ແຂວງຈຳປາສັກ ເອົາໃຈໃສ່ເຜີຍແຜ່ນະໂຍບາຍຂອງພັກ-ລັດ

24/06/2025 09:37
KPL ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດ ທີ IX ທ່ານ ແກ້ວລັດຕະນະ ສີຫາວົງ ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 15, ຮອງປະທານສະພາປະຊາຊົນແຂວງຈໍາປາສັກ ໄດ້ໃຫ້ຮູ້ບາງວຽກງານການຈັດຕ້ັງປະຕິບັດ ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 15..

    *ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດ ທີ IX  ທ່ານ ແກ້ວລັດຕະນະ ສີຫາວົງ ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 15, ຮອງປະທານສະພາປະຊາຊົນແຂວງຈໍາປາສັກ ໄດ້ໃຫ້ຮູ້ບາງວຽກງານການຈັດຕ້ັງປະຕິບັດ ຂອງຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 15 ວ່າ:  ມາຮອດປັດຈຸບັນ ແມ່ນໄດ້ກ້າວເຂົ້າປີທີ 5 ທີ່ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ທີ 15 ກໍຄືສະພາປະຊາຊົນແຂວງຈໍາປາສັກ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດພາລະບົດບາດຂອງຕົນຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ໃນສະພາບແວດລ້ອມທີ່ປະເທດເຮົາຜະເຊີນໜ້າກັບຫລາຍບັນຫາສິ່ງທ້າທາຍ ເວົ້າລວມ;  ເວົ້າສະເພາະແຂວງຈໍາປາສັກ ເຊິ່ງເປັນສິ່ງບໍ່ເອື້ອອຳນວຍຄວາມສະດວກໃຫ້ແກ່ການ ຈັດຕັ້ງປະຕິບັດ ແລະ ພັດທະນາເສດ ຖະກິດ-ສັງຄົມເປັນຕົ້ນ ສະພາບໄພພິ ບັດທາງທຳມະຊາດ, ການລະບາດ ຂອງພະຍາດໂຄວິດ, ປະເທດຊາດ ໄດ້ພົບບັນຫາຄວາມຫຍຸ້ງຍາກ ທາງ ດ້ານເສດຖະກິດ, ໄພເງິນເຟີ້, ລາຄາ ສິນຄ້າແພງ, ເງິນຕາຕ່າງປະເທດ. ໃນຂະນະດຽວກັນນີ້, ກຸ່ມຄົນບໍ່ຫວັງດີສວຍໃຊ້ຄວາມຫຍຸ້ງຍາກດັ່ງກ່າວ ນີ້ວິພາກວິຈານຕໍ່ບົດບາດການນໍາພາ ແລະ ການບໍລິຫານວຽກງານຂອງລັດຖະບານກໍ່ຄືຢູ່ທ້ອງຖິ່ນຂອງພວກເຮົາ; ແຕ່ເຖິງຢ່າງໃດກໍ່ຕາມ ຍ້ອນຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ປະເທດຊາດກໍ່ຄືປະຊາຊົນໄດ້ມອບໝາຍໃຫ້ຄະນະພັກ, ອົງການປົກຄອງແຂວງ ແລະ ພາຍໃຕ້ການຊຸກຍູ້ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ທີ 15, ສະ ພາປະຊາຊົນແຂວງ ແລະ ການຮ່ວມແຮງຮ່ວມໃຈດ້ວຍຄວາມເປັນເອກະພາບສູງຂອງທຸກພາກສ່ວນພາຍໃນ ແຂວງຈຳປາສັກ ຈຶ່ງເຮັດໃຫ້ການປະຕິບັດໜ້າທີ່ລວມ, ຄາດໝາຍ ແລະ ວຽກຈຸດສຸມທີ່ວາງອອກໄດ້ຮັບຜົນສຳເລັດໃນຫລາຍດ້ານ, ແຂວງຈຳປາສັກ ມີສະເຖຍນະພາບທາງດ້ານການເມືອງ, ສັງຄົມໃຫ້ມີຄວາມສະຫງົບ ແລະ ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ຜ່ານມາໄດ້ລົງພົບປະຜູ້ມີສິດເລືອກຕັ້ງຢູ່ບັນດາພະແນກການ, ກົມກອງ, ສະຖາບັນການສຶກສາ, ບັນດາບ້ານຂອງເມືອງ, ນະຄອນໃນທ່ົວແຂວງໄດ້ທັງໝົດ 499 ຈຸດ; ໃນນັ້ນລວມມີ 440 ບ້ານ, 56 ກົມກອງ, 3 ສະຖາບັນການສຶກສາມີຈຳນວນພົນເຂົ້າຮ່ວມທັງໝົດ 20.162 ເທື່ອຄົນ. ນອກນັ້ນຍັງໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍການຈັດຕັ້ງປະຕິບັດວຽກງານຂອງສະພາປະຊາຊົນແຂວງ ໃນແຕ່ລະໄລຍະຜ່ານໂທລະພາບ, ວິທະຍຸ, ໜັງສືພີມ, ຜ່ານເຟສບຸກ ສະພາປະຊາຊົນແຂວງ ແລະ ລາຍການຜູ້ແທນປະຊາຊົນຂອງແຂວງຈຳປາສັກ ຢ່າງເປັນປົກກະຕິຕໍ່ເນື່ອງ.  

    ສັງລວມແລ້ວ ການປະກອບສ່ວນຂອງຄະນະສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ໃນຖານະເປັນຕົວແທນແຫ່ງສິດອຳນາດຂອງປະຊາຊົນບັນດາເຜົ່າຕະຫລອດໄລຍະ 4 ປີຜ່ານມາ ເຮັດໃຫ້ປະຊາຊົນບັນດາເຜົ່າທົ່ວແຂວງຈໍາປາສັກ ຮັບຮູ້ ແລະ ເຂ້ົາໃຈໃນການປະຕິບັດແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດໝາຍຂອງລັດ, ມະຕິກອງປະຊຸມຂອງສະພາແຫ່ງຊາດ, ສະພາປະຊາຊົນແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ເຮັດໃຫ້ປະຊາຊົນມີ ສ່ວນຮ່ວມໃນການຈັດຕັ້ງປະຕິບັດຖືກຕ້ອງສອດຄ່ອງຕາມລະບຽບກົດໝາຍ ອັນພົ້ນເດັ່ນແມ່ນການປະຕິບັດພັນທະຂອງປະຊາຊົນໃນການປະກອບສ່ວນຕໍ່ວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ການເສຍພັນທະພາສີ-ອາກອນ, ການມີສ່ວນຮ່ວມໃນການສ້າງເສັ້ນທາງໃນແຕ່ລະບ້ານ, ເມືອງ ແລະ ຂະບວນການພັດທະນາແຫລ່ງທ່ອງທ່ຽວ ເຊິ່ງສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວເປັນຈຳນວນຫລວງຫລາຍ.

    ສຳລັບການລົງ ພົບປະປະຊາຊົນແຕ່ລະຄັ້ງໄດ້ນໍາເອົາຫລາຍບັນຫາ, ຂໍ້ຄົງຄ້າງຂອງອົງການບໍລິຫານລັດຂັ້ນທ້ອງຖິ່ນເຫັນວ່າຍັງບໍ່ທັນຖືກຕ້ອງຕາມລະບຽບກົດໝາຍມາສະເໜີຕໍ່ສະພາປະຊາຊົນແຂວງ ເພື່ອນຳໄປຊຸກຍູ້ໃຫ້ອົງການປົກຄອງ, ພາກສ່ວນກ່ຽວຂ້ອງປັບປຸງ, ແກ້ໄຂໃຫ້ຖືກຕ້ອງທັງໜົດ 1.438 ບັນຫາ, ໃນນັ້ນອະທິບາຍຕອບແກ້ໃຫ້ພໍ່ແມ່ປະຊາຊົນຮັບຮູ້ເຂົ້າໃຈ ແລະ ມີຄວາມເປັນເອກະພາບແລ້ວ 573 ບັນຫາ, ມອບໃຫ້ສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງ, ນະຄອນ ຊຸກຍູ້ຂະແໜງການກ່ຽວຂ້ອງ ພິຈາລະນາແກ້ໄຂ 521 ບັນຫາ ຜ່ານ ມາເຫັນວ່າຫລາຍບັນຫາກໍ່ໄດ້ຮັບການ ແກ້ໄຂ ເຊິ່ງເປັນການປະກອບສ່ວນ ປັບປຸງການບໍລິຫານລັດຂັ້ນທ້ອງຖິ່ນ ໃຫ້ມີຄວາມເຂັ້ມແຂງ; ການບໍລິຫານ ລັດຂ້ັນທ້ອງຖ່ິນ (ຂັ້ນແຂວງ, ຂ້ັນ ເມືອງ, ບ້ານ)  ສະຕິເຄົາລົບຕໍ່ລະບຽບກົດໝາຍຂອງອົງການເຫລົ່ານັ້ນໄດ້ຮັບການຍົກລະດັບດີຂຶ້ນເປັນກ້າວໆ ແລະ ໄດ້ສົ່ງຜົນໃນທາງທີ່ດີຕໍ່ບົດບາດຂອງສະພາໃນການປະກອບສ່ວນຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານຂອງອົງການທີ່ກ່ຽວຂ້ອງຖືກຕ້ອງຕາມລະບຽບກົດໝາຍ; ບົດບາດຂອງສະພາໃນຖານະເປັນອົງການຕິດຕາມກວດກາການປະຕິບັດລັດຖະທຳມະນູນ ແລະ ກົດໝາຍໃນຂັ້ນທ້ອງຖິ່ນກໍ່ສູງເດັ່ນຂຶ້ນກ່າວເກົ່າ; ປະຊາຊົນຮູ້ນໍາໃຊ້ສິດປະຊາທິປະໄຕຂອງຕົນຖືກຕ້ອງຕາມລັດຖະທໍາມະ ນູນ ແລະ ກົດໝາຍສະແດງອອກໃນ ເວລາລົງພົບປະປະຊາຊົນໄດ້ສະເໜີ ໂດຍກົງຕໍ່ຕົວແທນຂອງຕົນ ແລະ ໄດ້ ຍື່ນຄໍາສະເໜີ, ຄໍາຮ້ອງຂໍຄວາມເປັນ ທໍາຕໍ່ອົງການທີ່ເປັນຕົວແທນຂອງຕົນ ໃນຂັ້ນທ້ອງຖິ່ນຖືກຕ້ອງຕາມຂັ້ນຕອນ ຂອງກົດໝາຍກຳນົດໄວ້ ແລະ ທຸກໆຄຳສະເໜີ, ຄຳຮ້ອງຂໍຄວາມເປັນທຳຂອງປະຊາຊົນ ທີ່ສະເໜີຜ່ານສະພາປະຊາຊົນແຂວງການນຳ ແລະ ຄະນະກຳມະການການທີ່ກ່ຽວຂ້ອງຂອງສະພາປະຊາຊົນແຂວງຖືເປັນວຽກບຸລິມະສິດໃນການຄົ້ນຄວ້າພິຈາລະນາແກ້ໄຂໃຫ້ທັນການ ສະແດງອອກໃນ 4 ປີຜ່ານມາມີຄຳຮ້ອງຂໍຄວາມເປັນທຳ ທັງໜົດ  139  ເລື່ອງ, ແກ້ໄຂສຳເລັດ ແລ້ວ 138  ເລື່ອງ , ພວມດຳເນີນການ ແກ້ໄຂ 1 ເລື່ອງ. ທີ່ກ່າວມານັ້ນ, ແມ່ນ ຜົນສໍາເລັດທີ່ພົ້ນເດັ່ນໃນໄລຍະຜ່ານ ມາຂອງການຈັດຕັ້ງປະຕິບັດໜ້າທີ່ ວຽກງານໃນທຸກຂົງເຂດວຽກງານຂອງແຂວງຈໍາປາສັກ ເປັນຕົ້ນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມ ໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ, ເປັນການຢັ້ງຢືນໃຫ້ເຫັນເຖິງຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງໃນໄລຍະໃໝ່ຂອງຄະນະພັກ-ອົງການປົກຄອງແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ- ລັດຖະກອນ, ກໍາລັງປະກອບອາວຸດ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງປະຊາຊົນບັນດາເຜົ່າໃນທົ່ວແຂວງຈໍາປາສັກ ທັງເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການສືບຕໍ່ຈັດຕັ້ງປະຕິບັດບັນດາມະຕິຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄືຂອງແຂວງໃນໄລຍະ 5 ປີຕໍ່ໜ້າໃຫ້ມີຜົນສໍາເລັດຕາມຄາດໝາຍ.

ໂດຍ: ມາລີດາ

KPL

ຂ່າວອື່ນໆ

    • ສະພາແຫ່ງຊາດ ພິຈາລະນາ ຮ່າງກົດໝາຍ  ວ່າດ້ວຍຄວາມປອດໄພໄຊເບີ ສະບັບສ້າງໃໝ່ການເມືອງ

      ສະພາແຫ່ງຊາດ ພິຈາລະນາ ຮ່າງກົດໝາຍ ວ່າດ້ວຍຄວາມປອດໄພໄຊເບີ ສະບັບສ້າງໃໝ່

      6/23/2025 8:53:16 PM

      ຂປລ. ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 23 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ທ່ານ ບໍ່ວຽງ ຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍ ຄວາມປອດໄພໄຊເບີ

    • ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ເວທີປຶກສາຫາລືເສດຖະກິດ ເຊັນ-ປີເຕີສະເບີກ ຄັ້ງ 28ການເມືອງ

      ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ເວທີປຶກສາຫາລືເສດຖະກິດ ເຊັນ-ປີເຕີສະເບີກ ຄັ້ງ 28

      6/23/2025 9:45:06 AM

      ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ອັນໂຕນ ໂກເບຍກົບ (Anton Kobyakov), ທີ່ປຶກສາຂອງປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດ ເຊັນ-ປີເຕີສະເບີກ ຄັ້ງທີ 28

    • ມອບ-ຮັບ ໜ້າທີ່ ລັດຖະມົນຕີກະຊວງສາທາລະນະສຸກ ການເມືອງ

      ມອບ-ຮັບ ໜ້າທີ່ ລັດຖະມົນຕີກະຊວງສາທາລະນະສຸກ

      6/23/2025 9:36:36 AM

      ຂປລ. ພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ບຸນແຝງ ພູມມາໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ (ຜູ້ເກົ່າ) ແລະ ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ (ຜູ້ໃໝ່) ໄດ້ຈັດຂຶ້ນ ໃນວັນທີ 19 ມິຖຸນາ 2025 ຜ່ານມານີ້, ໃຫ້ກຽດເຂົ້າຮ່ວມ ຂອງທ່ານ ພົອ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີ ທ່ານ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ບັນດາ ຄະນະປະຈໍາພັກ, ຄະນະພັກກະຊວງ, ຮອງລັດຖະມົນຕີ, ຄະນະກົມ, ຫ້ອງການ, ສະຖາບັນ, ສູນ, ໂຮງໝໍສູນກາງ, ພະແນກສາທາລະນະສຸກ ນະຄອນຫລວງວຽງຈັນ ແລະ ບັນດາແຂວງ ພ້ອມດ້ວຍ ພະນັກງານຫລັກແຫລ່ງຂອງສອງກະຊວງກ່ຽວຂ້ອງ ເຂົ້າຮ່ວມ.

    • ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມ ເປີດງານ ວາງສະແດງສິນຄ້າ ຈີນ-ອາຊີໃຕ້ ຄັ້ງທີ 9ການເມືອງ

      ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມ ເປີດງານ ວາງສະແດງສິນຄ້າ ຈີນ-ອາຊີໃຕ້ ຄັ້ງທີ 9

      6/23/2025 9:30:11 AM

      ຂປລ. ໃນວັນທີ 19 ມິຖຸນາ 2025 ຜ່ານມານີ້, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນຖານະເປັນແຂກປະເທດກິດຕິມະສັກ ໄດ້ເຂົ້າຮ່ວມ ແລະ ໃຫ້ກຽດຂຶ້ນກ່າວຄຳປາໄສ ໃນພິທີເປີດງານສະແດງສິນຄ້າ ຈີນ-ອາຊີໃຕ້ ຄັ້ງທີ 9 ແລະ ງານວາງສະແດງ ການນໍາເຂົ້າ-ສົ່ງອອກສິນຄ້າ ຄຸນໝິງ ສປ ຈີນ ຄັ້ງທີ 29

    • ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ຜູ້ອໍານວຍການຫ້ອງການທະນາຄານໂລກ ເຂົ້າຢ້ຽມອໍາລາການເມືອງ

      ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ຜູ້ອໍານວຍການຫ້ອງການທະນາຄານໂລກ ເຂົ້າຢ້ຽມອໍາລາ

      6/23/2025 9:26:06 AM

      ຂປລ. ໃນຕອນບ່າຍວັນທີ 20 ມິຖຸນາ 2025 ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ອາເລັກຊານເດີ ແຄຣເມີ (Alexander Kremer) ຜູ້ອໍານວຍການ ຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ໃນໂອກາດຈົບວາລະການປະຕິບັດໜ້າທີ່ ຢູ່ ສປປ ລາວ.


Top