ຟີລິບປິນ ມີໜີ້ສິນ ເພີ່ມຂື້ນ 14,79 ພັນຕື້ເປໂຊ

06/03/2024 17:41
Email Print 343
KPL ສຳນັກຂ່າວ ຟີລິບປິນ ເປີດເຜີຍວ່າ: ໜີ້ສິນ ຂອງ ປະເທດນີ້ ໄດ້ເພີ່ມຂື້ນເປັນ 14,79 ພັນຕື້ເປໂຊ ເມື່ອຄິດໄລ່ເຖິງ ທ້າຍເດືອນ ມັງກອນ ເພີ່ມຂື້ນ 1,19% ຈາກໜີ້ຄ້າງ ທັງໝົດ ທີ່ ບັນທຶກໄວ້ ເມື່ອທ້າຍເດືອນ ທັນວາ ປີ 2023.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 5 ເດືອນມີນາ,  ສຳນັກ​ຂ່າວ ຟີ​ລິບ​ປິນ ​ເປີດ​ເຜີຍ​ວ່າ:​ ໜີ້​ສິນ​ ຂອງ​ ປະ​ເທດ​ນີ້ ໄດ້​ເພີ່ມ​ຂື້ນ​ເປັນ 14,79 ພັນ​ຕື້​ເປ​ໂຊ ​ເມື່ອ​ຄິດ​ໄລ່​ເຖິງ ທ້າຍ​ເດືອນ ​ມັງກອນ ​ເພີ່ມ​ຂື້ນ 1,19% ຈາກ​ໜີ້​ຄ້າງ ​ທັງ​ໝົດ ທີ່ ​ບັນທຶກ​ໄວ້ ​ເມື່ອ​ທ້າຍ​ເດືອນ​ ທັນວາ ປີ 2023. ສາ​ເຫດ​ຕົ້ນຕໍ ໍແມ່ນມາ​ຈາກ ໜີ້​ສິນ ​ໃນ​ເດືອນ​ມັງກອນ ​ເພີ່ມ​ຂື້ນ ​ຈາກ​ ລະດັບ​ເດືອນ​ຜ່ານມາ​ ເພາະວ່າ ການ​ອອກ​ຫລັກ​ຊັບ​ ສຸດທິ ​ພາຍໃນປະ​ເທດ ​ແລະ ມູນຄ່າ​ເງິນ ເປ​ໂຊ ໄດ້ອ່ອນຄ່າ​ລົງ. ໃນນັ້ນ  31,29% ມາ​ຈາກ ​ແຫ​ລ່ງພາຍ​ນອກ ປະ​ເທດ.  ໃນຂະນະ​ທີ່ 68,71 % ​ເປັນ​ໜີ້​ສິນ ​ຈາກ​ການ​ກູ້ຢືມ ພາຍ​ໃນ ​ປະ​ເທດ. ທັງນີ້ ​ໜີ້​ສິນ​ຕ່າງ ປະ​ເທດ ​ຂອງ ຟີ​ລິບ​ປິນ ລວມມີ​ ມູນ​ຄ່າ 4,63 ພັນ​ຕື້​ເປ​ໂຊ, ເປັນຕົວເລກເພີ່ມຂຶ້ນ ເມື່ອທຽບໃສ່ ເດືອນ​ທັນວາ ຜ່ານມາ. ​ ນອກ​ນີ້ ​ການ​ຊຳລະ​ເງິນ​ ກູ້​ຢືມ​ຕ່າງປະ​ເທດ ທັງ​ໝົດ ລວມມີ​ມູນ​ຄ່າ 8,54 ໝື່ນ​ລ້ານ ​ເປ​ໂຊ,​ ສົ່ງ​ຜົນ​ໃຫ້ ​ການ​ຊໍາລະ​ຄືນ​ ສຸດ​ທີ 2,35 ໝື່ນ​ລ້ານ​ເປ​ໂຊ ​ໃນ​ເດືອນ​ມັງກ​ອນ./

KPL

ຂ່າວອື່ນໆ


Top