ມູນຄ່າການຄ້າໃນພາກພື້ນ ອາເຊັບ ໄດ້ບັນລຸເຖິງ 5.600 ຕື້ໂດລາສະຫະລັດໃນປີ2023

15/06/2024 15:01
Email Print 228
KPL ທ່ານ ເຫີຢ້າຕົ່ງ, ໂຄສົກກະຊວງ ການຄ້າຈີນ ເປີດເຜີຍວ່າ: ພາຍຫລັງ ສັນຍາ ຄູ່ຮ່ວມ ເສດຖະກິດ ຮອບດ້ານ ໃນພາກພື້ນ (RCEP) ມີຜົນບັງຄັບໃຊ້ ໜຶ່ງປີຜ່ານມາ ໄດ້ຊຸກຍູ້ ການເປີດປະຕູ ສູ່ພາຍນອກ ແລະ ການຮ່ວມມື ຂອງພາກພື້ນ ຕື່ມອີກ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ທ່ານ ເຫີຢ້າຕົ່ງ, ໂຄສົກກະຊວງ ການຄ້າຈີນ ເປີດເຜີຍວ່າ: ພາຍຫລັງ ສັນຍາ ຄູ່ຮ່ວມ ເສດຖະກິດ ຮອບດ້ານ ໃນພາກພື້ນ (RCEP) ມີຜົນບັງຄັບໃຊ້ ໜຶ່ງປີຜ່ານມາ ໄດ້ຊຸກຍູ້ ການເປີດປະຕູ ສູ່ພາຍນອກ ແລະ ການຮ່ວມມື ຂອງພາກພື້ນ ຕື່ມອີກ.ໃນປີ 2023, ມູນຄ່າການຄ້າ ໃນພາກພື້ນ RCEP ໄດ້ບັນລຸເຖິງ 5.600 ຕື້ໂດລາສະຫະລັດ, ເມື່ອທຽບໃສ່ປີ 2021 ເຊິ່ງເປັນເວລາທີ່ RCEP ຍັງບໍ່ທັນມີ ຜົນບັງຄັບໃຊ້ນັ້ນ ໄດ້ເພີ່ມຂຶ້ນ ຈຳນວນໜຶ່ງ.ປີ 2023, ພາກພື້ນ RCEP ໄດ້ດຶງດູດ ການລົງທຶນ ດ້ານການກໍ່ສ້າງໃໝ່ ມູນຄ່າ ລວມທັງໝົດ 234,1 ຕື້ໂດລາ ສະຫະລັດ, ເພີ່ມຂຶ້ນ 29,8%, ເປັນ 2, 2 ເທົ່າຂອງປີ 2021. ປີ 2023, ມູນຄ່າການຄ້າລະຫວ່າງ ສປ ຈີນ ກັບ 14 ປະເທດ ສະມາຊິກ RCEP ໄດ້ບັນລຸເຖິງ 12.600 ຕື້ຢວນ, ເພີ່ມຂຶ້ນ 5,3% ເມື່ອທຽບໃສ່ປີ 2021. ການລົງທຶນ ໂດຍກົງ ທີ່ບໍ່ແມ່ນປະເພດ ການເງິນຂອງ ສປ ຈີນ ຕໍ່ປະເທດ ສະມາຊິກອື່ນໆ ຂອງ RCEPໃນປີ2023 ໄດ້ບັນລຸເຖິງ 18,06 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 26%ເມື່ອທຽບໃສ່ ປີ2022, ມູນຄ່ານຳເຂົ້າ ສິນຄ້າ ທີ່ໄດ້ຮັບ ສິດທິ ພິເສດຈາກ RCEP ຂອງວິສາຫະກິດຈີນ ໄດ້ບັນລຸເຖິງ 90,52 ຕື້ຢວນ, ໄດ້ຫລຸດພາສີ ບັນລຸເຖິງ 2,36 ຕື້ຢວນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top