ປະທານສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມ ໄອປາ ຄັ້ງທີ 47 ທີ່ຟີລິບປິນ

18/11/2026 09:48
Email Print 1855
KPL ໃນວັນທີ 17 ພະຈິກ 2026, ທີ່ນະຄອນຫລວງມານິລາ, ສາທາລະນະລັດ ຟີລິບປິນ, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງນະຄອນຫລວງມານິລາ ເພື່ອເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 47 ທີ່ຈະຈັດຂຶ້ນໃນລະຫວ່າງ ວັນທີ 16-22 ພະຈິກ 2026 ໂດຍການເປັນເຈົ້າພາບຂອງລັດຖະສະພາ ແຫ່ງ ສາທາລະນະລັດ ຟີລິບປິນ.

    ຂປລ. ໃນໂອກາດດຽວກັນ, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດລາວ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ເຟົາສຕີໂນ ໂບຈິຈີ. ດີທີ 3 (Faustino “Bojie” G. Dy III)ປະທານສະພາຜູ້ແທນລາສະດອນ ແຫ່ງ ສາທາລະນະລັດ ຟີລິບ ປິນ ໃນຖານະປະທານກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 47 ຮ່ວມກັບບັນດາຫົວໜ້າຄະນະຜູ້ແທນລັດຖະສະພາປະເທດສະມາຊິກໄອປາ, ເລຂາທິການໃຫຍ່ໄອປາ ແລະ ຮອງເລຂາທິການໃຫຍ່ອາຊຽນ ເພື່ອສະແດງຄວາມຊົມເຊີຍ ແລະ ສະໜັບສະໜູນການເປັນເຈົ້າ ພາບຈັດກອງປະຊຸມຄັ້ງສຳຄັນນີ້.

    ການເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA ຄັ້ງທີ 47 ຂອງຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ແຫ່ງ ສປປ ລາວ ໃນຄັ້ງນີ້ ແມ່ນການປະຕິບັດພັນທະ ແລະ ໜ້າທີ່ຄວາມຮັບຜິດຊອບອັນສຳຄັນ ໃນຖານະທີ່ສະພາແຫ່ງຊາດລາວ ເປັນສະມາຊິກສົມບູນຂອງໄອປາ. ຕະຫລອດໄລຍະການດຳເນີນກອງປະຊຸມ ຄະນະຜູ້ແທນລາວ ຈະໄດ້ເຂົ້າຮ່ວມກອງປະຊຸມຄົບຄະນະ ແລະ ກອງປະຊຸມກຳມາທິການປະຈຳດ້ານຕ່າງໆ ເພື່ອສະແດງທັດສະນະ, ແລກປ່ຽນບົດຮຽນ ແລະ ປະກອບຄຳຄິດຄຳເຫັນຢ່າງສ້າງສັນຕໍ່ບັນດາຮ່າງມະຕິ ແລະ ເນື້ອໃນສຳຄັນຂອງກອງປະຊຸມ ໃນຂອບວຽກງານການເມືອງ, ເສດຖະກິດ, ສັງຄົມ, ກອງປະຊຸມສະມາຊິກສະພາແຫ່ງ ຊາດເພດຍິງ (WAIPA), ກອງປະຊຸມສະມາຊິກສະພາແຫ່ງຊາດໜຸ່ມ (YPA) ລວມທັງກອງປະຊຸມປຶກສາຫາລືວຽກງານພາຍໃນຂອງໄອປາ.

    ນອກຈາກການເຂົ້າຮ່ວມກອງປະຊຸມຫລັກແລ້ວ, ທ່ານປະທານ ສະພາແຫ່ງຊາດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຍັງຈະໄດ້ມີການພົບປະສອງຝ່າຍ ແລະ ແລກປ່ຽນຂ້ໍມູນຂ່າວສານກັບບັນດາຫົວໜ້າຄະນະຜູ້ແທນລັດຖະສະພາປະເທດເພື່ອນມິດ ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ລະຫວ່າງ ລັດຖະສະພາປະເທດສະມາຊິກໄອປາ ກັບລັດຖະສະພາປະເທດຜູ້ສັງເກດການ ແລະ ອົງການຈັດຕັ້ງລັດຖະສະພາພາກພື້ນ ໃຫ້ນັບມື້ນັບແໜ້ນແຟ້ນ, ເຂົ້າສູ່ລວງເລິກ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນບັນດາປະເທດອາຊຽນ.

KPL

ຂ່າວອື່ນໆ

    • ນາຍົກລັດຖະມົນຕີຕ້ອນຮັບຄະນະຜູ້ແທນກອງປະຊຸມໂຕະມົນການເມືອງ

      ນາຍົກລັດຖະມົນຕີຕ້ອນຮັບຄະນະຜູ້ແທນກອງປະຊຸມໂຕະມົນ

      11/24/2026 12:40:54 PM

      ໃນວັນທີ 19 ພະຈິກ 2026 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຄະນະຜູ້ ແທນກອງປະຊຸມໂຕະມົນ ປະຈໍາປີ 2026, ນໍາພາໂດຍ ທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍ ທ່ານ ບັກໂຮເດຍ ເບີຄະນ໋ອຟ ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາລາວ, ບັນດາເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາລາວ.

    • ຄະນະປ້ອງກັນພາຍໃນ ຄອສພເຊື່ອມຊຶມເອກະສານວຽກງານປ້ອງກັນພາຍໃນການເມືອງ

      ຄະນະປ້ອງກັນພາຍໃນ ຄອສພເຊື່ອມຊຶມເອກະສານວຽກງານປ້ອງກັນພາຍໃນ

      11/20/2026 10:06:46 AM

      ຄະນະປ້ອງກັນພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ເຊື່ອມຊຶມເອກະສານວຽກງານປ້ອງກັນພາຍໃນ, ສະຫຼຸບວຽກງານການປ້ອງກັນພາຍໃນໄລຍະ 5 ປີ ແລະ ທິດທາງຕໍ່ໜ້າ, ພ້ອມທັງເຊັນບົດບັນທຶກກົນໄກການປະສານງານລະຫວ່າງ ກົມປ້ອງກັນພາຍໃນ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ແລະ ຄະນະປ້ອງກັນພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ ໃນວັນທີ 19 ພະຈິກ 2026 ຢູ່ຄະນະໂຄສະນາອົບຮົມສູນກາງພັກ ໂດຍມີ ທ່ານ ສາຄອນ ພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີກົມ 200, ກຳລັງປ້ອງກັນພາຍໃນ ຄອສພ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ຮອງປະທານປະເທດ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມອຳລາການເມືອງ

      ຮອງປະທານປະເທດ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມອຳລາ

      11/18/2026 10:03:16 AM

      ໃນວັນທີ 16 ພະຈິກ 2026 ນີ້, ທ່ານນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ໂຄອິຊຸມິ ຊຶໂຕມຸ ເອກອັກຄະລາຊະທູດ ແຫ່ງຍີ່ປຸ່ນ ປະຈຳລາວ ໃນໂອກາດສຳເລັດການປະຕິບັດໜ້າທ່ີການທູດ ຢູ່ ສປປ ລາວ.

    • ສອງເລຂາທິການໃຫຍ່ ລາວ-ຫວຽດນາມ ພົບປະໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XXການເມືອງ

      ສອງເລຂາທິການໃຫຍ່ ລາວ-ຫວຽດນາມ ພົບປະໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX

      11/18/2026 9:42:26 AM

      ໃນຕອນເຊົ້າວັນທີ 15 ພະຈິກ 2026 ທີ່ນະຄອນຫລວງ ພະນົມເປັນ, ລາຊະອານາຈັກກໍາ ປູເຈຍ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX ທີ່ນະຄອນຫລວງພະນົມເປັນ, ລາຊະອານາຈັກກໍາປູເຈຍ.

    • 8 ແຂວງພາກເໜືອ ຮັບຟັງການເຜີຍແຜ່ເຊື່ອມຊຶມ 2 ດຳລັດສຳຄັນຂອງລັດຖະບານການເມືອງ

      8 ແຂວງພາກເໜືອ ຮັບຟັງການເຜີຍແຜ່ເຊື່ອມຊຶມ 2 ດຳລັດສຳຄັນຂອງລັດຖະບານ

      11/17/2026 4:13:54 PM

      ເຜີຍແຜ່ 2 ດຳລັດສຳຄັນ ວ່າດ້ວຍການຄຸ້ມຄອງອົງການຕ່າງປະເທດ ແລະ ພະນັກງານທ້ອງຖິ່ນ ແນໃສ່ຍົກລະດັບການຮ່ວມມືຢູ່ 8 ແຂວງພາກເໜືອ


Top