ໂຄງການພູມີທັດ ແລະ ຊີວິດການເປັນຢູ່ ຈະຊ່ວຍສ້າງອາຊີບຄົງທີ່ແກ່ປະຊາຊົນເມືອງແອດ

17/06/2024 10:49
Email Print 304
KPL ໂຄງການພູມີທັດ ແລະ ຊີວິດການເປັນຢູ່ແມ່ນໄດ້ຮັບທຶນຈາກ 3 ແຫລ່ງທຶນຄື: ທະນາຄານໂລກ (ເງິນກູ້) ໃນວົງ 34 ລ້ານໂດລາສະຫລັດ, ກອງທຶນສິ່ງແວດລ້ອມໂລກ (ເງິນຊ່ວຍເຫລືອລ້າ) 7,4 ລ້ານໂດລາສະຫະລັດ, ກອງທຶນພະລັງງານສະອາດ ແລະ ດິນຟ້າອາກາດສຳລັບປ່າໄມ້ ປະເທດການາດາ 16 ລ້ານໂດລາສະຫະລັດ.

    *ໂຄງການພູມີທັດ ແລະ ຊີວິດການເປັນຢູ່ແມ່ນໄດ້ຮັບທຶນຈາກ 3 ແຫລ່ງທຶນຄື: ທະນາຄານໂລກ (ເງິນກູ້) ໃນວົງ 34 ລ້ານໂດລາສະຫລັດ, ກອງທຶນສິ່ງແວດລ້ອມໂລກ (ເງິນຊ່ວຍເຫລືອລ້າ) 7,4 ລ້ານໂດລາສະຫະລັດ, ກອງທຶນພະລັງງານສະອາດ ແລະ ດິນຟ້າອາກາດສຳລັບປ່າໄມ້ ປະເທດການາດາ 16 ລ້ານໂດລາສະຫະລັດ, ລວມທັງໝົດ 57,4 ລ້ານໂດລາສະຫະລັດ ໄດ້ເລີ່ມຈັດຕັ້ງປະຕິບັດເປັນເວລາ 6 ປີ ເລີ່ມແຕ່ປີ 2021-2027 ກວມເອົາ 5 ເຂດພູມີທັດ ມີ 8 ແຂວງ 1 ນະຄອນຫລວງ, ມີ 49 ເມືອງ 8 ປ່າສະຫງວນ 6 ປ່າປ້ອງກັນ ແລະ 13 ປ່າຜະລິດ.

    ໃນນີ້, ແຂວງຫົວພັນ ມີ 1 ເຂດພູມີທັດອຸທິຍານນ້ຳແອດ ພູເລີຍປະກອບມີ 7 ເມືອງຄື: ເມືອງ ຊຳເໜືອ, ວຽງໄຊ, ຊຽງຄໍ້, ແອດ, ຫົວເມືອງ, ຮ້ຽມ ແລະ ເມືອງຊ່ອນ. ມີຈຸດປະສົງເພື່ອສົ່ງເສີມການຄຸ້ມຄອງປ່າໄມ້ແບບຍືນຍົງ, ປັບປຸງການຄຸ້ມຄອງປ່າສະຫງວນ ແລະ ຊຸກຍູ້ສົ່ງເສີມຊີວິດການເປັນຢູ່ຂອງປະຊາຊົນ ໃນເຂດພູມີທັດປ່າໄມ້ ທີ່ໄດ້ຮັບການຄັດເລືອກເພື່ອເຂົ້າຮ່ວມກັບໂຄງການ ໃນສປປ ລາວ. ແນວໃດກໍດີເມືອງແອດ ກໍເປັນເມືອງໜຶ່ງທີ່ທາງໂຄງການໄດ້ດຳເນີນກິດຈະກຳຫລາຍໆກິດຈະກຳ ເປັນຕົ້ນແມ່ນການຄັດເລືອກຄອບຄົວທຸກຍາກໃນແຕ່ລະບ້ານ, ຄັດເລືອກຄອບຄົວຫ້າວຫັນ, ການລົງເຜີຍແຜ່ກົດໝາຍປ່າໄມ້, ກົດໝາຍສັດນ້ຳ-ສັດປ່າ ທາງໂຄງການໄດ້ສຸມໃສ່ໂດຍສະເພາະການພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນລວມເຖິງວຽກງານພື້ນຟູປ່າໄມ້.

    ໂດຍເຫັນໄດ້ຄວາມສຳຄັນເຫລົ່ານີ້, ເມື່ອມໍ່ໆມານີ້ຈຶ່ງຈັດພິທີມອບ-ຮັບເງິນ ປັບປຸງຊີວິດການເປັນຢູ່ໃຫ້ປະຊາຊົນບ້ານເປົ້າໝາຍໂຄງການທ່ີສະໂມສອນເມືອງແອດ, ໂດຍການເຂົ້າຮ່ວມຂອງ ທ່ານ ພອນສຸກ ອິນທະວົງ ຮອງເຈົ້າແຂວງຫົວພັນ, ມີທ່ານ ວັນເພັດ ສີບຸນແສງ ເຈົ້າເມືອງແອດ, ທ່ານ ບຸນພອນ ບຸດພະຈັນ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ,  ມີຄະນະຜູ້ປະສານງານຂັ້ນແຂວງ, ຄະນະຜູ້ປະສານງານເມືອງແອດ,  ພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ແລະ ບັນດາບ້ານເປົ້າໝາຍເຂົ້າຮ່ວມ. ການມອບ-ຮັບທຶນຄັ້ງນີ້ແມ່ນມອບໃຫ້ 20 ບ້ານເປົ້າໝາຍໂຄງການເພື່ອມາເປັນກອງທຶນພັດທະນາບ້ານ ແລະ ໃຫ້ຄອບຄົວທຸກຍາກຂອງບ້ານລວມທັງໝົດ 200.000 ໂດລາສະຫະລັດ ຫລື ເປັນເງິນ 4 ຕື້ກວ່າກີບ. ໃນນີ້, ແບ່ງໃຫ້ບ້ານລະ 10.000 ໂດລາສະຫະລັດ ເປັນເງິນ 200 ກວ່າລ້ານກີບເຊິ່ງເງິນດັ່ງກ່າວ ແມ່ນໄດ້ໃຫ້ຄອບຄົວທຸກຍາກຂອງແຕ່ລະບ້ານຄອບຄົວລະ 200 ໂດລາສະຫະລັດເປັນເງິນ 4 ລ້ານກວ່າກີບ.

   ສ່ວນເຫລືອແມ່ນໃຫ້ເປັນທຶນໝູນວຽນຂອງບ້ານເພື່ອໃຫ້ບ້ານໄດ້ເອົາໄປນຳໃຊ້ເຂົ້າໃນການປູກຝັງ ແລະ ການລ້ຽງສັດ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ. ຂະນະທີ່ໂຄງການໄດ້ສືບຕໍ່ມອບເງິນສົດລວມ 4.000 ໂດລາສະຫະລັດ ເປັນເງິນ 80 ກວ່າລ້ານກີບ ໃຫ້ຄອບ ຄົວທຸກຍາກທີ່ໄດ້ຮັບການຄັດເລືອກຢູ່ບ້ານນາຂາມ ແລະ ນາຂວາງ ເມືອງແອດ ແຂວງຫົວພັນ 20 ຄອບຄົວ ເພື່ອເປັນການຊ່ວຍໃຫ້ຄອບຄົວທຸກຍາກໄດ້ນຳເອົາເງິນໄປນຳໃຊ້ໃນຄອບຄົວແກ້ໄຂບັນຫາການຂາດແຄນສະບຽງອາຫານ, ເຄື່ອງໃຊ້ສອຍຈໍາເປັນອື່ນໆ ພາຍໃນຄອບຄົວຂອງເຂົາເຈົ້າ.

ໂດຍ: ເຂົ້າຈານນໍ້າ

KPL

ຂ່າວອື່ນໆ


Top