ຂປລ. ໃນໄລຍະສະຫລອງປີໃໝ່ລາວ ພສ 2568 ໃນລະຫວ່າງວັນທີ 11-17 ເມສາ 2025 ທົ່ວປະເທດ ມີອຸບັດເຫດເກີດຂຶ້ນທັງໝົດ 313 ລາຍ, ໄດ້ຮັບບາດເຈັບ 521 ຄົນ, ເສຍຊີວິດ 26 ຄົນ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ອຸບັດເຫດຫລຸດລົງ 3 ລາຍ, ຄົນໄດ້ຮັບບາດເຈັບ ຫລຸດລົງ 73 ຄົນ, ເສຍຊີວິດຫລຸດລົງ 7 ຄົນ.

ທ່ານ ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫລວດຈະລາຈອນ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນໃນວັນທີ 18 ເມສາ 2025 ນີ້ວ່າ: ໃນໄລຍະສະຫລອງປີໃໝ່ລາວ ພສ 2568 ໃນລະຫວ່າງວັນທີ 11-17 ເມສາ 2025 ທົ່ວປະເທດ ມີອຸບັດເຫດເກີດຂຶ້ນທັງໝົດ 313 ລາຍ, ບາດເຈັບ 521 ຄົນ, ເສຍຊີວິດ 26 ຄົນ. ໃນນັ້ນ, ແຂວງທີີ່ມີ ອຸບັດເຫດຫລາຍກວ່າໝູ່ແມ່ນແຂວງຈຳປາສັກ 40 ລາຍ (ເສຍຊີວິດ 2 ຄົນ), ແຂວງວຽງຈັນ 38 ລາຍ (ເສຍຊີວິດ 4 ຄົນ), ນະຄອນຫລວງວຽງຈັນ 35 ລາຍ (ເສຍຊີວິດ 2 ຄົນ), ແຂວງຄຳມ່ວນ 25 ລາຍ (ເສຍຊີວິດ 1 ຄົນ), ສະຫວັນນະເຂດ 25 ລາຍ (ເສຍຊີວິດ 4 ຄົນ), ບໍລິຄຳໄຊ 21 ລາຍ (ເສຍຊີວິດ 3 ຄົນ), ອຸດົມໄຊ 19 ລາຍ (ເສຍຊີວິດ 2 ຄົນ), ຫລວງພະບາງ 18 ລາຍ (ເສຍຊີວິດ 3 ຄົນ), ອັດຕະປື 17 ລາຍ (ເສຍຊີວິດ 1 ຄົນ), ຫລວງນ້ຳທາ 15 ລາຍ (ບໍ່ມີຄົນເສຍຊີວິດ), ຫົວພັນ 10 ລາຍ, (ເສຍຊີວິດ 1 ຄົນ), ຜົ້ງສາລີ 9 ລາຍ (ເສຍຊີວິດ 1 ຄົນ), ໄຊຍະບູລີ 9 ລາຍ (ເສຍຊີວິດ 1 ຄົນ),

ສາລະວັນ 9 ລາຍ (ເສຍຊີວິດ 1 ຄົນ), ບໍ່ແກ້ວ 8 ລາຍ (ບໍ່ມີຄົນເສຍຊີວິດ), ເຊກອງ 7 ລາຍ (ບໍ່ມີຄົນເສຍຊີວິດ), ໄຊສົມບູນ 4 ລາຍ (ບໍ່ມີຄົນເສຍຊີວິດ), ແຂວງຊຽງຂວາງ 2 ລາຍ (ບໍ່ມີຄົນເສຍຊີວິດ) ແລະ ເຂດພິເສດສາມຫລ່ຽມຄຳ 2 ລາຍ (ບໍ່ມີຄົນເສຍຊີວິດ).
ສຳລັບ ສາເຫດທີ່ພາໃຫ້ເກີດອຸບັດເຫດ ສ່ວນໃຫຍ່ແມ່ນເກີດຈາກ ດື່ມສິ່ງມຶນເມົາແລ້ວຂັບ, ຂັບໄວເກີນກຳນົດ, ບໍ່ປ່ອຍສິດ, ຊີງບໍ່ຮັບປະກັນ, ປ່ຽນທິດທາງ ແລະ ອື່ນໆ.

ຂ່າວ: ທະນູທອງ
ພາບ: ເກດສະໜາ