ສະຫລອງວັນສ້າງຕັ້ງອົງການຈັດຕັ້ງກຳມະບານລາວ ໃຫ້ມີ ຄວາມໝາຍເລິກເຊິ່ງ ຮັບປະກັນການປ້ອງກັນໂຄວິດ-19

27/01/2022 11:58
Email Print 896
KPL ຂປລ. ໃນວັນທີ 26 ມັງກອນ 2022 ທີ່ສໍານັກງານສູນກາງ ສະຫະພັນກໍາມະບານລາວ ໄດ້ຈັດຖະແຫລງຂ່າວ ກ່ຽວກັບການກຽມ ຈັດຫລາຍ ກິດຈະກໍາ ເພື່ອສະເຫລີມສະຫລອງ ວັນສ້າງຕັ້ງອົງການ ຈັດຕັ້ງກຳມະບານລາວ ຄົບຮອບ 66 ປີ

ຂປລ. ໃນວັນທີ 26 ມັງກອນ 2022 ທີ່ສໍານັກງານສູນກາງ ສະຫະພັນກໍາມະບານລາວ ໄດ້ຈັດຖະແຫລງຂ່າວ ກ່ຽວກັບການກຽມ ຈັດຫລາຍ ກິດຈະກໍາ ເພື່ອສະເຫລີມສະຫລອງ ວັນສ້າງຕັ້ງອົງການ ຈັດຕັ້ງກຳມະບານລາວ ຄົບຮອບ 66 ປີ (1/2/1956-1/2/2022) ເພື່ອໃຫ້ເຕັມໄປດ້ວຍ ບັນຍາກາດທີ່ຟົດຟື້ນ ແລະ ໃຫ້ມີຄວາມໝາຍທີ່ເລິກເຊິ່ງ, ພ້ອມທັງຮັບປະກັນ ການປ້ອງກັນ ພະຍາດໂຄວິດ-19.

ທ່ານ ພອນສານ ວິໄລເມັ້ງ ຮອງປະທານຄະນະ ບໍລິຫານງານ ສູນກາງສະຫະພັນ ກໍາມະບານລາວ ໃຫ້ຮູ້ວ່າ: ວັນທີ 1 ກຸມພາ ຂອງທຸກປີ ແມ່ນວັນສັ້ງຕັ້ງ ກໍາມະບານລາວ, ເຊິ່ງເປັນປາງບຸນໃຫຍ່ ຂອງອົງການກໍາມະບານ ແລະ ຜູ້ອອກແຮງງານ. ປີນີ້, ສູນກາງສະຫະພັນ ກໍາມະບານລາວ ໄດ້ອອກແຈ້ງການ ໃຫ້ສະຫະພັນ ກໍາມະບານລາວທຸກຂັ້ນ ໃນຂອບເຂດທົ່ວປະເທດ ຈັດຕັ້ງເຊື່ອມຊຶມເລົ່າປະຫວັດ ຫວນຄືນມູນເຊື້ອ ວັນສໍາຄັນ ດັ່ງກ່າວ, ເພື່ອໃຫ້ສະມາຊິກກໍາມະບານ ແລະ ຜູ້ອອກແຮງງານ ໄດ້ຮັບຮູ້ເຊື່ອມຊຶມ ແລະ ເຂົ້າໃຈເຖິງຜົນງານ ການປະກອບສ່ວນ ຂອງອົງ ການກໍາມະບານ ໃນພາລະກິດ ປະຕິວັດຊາດ, ປະຊາທິປະໄຕ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ ຂອງອົງການຈັດຕັ້ງ ກໍາມະບານລາວ ຕະຫລອດໄລຍະ 66 ປີ ຜ່ານມາ.

ສໍາລັບສູນກາງສະຫະພັນ ກໍາມະບານລາວ ຈະໄດ້ຈັດຫລາຍກິດຈະກໍາ ເປັນຕົ້ນ ການໂຄສະນາເຜີຍແຜ່ ໃຫ້ສະມາຊິກກໍາມະບານ ແລະ ຜູ້ອອກແຮງ ໃນທົ່ວປະເທດຮັບຮູ້ ພ້ອມກັນຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຂອງລັດຖະບານ ແນ່ໃສ່ປະກອບສ່ວນ ຊ່ວຍແກ້ໄຂຄວາມ ຫຍຸ້ງຍາກ ທາງດ້ານເສດ ຖະກິດ-ການເງິນ ແລະ ບັນຫາຢາເສບຕິດ ພາຍໃນປະເທດ ໃຫ້ນັບມື້ຫລຸດລົງ, ຈັດປາຖະກະຖາ ເພື່ອເຮັດໃຫ້ສະມາຊິກ ກໍາມະບານ ແລະ ຜູ້ອອກແຮງງານ ຢູ່ອົງການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ ໄດ້ຮັບຮູ້ເຂົ້າໃຈກ່ຽວກັບມູນເຊື້ອ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນ ກໍາມະບານລາວ ທີ່ຕິດພັນຂອງມູນເຊື້ອ ແຕ່ລະໄລຍະ ຂອງການຕໍ່ສູ້ກູ້ຊາດ ຈົນມາເຖິງປັດຈຸບັນ ເພື່ອເປັນການສຶກສາອົບຮົມ ທາງດ້ານການເມືອງ-ແນວຄິດ, ປຸກລະດົມ ແລະ ສ້າງຈິດສໍານຶກໃຫ້ເຂົາເຈົ້າ ເຂົ້າໃນຂະບວນການ ປະຕິບັດໜ້າທີ່ວຽກງານ ວິຊາສະເພາະ, ມີລະບຽບວິໄນໃນ ການອອກແຮງງານ ແລະ ປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ໂດຍຕິດພັນກັບ ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ນັບມື້ໄດ້ ຮັບຜົນສໍາເລັດ. ພ້ອມກັນນີ້, ຍັງກະກຽມຈັດການບໍລິຈາກເລືອດ ເພື່ອຊ່ວຍເຫລືອສັງຄົມ ລວມເຖິງຈັດການແຂ່ງ ຂັນກິລາ ແລະ ສິລະປະໃນທ້ອງຖິ່ນ ຫລື ສໍານັກງານ-ອົງການທີ່ມີເງື່ອນໄຂເໝາະສົມ.

ທ່ານໃຫ້ຮູ້ຕື່ມວ່າ: ສໍາລັບທຸກກິດຈະກໍາທີ່ຈະຈັດຂຶ້ນ ຕ້ອງມີມາດຕະການ ປ້ອງກັນພະຍາດໂຄວິດ-19 ຕາມທີ່ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ວາງອອກຢ່າງເຂັ້ມງວດ. ຂໍຮຽກຮ້ອງມາຍັງ ທຸກສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານທຸກຄົນ ຕະຫລອດຮອດພໍ່ແມ່ ພີ່ນ້ອງປະຊາຊົນລາວ ບັນດາເຜົ່າ ທີ່ອາໃສຢູ່ພາຍໃນປະເທດ ແລະ ຕ່າງປະເທດ ຈົ່ງພ້ອມພາກັນເອົາໃຈໃສ່ ຮັກສາມູນເຊື້ອ ອັນດີງາມຂອງຊາດລາວ ໂດຍສະເພາະ ມູນເຊື້ອປະຕິວັດ ຂອງວັນສ້າງຕັ້ງ ກໍາມະບານລາວ ເຂົ້າໃນການສ້າງສາ ພັດທະນາປະເທດຊາດ ກໍ່ຄື ການພັດທະນາ ວຽກງານກໍາມະບານ ໃຫ້ມີການພັດທະນາ ແລະ ຂະຫຍາຍຕົວຢ່າງແຂງ ແຮງ. ຕາມຄໍາຂວັນຂອງ ກໍາມະບານລາວ ໄດ້ກ່າວໄວ້ວ່າ ກໍາມະບານລາວເຂັ້ມແຂງ ທັນສະໄໝ ສາ ມັກຄີ ມີວິໄນ ແລະ ນໍ້າໃຈສາກົນກໍາມະຊີບ”.

ຂໍ້ມູນ: ສູນກາງສະຫະພັນກໍາມະບານລາວ 

KPL

ຂ່າວອື່ນໆ

    • ເລີ່ມສຶກສາ ການພັດທະນາການທ່ອງທ່ຽວ ແບບຍືນຍົງ ຢູ່ ນວວັດທະນະທຳ-ສັງຄົມ

      ເລີ່ມສຶກສາ ການພັດທະນາການທ່ອງທ່ຽວ ແບບຍືນຍົງ ຢູ່ ນວ

      1/28/2025 3:13:10 PM

      ຂປລ. ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ໃນການສຶກສາການພັດທະນາ ການທ່ອງທ່ຽວ ນະຄອນຫລວງວຽງຈັນ (ນວ) ແບບຍືນຍົງ ຈັດຂຶ້ນໃນວັນທີ 28 ມັງກອນ 2025 ລະຫວ່າງ ພະແນກຖະແຫລງຂ່າວ ວັດທະນະທຳ ແລະ ທ່ຽວທ່ຽວ ນວ ກັບ ບໍລິສັດແພກຄອນ ຈຳກັດ ໂດຍການລົງນາມ ລະຫວ່າງ ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນວ ແລະ ທ່ານ ພາກພູມ ສີທິມາກຸລ ປະທານບໍລິສັດແພກຄອນ ຈຳກັດ ແລະ ເຊັນເປັນພະຍານໂດຍ ທ່ານ ສຸລິຍະສັກ ວົງສີປະສົມ ທີ່ປຶກສາໂຄງການ ບໍລິສັດແພກຄອນ ຈຳກັດ ໂດຍມີພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

    • ທົບທວນ ການຮ່ວມມື ລະຫວ່າງ ລາວ ແລະ ອົງການ ສປຊ ກອງທຶນສຳລັບປະຊາກອນວັດທະນະທຳ-ສັງຄົມ

      ທົບທວນ ການຮ່ວມມື ລະຫວ່າງ ລາວ ແລະ ອົງການ ສປຊ ກອງທຶນສຳລັບປະຊາກອນ

      1/28/2025 2:55:14 PM

      ຂປລ. ກອງ​ປະ​ຊຸມທົບທວນ ການຈັດຕັ້ງປະຕິບັດ ແຜນງານການຮ່ວມມື ລະຫວ່າງ ລັດຖະບານລາວ ແລະ ອົງການສະຫະປະຊາຊາດ (ສປຊ) ກອງທຶນສຳລັບປະຊາກອນ ປະ​ຈຳ​ປີ 2024 ແລະ​ ສ້າງ​ແຜນວຽກ​ບູ​ລິ​ມະ​ສິດ ປີ 2025 ຈັດຂຶ້ນໃນວັນທີ 28 ມັງກອນ 2025 ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ​ ພອນ​ວັນ ອຸ​ທະ​ວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ, ທ່ານ ແບກທີຢໍ ຄາດີເຣີບ ຜູ້ຕາງໜ້າ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ ປະຈໍາລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ເປີດໂຄງການ ສຶກສາຄວາມເປັນໄປ ການພັດທະນາລະບົບບຳບັດນ້ຳເປື້ອນ ໃນ ນວວັດທະນະທຳ-ສັງຄົມ

      ເປີດໂຄງການ ສຶກສາຄວາມເປັນໄປ ການພັດທະນາລະບົບບຳບັດນ້ຳເປື້ອນ ໃນ ນວ

      1/28/2025 8:33:41 AM

      ຂປລ. ໃນ​ວັນ​ທີ 23 ມັງກອນ 2025 ຜ່ານ​ມາ, ກະຊວງໂຍທາ ແລະ ຂົນສົ່ງ ຕາງໜ້າ ສປປ ລາວ ຮ່ວມ​ກັບ ກະຊວງເສດຖະກິດ ແລະ ການເງິນ ສ ເກົາຫລີ ຈັດ​ສໍາ​ມະ​ນາ ​ແລະ ​ເປີດໂຄງການແບ່ງ ປັນຄວາມຮູ້ (KSP) ພາຍໃຕ້ຫົວຂໍ້: “ການສຶກສາຄວາມເປັນ ໄປໄດ້ໃນການພັດທະນາ ລະບົບບຳບັດນ້ຳເປື້ອນ ໃນນະຄອນຫລວງວຽງຈັນ(ນວ) ສປປ ລາວ

    • ເປີດນຳໃຊ້ຫ້ອງການ ສະພາການຄ້າ ຊາວຈີນຕ່າງດ້າວ ປະຈຳລາວ ຫລັງໃໝ່ວັດທະນະທຳ-ສັງຄົມ

      ເປີດນຳໃຊ້ຫ້ອງການ ສະພາການຄ້າ ຊາວຈີນຕ່າງດ້າວ ປະຈຳລາວ ຫລັງໃໝ່

      1/27/2025 1:09:53 PM

      ຂປລ. ພິທີເປີດນຳໃຊ້ຫ້ອງການ ສະພາການຄ້າຊາວຈີນຕ່າງດ້າວ ປະຈຳລາວ ຫລັງ​ໃໝ່ ຈັດ​ຂຶ້ນວັນທີ 24 ມັງກອນ 2025 ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາລາວ, ທ່ານ ຢາວປິ່ງ ປະທານສະພາການຄ້າຊາວຈີນຕ່າງດ້າວ ​ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ໂຮງງານຜະລິດເຂົ້າໜົມສາຍຂອງ ມອບເຂົ້າໜົມ ຊຸກຍູ້ ກອງປະຊຸມໃຫຍ່ແມ່ຍິງ ກະຊວງ ຖວທວັດທະນະທຳ-ສັງຄົມ

      ໂຮງງານຜະລິດເຂົ້າໜົມສາຍຂອງ ມອບເຂົ້າໜົມ ຊຸກຍູ້ ກອງປະຊຸມໃຫຍ່ແມ່ຍິງ ກະຊວງ ຖວທ

      1/27/2025 11:15:42 AM

      ຂປລ. ໃນວັນທີ 25 ມັງກອນ 2025 ໂຮງງານຜະລິດເຂົ້າໜົມສາຍຂອງ ໄດ້ມອບເຂົ້າໜົມລາວ ກາໂຕະ ແລະ ຢູໂອະ ຈຳນວນ 300 ກວ່າກ້ອນ ຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ IX ສະຫະພັນແມ່ຍິງ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທຽວ (ຖວທ) ທີ່ຈະຈັດຂຶ້ນໃນວັນທີ 29 ມັງກອນ 2025


Top