ສໍາມະນາວິທະຍາສາດ ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີປອງດອງຊາດ

17/07/2025 17:24
Email Print 173
KPL ຂປລ. ສູນກາງແນວລາວສ້າງຊາດ (ສນຊ) ຮ່ວມກັບ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຈັດສຳມະນາວິທະຍາສາດ ລະດັບຊາດ ພາຍໃຕ້ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີປອງດອງຊາດ” ໃນວັນທີ 16 ກໍລະກົດ 2025 ຜ່ານມາ



ຂປລ. ສູນກາງແນວລາວສ້າງຊາດ (ສນຊ) ຮ່ວມກັບ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຈັດສຳມະນາວິທະຍາສາດ ລະດັບຊາດ ພາຍໃຕ້ຫົວຂໍ້:
“ແນວຄິດໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີປອງດອງຊາດ” ໃນວັນທີ 16ກໍລະກົດ 2025 ຜ່ານມາ ໂດຍການເປັນປະທານຂອງ ທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ  ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການ ກົມການເມືອງສູນກາງພັກ, ທີ່ປຶກສາສະພາທິດສະດີສູນກາງພັກ, ທີ່ປຶກສາຄະນະຮັບຜິດຊອບ ຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນວາລະການສໍາມະນາ ໄດ້ຮັບຟັງການນຳສະເໜີ 5 ຫົວຂໍ້ຍ່ອຍເຊັ່ນ: ແນວຄິດໄກສອນ ພົມວິຫານ ກ່ຽວກັບຄວາມສາມັກຄີບັນດາເຜົ່າ, ການສ້າງຄວາມສາມັກຄີບັນດາຊັ້ນຄົນ, ການສ້າງຄວາມສາມັກຄີ ຄົນເຊື້ອຊາດລາວຢູ່ຕ່າງປະເທດ, ການສ້າງຄວາມສາມັກຄີປອງດອງ ສາສະໜາຕ່າງໆ ແລະ ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີ ລະຫວ່າງ ບັນດາກໍາລັງທີ່ຮັກຊາດ.




ໃນໂອກາດນີ້, ທ່ານ ຄໍາພັນ ເຜີຍຍະວົງ ໄດ້ມີຄໍາເຫັນວ່າ: ການສຳມະນາ ໃນຫົວຂໍ້:
“ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີປອງດອງຊາດ” ແມ່ນມີຄວາມໝາຍສໍາຄັນ ທັງໃນດ້ານທິດສະດີ ແລະ ພຶດຕິກໍາ ຈະເປັນການປະກອບສ່ວນເຂົ້າໃນ ການເພີ່ມພູນຄູນສ້າງຄັງສາງ ທິດສະດີ-ພຶດຕິກຳ ຂອງພັກເຮົາ ເພື່ອເປັນພື້ນຖານຮັບໃຊ້ໃຫ້ແກ່ ການປັບປຸງບູລະນະແນວທາງນະໂຍບາຍ ຂອງພັກ ແລະ ລັດ ກ່ຽວກັບວຽກການສ້າງ ຄວາມສາມັກຄີປອງດອງຊາດ ໃຫ້ສົມບູນຍິ່ງຂຶ້ນ; ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ, ຕະຫລອດໄລຍະແຫ່ງການນໍາພາ-ຊີ້ນໍາ ເພິ່ນໄດ້ຖືສໍາຄັນການສ້າງຄວາມສາມັກຄີ ແມ່ນກຳລັງແຮງ, ແມ່ນກຸນແຈແຫ່ງຄວາມສຳເລັດຜົນ, ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີປອງດອງຊາດ ແມ່ນກວ້າງຂວາງ, ເລິກເຊິ່ງ, ຮອບດ້ານ, ກວມເອົາທຸກການເຄື່ອນໄຫວ ວຽກງານໃນແຕ່ລະຂົງເຂດ; ເນື້ອແທ້ແມ່ນເພື່ອສຶກສາອົບຮົມ, ເປັນຫລັກແຫລ່ງເຕົ້າໂຮມກຳລັງແຮງ ແລະ ຄວາມສາມັກຄີປອງດອງ ຂອງປະຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດ ແລະ ໄວ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປັດຈຸບັນ. ພ້ອມນີ້ ປະທານກອງປະຊຸມ ໄດ້ຮຽກຮ້ອງມາຍັງບັນດານັກວິທະຍາສາດ ຈົ່ງຍົກສູງຄວາມຮັບຜິດຊອບການເມືອງ, ຄົ້ນຄວ້າໃຫ້ເລິກ, ຂຸດໃຫ້ເຖິງ, ນຳສະເໜີເນື້ອໃນໃຫ້ເລິກເຊິ່ງ, ຮັບປະກັນໄດ້ລັກສະນະວິທະຍາສາດ, ຖືກຕ້ອງຕາມເຫດ ການຕົວຈິງ ເພື່ອຊອກໃຫ້ເຫັນໄດ້ເຖິງສິ່ງຍອດຍິ່ງ ໃນແນວຄິດທິດສະດີຂອງເພິ່ນ ເພື່ອກາຍເປັນຄັງສາງທິດສະດີ, ເປັນແນວຄິດຊີ້ນຳທີ່ມີບົດບາດສຳຄັນ ແລະ ເປັນທິດເຍືອງທາງຕໍ່ກັບວຽກງານ ສ້າງຄວາມສາມັກຄີປອງດອງຊາດ; ບັນດາທ່ານທີ່ເຂົ້າຮ່ວມໃນຄັ້ງນີ້, ກໍໃຫ້ເອົາໃຈໃສ່ໃນການຄິດຫງຳ, ປະກອບຄໍາເຫັນຢ່າງກົງໄປກົງມາ ຕາມຄຳຖາມເຈາະຈີ້ມ ເພື່ອເຮັດແນວໃດໃຫ້ເນື້ອໃນບົດຄົ້ນຄວ້າ, ສຳມະນາວິທະຍາສາດໃນຄັ້ງນີ້ ສາມາດຮັບປະກັນ ໄດ້ລັກສະນະວິທະຍາສາດ ແລະ ແທດຕົວຈິງ; ນໍາເອົາເນື້ອໃນຈິດໃຈ ກອງປະຊຸມສໍາມະນາໃນຄັ້ງນີ້ ໄປຄົ້ນຄວ້າ ແລະ ໝູນໃຊ້ເຂົ້າໃນວຽກງານຕົວຈິງ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.

ຂ່າວ: ພ.ພຽງ

ພາບ: ລີ

KPL

ຂ່າວອື່ນໆ


Top