KPL
ຂປລ. ໃນໂອກາດລົງພົບປະໂອ້ລົມ ການນຳ ແລະ ພະນັກງານຫລັກແຫລ່ງ ຂອງແຂວງບໍລິຄຳໄຊ ໃນວັນທີ 20 ມິຖຸນາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ເອົາໃຈໃສ່ ໃນຕໍ່ໜ້າບາງດ້ານ ເປັນຕົ້ນ ສືບຕໍ່ປະຕິບັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ

ຂປລ. ໃນໂອກາດລົງພົບປະໂອ້ລົມ ການນຳ ແລະ ພະນັກງານຫລັກແຫລ່ງ ຂອງແຂວງບໍລິຄຳໄຊ ໃນວັນທີ 20 ມິຖຸນາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ເອົາໃຈໃສ່ ໃນຕໍ່ໜ້າບາງດ້ານ ເປັນຕົ້ນ ສືບຕໍ່ປະຕິບັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ຫລຸດໜ້ອຍຖອຍລົງ; ສືບຕໍ່ຊຸກຍູ້ສົ່ງເສີມ ການຜະລິດສະບຽງອາຫານ ແລະ ເປັນສິນຄ້າໃຫ້ຫລາຍຂຶ້ນ ເພື່ອທົດແທນການນຳເຂົ້າສິນຄ້າ; ສືບຕໍ່ຈັດທີ່ດິນ, ສ້າງອາຊີບຄົງທີ່ ແລະ ຈັດສັນຢູ່ອາໄສ ໃຫ້ປະຊາຊົນ ເພື່ອປັບປຸງຊີວິການເປັນຢູ່ ຂອງເຂົາເຈົ້າໃຫ້ນັບມຶື້ດີຂຶ້ນ; ເອົາໃຈໃສ່ວຽກງານສະຖິຕິ ແລະ ກຳຮາກຖານໃຫ້ດີ, ມີຄວາມຖືກຕ້ອງ ໂດຍສະເພາະ ຂໍ້ມູນພົນລະເມືອງ, ທ່າແຮງ, ຂໍ້ຈຳກັດ ແລະ ສິ່ງທ້າທາຍຕ່າງໆ.
ພ້ອມນີ້, ໃຫ້ສືບຕໍ່ເປັນເຈົ້າການປັບປຸງ-ກໍ່ສ້າງເສັ້ນທາງ ຕາມຂອບເຂດຮັບຜິດຊອບຂອງຕົນໃຫ້ ສາມາດໄປມາໄດ້ສະດວກ; ສົມທົບພາກສ່ວນກ່ຽວຂ້ອງ ຄຸ້ມຄອງການນຳໃຊ້ສື່ສັງຄົມອອນລາຍ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ທັງຕອບໂຕ້ການໃສ່ຮ້າຍປ້າຍສີ ຂອງກຸ່ມຄົນບໍ່ດີຢ່າງທັນການ ໄປຄຽງຄູ່ກັບ ການເຮັດວຽກໂຄສະນາເຜີຍແຜ່ ຢ່າງເປັນປົກກະຕິ, ກວ້າງຂວາງ ແລະ ຫລາຍຮູບຫລາຍສີ; ສືບຕໍ່ຈັດຕັ້ງຜັນຂະຫຍາຍ ດຳລັດວ່າດ້ວຍລົດຂອງລັດ ເຂົ້າສູ່ລວງເລິກ ໃຫ້ໄດ້ຮັບໝາກຜົນຫລາຍກວ່າເກົ່າ, ພ້ອມທັງແກ້ໄຂພາຫະນະ ທີ່ນຳເຂົ້າບໍ່ຖືກຕ້ອງໃຫ້ຕົກໄປເປັນກ້າວໆ; ສືບຕໍ່ຈັດເກັບລາຍຮັບເຂົ້າງົບປະມານ ໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້, ທັງຈຳກັດການຮົ່ວໄຫລຂອງງົບປະມານ, ຫັນການເກັບລາຍຮັບສູ່ທັນສະໄໝໃຫ້ຫລາຍຂຶ້ນ ແລະ ປະຕິບັດແຜນລາຍຈ່າຍຢ່າງເຄັ່ງຄັດ ບົນພື້ນຖານປະຢັດມັດ ທະຍັດ ແລະ ວຽກງານມີປະສິດທິຜົນ; ສືບຈັດຕັ້ງຜັນຂະຫຍາຍມະຕິ ຂອງຄະນະບໍລິຫານງານສູນກາງພັກ ໂດຍສະເພາະ ການສ້າງຕັ້ງຕາແສງຢູ່ບັນດາ ທ້ອງຖິ່ນທີ່ມີເງື່ອນໄຂແລ້ວ, ລວມທັງການປັບປຸງກົງຈັກການຈັດຕັ້ງ ໃຫ້ເປັນເອກະພາບ ຕາມສາຍຕັ້ງຂອງສູນກາງ; ສືບຕໍ່ຈັດຕັ້ງຜັນຂະຫຍາຍ ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ໃຫ້ປາ ກົດຜົນເປັນຈິງ; ກະກຽມສະເຫລີມສະຫລອງ ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ໃຫ້ມີຄວາມພ້ອມຮອບດ້ານ, ເໝາະສົມກັບເງື່ອນໄຂຕົວຈິງຂອງແຂວງ ບົນພື້ນຖານປະຢັດມັດທະຍັດ, ເປັນຂະ ບວນການຟົດຟື້ນ, ມີເນື້ອໃນເລິກເຊິ່ງ, ປຸກລະດົມໄດ້ຈິດໃຈປະຕິວັດ ແລະ ການມີສ່ວນຮ່ວມຂອງທົ່ວສັງຄົມ. ພ້ອມກັນນີ້, ທ່ານຍັງໄດ້ຍົກໃຫ້ເຫັນສະພາບຄວາມຫຍຸ້ງຍາກ ແລະ ຜົນກະທົບຕ່າງໆ ຈາກປັດໄຈພາຍໃນ ແລະ ຕ່າງປະເທດ ຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ; ຄວາມພະຍາ ຍາມ ແລະ ເອົາໃຈໃສ່ ຂອງສູນກາງພັກ, ລັດຖະບານ ແລະ ບັນດາອົງການປົກຄອງທ້ອງຖິ່ນ ຕໍ່ແກ້ໄຂບັນຫາຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ເຮັດໃຫ້ປະເທດເຮົາສືບຕໍ່ ມີສະຖຽນລະພາບທາງດ້ານການ ເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະ ກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຄວາມເຄັ່ງຕຶງທາງດ້ານເສດຖະກິດ-ການເງິນ ຄ່ອຍໆຜ່ອນຄາຍລົງເປັນກ້າວໆ, ບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ກໍນັບມື້ພົ້ນເດັ່ນຫລາຍຂຶ້ນ. ນອກນັ້ນ, ທ່ານຍັງສະເໜີແຜນວຽກຈຸດສຸມ ຂອງລັດຖະບານ ໃນປີ 2025 ໂດຍສະເພາະ ແຜນສູ້ຊົນຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໃຫ້ປະກົດຜົນເປັນຈິງ, ລວມທັງການສະ ເຫລີມສະຫລອງ 3 ວັນປະຫວັດສາດຂອງຊາດ ໃນປີ 2025 ໃຫ້ເປັນຂະບວນການຟົດຟື້ນ-ກວ້າງ ຂວາງ, ມີເນື້ອໃນ ແລະ ສຳເລັດຕາມແຜນທີ່ວາງໄວ້.

ໂອກາດນີ້, ທ່ານ ສອນທະນູ ທຳມະວົງ ເຈົ້າແຂວງບໍລິຄຳໄຊ ກໍໄດ້ລາຍງານໃຫ້ຊາບກ່ຽວກັບ ສະພາບການພັດທະນາ ເສດຖະກິດ-ສັງຄົມຂອງແຂວງ ທີ່ພົ້ນເດັ່ນໄລຍະ 6 ເດືອນຕົ້ນປີ 2025 ເຫັນວ່າ: ທົ່ວແຂວງ ສືບຕໍ່ມີສະຖຽນລະພາບ ທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດ ຂະຫຍາຍຕົວ 5%, ລາຍຮັບສະເລ່ຍໃສ່ຫົວຄົນໄດ້ 1.950 ໂດລາສະຫະລັດ/ປີ, ການເກັບລາຍຮັບເຂົ້າງົບປະມານ ໄດ້ 1.684 ຕື້ກວ່າກີບ ເທົ່າກັບ 77% ຂອງແຜນການປີ, ແຜນລາຍຈ່າຍປະຕິບັດໄດ້ 45% ຂອງແຜນການປີ; ການຜະລິດເຂົ້ານາແຊງ 1.524 ເຮັກຕາ ໄດ້ຜົນຜະລິດ 6.000 ກວ່າໂຕນ ເທົ່າກັບ 77% ຂອງແຜນການ; ສາມາດສົ່ງອອກຢາງພາລາ ໄດ້ 55 ພັນກວ່າໂຕນ ມູນຄ່າເກືອບ 86 ລ້ານໂດລາສະຫະລັດ, ສົ່ງອອກມັນຕົ້ນ ໄດ້ 2 ແສນກວ່າໂຕນ ມູນຄ່າເກືອບ 32 ລ້ານໂດລາສະຫະລັດ; ການປະຕິບັດບັນດາຄາດໝາຍ ຕົວຊີ້ວັດດ້ານການພັດທະນາໃນຂົງເຂດສຶກສາ ສາມາດບັນລຸຕາມຄາດໝາຍ ແຕ່ຍັງມີຄວາມທ້າທາຍ ເປັນຕົ້ນ ອັດຕາການປະລະການຮຽນ ຂອງນັກຮຽນຊັ້ນຕ່າງໆ, ພື້ນຖານໂຄງລ່າງຈໍານວນໜຶ່ງຖືກອຸທົກກະໄພ, ຊຸດໂຊມ, ຄູສອນບໍ່ພຽງພໍໂດຍສະເພາະ ສາຍທໍາມະຊາດ. ສໍາລັບດ້ານສາທາລະນະສຸກ ໂດຍພື້ນຖານປະຊາຊົນສາ ມາດເຂົ້າເຖິງ ຢູ່ທຸກເມືອງ ແລະ ຢູ່ຂັ້ນບ້ານກໍ່ສາມາດເຂົ້າເຖິງ ໃນອັດຕາສ່ວນສູງ; ທົ່ວແຂວງມີຄອບຄົວພົ້ນທຸກກວມ 97%, ບ້ານພົ້ນທຸກກວມ 94% ແລະ ບ້ານພັດທະນາກວມ 80%.
ໃນໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ກໍໄດ້ມີຄຳເຫັນເຈາະຈີ້ມຕື່ມບາງດ້ານ ເພື່ອໃຫ້ຂະແໜງການກ່ຽວຂ້ອງຂອງແຂວງ ລາຍງານເພີ່ມເຕີມ ເປັນຕົ້ນ ສະພາບການຄຸ້ມຄອງ ໂຄງການລົງທຶນໃນຂະແໜງບໍ່ແຮ່; ສະພາບການຄຸ້ມຄອງ ແລະ ກໍ່ສ້າງ-ປັບປຸງເສັ້ນທາງພາຍໃນແຂວງ, ລວມທັງ ແຜນ ການສ້າງທາງດ່ວນວຽງຈັນ-ຮ່າໂນ້ຍ; ການແກ້ໄຂບັນຫາຂາດເຂີນຄູສອນ; ການຄຸ້ມຄອງ ການນຳເຂົ້າ ແລະ ສົ່ງອອກສິນຄ້າ, ລວມທັງການສົ່ງເສີມການຜະລິດ ເພື່ອຫລຸດຜ່ອນການນຳເຂົ້າສິນຄ້າ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.
KPL