KPL
ພິທີສະເຫລີມສະຫລອງ “ປີແຫ່ງມິດຕະພາບ ລາວ-ຈີນ ແລະ ວັນຄົບຮອບ 5 ປີ ແຫ່ງການເປີດນຳໃຊ້ທາງລົດໄຟ ລາວ-ຈີນ” ຈັດຂຶ້ນໃນ ວັນທີ 23 ພະຈິກ 2026 ທີ່ເມືອງຕ້າລຽນ ສປ ຈີນ.
ຂປລ. ໂດຍມີ ທ່ານ ສົມພອນ ສີຈະເລີນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳ ສປ ຈີນ, ທ່ານ ຊຸນຢົງໄຊ (Sun Yongcai) ເລຂາຄະນະພັກ, ປະທານບໍລິສັດ CRRC Corporation Limited (ຈີນຈົງເຊີ), ທ່ານ ອານົງເດດ ເພັດໄກສອນ ຮອງຜູ້ອຳນວຍການໃຫຍ່ ບໍລິສັດລົດໄຟ ລາວ-ຈີນ ຈຳກັດ, ພ້ອມດ້ວຍແຂກຖືກເຊີນ ແລະ ສື່ມວນຊົນເຂົ້າຮ່ວມ. ທັງນີ້, ກໍເພື່ອທົບທວນຜົນສຳເລັດຂອງການດຳເນີນງານທາງລົດໄຟ ລາວ-ຈີນ ຕະຫລອດ 5 ປີ ນັບແຕ່ເປີດໃຫ້ບໍລິການໃນເດືອນ ທັນວາ 2021 ເປັນຕົ້ນມາ, ພ້ອມທັງສ່ົງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ. ທ່ານ ສົມພອນ ສີຈະເລີນ ໄດ້ກ່າວໃນພິທີວ່າ: ທາງລົດໄຟ ລາວ-ຈີນ ເປັນພື້ນຖານໂຄງລ່າງຍຸດທະສາດ ທີ່ຊ່ວຍ ປ່ຽນບົດບາດຂອງລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນຈຸດເຊື່ອມຕໍ່ທາງບົກຂອງພາກພື້ນ, ຊ່ວຍຫລຸດເວລາ ແລະ ຕົ້ນທຶນໃນການຂົນສົ່ງ, ເພີ່ມໂອກາດດ້ານການຄ້າ ແລະ ການລົງທຶນ. ພ້ອມນີ້, ປີ 2026 ຍັງເປັນປີຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ ແລະ ເປັນປີມິດຕະພາບຂອງສອງປະເທດ ຊຶ່ງມີການພົບປະລະດັບສູງ ແລະ ລົງນາມເອກະສານຮ່ວມມື 32 ສະບັບເພື່ອຊຸກຍູ້ການຮ່ວມມືໃນຫລາຍຂົງເຂດ.

ທ່ານ ຊຸນຢົງໄຊ ປະທານບໍລິສັດ CRRC ກໍໄດ້ກ່າວວ່າ: ໃນໄລຍະ 5 ປີຜ່ານມາ, ທາງລົດໄຟ ລາວ-ຈີນ ໄດ້ໃຫ້ບໍລິການລົດໄຟໂດຍສານຫລາຍກວ່າ 100.000 ຂະບວນ, ຂົນສົ່ງຜູ້ໂດຍສານຫລາຍກວ່າ 80 ລ້ານຄົນ ແລະ ລົດໄຟຂົນສົ່ງສິນຄ້າລະຫວ່າງ ປະເທດຫລາຍກວ່າ 25.000 ຂະບວນ, ຂົນສົ່ງສິນຄ້ານຳເຂົ້າ-ສົ່ງອອກຫລາຍກວ່າ 20 ລ້ານໂຕນ, ມູນຄ່າກວ່າ 100 ຕື້ຢວນ. ທາງລົດໄຟດັ່ງກ່າວຈຶ່ງກາຍເປັນທັງເສັ້ນທາງແຫ່ງມິດຕະພາບ ແລະ ເສັ້ນທາງສູ່ຄວາມຈະເລີນ ທີ່ຊ່ວຍຊຸກຍູ້ການພັດທະນາ ແລວເສດຖະກິດ ລາວ-ຈີນ.
ທ່ານ ຊຸນຢົງໄຊ ຍັງໄດ້ກ່າວອີກວ່າ: CRRC ໃນຖານະຜູ້ຜະລິດລົດໄຟ ແລະ ຜູ້ໃຫ້ບໍລິການດ້ານລະບົບລົດໄຟໄດ້ສຸມໃສ່ການປັບປຸງອຸປະກອນ, ພັດທະນາເຕັກໂນໂລຊີ ແລະ ຍົກລະດັບການບໍລິການ, ພ້ອມທັງສົ່ງເສີມການຖ່າຍທອດຄວາມຮູ້ ແລະ ສ້າງບຸກຄະລາກອນຊ່າງສີມືດ້ານລົດໄຟໃຫ້ແກ່ລາວ ຜ່ານລະບົບອາຈານ-ລູກສິດ, ລວມທັງການສ້າງສະຖານີບໍລິການ ແລະ ບຳລຸງຮັກສາຢູ່ວຽງຈັນ ແລະ ຄຸນໝິງເພື່ອຮັບປະກັນການເດີນລົດໄຟຢ່າງປອດໄພ ແລະ ຕໍ່ເນື່ອງ. ນອກຈາກນັ້ນ, CRRC ຍັງໄດ້ຮ່ວມດຳເນີນກິດຈະກຳທີ່ສົ່ງເສີມສາຍພົວພັນປະຊາຊົນສອງຊາດ ເຊັ່ນ: ການສ້າງສະຖານີວັດທະນະທຳລົດໄຟ, ການສະໜັບສະໜູນສະໜາມກິລາ ໃຫ້ໂຮງຮຽນ ແລະ ການຈັດກິດຈະກຳໃຫ້ຄວາມຮູ້ດ້ານລົດໄຟແກ່ໄວໜຸ່ມລາວ.
ສຳລັບທິດທາງຕ່ໍໜ້າທັງສອງຝ່າຍຈະສືບຕໍ່ຮ່ວມມືດ້ານການບຳລຸງຮັກສາລົດໄຟ, ການຈັດຫາອຸປະກອນ, ການພັດທະນາທຸລະກິດຕາມສະຖານີ ແລະ ການລົງທຶນຕາມແນວເສັ້ນທາງ ເພື່ອຍົກລະດັບປະສິດທິພາບການດຳເນີນງານ ແລະ ສ້າງຜົນປະໂຫຍດດ້ານເສດຖະກິດ-ສັງຄົມໃຫ້ແກ່ປະຊາຊົນສອງປະເທດຫລາຍຂຶ້ນ.
ພາຍໃນງານສະເຫລີມສະຫລອງຄັ້ງນີ້, ຍັງມີການວາງສະແດງຮູບພາບປະຫວັດການກໍ່ສ້າງ ແລະ ພັດທະນາທາງລົດໄຟ ລາວ-ຈີນ, ການສະແດງສິລະປະວັດທະນະທຳຂອງສອງຊາດລວມທັງການມອບໃບຍ້ອງຍໍໃຫ້ແກ່ພະນັກງານດີເດັ່ນຝ່າຍລາວ ແລະ ຝ່າຍຈີນ ທີ່ໄດ້ອຸທິດຕົນໃນການຄຸ້ມຄອງ ແລະ ບໍລິການທາງລົດໄຟຕື່ມອີກ.
ຂ່າວ-ພາບ: ສາວະພາ
KPL