KPL
ໃນບົດກ່ອນໄດ້ນຳສະເໜີໄປແລ້ວກ່ຽວກັບຜົນເສຍທີ່ເດັກນ້ອຍຫລິ້ນໂທລະສັບມືຖື, ແທັບເລັດ ແລະ ຄອມພິວເຕີຫລາຍເກີນໄປ. ມາມື້ນີ້ ຈຶ່ງຂໍແນະນຳວິທີແກ້ໄຂບັນຫາດັ່ງກ່າວໃຫ້ພໍ່ແມ່ຜູ້ປົກຄອງນຳໄປປະຕິບັດ.
*ໃນບົດກ່ອນໄດ້ນຳສະເໜີໄປແລ້ວ ກ່ຽວກັບຜົນເສຍທີ່ເດັກນ້ອຍຫລິ້ນໂທລະສັບມືຖື, ແທັບເລັດ ແລະ ຄອມພິວເຕີຫລາຍເກີນໄປ. ມາມື້ນີ້ ຈຶ່ງຂໍແນະນຳວິທີແກ້ໄຂບັນຫາດັ່ງກ່າວ ໃຫ້ພໍ່ແມ່ຜູ້ປົກຄອງນຳໄປປະຕິບັດ ເພື່ອປັບປ່ຽນພຶດຕິກຳດັ່ງກ່າວ ຂອງເດັກນ້ອຍ.
ໃນປັດຈຸບັນ, ອຸປະກອນເຕັກໂນໂລຊີ ປະເພດສະມາດໂຟນ, ແທັບເລັດ, ຄອມພິວເຕີ, ເກມ ແລະ ສ່ືອອນລາຍຕ່າງໆ ມີການພັດທະນາທີ່ໜ້າດຶງດູດໃຈ ແລະ ເຂົ້າມາມີບົດບາດຫລາຍໃນຊີວິດປະຈຳວັນຂອງເດັກນ້ອຍ. ຖ້າເດັກນ້ອຍຢູ່ກັບສິ່ງເຫລົ່ານີ້ຫລາຍເກີນໄປ ນອກຈາກກະສົ່ງຜົນເສຍຕໍ່ສຸຂະພາບ ແລະ ພັດທະນາການແລ້ວ ຍັງຜົນບໍ່ດີຕໍ່ອາລົມຈິດຂອງເດັກນ້ອຍນຳອີກ ໂດຍຈະເຮັດໃຫ້ເດັກນ້ອຍກາຍເປັນຄົນສະມາທິສັ້ນ, ອາລົມຮ້າຍ, ເອົາແຕ່ໃຈ ແລະ ກ້າວໄປເຖິງບໍ່ສາມາດເຂົ້າກັບຄົນອື່ນໃນສັງຄົມໄດ້. ສະນັ້ນ, ຜູ້ປົກຄອງຕ້ອງແກ້ໄຂບັນຫາດັ່ງກ່າວຢ່າງຮີບດ່ວນ ໂດຍເລີ່ມຕົ້ນຈາກການກຳນົດເວລາໃຊ້ອຸປະກອນເຕັກໂນໂລຊີຕ່າງໆໃຫ້ລູກຢ່າງຊັດເຈນ ໂດຍພໍ່ແມ່ຜູ້ປົກຄອງຄວນໃຫ້ລູກຫລິ້ນສິ່ງເຫລົ່ານີ້ໃນເວລາຫວ່າງ ມື້ໜຶ່ງບໍ່ໃຫ້ເກີນ 1 ຊົ່ວໂມງເທົ່ານັ້ນ; ໃນເວລາທີ່ລູກຫລິ້ນ ກໍຄວນສອດສ່ອງຕິດຕາມລູກ ວ່າສິ່ງທີ່ລູກກຳລັງເບິ່ງນັ້ນມັນເໝາະສົມຕາມໄວອາຍຸຂອງເຂົາແລ້ວບ່ໍ ເພາະເດັກນ້ອຍຍັງບໍ່ສາມາດຈຳແນກສິ່ງທີ່ເໝາະສົມ ແລະ ບໍ່ເໝາະສົມໄດ້ເທື່ອ; ຫ້າມເດັດຂາດບໍ່ຄວນໃຫ້ເດັກນ້ອຍອາຍຸຕ່ຳກວ່າ 2 ປີ ໃຊ້ສື່ເທັກໂນໂລຢີ ເພາະມັນຍັງບໍ່ຈຳເປັນສຳລັບເດັກນ້ອຍໄວນີ້ ຖ້າຢາກສົ່ງເສີມດ້ານການພັດທະນາຂອງລູກ ແມ່ນໃຫ້ໃຊ້ວິທີລົມກັບລູກ, ສອນລູກດ້ວຍຕົວເອງດີກວ່າ; ບໍ່ຄວນຊື້ສະມາດໂຟນ, ແທັບເລັດ, ຄອມພິວເຕີໃຫ້ລູກນ້ອຍເມື່ອເວລາລູກຢາກໄດ້ ເພາະສິ່ງທີ່ຕາມມາພາຍຫລັງ ຄືລູກຈະສະແດງຄວາມ ເປັນເຈົ້າຂອງ, ມັກຄຽດ ແລະ ສະ ແດງອາລົມຮຸນແຮງໃສ່ພໍ່ແມ່ ເມື່ອ ບອກໃຫ້ເຊົາຫລິ້ນ; ພໍ່ແມ່ຜູ້ປົກຄອງ ຄວນຊອກຫາວິທີຮຽກຮ້ອງຄວາມ ສົນໃຈຈາກເດັກນ້ອຍຕິດເກມ ໂດຍ ການເວົ້າເພື່ອສ້າງແຮງຈູງໃຈຕໍ່ສິ່ງ ອື່ນ ຫລື ຊວນລູກໄປເຮັດກິດຈະກຳອື່ນທີ່ມ່ວນກວ່າ ແຕ່ຖ້າລູກຍັງບສົນໃຈຄວນຍ່າງເຂົ້າໄປໃກ້ໆລູກເພື່ອໃຫ້ລູກ ແລະ ທ່ານໄດ້ເບິ່ງຕາກັນ ຫລື ຖ້າລູກຍັງບໍ່ສົນໃຈອີກທ່ານກໍຄວນເຂົ້າໄປກອດລູກ ເພື່ອໃຫ້ລູກຟັງໃນສິ່ງທີ່ທ່ານເວົ້າ; ສິ່ງສຳຄັນໃນການສ້າງພຶດຕິກຳຕ່າງໆຂອງລູກນັ້ນ ພໍ່ແມ່ຄວນເປັນຕົວຢ່າງທີ່ດີຕ້ອງເປັນຄົນມີວິໄນກ່ອນ ຖ້າຫາກພໍ່ແມ່ຜູ້ປົກຄອງໃຊ້ເຕັກໂນໂລຊີຫລາຍເກີນໄປກໍຈະກາຍເປັນຕົວຢ່າງຕົ້ນແບບໃຫ້ແກ່ລູກນ້ອຍ.
ເດັກນ້ອຍທີ່ຫລິ້ນແຕ່ສະມາດໂຟນ, ແທັບເລັດ, ຄອມພິວເຕີ ຫລື ເກມ ຫລາຍເກີນໄປຈະກາຍເປັນຄົນຂາດມະນຸດສຳພັນກັບຄົນອ້ອມຂ້າງ, ສ່ົງຜົນໃຫ້ຄວາມຄິດສ້າງສັນຂອງເດັກນ້ອຍຫລຸດລົງ. ສະນັ້ນ, ພໍ່ແມ່ຜູ້ປົກຄອງຕ້ອງເອົາໃຈໃສ່ ເປັນພິເສດໃນການລ້ຽງດູເດັກນ້ອຍ, ບໍ່ຄວນໃຫ້ຄວາມສຳຄັນກັບອຸປະກອນເຕັກໂນໂລຊີຫລາຍເກີນໄປ, ຄວນໃຫ້ເວລາກັບລູກ ດ້ວຍການຫລິ້ນນຳລູກ, ພາລູກເຮັດກິດຈະກຳຕ່າງໆແບບຄອບຄົວ ເຊິ່ງນອກຈາກຊ່ວຍສົ່ງເສີມພັດທະນາຂອງລູກແລ້ວຍັງເປັນການສ້າງສາຍສຳພັນຮັກແພງຂອງຄົນໃນຄອບຄົວໄດ້ເປັນຢ່າງດີ.
ໂດຍ: ສາວບ້ານໂນນ
KPL