ສປ ຈີນ ມີການຄ້າເອເລັກໂຕຣນິກ ໃນ 5ເດືອນຕົ້ນປີນີ້ໄດ້ເພີ່ມຂຶ້ນຢ່າງໝັ້ນທ່ຽງ

22/06/2025 17:01
Email Print 112
KPL ລະ​ຫວ່າງ ​ເດືອນ​ມັງ​ກອນ​ ຫາ​ເດືອນ​ພຶດ​ສະ​ພາ 2025 ນີ້, ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂອງ​ ສປ ຈີນ ​ໄດ້​ສະ​ແດງ​ຄວາມ​ສາ​ມາດ​ບົ່ມ​ຊ້ອມ ​ດ້ານ​ການ​ບໍ​ລິ​ໂພກ ​ຢ່າງ​ແຂງ​ແຮງ ໂດຍ​ໄດ້​ເພີ່ມ​ຂຶ້ນ ​ຢ່າງ​ໝັ້ນ​ທ່ຽງ.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ກະ​ຊວງ​ ການ​ຄ້າ​ຈີນ ເປີດ​ເຜີ​ຍ​ໃຫ້​ຮູ້​ວ່າ: ລະ​ຫວ່າງ ​ເດືອນ​ມັງ​ກອນ​ ຫາ​ເດືອນ​ພຶດ​ສະ​ພາ 2025 ນີ້, ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂອງ​ ສປ ຈີນ ​ໄດ້​ສະ​ແດງ​ຄວາມ​ສາ​ມາດ​ບົ່ມ​ຊ້ອມ ​ດ້ານ​ການ​ບໍ​ລິ​ໂພກ ​ຢ່າງ​ແຂງ​ແຮງ ໂດຍ​ໄດ້​ເພີ່ມ​ຂຶ້ນ ​ຢ່າງ​ໝັ້ນ​ທ່ຽງ. ໃນ​ນັ້ນ, ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ ​ໄດ້​ຍົກ​ສູງ​ຄຸນ​ນະ​ພາບ​ ຜະ​ລິດ​ຕະ​ພັນ ແລະ​ເປີດກວ້າງ​ຄວາມ​ຕ້ອງ​ການ​ ພາຍ​ໃນ​ຢ່າງ​ຊັດ​ເຈນ. ຍອດ​ມູນ​ຄ່າ​ສິນ​ຄ້າຂາຍ​ຍ່ອຍ​ ທາງ​ອອນ​ລາຍ​ ລະ​ຫວ່າງ​ ເດືອນ​ມັງ​ກອນ​ຫາ​ເດືອນ​ພຶດ​ສະ​ພາ​ ໄດ້​ເພີ່ມ​ຂຶ້ນ 8,5%. ຍອດ​ມູນ​ຄ່າ​ການ​ຈຳ​ໜ່າຍ​ໃນຫລາຍ​ດ້ານ ຄື: ​ຜະ​ລິດ​ຕະ​ພັນ​ ດີ​ຈີ​ຕອນຈຸດ​ສຸມ​ທີ່​ກະ​ຊວງ​ ການ​ຄ້າ​ຈີນ ​ຕິດ​ຕາມ, ເຄື່ອງ​ໃຊ້​ໄຟ​ຟ້າ ແລະ ​ເຄື່ອງ​ດີ​ຈີ​ຕອນ 15 ປະ​ເພດ ​ທີ່​ສາ​ມາດ​ແລກ​ອັນ​ໃ​ໝ່ ​ດ້ວຍ​ອັນ​ເກົ່າ, ການ​ບໍ​ລິ​ໂພກ​ ດ້ານ​ການ​ບໍ​ລິ​ການ ​ອິນ​ເຕີ​ເນັດ ແລະ ກາ​ນ​ຂາຍ​ຍ່ອຍ​ ແບບ​ສົ່ງ​ເຖິງ​ ທີ່​ທັນ​ເວ​ລາລ້ວນ​ແຕ່​ ໄດ້​ເພີ່ມ​ຂຶ້ນ 10% ຂຶ້ນ​ໄປ, ນັບ​ແຕ່​ເດືອນ​ເມ​ສາ​ ເປັນ​ຕົ້ນ​ມາ, ຍອດ​ມູນ​ຄ່າ​ການ​ຄ້າ​ ສາ​ກົນ ບັນ​ລຸ ຫລາຍກວ່າ 2 ຕຶ້ຢວນ.ຊ່ອງ​ທາງ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຕົ້ນ​ຕໍ​ຂອງ​ ສປ ຈີນ​ ໄດ້​ນຳ​ໃຊ້​ເຕັກ​ນິກ​ປັນ​ຍາ​ປະ​ດິດ ຫລື AI ເຂົ້າ​ໃນ​ວຽກ​ງານ​ທຸກ​ຂັ້ນ​ຕອນ ໂດຍ​ໄດ້ຫລຸດຕົ້ນ​ທຶນ​ ການ​ບໍ​ລິ​ຫານ​ໃຫ້​ໜ້ອຍ​ລົງ 15%. ນອກ​ຈາກ​ນີ້​ແລ້ວ, ປະ​ເທດ ​ຄູ່​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ ​ເສັ້ນ​ທາງ​ສາຍ​ໄໝ​ຂອງ ສປ ​ຈີນ​ ໄດ້​ເພີ່ມ​ຂຶ້ນ​ຮອດ 35 ປະ​ເທດ./.

ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top