ຍອດຜູ້ເສຍຊີວິດຈາກແຜນດິນໄຫວໃນມຽນມາ ເພີ່ມຂື້ນ 3.725 ຄົນ

18/04/2025 16:43
Email Print 167
KPL ໄພ​​ພິ​ບັດ ແຜ່ນ​ດິນ​ໄຫວ​ ຮຸນ​ແຮງ ​ທີ່​ເກີດ​ຂຶ້ນ​ຢູ່​ມຽນ​ມາ ​ນັບແຕ່​ວັນ​ທີ 28 ມີ​ນາ​ຜ່ານ​ມາ ຮອດປັດຈຸບັນ ​ມີ​ຜູ້​ເສຍ​ຊີ​ວິດ ເພີ່ມຂຶ້ນເປັນ 3.725 ຄົນ, ບາດ​ເຈັບ 5.106 ຄົນ ແລະ ສູນຫາຍ 129 ຄົນ.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ແຫລ່ງ​ຂ່າວ​ຈາກ​ ໜ່ວຍ​ງານ ​ຂໍ້​ມູນ​ຂ່າວ​ ຄະ​ນະ​ ກຳ​ມະ​ການ ​ປົກ​ຄອງ​ ແຫ່ງ​ຊາດ​ມຽນ​ມາ​ ລາຍ​ງານ​ໃຫ້​ຮູ້ ເມື່ອບໍ່ດົນມານີ້ວ່າ: ໄພ​​ພິ​ບັດ ແຜ່ນ​ດິນ​ໄຫວ​ ຮຸນ​ແຮງ ​ທີ່​ເກີດ​ຂຶ້ນ​ຢູ່​ມຽນ​ມາ ​ນັບແຕ່​ວັນ​ທີ 28 ມີ​ນາ​ຜ່ານ​ມາ ຮອດປັດຈຸບັນ ​ມີ​ຜູ້​ເສຍ​ຊີ​ວິດ ເພີ່ມຂຶ້ນເປັນ 3.725 ຄົນ, ບາດ​ເຈັບ 5.106 ຄົນ ແລະ ສູນຫາຍ 129 ຄົນ.ຂະນະທີ່ ໜ່ວຍງານກູ້ໄພ ຍັງສືບຕໍ່ໃຫ້ການຊ່ວຍເຫລືອ ຜູ້ປະສົບໄພ ຢ່າງຕໍ່ເນື່ອງ.ນອກຈາກນີ້ ຍັງມີຫລາຍປະເທດ ສືບຕໍ່ສົ່ງເຄື່ອງຊ່ວຍເຫລືອ ປະຊາຊົນ ມຽນມາ ທີ່ໄດ້ຮັບຜົນກະທົບ ຈາກແຜນດິນໄຫວ ສ້າງຄວາມເສຍຫາຍ ເປັນບໍລິເວນກວ້າງ ແລະ ອາດຕ້ອງໃຊ້ງົບປະມານ ມະຫາສານ ເພື່ອຟື້ນຟູ ເຂດປະສົບໄພ ໃນຄັ້ງນີ້./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top