xtgmf]k; 6 13/04/2025 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d dkolh k'8A ' ot7vos];' c0;' .odq f\kp ;j kfh ;pdkoxq d7v'mh v'4y j olt[a [xa [x5 ' *** ຕໍ່ຈາກສະບັບກ່ອນ ***ໍ່ ຈັ ບ່ ອ ໂດຍ: ດຣ ກອງແກ້ວ ໄຊສົງຄາມ້ົ ຮອງປະທານສະພາແຫ່ງຊາດ່ mj kcI'0v' lxx ]k; .odkopq dl6 ' dkora fmtokglf4tdy f,= ]tfq d ມໍລະດົກທາງທໍາມະຊາດ: ປະ ເທດລາວມີດິນແດນທີ່ອຸດົມໄປດ້ວຍ ມີພູຜາ, ນ້ໍາຕົກ, ແມ່ນໍ້າ ແລະ ປ່າ ໄມ້ທີ່ສວຍງາມຫລາຍແຫ່ງ ເຊັ່ນ: ອຸທະຍານແຫ່ງຊາດຫີນໜາມໜໍ່ ແຂວງຄໍາມ່ວນ (ຖືກຮັບຮອງເປັນ ມໍລະດົກໂລກທາງດ້ານທໍາມະຊາດ ແລະ ເປັນມໍລະດົກໂລກຮ່ວມຊາຍ ແດນກັບອຸທິຍານຟອງຫຍາ-ແກ ບາງ ຂອງແຂວງກວາງຈິ, ສສ. ກາງຂອງບັນດາປະເທດອາຊຽນ ເຮັດໃຫ້ສາມາດພັດທະນາເປັນສູນ ກາງທາງດ້ານການຄ້າ ແລະ ການ ທ່ອງທ່ຽວໄດ້, ເສັ້ນທາງລົດໄຟ ລາວ- ຈີນ ແມ່ນພື້ນຖານໂຄງລ່າງ ທີ່ສໍາຄັນ ທີ່ຈະຊ່ວຍເຮັດໃຫ້ການ ເຂົ້າເຖິງສະຖານທີ່ມໍລະດົກທີ່ເປັນ ແຫລ່ງທ່ອງທ່ຽວຕ່າງໆສະດວກ ຂຶ້ນ; ສາມາດຮ່ວມພັດທະນາການ ທ່ອງທ່ຽວມໍລະດົກຮ່ວມກັບປະ ເທດເພື່ອນບ້ານ ເຊັ່ນ: ລາວ-ໄທກໍາປູເຈຍ ຫລື ລາວ-ຫວຽດນາມຈີນ ເພື່ອສ້າງການແລກປ່ຽນທາງ ວັດທະນະທໍາ ແລະ ຂະຫຍາຍຕ່ອງ ໂສ້ຕະຫລາດການທ່ອງທ່ຽວໃນ ພາກພື້ນ. 2) ປັດໄຈທາງດ້ານການ ນໍາໃຊ້ເຕັກໂນໂລຊີດີຈິຕອນໃນການ ພັດທະນາແຫລ່ງມໍລະດົກ, ດ້ວຍ ຄວາມກ້າວໜ້າທາງເຕັກໂນໂລຊີ ຊຸມຊົນສາມາດໂຄສະນາສິນຄ້າ ຂອງຕົນເອງຜ່ານສື່ອອນລາຍ, ຂາຍ ຜ່ານຮູບແບບ E-commerce ແລະ ນໍາສະເໜີການທ່ອງທ່ຽວ ແບບອອນລາຍ (Virtual Tour) ໄປຍັງຜູ້ສົນໃຈໃນທົ່ວທຸກມູມໂລກ ໄດ້. ການນໍາເຕັກໂນໂລຊີມາໃຊ້ ບໍ່ພຽງແຕ່ເຮັດໃຫ້ການໂຄສະນາ ມໍລະດົກເຂົ້າເຖິງໄດ້ງ່າຍ ແຕ່ຍັງ ເຮັດໃຫ້ຊຸມຊົນສາມາດສ້າງລາຍ ຮັບເພີ່ມໄດ້ຢ່າງຍືນຍົງ ໂດຍບໍ່ຈໍາ ເປັນຕ້ອງເພິ່ງພາອາໃສການທ່ອງ ທ່ຽວໃນຮູບແບບເກົ່າເທົ່ານັ້ນ. ຂປລ. ມາພໍ້ກັນອີກມື້ນີ້ກັບຄໍ ລຳ “ຊີວິດກົດໝາຍ” ຊຶ່ງສະບັບ ກ່ອນໄດ້ນຳສະເໜີໄປແລ້ວກ່ຽວກັບ ຈຸດປະສົງ, ການເຄື່ອນໄຫວ, ສິດ ແລະ ໜ້າທີ່ຂອງອົງການປົກຄອງ ທ້ອງຖິ່ນ ຊຶ່ງມາໃນສະບັບນີ້ຈະສືບ ຕໍ່ນຳສະເໜີກ່ຽວກັບການສ້າງຕັ້ງ ນະຄອນຫລວງ, ແຂວງ ຊຶ່ງມີລາຍ ລະອຽດດັ່ງນີ້: ນະຄອນຫລວງ, ແຂວງ ແມ່ນເຂດການປົກຄອງ ທ້ອງຖິ່ນ ຊຶ່ງປະກອບດ້ວຍຫລາຍ ເມືອງ, ນະຄອນ. ການສ້າງຕັ້ງນະ ຄອນຫລວງ, ແຂວງ: ນະຄອນ ຫລວງ, ແຂວງ ຖືກສ້າງຕັ້ງ, ໂຮມ ເຂົ້າ ຫລື ຍຸບເລີກ ແລະ ກໍານົດເຂດ ແດນ ໂດຍການຕົກລົງຂອງສະພາ ແຫ່ງຊາດ ຕາມການສະເໜີຂອງ ລັດຖະບານ. ສຳລັບເງື່ອນໄຂການສ້າງຕັ້ງ ນະຄອນຫລວງ, ແຂວງ ມີເງື່ອນໄຂ ດັ່ງນີ້: 1. ມີທີ່ຕັ້ງດ້ານພູມສາດ ເໝາະສົມແກ່ການປົກຄອງ, ເປັນ ທີ່ຕັ້ງຍຸດທະສາດ ໃນການປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ. 2. ມີປັດໄຈພື້ນຖານສໍາລັບການ ພັດທະນາເສດຖະກິດ-ສັງຄົມ; 3. ມີພື້ນຖານໂຄງລ່າງທີ່ຂະຫຍາຍ ຕົວເຊັ່ນ: ຖະໜົນຫົນທາງ, ໂທລະ ຄົມມະນາຄົມ, ຕະຫລາດ, ໄຟຟ້າ, ນໍ້າປະປາ, ໂຮງຮຽນ, ໂຮງໝໍ ແລະ ອື່ນໆ; 4. ມີພົນລະເມືອງ ທີ່ດໍາລົງ ຊີວິດຢູ່ໃນທ້ອງຖິ່ນນັ້ນ ຢ່າງໜ້ອຍ ໜຶ່ງຮ້ອຍຊາວພັນຄົນ ແລະ 5. ມີ ສີ່ ຫົວໜ່ວຍການປົກຄອງຂັ້ນເມືອງ ຂຶ້ນໄປ. ຄະນະກໍາມະການປົກຄອງ ນະ ຄອນຫລວງ, ແຂວງ ແມ່ນອົງການ ບໍລິຫານຂັ້ນແຂວງ ຊຶ່ງມີພາລະ ບົດບາດຄຸ້ມຄອງບໍລິຫານລັດ ທາງ ດ້ານການເມືອງ, ການປົກຄອງ, ເສດຖະກິດ, ວັດທະນະທໍາ-ສັງ ຄົມ, ການປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ວຽກງານການ ຕ່າງປະເທດ; ສ້າງ ແລະ ນໍາໃຊ້ຊັບ ພະຍາກອນມະນຸດ, ປົກປັກຮັກສາ ແລະ ນໍາໃຊ້ ຊັບພະຍາກອນທໍາ ມະຊາດ, ສິ່ງແວດລ້ອມ ແລະ ຊັບ ພະຍາກອນອື່ນ ໃນທ້ອງຖິ່ນ; ຊີ້ນໍາ, ກວດກາການຈັດຕັ້ງປະຕິບັດແຜນ ຍຸດທະສາດການພັດທະນາເມືອງ, ນະຄອນ ໃນຂອບເຂດການຄຸ້ມຄອງ ຂອງຕົນ, ປະຕິບັດມະຕິກອງປະຊຸມ ສະພາປະຊາຊົນຂັ້ນແຂວງ. ພ້ອມ ນັ້ນ, ຄະນະກໍາມະການປົກຄອງ ນະຄອນຫລວງ, ແຂວງ ມີ ສິດ ແລະ ໜ້າທີ່ ດັ່ງນີ້: 1. ຮັບປະກັນການຈັດຕັ້ງປະຕິ ບັດ ລັດຖະທໍາມະນູນ, ກົດໝາຍ, ນິຕິກໍາໃຕ້ກົດໝາຍ, ມະຕິ ກອງປະ ຊຸມ ສະພາປະຊາຊົນຂັ້ນແຂວງ ແລະ ຄະນະກໍາມະການປົກຄອງ ນະ ຄອນຫລວງ, ແຂວງ; 2. ສ້າງ ແລະ ຈັດຕັ້ງປະຕິບັດແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ຂອງທ້ອງຖິ່ນ ແລະ ແຜນການສ້າງ ແລະ ປັບປຸງ ນິຕິກໍາ ຂັ້ນເເຂວງ; 3. ຈັດຕັ້ງປະຕິ ບັດວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ; ສະກັດກັ້ນ ແລະ ຕ້ານການສໍ້ລາດ ບັງຫລວງ ແລະ ປtກົດການຫຍໍ້ທໍ້ອື່ນ ໃນສັງຄົມ; 4. ຊີ້ນໍາ, ຊຸກຍູ້, ປຸກລະດົມ ແລະ ອໍານວຍຄວາມສະດວກ ກ່ຽວກັບ ວຽກງານເລືອກຕັ້ງ ສະມາຊິກ ສະພາແຫ່ງຊາດ ແລະ ສະມາຊິກ ສະພາປະຊາຊົນຂັ້ນແຂວງ; 5. ຊຸກຍູ້, ລະດົມແຫລ່ງທຶນ ເຂົ້າໃສ່ ການປະຕິບັດຍຸດທະສາດປະຕິຮູບ ລະບົບການສຶກສາແຫ່ງຊາດ ແລະ ສາທາລະນະສຸກ ຢູ່ທ້ອງຖິ່ນ; 6. ປົກປັກຮັກສາ, ສົ່ງເສີມວັດທະນະ ທໍາ ແລະ ຮີດຄອງປະເພນີອັນດີງາມ ຂອງຊາດ, ທ້ອງຖິ່ນ ແລະ ຂອງ ຊົນເຜົ່າ; ຄຸ້ມຄອງ ແລະ ພັດທະນາ ສະຖານທີ່ທ່ອງທ່ຽວທາງດ້ານປະ ຫວັດສາດ, ວັດທະນະທໍາ, ທໍາມະ ຊາດ ແລະ ກະສິກໍາ ພາຍໃນນະ ຄອນຫລວງ, ແຂວງ; 7. ນໍາໃຊ້ວິ ທະຍາສາດ ແລະ ເຕັກໂນໂລຊີ ທີ່ ທັນສະໄໝ ເຂົ້າໃນການຄຸ້ມຄອງບໍລິ ຫານລັດ; ປັບປຸງ ລະບຽບການ, ກົນໄກການບໍລິຫານ ແລະ ການບໍລິ ການຂອງລັດ ໃຫ້ມີຄວາມສະດວກ, ວ່ອງໄວ, ໂປ່ງໃສ ແລະ ຍຸຕິທໍາ; 8. ອອກຂໍ້ຕົກລົງ, ຄໍາສັ່ງ, ຄໍາແນະນໍາ, ແຈ້ງການ; ສັ່ງໂຈະ ຫລື ຍົກເລີກນິຕິ ກໍາ ຂອງທຸກຂະແໜງການ ຢູ່ໃນ ຂັ້ນຂອງຕົນ ຫລື ຂັ້ນລຸ່ມ ທີ່ຂັດກັບ ກົດໝາຍ, ຍົກເວັ້ນຄໍາຕົກລົງກ່ຽວ ກັບການດໍາເນີນຄະດີຂອງ ອົງການ ໄອຍະການປະຊາຊົນ ແລະ ສານ ປະຊາຊົນທ້ອງຖິ່ນ; ສະເໜີຂັ້ນເທິງ ພິຈາລະນາ ໂຈະ ຫລື ຍົກເລີກ ນິຕິ ກໍາຂອງຂະແໜງການທີ່ຂັດກັບ ກົດໝາຍ; 9. ປະເມີນຜົນການຈັດ ຕັ້ງປະຕິບັດນິຕິກໍາທີ່ມີຜົນບັງຄັບ ທົ່ວໄປ ຂັ້ນຂອງຕົນ; 10. ແບ່ງໜ້າ ທີ່ຮັບຜິດຊອບ, ສິດຕັດສິນບັນຫາ ແລະ ຜົນປະໂຫຍດແກ່ ເມືອງ, ນະ ຄອນ ໃຫ້ຈະແຈ້ງ ແລະ ຂາດຕົວ; 11. ຈັດຕັ້ງ, ອໍານວຍ, ຄວບຄຸມ ແລະ ຕິດຕາມ ກວດກາການເຄື່ອນ ໄຫວປະຕິບັດໜ້າທີ່ຂອງພະແນກ, ອົງການລັດທຽບເທົ່າພະແນກຂັ້ນ ແຂວງ, ການເຄື່ອນໄຫວປະຕິບັດ ໜ້າທີ່ຂອງເມືອງ, ນະຄອນ ແລະ ຫົວໜ່ວຍການຈັດຕັ້ງອື່ນ ທີ່ຢູ່ ພາຍໃຕ້ການຄຸ້ມຄອງຂອງຕົນ; 12. ອໍານວຍຄວາມສະດວກ ແລະ ຕິດຕາມ ກວດກາການປະຕິບັດທຶນ ຊ່ວຍເຫລືອ ແລະ ໂຄງການລົງ ທຶນທີ່ສູນກາງຄຸ້ມຄອງ; ສົ່ງເສີມ ການລົງທຶນຂອງທຸກພາກສ່ວນ ເສດຖະກິດທັງພາຍໃນ ແລະ ຕ່າງ ປະເທດ ທີ່ຢູ່ໃນຂອບເຂດຄວາມ ຮັບຜິດຊອບຂອງຕົນ; 13. ຊີ້ນໍາ ກວດກາການຄຸ້ມຄອງພົນລະເມືອງ ລາວ, ຄົນຕ່າງປະເທດ, ຄົນຕ່າງ ດ້າວ, ຄົນບໍ່ມີສັນຊາດ, ວຽກງານ ເຜົ່າ ແລະ ສາສະໜາ; ປັບປຸງຊີວິດ ການເປັນຢູ່ ແລະ ແກ້ໄຂຄວາມທຸກ ຍາກຂອງປະຊາຊົນ; 14. ພິຈາລະ ນາ, ໃຫ້ຄໍາແນະນໍາ ແລະ ແກ້ໄຂ ຄໍາສະເໜີຂອງການຈັດຕັ້ງ ແລະ ບຸກຄົນ ກ່ຽວກັບການກະທໍາຂອງ ພະນັກງານ-ລັດຖະກອນ ແລະ ອົງ ການບໍລິຫານ ໃນທ້ອງຖິ່ນຂອງຕົນ; 15. ຄົ້ນຄວ້າໂຄງປະກອບການ ຈັດຕັ້ງ ແລະ ການກໍານົດເຂດແດນ ຂອງ ນະຄອນຫລວງ, ແຂວງ; ການສ້າງຕັ້ງ, ໂຮມເຂົ້າ ຫລື ຍຸບ ເລີກ ແລະ ກໍານົດເຂດແດນຂອງ ເມືອງ, ນະຄອນ, ຕາແສງ; 16. ຊຸກຍູ້, ສົ່ງເສີມ ແລະ ສ້າງເງື່ອນໄຂ ໃຫ້ແນວລາວສ້າງຊາດ, ສະຫະພັນ ນັກຮົບເກົ່າລາວ, ອົງການຈັດຕັ້ງ ມະຫາຊົນ, ອົງການຈັດຕັ້ງສັງຄົມ, ທຸກພາກສ່ວນເສດຖະກິດ ແລະ ປະຊາຊົນລາວບັນດາເຜົ່າ ເຂົ້າຮ່ວມ ໃນການພັດທະນາເສດຖະກິດສັງຄົມ, ການປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ແລະ ຕ້ານປະ ກົດການຫຍໍ້ທໍ້ຢູ່ໃນທ້ອງຖິ່ນຂອງ ຕົນ; 17. ຄຸ້ມຄອງການຈັດຕັ້ງ, ພະນັກງານ-ລັດຖະກອນ; ຕິດຕາມ ກວດກາການປະຕິບັດໜ້າາທີ່ຂອງ ພະນັກງານ-ລັດຖະກອນ, ພະແນກ ສາຍຕັ້ງທີ່ປະຈໍາຢູ່ທ້ອງຖິ່ນຂອງ ຕົນ ໃຫ້ກະຊວງ ແລະ ອົງການລັດ ທຽບເທົ່າກະຊວງທີ່ກ່ຽວຂ້ອງ; 18. ສ້າງ, ບໍາລຸງ, ຍົກລະດັບຄວາມ ຮູ້, ຄວາມສາມາດທາງດ້ານການ ເມືອງ, ການປົກຄອງ, ວິຊາສະ ເພາະ ແລະ ພາສາຕ່າງປະເທດ ໃຫ້ພະນັກງານ-ລັດຖະກອນຂອງ ຕົນ; 19. ຄຸ້ມຄອງ, ປົກປັກຮັກສາ, ນໍາໃຊ້ ແລະ ພັດທະນາຊັບພະຍາ ກອນທໍາມະຊາດ ຕາມການແບ່ງ ຂັ້ນຄຸ້ມຄອງ ເພື່ອສ້າງແຫລ່ງລາຍ ຮັບ ແລະ ຈັດເກັບລາຍຮັບໃຫ້ຖືກ ຕ້ອງ; 20. ອໍານວຍ, ຄວບຄຸມ ອົງ ການລັດທີ່ກ່ຽວຂ້ອງ ປະຕິບັດ ການສ້າງລາຍຮັບໃຫ້ຖືກຕ້ອງ, ຄົບຖ້ວນ, ທັນເວລາ ແລະ ໂປ່ງໃສ; ຄຸ້ມຄອງ ແລະ ປະຕິບັດແຜນລາຍ ຮັບ-ລາຍຈ່າຍ ຂອງທ້ອງຖິ່ນ; 21. ຮັບ, ພິຈາລະນາ ແລະ ແກ້ໄຂ ຄໍາ ສະເໜີຂອງປະຊາຊົນ; 22. ພົວພັນ ແລະ ຮ່ວມມື ກັບຕ່າງປະເທດ ຕາມ ການມອບໝາຍຂອງຂັ້ນເທິງ; 23. ສະຫລຸບ ແລະ ລາຍງານ ການຈັດ ຕັ້ງປະຕິບັດໜ້າທີ່ຂອງຕົນ ລວມ ທັງສະພາບການເຄື່ອນໄຫວວຽກ ງານຮອບດ້ານຂອງທ້ອງຖິ່ນ ຕໍ່ ລັດຖະບານ, ສະພາປະຊາຊົນຂັ້ນ ແຂວງ ແລະ ອົງການທີ່ກ່ຽວຂ້ອງ ຢ່າງເປັນປົກກະຕິ ແລະ 24. ນໍາໃຊ້ ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ ໄດ້ກໍານົດໄວ້ໃນກົດໝາຍ. ສາມາດພັດທະນາເປັນແຫລ່ງ ທ່ອງທ່ຽວຮູບແບບ “ການທ່ອງ ທ່ຽວຊຸມຊົນແບບຮັບຜິດຊອບ” ( C o mm u n i t y - B a s e d Ecotour ism) ສາມາດສ້າງ ລາຍຮັບໃຫ້ຊຸມຊົນ ແລະ ປົກປ້ອງ ສິ່ງແວດລ້ອມໄປພ້ອມກັນ ຕົວຢ່າງ: ໂຄງການທ່ອງທ່ຽວຊຸມຊົນ “ນ້ໍາ ຫາ” ຢູ່ຫລວງນ້ໍາທາ ແລະ “ເຊ ປຽນ” ຢູ່ຈໍາປາສັກ. ເວົ້າລວມແລ້ວ, ບັນດາມໍລະດົກ ດັ່ງກ່າວ ລ້ວນແຕ່ເປັນທ່າແຮງ ສາມາດສ້າງມູນຄ່າເພີ່ມທາງເສດ ຖະກິດໄດ້ຢ່າງສ້າງສັນ ແລະ ດຶງ ດູດການມີສ່ວນຮ່ວມຂອງທຸກພາກ ສ່ວນ ໂດຍສະເພາະແມ່ນຄົນລຸ້ນ ໃໝ່ ທັງນີ້ກໍ່ຍ້ອນວ່າເສດຖະກິດ ມໍລະດົກບໍ່ແມ່ນແຕ່ການຂາຍ ຫລື ໃຊ້ປະໂຫຍດຈາກອະດີດ, ແຕ່ແມ່ນ ການນໍາໃຊ້ອົງຄວາມຮູ້, ປະເພນີ ແລະ ເອກະລັກຂອງຊາດໃຫ້ເຂົ້າ ກັບການພັດທະນາໃນສະໄໝໃໝ່. ຄຽງຄູ່ກັນນີ້, ສປປ ລາວ ຍັງມີທ່າ ແຮງປິ່ນອ້ອນດ້ານອື່ນໆ ທີ່ຊ່ວຍສະ ໜັບສະໜູນຂັບເຄື່ອນການພັດທະ ນາເສດຖະກິດມໍລະດົກ ເປັນຕົ້ນ ແມ່ນ 1) ປັດໄຈດ້ານທີ່ຕັ້ງພູມສັນ ຖານ ເພາະປະເທດລາວຕັ້ງຢູ່ໃຈ ພາບປະກອບ ພາບປະກອບ ພາບປະກອບ ຫວຽດນາມ ໃນວັນທີ 13 ກໍລະກົດ 2025), ຕາດກວາງຊີ ແຂວງ ຫລວງພະບາງ, ນ້ໍາຊອງ ແລະ ແຫລ່ງນ້ໍາອື່ນໆ ຢູ່ເມືອງວັງວຽງ, ແຂວງວຽງຈັນ; ນ້ໍາກັດຢໍລະປາ, ພູ ຜາມ່ານ, ນ້ໍາຕົກຕາດຄອນພະເພັງ, ປ່າສະຫງວຽນແຫ່ງຊາດຕ່າງໆ ທີ່ເປັນທັງແຫລ່ງທ່ອງທ່ຽວ ແລະ ແຫລ່ງທຶນຂອງຊຸມຊົນ; ເຫັນວ່າ ທ່າແຮງເຫລົ່ານີ້ມີສັກກະຍະພາບ ສູງໃນການພັດທະນາໃຫ້ເປັນການ ທ່ອງທ່ຽວທາງທໍາມະຊາດ ແລະ ການທ່ອງທ່ຽວແບບຊຸມຊົນ ທີ່
RkJQdWJsaXNoZXIy MTc3MTYxMQ==