KPL
ປະເທດ ຝຣັ່ງ(France)ຫລື ຊື່ທາງການວ່າ: ສາທາລະນະລັດ ຝຣັ່ງ (République française) ມີນະຄອນຫລວງ ຊື່ວ່າ: ປາຣີສ(Paris) ແລະ ປະເທດ ສປປ ລາວ ໄດ້ສ້າງຕັ້ງ ສາຍພົວພັນ ທາງການທູດ ຮ່ວມກັນ ຄົບຮອບ 81 ປີ(ໃນວັນທີ 31.1.1951-31.1.2024) ມາຮອດ ປັດຈຸບັນ ຫລັງຈາກນັ້ນ ທັງສອງປະເທດ ຮ່ວມມືກັນ ພັດທະນາ ເສີມສ້າງ ສາຍພົວພັນ ໃຫ້ນັບມື້ ແໜ້ນແຟ້ນຍິ່ງຂຶ້ນ. ຝຣັ່ງ ເປັນປະເທດ ທີ່ມີສູນກາງ ຕັ້ງຢູ່ພາກພື້ນ ເອີຣົບຕາເວັນຕົກ

ປະເທດ ຝຣັ່ງ(France)ຫລື ຊື່ທາງການວ່າ: ສາທາລະນະລັດ ຝຣັ່ງ (République française) ມີນະຄອນຫລວງ ຊື່ວ່າ: ປາຣີສ(Paris) ແລະ ປະເທດ ສປປ ລາວ ໄດ້ສ້າງຕັ້ງ ສາຍພົວພັນ ທາງການທູດ ຮ່ວມກັນ ຄົບຮອບ 81 ປີ(ໃນວັນທີ 31.1.1951-31.1.2024) ມາຮອດ ປັດຈຸບັນ ຫລັງຈາກນັ້ນ ທັງສອງປະເທດ ຮ່ວມມືກັນ ພັດທະນາ ເສີມສ້າງ ສາຍພົວພັນ ໃຫ້ນັບມື້ ແໜ້ນແຟ້ນຍິ່ງຂຶ້ນ. ຝຣັ່ງ ເປັນປະເທດ ທີ່ມີສູນກາງ ຕັ້ງຢູ່ພາກພື້ນ ເອີຣົບຕາເວັນຕົກ ມີຊາຍແດນຕິດກັບ ປະເທດ ແບນຊິກ, ລຸກຊຳບວກ, ເຢຍລະມັນ, ສະວິດ, ອິຕາລີ, ໂມນາໂກ, ອັງໂດລາ ແລະ ແອັດສະປາຍ. ມີເນື້ອທີ່ ທັງໝົດ 643.427 ກິໂລຕາແມັດ ກວມເອົາ ປະຊາກອນ 68 ລ້ານກວ່າຄົນ (ໃນປີ 2023) ປະຊາຊົນ ສ່ວນໃຫຍ່ ນັບຖື ສາສະໜາ ຄຣິສນິກາຍໂຣມັນຄາທໍລິກ 66% ແລະ ອື່ນໆ. ໃຊ້ພາສາ ທາງການຄື: ພາສາຝຣັ່ງ, ນຳໃຊ້ສະກຸນເງິນ ເອີໂຣ. ສ່ວນວັນຊາດ ແມ່ນວັນທີ 14 ກໍລະກົດ.
ຝຣັ່ງ ມີເສດຖະກິດໃຫຍ່ ເປັນອັນດັບ7 ຂອງໂລກ (ໃນປີ 2021) ເນື່ອງຈາກ ມີອຸດສາຫະກຳ ອາວະກາດ, ການບິນໃຫຍ່ທີ່ສຸດ ໃນເອີຣົບ ແລະ ມີການລົງທຶນ ຈາກຕ່າງປະເທດ ຫລາຍເປັນອັນດັບ 2 ຂອງໂລກ. ດ້ວຍຍອດ ຜະລິດຕະພັນພາຍໃນ(GDP) ບັນລຸ 2.603.004 ລ້ານໂດລາສະຫະລັດ(ໃນປີ2020); ລາຍໄດ້ສະເລ່ຍຕໍ່ ຫົວຄົນ 38.600 ກວ່າໂດລາ ສະຫະລັດຕໍ່ປີ ; ອັດຕາການຈະເລີນເຕີບໂຕທາງດ້ານເສດຖະກິດ -8,1% ຕໍ່ປີ. ມູນຄ່າການສົ່ງອອກສິນຄ້າ ບັນລຸ 488.345 ລ້ານໂດລາ ສະຫະລັດຕໍ່ປີ ເຊັ່ນ: ເຄື່ອງກົນຈັກ, ຍານອາວະກາດ, ຢາປິ່ນປົວພະຍາດ ແລະອື່ນໆ; ມູນຄ່າການນຳເຂົ້າ ລວມມີ 582.351 ລ້ານໂດລາສະຫະລັດຕໍ່ປີ ຄື: ເຄື່ອງກົນຈັກອຸປະກອນ ຍານພາຫະນະ, ນ້ຳມັນດີບ ແລະ ອື່ນໆ. ສ່ວນປະເທດ ຄູ່ຮ່ວມມື ການຄ້າທີ່ສຳຄັນ: ເຢຍລະມັນ, ສ.ອາເມລິກາ, ແອັດສະປາຍ,ອິຕາລີ, ແບຣນຊິກ, ອັງກິດ ແລະ ສປ ຈີນ ຕາມລຳດັບ.

ນອກນີ້ ຝຣັ່ງ ຍັງມີສະຖານທີ່ ທ່ອງທ່ຽວ ທີ່ເຕັມໄປດ້ວຍ ຄວາມງົດງາມ ເປັນເອກະລັກຂອງ ສະຖາປັດຕະຍະກຳ ທີ່ເປັນຕົ້ນແບບຂອງ ຫລາຍໆສະຖານທີ່ ໃນປັດຈຸບັນ ຈົນເຖິງ ແຫລ່ງທ່ອງທ່ຽວອື່ນໆ ທີ່ສຳຄັນເປັນຕົ້ນ: ຫໍຄອຍໄອເຟລ ທ່ີມີຄວາມສູງ, ເປັນສັນຍາລັກ ຂອງປະເທດ ຕັ້ງຢູ່ ໃນນະຄອນຫລວງ ປາຣີສ ທີ່ສ້າງດ້ວຍ ໂຄງເຫລັກ 324 ແມັດ ສູງເທົ່າກັບຕຶກ 81 ຊັ້ນ, ມີຂັ້ນໄດ 1.665 ຂັ້ນ ສາມາດຂື້ນໄປ ຊົມທີວທັດ ທຳມະຊາດ ຂອງປະເທດ; ພະລາສະວັງ ແວຣຊາຍ ; ພິພິຕະພັນ ລູຟ ທີ່ມີຊື່ສຽງເກົ່າແກ່ ແລະ ຂະໜາດໃຫຍ່ສຸດແຫ່ງໜຶ່ງ ຂອງໂລກ./.
ໂດຍ:ດາວັນ
KPL