ຜົນກອງປະຊຸມສະໄໝສາມັນ ຂອງ ລັດຖະບານ ປະຈຳເດືອນຕຸລາ 2023

18/10/2023 13:11
Email Print 707
KPL ຂປລ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນຕຸລາ 2023 ໄດ້ຈັດຂຶ້ນໃນວັນທີ 17 ຕຸລາ 2023 ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມ.

ຂປລ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນຕຸລາ 2023 ໄດ້ຈັດຂຶ້ນໃນວັນທີ 17 ຕຸລາ 2023 ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລືແລະປະກອບຄຳເຫັນ ດ້ວຍຄວາມເອົາໃຈໃສ່ຕໍ່ 3 ວາລະ ແລະ ຫົວຂໍ້ສຳຄັນ ດັ່ງນີ້: ວາລະທີ 1. ກອງປະຊຸມ ເຫັນດີດ້ານຫລັກການ ຮັບຮອງເອົາບັນ ດາບົດລາຍງານ ກ່ຽວກັບຄວາມຄືບໜ້າ ໃນການກະກຽມຫົວຂໍ້ ກໍຄື ເນື້ອໃນ ທີ່ລັດຖະບານ ຈະລາຍງານຕໍ່ກອງປະຊຸມ ຄົບຄະນະສູນກາງພັກ ຄັ້ງທີ 7 ສະໄໝທີ XI ແລະ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX. ໃນນັ້ນ, ປະກອບມີ: ຕີລາຄາການເຄື່ອນໄຫວ ວຽກງານປ້ອງກັນຊາດ; ຕີລາຄາການເຄື່ອນໄຫວ ວຽກງານປ້ອງກັນຄວາມສະຫງົບ; ຕີລາຄາການເຄື່ອນໄຫວ ວຽກງານຕ່າງປະເທດ; ການກະກຽມບົດສະຫລຸບ ການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ ປະຈຳປີ 2023 ແລະ ທິດທາງແຜນການ ປີ 2024, ຕິດພັນກັບການສະຫລຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ການຈັດຕັ້ງປະຕິບັດ ການແກ້ໄຂວຽກງານພົ້ນເດັ່ນ ຂອງຄະນະສະເພາະກິດ ຕາມມະຕິ 19/ກມສພ ໃນໄລຍະ 3 ເດືອນຜ່ານມາ ແລະ ສະເໜີທິດທາງແຜນ ການໃນຕໍ່ໜ້າ; ສະພາບວຽກງານຄຸ້ມຄອງລັດຖະກອນ ປີ 2023 ແລະ ແຜນຄວາມຕ້ອງການລັດຖະກອນໃໝ່ ປີ 2024. ກອງປະຊຸມ ມອບໃຫ້ບັນດາຂະແໜງການ ທີ່ຮັບຜິດຊອບກະກຽມບົດລາຍງານດັ່ງ ກ່າວ ປັບປຸງຕາມຄຳເຫັນ ຂອງສະມາຊິກ ລັດຖະບານ ແລະ ມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດ ຖະມົນຕີ ສືບຕໍ່ເປັນໃຈກາງປະສານສົມ ທົບກັບພາກສ່ວນກ່ຽວຂ້ອງ ສັງລວມເອົາບັນດາເນື້ອໃນສຳຄັນ ຂອງບັນດາບົດລາຍງານດັ່ງກ່າວ ເພື່ອນຳໄປລາຍງານ ຕໍ່ກອງປະຊຸມ ຄົບຄະນະສູນກາງພັກ ຄັ້ງທີ 7 ສະໄໝທີ XI ແລະ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ທັນຕາມກໍານົດເວລາ ໂດຍໃຫ້ເອົາໃຈໃສ່ຕື່ມບາງຈຸດ ເປັນຕົ້ນ ການສະຫລຸບ ແລະ ກໍານົດຕົວເລກຕ່າງໆ ຂອງບັນດາຂະ ແໜງການ ໃຫ້ມີຄວາມກົມກຽວ ແລະ ເປັນເອກະພາບກັນ; ເນື້ອໃນບົດລາຍງານລວມ ໃຫ້ກວມເອົາບັນຫາພົ້ນເດັ່ນ ຂອງທຸກຂົງເຂດວຽກງານ, ໃຫ້ສາມາດເຫັນໄດ້ ສາເຫດຂອງຜົນສຳເລັດ ແລະ ຂໍ້ຄົງຄ້າງຕ່າງໆ ໂດຍອີງໃສ່ທິດຊີ້ນຳຂອງສູນກາງພັກ ແລະ ຄາດໝາຍຕ່າງໆ ທີ່ກຳນົດໄວ້. ສຳລັບບັນດາຈຸດທີ່ບໍ່ທັນເອກະພາບກັນ ແມ່ນໃຫ້ສືບຕໍ່ຄົ້ນຄວ້າປຶກສາຫາລື ຫລື ຈັດສຳມະນາຮ່ວມກັນ.

ວາລະທີ 2. ກອງປະຊຸມເຫັນດີດ້ານຫລັກການ ຮັບຮອງເອົາບົດລາຍງານ ກ່ຽວກັບແຜນການສ້າງ ແລະ ປັບປຸງ ກົດໝາຍ ປີ 2024 ແລະ ໄດ້ຊີ້ນຳກະຊວງຍຸຕິທຳ ໃຫ້ສົມທົບກັບກະຊວງ, ອົງການ ທີ່ເປັນຜູ້ຮັບຜິດຊອບສ້າງ ແລະ ປັບປຸງກົດໝາຍ ປັບປຸງແຜນດັ່ງກ່າວ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ໂດຍສະເພາະ ຈັດສັນບັນດາກົດໝາຍ ທີ່ເລື່ອນມາຈາກ ປີ 2023, ເລັ່ງປັບປຸງກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ ໃນບາງມາດຕາ, ຄົ້ນຄວ້າສ້າງບາງດຳລັດ ໃຫ້ສອດຄ່ອງກັບສະພາບຕົວຈິງ. ມອບໃຫ້ຫ້ອງວ່າການສໍານັກງານ ນາຍົກລັດຖະມົນຕີ ສົມທົບກັບກະຊວງຍຸຕິທຳ ແລະ ພາກສ່ວນກ່ຽວ ຂ້ອງປັບປຸງ ແລະ ຮຽບຮຽງສຸດທ້າຍບັນດາຮ່າງກົດໝາຍ ເພື່ອນໍາສະເໜີຕໍ່ສະພາແຫ່ງຊາດ ໃຫ້ທັນຕາມກຳນົດເວລາ.

ວາລະທີ 3. ກອງປະຊຸມເຫັນດີ ດ້ານຫລັກການຮັບຮອງເອົາຮ່າງດຳລັດ 3 ສະບັບຄື: ຮ່າງດຳລັດວ່າດ້ວຍ ການປັບໃໝ ແລະ ການນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບແຮ່ທາດ. ກອງປະຊຸມໄດ້ຊີ້ນຳ ກະຊວງພະລັງງານ ແລະ ບໍ່ແຮ່ໃຫ້ສົມທົບກັບ ພາກສ່ວນກ່ຽວຂ້ອງ ປັບປຸງຮ່າງດຳລັດດັ່ງກ່າວ ຕາມຄຳເຫັນຂອງສະມາຊິກລັດຖະບານ ໃຫ້ມີເນື້ອໃນລະອຽດ, ຄົບຖ້ວນສົມບູນ, ຮັດກຸມເປັນຕົ້ນ ການໃຫ້ນິຍາມເພີ່ມຕື່ມບາງຄຳສັບ, ການກຳນົດຈຸດປະສົງ ແລະ ເງື່ອນໄຂໃນການປັບໃໝ ໃຫ້ລະອຽດຈະແຈ້ງຕື່ມ ແລະ ເໝາະສົມຕື່ມ, ການກຳນົດອັດຕາຄ່າປັບໄໝ ໃຫ້ສອດຄ່ອງກັບນິຕິກຳກ່ຽວຂ້ອງ ທີ່ໄດ້ປະກາດນຳໃຊ້ແລ້ວ; ຮ່າງດຳລັດວ່າດ້ວຍຄອນໂດມີນຽມ: ກອງປະຊຸມໄດ້ຊີ້ນຳ ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມໃຫ້ສົມທົບກັບ ພາກສ່ວນກ່ຽວຂ້ອງ ປັບປຸງຮ່າງດຳລັດດັ່ງກ່າວ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ພິຈາລະນາຄືນການກຳນົດ ຊື່ຮ່າງດຳລັດຄວນ ໃຫ້ສະແດງອອກ ເປັນພາສາລາວ, ການກຳນົດເງື່ອນໄຂ ກໍຄື ນະໂຍບາຍຕໍ່ບຸກຄົນ ທີ່ສາມາດອາໄສຢູ່ຄອນໂດມີນຽມ, ການຄຸ້ມຄອງແລະ ນຳໃຊ້ອາຄານ, ລວມທັງການກຳນົດສິດຜູ້ນຳໃຊ້ ອາຄານໃຫ້ມີຄວາມລະອຽດ, ຈະແຈ້ງ ແລະ ຮັດກຸມກວ່າເກົ່າ; ຮ່າງດຳລັດວ່າດ້ວຍທີ່ດິນບໍລິເວນນ້ຳ: ກອງປະຊຸມໄດ້ຊີ້ນໍາກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໃຫ້ສົມທົບກັບ ພາກສ່ວນກ່ຽວຂ້ອງ ປັບປຸງຮ່າງດຳລັດດັ່ງກ່າວ ຕາມຄຳເຫັນຂອງສະມາ ຊິກລັດຖະບານໃຫ້ມີເນື້ອໃນລະອຽດ, ຈະແຈ້ງ, ຄົບຖ້ວນສົມບູນ, ຮັດກຸມເປັນຕົ້ນປັບປຸງບາງຄຳສັບ ໃຫ້ສອດຄ່ອງກັບຕົວຈິງກວ່າເກົ່າ, ກຳນົດໃຫ້ຈະແຈ້ງຕື່ມສິດ ຂອງບັນດາພາກສ່ວນທີ່ ຮັບຜິດຊອບຄຸ້ມຄອງດິນບໍລິເວນນໍ້າ, ການກຳນົດພັນທະ ໃນການນຳໃຊ້ດິນບໍລິເວນນໍ້າ ແລະ ໃຫ້ສອດຄ່ອງກັບນິຕິກຳກ່ຽວຂ້ອງ ທີ່ໄດ້ປະກາດນຳໃຊ້ແລ້ວ ເພື່ອຫລີກລ່ຽງການກຳນົດຊໍ້າຊ້ອນ ແລະ ເນື້ອໃນທີ່ບໍ່ສອດຄ່ອງກັນ. ກອງປະຊຸມ, ມອບໃຫ້ຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ສົມທົບກັບກະຊວງຍຸຕິທໍາ ແລະ ຄະນະຮັບຜິດຊອບ ຮ່າງບັນດາດຳລັດດັ່ງກ່າວ ປັບປຸງ ແລະ ຮຽບຮຽງສຸດທ້າຍ ເພື່ອນໍາສະເໜີທ່ານຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດ ການປົກຄອງ ແລະ ວັດທະນະທຳ-ສັງຄົມ ມີຄໍາເຫັນແລ້ວນໍາສະເໜີ ທ່ານນາຍົກລັດ ຖະມົນຕີພິຈາລະນາ ລົງລາຍປະກາດໃຊ້ໃນຂັ້ນຕໍ່ໄປ.

ສຳລັບແຜນວຽກຈຸດສຸມ ໃນທ້າຍເດືອນຕຸລາ ແລະ ເດືອນພະຈິກ 2023, ລັດຖະບານ ຈະຕ້ອງໄດ້ສືບຕໍ່ສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ ເປັນຕົ້ນ ບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາ ຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ແລະ ແຜນຈຸດສຸມການແກ້ໄຂບັນຫາ ທີ່ຕິດພັນກັບ 2 ວາລະແຫ່ງຊາດ ກໍຄື ແຜນພັດທະນາ ເສດຖະກິດ-ສັງຄົມທ້າຍປີ 2023 ດ້ວຍມາດຕະການ ແລະ ວິທີການຕ່າງໆທີ່ສອດຄ່ອງ, ໃນນັ້ນຈະໄດ້ເລັ່ງປະຕິບັດ ວຽກງານຈຸດສຸມຕົວຈິງດັ່ງນີ້: ໃຫ້ທຸກພາກສ່ວນນຳເອົາເນື້ອໃນຈິດ ໃຈຜົນຂອງກອງປະຊຸມຄັ້ງນີ້ ໄປປັບປຸງຮຽບຮຽງບັນດາເນື້ອໃນ ທີ່ຈະນຳໄປລາຍງານ ຕໍ່ກອງປະຊຸມຄົບຄະນະສູນກາງພັກຄັ້ງທີ 7 ສະໄໝທີ XIແລະ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IXທີ່ຈະໄຂຂຶ້ນໃນທ້າຍເດືອນຕຸລາ 2023 ໂດຍໃຫ້ກະກຽມຂໍ້ມູນລະອຽດຊັດເຈນ ແລະ ປັບປຸງ ບົົດລາຍງານ ໃຫ້ແຈ້ງຕື່ມ, ລວມທັງການກະກຽມຕອບຄຳຊັກຖາມຂອງ ສະມາຊິກສະພາແຫ່ງຊາດ; ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: ໃຫ້ສືບຕໍ່ປະຕິບັດວຽກງານ ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ທົ່ວປວງຊົນຮອບດ້ານ ເພື່ອຮັບປະກັນສະຖຽນລະພາບ ທາງດ້ານການເມືອງ, ສັງຄົມມີຄວາມ ສະຫງົບປອດໄພຮອບດ້ານ, ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ; ຂົງເຂດເສດຖະກິດ: ສືບຕໍ່ແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ, ໃນນັ້ນໃຫ້ຮີບຮ້ອນ ຈັດຕັ້ງປະຕິບັດບັນ ດານິຕິກຳທີ່ວາງອອກ ໃຫ້ເປັນຮູບປະທຳ ໂດຍສະເພາະ ການແກ້ໄຂບັນຫາອັດຕາແລກປ່ຽນ ແລະ ການຄຸ້ມຄອງລາຄາສິນຄ້າ, ສຸມໃສ່ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຕາມບັນດາໜ້າວຽກທີ່ໄດ້ວາງໄວ້, ສຸມໃສ່ຈັດເກັບລາຍຮັບໃຫ້ໄດ້ຕາມແຜນຫ ຫລື ລື່ນແຜນ, ພ້ອມກັນນັ້ນ ກໍໃຫ້ສຸມໃສ່ຄຸ້ມຄອງ ການປະຕິບັດລາຍຈ່າຍ ດ້ວຍມາດຕະການປະຢັດ ແລະ ຕ້ານການຟູມເຟືອຍ ໂດຍສະເພາະ ໃຫ້ເອົາໃຈໃສ່ປະຢັດເງິນຕາຕ່າງປະເທດ ດ້ວຍການຈຳກັດການເດີນທາງ ໄປຕ່າງປະເທດທີ່ບໍ່ຈຳເປັນ, ໂຄສະນາ ແລະ ປຸກລະ ດົມໃຫ້ທົ່ວສັງຄົມປະຢັດມັດທະຍັດ ໃນການຈັດງານດອງ, ງານບຸນປະເພນີຕ່າງໆ ແລະ ສົ່ງເສີມໃຊ້ຜະລິດ ຕະພັນພາຍໃນ, ເອົາໃຈໃສ່ເກັບກ່ຽວຜົນຜະລິດລະດູຝົນ, ສືບຕໍ່ຊຸກການຜະລິດພາຍໃນ ແລະ ສົ່ງເສີມການສົ່ງອອກ ໂດຍສະເພາະ ສິນຄ້າກະສິກຳຂອງ ສປປ ລາວ ໃຫ້ຫລາຍເທົ່າທີ່ຈະຫລາຍໄດ້, ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ ແລະ ສິ່ງກີດຂວາງໃນການລົງທຶນຢູ່ ສປປ ລາວ ເພື່ອສາມາດດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດໃຫ້ຫລາຍຂຶ້ນ, ສືບຕໍ່ປັບປຸງເສັ້ນທາງຫລວງແຫ່ງຊາດ, ທາງຫລວງທ້ອງຖິ່ນ ທີ່ເປ່ເພໃຫ້ສາມາດໄປມາໄດ້ປົກກະຕິໂດຍໄວ. ພ້ອມກັນນັ້ນ, ກໍແກ້ໄຂບັນຄວາມບໍ່ເອກະພາບ ໃນການເກັບຄ່າບໍລິການ ຄ່ຽນຖ່າຍສິນຄ້າຢູ່ດ່ານທ່າບົກ,  ບັນຫາຄວາມຫຍຸ້ງຍາກໃນການຄ່ຽນ ຖ່າຍສິນຄ້າໃຫ້ຂາດຕົວໂດຍໄວ.

ຂົງເຂດວຽກງານ ວັດທະນະທຳ-ສັງຄົມ: ສືບຕໍ່ເອົາໃຈໃສ່ໂຄສະນາເຜີຍແຜ່ ແນວທາງນະໂຍບາຍ ຂອງພັກ-ລັດຖະບານ ໃຫ້ປະຊາຊົນ ແລະ ສັງຄົມຮັບຮູ້ເລິກເຊິ່ງ ແລະ ກວ້າງຂວາງ, ຕ້ານ ແລະ ຕອບໂຕ້ກຸ່ມຄົນບໍດີ ທີ່ໃສ່ຮ້າຍປ້າຍສີດ້ວຍຮູບການ ແລະ ວິທີການຕ່າງໆ, ສຸມໃສ່ກະກຽມຈັດພິທີເປີດ ປີທ່ອງທ່ຽວລາວ 2024 ໃນເດືອນພະຈິກ 2023 ນີ້, ໄປຄຽງຄູ່ກັບການ ກະກຽມຄວາມພ້ອມຮອບດ້ານ ໃນການສົ່ງ ເສີມການທ່ອງທ່ຽວ, ລວມທັງບຸນປະເພນີ ອອກພັນສາ ແລະ ບຸນນະມັດສະການພະທາດຫລວງ ໃຫ້ມີການກະກຽມໃຫ້ດີ ແລະ ໂຄສະນາເຜີຍແຜ່ສົ່ງເສີມ ຊຸກຍູ້ການທ່ອງທ່ຽວໃຫ້ກວ້າງຂວາງ, ສືບຕໍ່ເອົາໃຈໃສ່ວຽກງານສາທາລະນະສຸກ ໂດຍສຸມໃສ່ປັບປຸງການ ບໍລິການປິ່ນປົວຢູ່ບັນດາໂຮງໝໍ, ຊຸກຍູ້ການຜະລິດຢາປົວພະຍາດ ທີ່ປະເທດເຮົາສາມາດຜະລິດໄດ້ໃຫ້ພຽງພໍ ເພື່ອຈຳກັດການນຳເຂົ້າ ແລະ ປະຢັດເງິນຕາຕ່າງປະເທດ, ເອົາໃຈໃສ່ຕິດຕາມ ແລະ ຄຸ້ມຄອງແຮງງານລາວ ທີ່ໄປອອກ ແຮງງານຢູ່ຕ່າງປະເທດ, ທັງຄົ້ນຄວ້າຊອກມາດຕະການ ແລະ ວິທີແກ້ໄຂບັນຫາຂາດເຂີນ ແຮງງານໄປຄຽງຄູ່ກັນການສ້າງ ແລະ ພັດ ທະນາວິຊາຊີບຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ; ເອົາໃຈໃສ່ແກ້ໄຂບັນຫາການຂາດເຂີນຄູ ຕາມມະຕິຕົກລົງ ສະບັບເລກທີ 09/ລບ ລົງວັນທີ 17 ກໍລະກົດ 2023 ແລະ ເອົາໃຈໃສ່ແກ້ໄຂບັນຫາ ການປະລະການຮຽນຫລຸດໜ້ອຍລົງ; ສຸມໃສ່ການແກ້ໄຂບັນຫາ ເຂດແດນເຊື່ອມຕໍ່ລະຫວ່າງ ທ້ອງຖິ່ນຕໍ່ທ້ອງຖິ່ນ ຕາມທິດຊີ້ນໍາຜ່ານມາ ໃຫ້ມີຄວາມ ສະຫງົບປົກກະຕິ.

ວຽກງານນິຕິກຳ: ສືບຕໍ່ປັບປຸງ ແລະ ກວດກາຄວາມຖືກຕ້ອງຂອງກົດໝາຍ ທີ່ຢູ່ໃນຄວາມຮັບຜິດ ຊອບຂອງລັດຖະບານ ທີ່ຈະນຳໄປຜ່ານກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IXໃຫ້ດີ ເພື່ອໃຫ້ສາມາດ ຮັບຮອງຈາກກອງປະຊຸມ. ພ້ອມນັ້ນ, ກໍໃຫ້ເລັ່ງປັບປຸງບາງມາດຕາຂອງກົດ  ໝາຍວ່າດ້ວຍການສົ່ງເສີມ ການລົງທຶນ ແລ້ວນຳມາຜ່ານກອງປະຊຸມລັດຖະບານ ພາຍໃນເດືອນທັນວາ2023. ຈາກນັ້ນ, ຈຶ່ງສະເໜີເຂົ້າຜ່ານກອງປະຊຸມ ສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IXໃນປີ 2024, ສືບຕໍ່ຄົ້ນຄວ້າສ້າງຮ່າງດໍາລັດວ່າດ້ວຍ ລະບົບກົງຈັກການຈັດຕັ້ງ, ສືບຕໍ່ປະເມີນການຈັດ ຕັ້ງປະຕິບັດວຽກດ່ານຊາຍແດນ ແລະ ດ່ານສະໜາມບິນສາກົນ ຕາມດໍາລັດ 558/ລບ; ຮີບຮ້ອນປັບປຸງ ແລະ ຮຽບຮຽງບັນດາຮ່າງດຳລັດ ທີ່ຜ່ານກອງປະຊຸມຄັ້ງນີ້ ໃຫ້ເອກະພາບ ແລະ ຮັດກຸມແລ້ວສະເໜີ ຂໍລາຍເຊັນປະກາດໃຊ້ໄວ.

ຂົງເຂດວຽກງານການຕ່າງປະເທດ: ສືບຕໍ່ກະກຽມໃຫ້ທ່ານນາຍົກລັດຖະມົນຕີ ໃນການໄປຮ່ວມກອງປະຊຸມ ສຸດຍອດອາຊຽນ-ສະພາຮ່ວມມືເຂດອ່າວ (GCC) ທີ່ຣີຢັດ, ອາຣັບບີ ຊາອຸດິດ, ສືບຕໍ່ກະກຽມໃຫ້ແກ່ ການມາຢ້ຽມຢາມ ສປປ ລາວ ຂອງທ່ານນາຍົກລັດຖະມົນຕີ ຣາຊາອານະຈັກໄທ ໃນທ້າຍເດືອນຕຸລານີ້, ສືບຕໍ່ຕິດຕາມສະພາບພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນໃຫ້ທັນການ ແລະ ສືບຕໍ່ກະກຽມແກ່ການເຄື່ອນໄຫວ ວຽກງານຕ່າງປະເທດ ຂອງການນຳຂັ້ນສູງ, ເອົາໃຈໃສ່ການຈັດຕັ້ງຜັນຂະ ຫຍາຍຜົນການເຄື່ອນໄຫວ ວຽກງານຕ່າງປະເທດ ໃຫ້ມີຜົນສຳເລັດ ແລະ ທັນກັບສະພາບການ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

KPL

ຂ່າວອື່ນໆ

    • 70 ປີ ພັກ ປປ ລາວ ນໍາພາ ປວງຊົນລາວ ສໍາເລັດພາລະກິດປະຕິວັດການເມືອງ

      70 ປີ ພັກ ປປ ລາວ ນໍາພາ ປວງຊົນລາວ ສໍາເລັດພາລະກິດປະຕິວັດ

      2/7/2025 8:02:55 PM

      ຂປລ. ຕະຫລອດໄລຍະ 70 ປີຜ່ານມາ, ພັກປະຊາຊົນປະຕິວັດລາວ ໄດ້ນໍາພາປວງຊົນລາວບັນ ດາເຜົ່າ ດໍາເນີນການປະຕິວັດຊາດ ປະຊາທິປະໄຕ ໃນເມື່ອກ່ອນເຮັດສໍາເລັດພາລະກິດປະຕິວັດ, ລົບລ້າງລະບອບລ່າເມືອງຂຶ້ນທັງເກົ່າ ແລະ ໃໝ່ ນໍາພາປະເທດຊາດ ຍາດໄດ້ໄຊຊະນະເປັນກ້າວໆ ແລະ ສະ ຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.

    • ເຈົ້າແຂວງຈຳປາສັກ ຕ້ອນຮັບ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນການເມືອງ

      ເຈົ້າແຂວງຈຳປາສັກ ຕ້ອນຮັບ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ

      2/7/2025 7:59:26 PM

      ຂປລ. ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ຕ້ອນຮັບ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ໃນວັນທີ 6 ກຸມພາ 2025 ທີ່ຫ້ອງວ່າການແຂວງ ຈຳປາສັກ ໃນໂອກາດມາເຄື່ອນໄຫວຊຸກຍູ້ວຽກງານ ທີ່ແຂວງຈຳປາສັກ.

    • ປີ 2024 ວຽກພັດທະນາການທ່ອງທ່ຽວ  ທົ່ວປະເທດ ມີຜົນສຳເລັດ ຫລາຍດ້ານການເມືອງ

      ປີ 2024 ວຽກພັດທະນາການທ່ອງທ່ຽວ ທົ່ວປະເທດ ມີຜົນສຳເລັດ ຫລາຍດ້ານ

      2/7/2025 7:45:55 PM

      ຂປລ. ໃນປີ 2024 ຜ່ານມາ, ຄະນະພັກ-ຄະນະນໍາກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ຽວທ່ຽວ (ຖວທ) ໄດ້ເອົາໃຈໃສ ນຳພາ-ຊີ້ນຳ ວຽກງານດ້ານຕ່າງໆ ຢ່າງມີຜົນສຳເລັດ ເຮັດໃຫ້ພະນັກງານ-ລັດຖະກອນ ໃນຂະແໜງ ຖວທ ມີຄວາມອຸ່ນອ່ຽງ, ທຸ່ນທ່ຽງຕໍ່ໜ້າທີ່, ເປັນເຈົ້າການ ປະຕິບັດໜ້າທີ່ວິຊາສະເພາະ ດ້ວຍຄວາມຮັບຜິດຊອບສູງ ແລະ ສຳເລັດຢ່າງເປັນຮູບປະທຳ ເຮັດໃຫ້ວຽກງານຫລາຍດ້ານໄດ້ຮັບການພັດທະນາ ແລະ ມີຜົນສຳເລັດ ໃນຫລາຍດ້ານ ໂດຍສະເພາະ ວຽກງານພັດທະນາການທ່ອງທ່ຽວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ.

    • ພັກປະຊາຊົນ ປະຕິວັດລາວ ແລະ ພັກປະຊາຊົນ ກຳປູເຈຍ ດຳເນີນກອງປະຊຸມສຸດຍອດ ຄັ້ງທີ 15ການເມືອງ

      ພັກປະຊາຊົນ ປະຕິວັດລາວ ແລະ ພັກປະຊາຊົນ ກຳປູເຈຍ ດຳເນີນກອງປະຊຸມສຸດຍອດ ຄັ້ງທີ 15

      2/7/2025 7:43:18 PM

      ຂປລ. ໂດຍຕອບສະໜອງຕາມ ການເຊື້ອເຊີນ ຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ຄະນະຜູ້ແທນຂັ້ນສູງຂອງ ພັກປະຊາຊົນ ກໍາປູເຈຍ ນໍາໂດຍ ສົມເດັດ ອັກຄະມາຫາເສນາບໍດີ ເຕໂຈ ຮຸນເຊນ ປະທານພັກ ປະຊາຊົນ ກໍາປູເຈຍ, ປະທານສະພາສູງ ໄດ້ເດີນທາງມາຮ່ວມກອງປະຊຸມສຸດຍອດ ຄັ້ງທີ 15 ລະຫວ່າງ ພັກປະຊາຊົນ ປະຕິວັດລາວ ແລະ ພັກປະຊາຊົນ ກໍາປູເຈຍ ທີ່ ນະຄອນຫລວງວຽງຈັນ, ສປປ ລາວ ທີ່ຈະຈັດຂຶ້ນໃນວັນທີ 7 ກຸມພາ 2025.

    • ນາຍົກ ເນັ້ນໃຫ້ຂະແໜງ ຖວທ ປັບປຸງວຽກ ງານຖະແຫລງຂ່າວ ໃຫ້ແຂງແຮງ-ມີປະສິດທິພາບການເມືອງ

      ນາຍົກ ເນັ້ນໃຫ້ຂະແໜງ ຖວທ ປັບປຸງວຽກ ງານຖະແຫລງຂ່າວ ໃຫ້ແຂງແຮງ-ມີປະສິດທິພາບ

      2/7/2025 7:38:03 PM

      ຂປລ. ໃນໂອກາດສຳເລັດກອງປະຊຸມ ສະຫລຸບວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ທົ່ວປະເທດ ປະຈຳປີ 2024 ໃນວັນທີ 7 ກຸມພາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ ໄດ້ມີຄຳເຫັນໂອ້ລົມ ໂດຍເນັ້ນໃຫ້ຂະແໜງ ຖວທ ທົ່ວປະເທດ ສືບຕໍ່ເອົາໃຈໃສ່ ຫລາຍບັນຫາສຳຄັນ ໂດຍສະເພາະ ໃຫ້ສືບຕໍ່ສຸມໃສ່ປັບປຸງວຽກງານຖະແຫລງຂ່າວ, ວຽກງານສື່ມວນຊົນ ໃຫ້ແຂງແຮງກວ່າເກົ່າ


Top