KPL
ໂຄສົກຂອງ "ອົງການ ຄຸ້ມຄອງ ການເຄື່ອນໄຫວ ທາງການທະຫານ" ອົງການ ຕັດສິນ ທາງການທະຫານ ສູງສຸດ ຂອງຊີຣີ ໄດ້ປະກາດ ເມື່ອບໍ່ດົນມານີ້ວ່າ: ທ່ານ ອາແໝັດ ຊາຣັດ(Ahmed Sharah), ຜູ້ບັນຊາການໃຫຍ່ຂອງ "ອົງການ ຄຸ້ມຄອງ ການເຄື່ອນໄຫວ ທາງການທະຫານ" ທັງເປັນຜູ້ນຳ "ກອງທັບ ປົດປ່ອຍ ອັນຊາມຊີຣີ" ຈະຮັບຕຳແໜ່ງ ເປັນປະທານາທິບໍດີ ຊີຣີ ຊົ່ວຄາວ ໃນໄລຍະຂ້າມຜ່ານ.
ຂປລ.ໂຄສົກຂອງ "ອົງການ ຄຸ້ມຄອງ ການເຄື່ອນໄຫວ ທາງການທະຫານ" ອົງການ ຕັດສິນ ທາງການທະຫານ ສູງສຸດ ຂອງຊີຣີ ໄດ້ປະກາດ ເມື່ອບໍ່ດົນມານີ້ວ່າ: ທ່ານ ອາແໝັດ ຊາຣັດ(Ahmed Sharah), ຜູ້ບັນຊາການໃຫຍ່ຂອງ "ອົງການ ຄຸ້ມຄອງ ການເຄື່ອນໄຫວ ທາງການທະຫານ" ທັງເປັນຜູ້ນຳ "ກອງທັບ ປົດປ່ອຍ ອັນຊາມຊີຣີ" ຈະຮັບຕຳແໜ່ງ ເປັນປະທານາທິບໍດີ ຊີຣີ ຊົ່ວຄາວ ໃນໄລຍະຂ້າມຜ່ານ. ທ່ານ Ahmed Sharah ເຄີຍໃຊ້ຊື່ວ່າ Mohammed al-Jurani, ເກີດຢູ່ນະຄອນຫລວງຣີຢັດ ຂອງປະເທດ ອາຣັບບີ ຊາອຸດິດ ໃນປີ 1982, ບ້ານເກີດເມືອງນອນ ຂອງບັນພະບຸລຸດ ແມ່ນເຂດ ໂນນໂກລານ ຢູ່ພາກຕາເວັນຕົກສຽງໃຕ້ ຂອງຊີຣີ. ຫລັງຈາກ ສົງຄາມກາງເມືອງຊີຣີ ເກີດຂຶ້ນ, ທ່ານ Sharah ໄດ້ສ້າງຕັ້ງກຸ່ມປະກອບອາວຸດຕ່າງໆ ເຊັ່ນ: “ແນວໂຮມສະໜັບ ສະໜູນ” ແລະ "ກອງທັບປົດປ່ອຍ ອັນຊາມຊີຣີ" ເປັນຕົ້ນ ແລະ ດຳລົງຕຳແໜ່ງ ເປັນຜູ້ນຳ ກຸ່ມເຫລົ່ານີ້. ໃນວັນທີ 8 ເດືອນທັນວາ ປີກາຍນີ້, "ກອງທັບປົດປ່ອຍ ອັນຊາມຊີຣີ" ໄດ້ປະກາດວ່າ "ປົດປ່ອຍ ນະຄອນດາມັສ ແລະ ໂຄ່ນລົ້ມ ອຳນາດ ການປົກຄອງຂອງ ທ່ານ Assad".
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL