາມຕົນໂຕ, ຫລັງ ແລະ ຜິວໜ້າຍິ່ງໃຊ້ເຄື່ອງສຳອາງ ຫລື ຄີມບຳລຸງບໍ່ຖືກກັບຜິວພັນກໍເກີດພິດພາໃຫ້ມີອາການຄັນ, ເປັນຕຸ່ມແດງ, ຕຸ່ມອັກເສບເປັນໜອງໂດຍສະເພາະຜິວໜ້າທັງນີ້ກໍຍ້ອນຜິວໜ້າເປັນພາກສ່ວນທີ່ອ່ອນບາງເມື່ອຖືກຄີມ ຫລື ໂລຊັນບຳລຸງທີ່ມີສ່ວນປະສົມທີ່ບໍ່ຖືກກັບຜິວ ຫລື ມີສ່ວນປະກອບທີ່ຫລາຍເກີນຄວາມພໍດີ, ເປັນຜະລິດຕະພັນທີ່ບໍ່ໄດ້ຮັບມາດຕະຖານ ກໍຈະເກີດປະຕິກິລິຍາເປັນພິດຄືດັ່ງກ່າວ, ໂດຍອາການບໍ່ຖືກກັບໂລຊັນນີ້ ແຕ່ລະຄົນຈະໄດ້ຮັບຜົນສະທ້ອນບໍ່ຄືກັນແຕ່ສ່ວນໃຫຍ່ຈະມີອາການຄັນເປັນຕຸ່ມນ້ອຍໆ ຫລື ເປັນສິວອັກເສບໜ້າໃຄ່, ແສບຄັນຖ້າມີອາການແບບນີ້ຄວນປະຕິບັດຕາມຂັ້ນຕອນຕໍ່ໄປນີ້ທັນທີ.
    1. ເຊົາໃຊ້ເຄື່ອງສໍາອາງ ແລະ ຄີມບຳລຸງນັ້ນທັນທີ, ການທົດລອງໃຊ້ຄີມໃໝ່ໆ ມີຫລາຍຄົນໂຊກດີໃຊ້ແລ້ວຜິວພັນດີຂຶ້ນ, ແຕ່ບາງຈຳນວນອາດຈະໂຊກບໍ່ດີຜິວພັນບໍ່ຖືກກັບຜະລິດຕະພັນຈາກໂລຊັນບຳລຸງກາຍເປັນເຄື່ອງສຳອາງທຳລາຍຜິວສະນັ້ນ ກ່ອນຈະໃຊ້ຄີມບໍາລຸງຍີ່ຫໍ້ໃດຕ້ອງສຶກສາກ່ອນວ່າມັນມີສ່ວນປະສົມຫຍັງແດ່ທີ່ເຮັດໃຫ້ເຮົາໃຊ້ແລ້ວບໍ່ຖືກ.
    2. ໃນໄລຍະທີ່ເກີດພິດຍ້ອນໃຊ້ບໍ່ຖືກກັບຜິວພັນມາໃຫ້ມີຕຸ່ມມີສິວໃຫ້ເຊົາໃຊ້ເຄື່ອງສໍາອາງທຸກຊະນິດລວມເຖິງຄີມບໍາລຸງໜ້າທີ່ເຮົາໃຊ້ເປັນປະຈໍາ ປະມານ 1 ຫລື 2 ອາທິດເພາະສານຕ່າງໆອາດຈະໄປຕ້ານລະບົບການພັກຟື້ນປິ່ນປົວໃບໜ້າແບບອັດຕະໂນມັດ.
     3. ລ້າງໜ້າດ້ວຍນໍ້າລ້າ ຫລື ນໍ້າເກືອເພາະວ່າເວລາໜ້າເຮົາໃຊ້ຄີມບໍ່ຖືກຜິວໜ້າຈະຊຸດໂຊມການລ້າງໜ້າດ້ວຍນໍ້າລ້າທີ່ມີຄ່າ PH ປານກາງ ແລະ ບໍ່ມີສານຕ່າງໆເປັນທາງເລືອກທີ່ດີໃນການຮັກສາຂັ້ນຕໍ່ໄປ.
     4. ບໍ່ຄວນເອົາແຜ່ນພອກໜ້າມາປົກໜ້າໃນໄລຍະນີ້ ເພາະຈຳພວກແຜ່ນບຳລຸງໜ້າຈະມີສານຕ່າງໆມາກະທົບໃສ່ຜິວຄືກັນ. ສະນັ້ນ; ໄລຍະນີ້ກໍຄວນເຊົາໃຊ້ກ່ອນ.
    5. ການຟື້ນຟູຄວາມອຸດົມສົມບູນຂອງຈຸລິນຊີ ໂດຍທໍາມະຊາດແລ້ວໃບໜ້າຂອງຄົນເຮົາຈະມີຈຸລິນຊີໄບໂອຕິກຢູ່, ຈຸລິນຊີເຫລົ່ານີ້ຈະຊ່ວຍເພີ່ມພູມຕ້ານທານຕໍ່ໃບໜ້າຈຸລິນຊີເຫລົ່ານີ້ ຈະຕາຍເມື່ອຜີວໜ້າເສຍຄວາມສົມດຸນເກີດອາການເປັນພິດ, ດັ່ງນັ້ນຖ້າຢາກໃຫ້ໃບໜ້າກັບມາມີສະພາບປົກກະຕິໂດຍໄວຕ້ອງກິນອາຫານເສີມໂປຣໄບໂອຕິກ(ຈຸລິນຊີທີ່ມີຊີວິດ) ຄຽງຄູ່ໄປນຳ.

KPL

ຂ່າວອື່ນໆ


Top