ຮົງກາຣີ ຖືກປັບໄໝ ຈຳນວນເງິນ 200 ລ້ານເອີໂຣ ຍ້ອນບໍ່ປະຕິບັດຕາມຂໍ້ກຳນົດຂອງ ອີຢູ ກ່ຽວກັບການລີ້ໄພ

15/06/2024 15:00
Email Print 264
KPL ສານຍຸຕິທຳເອີຣົບ (ECJ) ໄດ້ຮຽກຮ້ອງໃຫ້ ຮົງກາລີ ຕ້ອງຈ່າຍເງິນ ຈຳນວນ 200 ລ້ານເອີໂຣ (ປະມານ 216 ລ້ານ ໂດລາສະຫະລັດ) ຍ້ອນບໍ່ ປະຕິບັດ ຕາມຂໍ້ກຳນົດ ກ່ຽວກັບ ການລີ້ໄພ ຂອງກຸ່ມ ແລະ ປັບໄໝ ຕື່ມອີກ 1 ລ້ານ ເອີໂຣ ຕໍ່ວັນ (1,08 ລ້ານ ໂດລາສະຫະລັດ ຕໍ່ວັນ) ຍ້ອນຈ່າຍເງິນຊ້າ.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ວັນທີ14ມິຖຸນານີ້, ສານຍຸຕິທຳເອີຣົບ (ECJ) ໄດ້ຮຽກຮ້ອງໃຫ້ ຮົງກາລີ ຕ້ອງຈ່າຍເງິນ ຈຳນວນ 200 ລ້ານເອີໂຣ (ປະມານ 216 ລ້ານ ໂດລາສະຫະລັດ) ຍ້ອນບໍ່ ປະຕິບັດ ຕາມຂໍ້ກຳນົດ ກ່ຽວກັບ ການລີ້ໄພ ຂອງກຸ່ມ ແລະ ປັບໄໝ ຕື່ມອີກ 1 ລ້ານ ເອີໂຣ ຕໍ່ວັນ (1,08 ລ້ານ ໂດລາສະຫະລັດ ຕໍ່ວັນ) ຍ້ອນຈ່າຍເງິນຊ້າ. ກ່ອນໜ້ານັ້ນ, ໃນເດືອນທັນວາ 2020, ສານໄດ້ອອກຄຳ ພິພາກສາວ່າ:ຮົງກາລີ ບໍ່ປະຕິບັດຕາມນະໂຍບາຍ ຂອງກຸ່ມກ່ຽວກັບການມອບສິດ ປົກປ້ອງສາກົນ ເມື່ອສ້າງກຳແພງ ຊາຍແດນ ແລະ ມອບສົ່ງຜູ້ອົບພະຍົບ ແບບຜິດກົດໝາຍ. ຄະນະກຳມະການເອີຣົບ (EC) ໄດ້ຟ້ອງຂຶ້ນສານ ເພື່ອແນໃສ່ ຊອກຫາ ບັນດາມາດຕະການລົງໂທດ ດ້ານການເງິນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top