ຟີຟາ ຢືນຢັນປະເທດເຈົ້າພາບ ຈັດການແຂ່ງຂັນ ບານເຕະຍິງ ຊີງແຊັມໂລກ ປີ 2031 ແລະ ປີ 2035

24/11/2026 16:10
Email Print 100
KPL ສ​ະ​ຫະ​ພັນ​ ບານ​ເຕະ​ໂລກ ຫລື FIFA ໄດ້​ຢືນ​ຢັນ​ ຢ່າງ​ເປັນ​ທາງ​ການ​ ກ່ຽວ​ກັບ​ ປະ​ເທດ​ເຈົ້າ​ພາບ​​ ຈັດການ​ແຂ່ງ​ຂັນ​ ບານ​ເຕະ​ຍິງ​​ ຊີງ​ແຊັມໂລກ​ປີ 2031 ແລະ ປີ 2035.

   ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,  ວັນ​ທີ 23 ພະ​ຈິກ​ນີ້, ສ​ະ​ຫະ​ພັນ​ ບານ​ເຕະ​ໂລກ ຫລື FIFA ໄດ້​ຢືນ​ຢັນ​ ຢ່າງ​ເປັນ​ທາງ​ການ​ ກ່ຽວ​ກັບ​ ປະ​ເທດ​ເຈົ້າ​ພາບ​​ ຈັດການ​ແຂ່ງ​ຂັນ​ ບານ​ເຕະ​ຍິງ​​ ຊີງ​ແຊັມໂລກ​ປີ 2031 ແລະ ປີ 2035.ການ​ແຂ່ງ​ຂັນ ​ບານ​ເຕະ​ຍິງ ​ຊີງ​ແຊັມໂລກ​ປີ 2031 ​ຈະ​ເປັນ​ເຈົ້າ​ພາບ ​ຮ່ວມ​ກັນ ​ໂດຍ​ອາ​ເມ​ຣິກ, ​ເມັກ​ຊິກ, ​ໂກ​ສະ​ຕາ​ຣິ​ກາ ແລະ ຈ​າ​ໄມ​ກາ. ສ່ວນການ​ແຂ່ງ​ຂັນ ​ບານ​ເຕະ​ຍິງ​​ ຊີງ​ແຊັມໂລກ ​ປີ 2035 ​ຈະ​ຈັດ​ຂຶ້ນ​ໂດຍ ​ອັງ​ກິດ, ການ​ແຂ່ງ​ຂັນ​ຈະ​ດຳ​ເນີນ​ຢູ່ ​ອັງ​ກິດ, ສະ​ກັອດ​ແລນ, ເວວ ແລະ ​ອຽກ​ລັງ​ເໜືອ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top