ອີຕາລີ ໄຂກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາ

15/06/2024 15:00
Email Print 269
KPL ກອງປະຊຸມ ສຸດຍອດ ກຸ່ມບັນດາ ປະເທດ ອຸດສາຫະກຳ ພັດທະນາ (G7) ໄດ້ໄຂຂຶ້ນ ເມື່ອບໍ່ດົນມານີ້ ຢູ່ Borgo Egnazia, ເຂດຕາກອາກາດ ໃກ້ກັບ ເທດສະບານ Fasano ຢູ່ພາກໃຕ້ ອີຕາລີ ໂດຍມີ ບັນດາປະເທດ: ການາດາ, ສ.ອາເມລິກາ, ອັງກິດ, ອີຕາລີ, ຝຣັ່ງ, ເຢຍລະມັນ, ຍີ່ປຸ່ນ, ກໍຄື ບັນດາການນຳ ຂອງສະພາ ເອີຣົບ ແລະ ຄະນະກຳມະການ ເອີຣົບ.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ກອງປະຊຸມ ສຸດຍອດ ກຸ່ມບັນດາ ປະເທດ ອຸດສາຫະກຳ ພັດທະນາ (G7) ໄດ້ໄຂຂຶ້ນ ເມື່ອບໍ່ດົນມານີ້  ຢູ່ Borgo Egnazia, ເຂດຕາກອາກາດ ໃກ້ກັບ ເທດສະບານ Fasano ຢູ່ພາກໃຕ້ ອີຕາລີ ໂດຍມີ ບັນດາປະເທດ: ການາດາ, ສ.ອາເມລິກາ, ອັງກິດ, ອີຕາລີ, ຝຣັ່ງ, ເຢຍລະມັນ, ຍີ່ປຸ່ນ, ກໍຄື ບັນດາການນຳ ຂອງສະພາ ເອີຣົບ ແລະ ຄະນະກຳມະການ ເອີຣົບ. ສັນທະປະປາ Francis ກໍເຂົ້າຮ່ວມ ກອງປະຊຸມ ສຸດຍອດ G7 ຄັ້ງນີ້, ເຊິ່ງເປັນຄັ້ງທຳອິດ ທີ່ໄດ້ເຂົ້າຮ່ວມ ເພື່ອກ່າວປາໄສ ກ່ຽວກັບ ຄວາມໝັ້ນໝາຍ ແລະ ຄວາມສ່ຽງ ເຊິ່ງປັນຍາປະດິດ (AI) ນຳມາໃຫ້, ພ້ອມທັງ ຮຽກຮ້ອງ ໃຫ້ຢຸດຕິ ບັນດາ ການປະທະກັນ ໃນໂລກ ປັດຈຸບັນ. ທ່ານ Giorgia Meloni, ນາຍົກລັດຖະມົນຕີ ອີຕາລີ ກ່າວວ່າ: ກອງປະຊຸມ ຄັ້ງນີ້ ຢາກສົ່ງສານ ສົນທະນາ ແລະ ສາມັກຄີ ສຳລັບ ພາກພື້ນ ຂົ້ວໂລກໃຕ້. ໃນໄລຍະ ກອງປະຊຸມ ຈະດຳເນີນ 6 ວາລະປະຊຸມ ກ່ຽວກັບ ການພັດທະນາ ອາຟຣິກາ ແລະ ການປ່ຽນແປງ ຂອງດິນຟ້າ ອາກາດ, ສະພາບການຢູ່ ພາກພື້ນ ຕາເວັນອອກກາງ, ການປະທະກັນ ຢູ່ ອູແກຣນ, ການອົບພະຍົບ, ພາກພື້ນ ມະຫາສະໝຸດ ອິນເດຍ-ປາຊີຟິກ ແລະ ວາລະປະຊຸມ ພິເສດ ໂດຍສຸມໃສ່ ຂົງເຂດ ປັນຍາ ປະດິດ ແລະ ພະລັງງານ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top