KPL
ບໍລິສັດ ການລົດໄຟ ແຫ່ງປະເທດຈີນ ຈຳກັດ ໄດ້ເປີດເຜີຍວ່າ: ບໍລິການລົດໄຟໂດຍສານ ລະຫວ່າງປະເທດ ເສັ້ນທາງຈີນ-ມົງໂກລີ-ຣັດເຊຍ ຈະເປີດໃຫ້ບໍລິການ ຂາໄປ-ກັບ ອາທິດລະ 1 ຖ້ຽວ ນັບຕັ້ງແຕ່ ວັນທີ 25 ພະຈິກ ເປັນຕົ້ນໄປ.
ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ບໍລິສັດ ການລົດໄຟ ແຫ່ງປະເທດຈີນ ຈຳກັດ ໄດ້ເປີດເຜີຍວ່າ: ບໍລິການລົດໄຟໂດຍສານ ລະຫວ່າງປະເທດ ເສັ້ນທາງຈີນ-ມົງໂກລີ-ຣັດເຊຍ ຈະເປີດໃຫ້ບໍລິການ ຂາໄປ-ກັບ ອາທິດລະ 1 ຖ້ຽວ ນັບຕັ້ງແຕ່ ວັນທີ 25 ພະຈິກ ເປັນຕົ້ນໄປ. ເສັ້ນທາງລົດໄຟສາຍນີ້ ຈະແລ່ນ ຈາກນະຄອນ ຫລວງປັກກິ່ງ ຂອງຈີນ ຜ່ານນະຄອນຫລວງ ອູລານບາຕໍ ຂອງມົງໂກລີ ໄປຈົນເຖິງເມືອງ ອີຣຄຸດ (Irkutsk) ຂອງຣັດເຊຍ ລວມມີ ໄລຍະທາງ 2.666 ກິໂລແມັດ ໂດຍໃຊ້ເວລາ ເດີນທາງ 55 ຊົ່ວໂມງ. ປັດຈຸບັນ, ປີ້ລົດໄຟ ຖ້ຽວອອກຈາກ ນະຄອນຫລວງປັກກິ່ງ ໄດ້ເປີດຈຳໜ່າຍ ຜ່ານຊ່ອງທາງອອນໄລແລ້ວ.
ບໍລິສັດ ການລົດໄຟ ລະບຸວ່າ ລົດໄຟຂະບວນນີ້ ໄດ້ໃຊ້ຕູ້ໂດຍສານ ປັບອາກາດປະເພດ 25G ຕະຫລອດເສັ້ນທາງ ເຊິ່ງປະກອບດ້ວຍ ຕູ້ລົດນອນ ແບບຕຽງແຂງ, ຕູ້ລົດນອນ ແບບຕຽງນຸ່ມຫລູຫລາ, ຕູ້ຜະລິດກະແສໄຟຟ້າ ແລະ ຕູ້ສະບຽງອາຫານ.
ຄາດວ່າ: ການເປີດໃຫ້ບໍລິການ ລົດໄຟເສັ້ນທາງນີ້ ຈະຊ່ວຍສົ່ງເສີມ ການເດີນທາງ ໄປມາຫາສູ່ກັນ ລະຫວ່າງປະຊາຊົນ, ການຮ່ວມມື ດ້ານເສດຖະກິດ ແລະ ການຄ້າ ລວມເຖິງ ການແລກປ່ຽນ ທາງດ້ານວັດທະນະທຳ ແລະ ສາຍພົວພັນ ລະຫວ່າງ ປະຊາຊົນ ທັງສາມປະເທດ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ./
KPL