gsfdko{dkora fmtok a xtgmf]k; ( 02/02/2026 g-dv' 9a fdy f9tdepj k'grn j vl5 0trk[ lts]v' ;a olh k'8A 'de,t[ko]k; 7q [Iv[ 77 xu ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ສະຫະພັນກໍາມະ ບານ ແຂວງເຊກອງ ຈັດກິດຈະ ກຳຍ່າງເພື່ອສຸຂະພາບ ເນື່ອງໃນ ໂອກາດສະເຫລີມສະຫລອງ ວັນ ສ້າງຕັ້ງສະຫະພັນກຳມະບານ ລາວ ຄົບຮອບ 70 ປີ (1 ກຸມພາ 1956-1 ກຸມພາ 2026) ຢ່າງເປັນ ຂະບວນການຟົດຟື້ນ ແລະ ມີຄວາມ ໝາຍສຳຄັນເລິກເຊິ່ງ. ກິດຈະກຳດັ່ງ ກ່າວ ຈັດຂຶ້ນໃນຕອນເຊົ້າວັນທີ 29 ມັງກອນ 2026 ໂດຍຈຸດເຕົ້າໂຮມ ພົນທີ່ເດີ່ນສວນ 25 ປີ ໂດຍມີ ທ່ານ ວົງເດືອນ ຈັນທະບຸດຊຽງ ຫົວໜ້າ ຄະນະຈັດຕັ້ງແຂວງເຊກອງ, ທ່ານ ວຽງໄຊ ວໍລະສິງ ປະທານສະຫະພັນ ກໍາມະບານແຂວງເຊກອງ ພ້ອມ ດ້ວຍຄະນະກຳມະບານຮາກຖານ ພະແນກການຂັ້ນແຂວງເຂົ້າຮ່ວມ. ໃນພິທີ, ທ່ານ ວົງເດືອນ ຈັນ ທະບຸດຊຽງ ກ່າວວ່າ: ການຈັດ ກິດຈະກຳ ຍ່າງເພື່ອສຸຂະພາບໃນ ຄັ້ງນີ້ ເພື່ອເປັນການສ້າງຂະບວນ ການສະເຫລີມສະຫລອງ ວັນສ້າງ ຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ ຊຶ່ງເປັນວັນທີ່ມີ ຄວາມໝາຍຄວາມສໍາຄັນ ຂອງ ສະມາຊິກກຳມະບານ, ຊົນຊັ້ນກຳ ມະກອນ ແລະ ຊາວຜູ້ອອກແຮງ ງານ, ເປັນວັນທີ່ກຳມະກອນໃນ ທົ່ວປະເທດ ຕໍ່ສູ້ເພື່ອທວງເອົາ ຄວາມເປັນທຳ, ເສລີພາບທາງ ດ້ານການເມືອງ, ກົດໝາຍ ແລະ ດ້ານສະຫວັດດີການສັງຄົມ, ເພື່ອ ປົກປ້ອງສິດ ແລະ ຜົນປະໂຫຍດ ອັນຊອບທຳຂອງກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວປະ ເທດ ໂດຍສະເພາະກຳມະກອນຢູ່ ບໍ່ກົ່ວໂພນຕິ້ວ ໄດ້ປະກອບສ່ວນ ຢ່າງໃຫຍ່ຫລວງເຂົ້າໃນການປຸກ ລະດົມການລຸກຮື້ຂຶ້ນຢຶດອໍານາດ ການປົກຄອງຈາກລ່າເມືອງຂຶ້ນ ແບບເກົ່າ ຊຶ່ງເວລານັ້ນພັກໄດ້ຖືເອົາ ຊົນຊັ້ນກຳມະກອນເປັນກໍາລັງ ແຮງຂອງພັກ ໂດຍໃນໂອກາດນີ້ ສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານບັນດາ ເຜົ່າໃນທົ່ວປະເທດ ເວົ້າລວມ, ເວົ້າ ສະເພາະ ຜູ້ອອກແຮງງານໃນທົ່ວ ແຂວງເຊກອງ ໄດ້ຈັດພິທີ ແລະ ສ້າງຂະບວນການ ເພື່ອລະນຶກເຖິງ ຄຸນງາມຄວາມດີທີ່ບັນພະບຸລຸດຍາດ ມາໄດ້ໃນອະດີດຜ່ານມາ. ພ້ອມນີ້ ທ່ານ ວົງເດືອນ ຈັນທະບຸດຊຽງ ຍັງ ໄດ້ກ່າວອວຍພອນໄຊອັນປະເສີດ ມາຍັງການນໍາພັກ-ລັດ ແລະ ການ ນໍາຫລັກແຫລ່ງ ກໍຄືຄະນະນໍາ ກໍາມະບານແຕ່ລະຂັ້ນ, ສະມາຊິກ ກຳມະບານ, ກຳມະກອນ ແລະ ຜູ້ ອອກແຮງງານຈົ່ງມີສຸຂະພາບແຂງ ແຮງ, ຕັ້ງໜ້າປະຕິບັດໜ້າທີ່ການ ເມືອງທີ່ໄດ້ຮັບມອບໝາຍໃຫ້ສໍາເລັດ ຜົນ. ຂ່າວ-ພາບ: ພຸດທະສອນ ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ອະນຸ ກຳມະການໂຄງປະກອບ ແລະ ບຸກຄະລາກອນຂັ້ນແຂວງສະຫວັນ ນະເຂດ ເພື່ອກະກຽມໃຫ້ແກ່ການ ເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາ ປະຊາຊົນແຂວງ (ສສຂ) ຊຸດ ທີ V ເຄື່ອນໄຫວຊຸກຍູ້ວຽກງານ ກະກຽມໃຫ້ແກ່ບັ້ນເລືອກຕັ້ງ ຢູ່ ເມືອງໄຊພູທອງ ໃນວັນທີ 29 ມັງກອນ 2026 ຊຶ່ງນຳພາໂດຍ ທ່ານ ຄໍາວິໃສ ຜຸຍຍະວົງ ຄະນະ ປະຈໍາພັກແຂວງ ຫົວໜ້າຄະນະ ຈັດຕັ້ງແຂວງ ພ້ອມດ້ວຍຄະນະ. ໂອກາດນີ້, ທ່ານ ບົງສຸວັນ ມະນີ ວົງ ຮອງເລຂາພັກເມືອງ ຫົວໜ້າ ຄະນະຈັດຕັ້ງເມືອງໄຊພູທອງ ໄດ້ ລາຍງານສະພາບການຈັດຕັ້ງ ປະຕິບັດວຽກງານ ຈາກອະນຸກຳ ມະການໂຄງປະກອບ ແລະ ບຸກ ຄະລາກອນຂັ້ນເມືອງ ໂດຍໄດ້ຍົກ ໃຫ້ເຫັນວ່າ ການເກັບກຳສະຖິຕິ ຜູ້ມີສິດປ່ອນບັດເລືອກຕັ້ງ ແມ່ນ ສຳເລັດຕາມຄາດໝາຍ ແລະ ໄດ້ ສົ່ງໃຫ້ຄະນະຮັບຜິດຊອບຂັ້ນແຂວງ ສໍາເລັດແລ້ວ. ປັດຈຸບັນທົ່ວເມືອງ ໄຊພູທອງມີ 46 ໜ່ວຍ, ມີຄະນະ vto5 de,tdkog]n vd8A '0A oc0;'-5 dp6 h ;Pd'ko dtdP,dkog]n vd8A '16 j g,n v'w-r6 mv' 7e,j ;o 9a f[5 oot,a fltdkortmkflu 37f8t[v' xt9exu 2026 ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ບຸນນະມັດສະ ການພະທາດສີໂຄດຕະບອງ ປະ ຈໍາປີ 2026 ຈັດຂຶ້ນໃນວັນທີ 29 ມັງກອນ 2026 ທີ່ເດີ່ນພະທາດ ສີໂຄດຕະບອງ ໂດຍມີ ທ່ານ ວັນ ໄຊ ພອງສະຫວັນ ກໍາມະການກົມ ການເມືອງສູນກາງພັກ, ປະທານ ອົງການກວດກາແຫ່ງລັດ, ຫົວໜ້າ ອົງການຕ້ານການສໍ້ລາດບັງຫລວງ ຂັ້ນສູນກາງ, ທ່ານ ໄຊຊະນະ ໂຄດ ພູທອນ ກໍາມະການສູນກາງພັກ, ເລຂາພັກແຂວງຄໍາມ່ວນ, ທ່ານ ສົມ ສະອາດ ອຸ່ນສີດາ ປະທານຄະນະ ກໍາມະການປົກຄອງແຂວງພ້ອມ ດ້ວຍຜູ້ຕາງໜ້າສະຖານກົງສຸນ ສສ ຫວຽດນາມ ປະຈໍາແຂວງສະຫວັນ ນະເຂດ, ຫົວໜ່ວຍທຸລະກິດ-ຜູ້ປະ ກອບການ, ພໍ່ຄ້າຊາວຂາຍ, ສື່ມວນ ຊົນ ແລະ ປະຊາຊົນບັນດາເຜົ່າ ເຂົ້າຮ່ວມ. ທ່ານ ເດດສັກດາ ມະນີຄໍາ ປະ ທານຄະນະກໍາມະການຈັດບຸນນະ ມັດສະການພະທາດສີໂຄດຕະບອງ ປະຈໍາປີ 2026 ໄດ້ກ່າວວ່າ: ການ ຈັດບຸນໃນປີນີ້ຈະຕ່າງຈາກປີຜ່ານ ມາ ໂດຍໄດ້ກໍານົດເອົາ 5 ວັນ 5 ຄືນ ໂດຍມີເວທີກາງຫລັກ ກໍຄືໃນ ວັນທີ 29 ມັງກອນ 2026 ຊຶ່ງເປັນ ມື້ເປີດງານຢ່າງເປັນທາງການ ແລະ s];'rt[k' dP,7;k,rh v,Iv[fh ko cdj [A og]n vd8A ' ll- c]t ll0 ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ໃນບັ້ນ ເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກ ສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ທີ່ຈະມີຂຶ້ນໃນວັນທີ 22 ກຸມພາ 2026 ທີ່ຈະມາເຖິງນີ້, ເຂດ ເລືອກຕັ້ງທີ 6 ແຂວງຫລວງພະບາງ ມີຜູ້ສະໝັກຮັບເລືອກຕັ້ງເປັນສສຊ ຊຸດທີ X ທັງໝົດ 14 ທ່ານ ໃນນີ້, ຈະເລືອກເອົາ 10 ທ່ານ, ຜູ້ສະໝັກ ຮັບເລືອກຕັ້ງ ເປັນ ສສຂ 84 ທ່ານ, ຈະເລືອກເອົາ 60 ທ່ານ, ທົ່ວແຂວງ ມີໜ່ວຍປ່ອນບັດເລືອກຕັ້ງ 776 ໜ່ວຍ, ມີຈຳນວນຜູ້ມີສິດປ່ອນບັດ ເລືອກຕັ້ງ 230.000 ກວ່າຄົນ. ທ່ານ ສໍານານ ສົນທະນີ ຮອງ ປະທານສະພາປະຊາຊົນແຂວງ ຄະນະກໍາມະການ ການເລືອກຕັ້ງ ແຂວງຫລວງພະບາງ ໃຫ້ສຳພາດ ເມື່ອບໍ່ດົນມານີ້ວ່າ: ປັດຈຸບັນທົ່ວ ແຂວງໄດ້ມີຄວາມພ້ອມ ເພື່ອຮັບ ໃຊ້ໃຫ້ບັ້ນເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ສຳເລັດແລ້ວ ເກືອບ 100% ໂດຍມີການແບ່ງ ວຽກອອກເປັນ 4 ບາດກ້າວຄື: ສໍາເລັດການແຕ່ງຕັ້ງຄະນະກໍາມະ ການຮັບຜິດຊອບການເລືອກຕັ້ງ ຂັ້ນແຂວງ ແລະ ກອງເລຂາຊ່ວຍ ວຽກ ພ້ອມດ້ວຍຄະນະກໍາມະການ ເລືອກຕັ້ງຂັ້ນເມືອງ, ສ້າງແຜນການ ເຄື່ອນໄຫວໂຄສະນາຫາສຽງໃຫ້ ກັບຜູ້ຮັບສະໝັກເລືອກຕັ້ງ ເປັນ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ແລະ ກຳນົດບຸກຄະລາກອນແຕ່ລະ ພາກສ່ວນຮັບຜິດຊອບແຕ່ລະໜ່ວຍ ປ່ອນບັດເລືອກຕັ້ງ ໂດຍຈະນໍາໃຊ້ ບຸກຄະລາກອນເປັນຈໍານວນຫລາຍ ເພື່ອອໍານວຍຄວາມສະດວກໃຫ້ແກ່ ປະຊາຊົນໃນການໃຊ້ສິດປ່ອນບັດ ເລືອກຕັ້ງຄັ້ງນີ້ ໃຫ້ຮັບປະກັນໄດ້ ຕາມຄາດໝາຍ ຄື: ຜູ້ມີສິດປ່ອນບັດ ເລືອກຕັ້ງມາໃຊ້ສິດປ່ອນບັດເລືອກ ຕັ້ງຄົບຖ້ວນ 100%, ການປ່ອນ ບັດເລືອກຕັ້ງຖືກຕ້ອງຕາມລະບຽບ ການເລືອກຕັ້ງ 100%, ຮັບປະກັນ ວຽກງານປ້ອງກັນຄວາມສະຫງົບ ແລະປອດໄພໃນສັງຄົມ 100% ແລະ ຮັບປະກັນການປ່ອນບັດເລືອກ ຕັ້ງມີຄວາມໂປ່ງໃສ ແລະ ສໍາເລັດ ຕາມກໍານົດເວລາ 100%. ທ່ານ ສໍານານ ສົນທະນີ ໃຫ້ຮູ້ຕື່ມ ວ່າ: ສຳລັບແຜນການເຄື່ອນໄຫວ ໂຄສະນາຫາສຽງໃຫ້ກັບຜູ້ຮັບສະ ໝັກເລືອກຕັ້ງເປັນສະມາຊິກສະ ພາແຫ່ງຊາດຊຸດທີ X ຈະມີຂຶ້ນໃນ ຕົ້ນເດືອນກຸມພານີ້, ໂດຍຈະແບ່ງ ເປັນສອງທີມ ໃນການເຄື່ອນໄຫວໄປ ບັນດາເມືອງທີ່ຕັ້ງຢູ່ທິດເໜືອ ແລະ ບັນດາເມືອງທີ່ຕັ້ງຢູ່ທິດໃຕ້ພາຍ ຫລັງສຳເລັດ ຈະເປີດໂອກາດໃຫ້ຜູ້ ຮັບສະໝັກເລືອກຕັ້ງ ເປັນສະມາຊິກ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ສືບຕໍ່ການເຄື່ອນໄຫວ ໂຄສະນາຫາ ສຽງຕາມແຜນການທີ່ກຳນົດ ເພື່ອ ເຮັດໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ ໄດ້ມີຄວາມຮັບຮູ້ກ່ຽວກັບປະຫວັດ ແລະ ຜົນງານການເຄື່ອນໄຫວ ຂອງ ຜູ້ຮັບສະໝັກ ເ ລືອກຕັ້ງແຕ່ລະ ທ່ານ ແລະ ພ້ອມກັນຄັດເລືອກ ເອົາຕົວແທນ ແຫ່ງສິດ ແລະ ຜົນ ປະໂຫຍດຂອງຕົນ ກໍຄືຂອງປະຊາ ຊົນບັນດາເຜົ່າຕາມເປົ້າໝາຍທີ່ຕັ້ງ ໄວ້. ຮັບຜິດຊອບ 550 ຄົນ ຍິງ 119 ຄົນ ໃນຈໍານວນ 41 ບ້ານ, ທົ່ວເມືອງໄຊ ພູທອງ ມີພົນລະເມືອງ 51.782 ຄົນ ຍິງ 25.018 ຄົນ, ຈໍານວນຜູ້ມີສິດ ປ່ອນບັດເລືອກຕັ້ງຕາມສໍາມະໂນ ຄົວ 35.873 ຄົນ ຍິງ 18.503 ຄົນ, ຜູ້ມີສິດເລືອກຕັ້ງມີໜ້າຕົວຈິງ 26.632 ຄົນ ຍິງ13.703 ຄົນ ເພື່ອລາຍງານໃຫ້ອະນຸກຳມະການ ຂັ້ນແຂວງໃຫ້ທັນຕາມກຳນົດເວ ລາທີ່ວາງໄວ້. ພ້ອມກັນນີ້, ອະນຸ ກຳມະການຂັ້ນເມືອງ ກໍໄດ້ຮ່ວມກັນ ແລກປ່ຽນຄຳຄິດຄຳເຫັນ ໂດຍອີງ ໃສ່ໜ້າວຽກຕົວຈິງ ເພື່ອປຶກສາຫາລື ກ່ຽວກັບຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ແຜນການທີ່ຈະສືບຕໍ່ຈັດຕັ້ງ ປະຕິບັດໃນຕໍ່ໜ້າ ທັງນີ້ກໍເພື່ອເປັນ ການກະກຽມຄວາມພ້ອມໃນດ້ານ ຕ່າງໆ ໃຫ້ຮັບປະກັນເຮັດໃຫ້ບັ້ນ ເລືອກຕັ້ງໃນຄັ້ງນີ້ບັນລຸຜົນສຳເລັດ ຕາມ4ຄາດໝາຍທີ່ວາງໄວ້ ເປັນຕົ້ນ ການນຳພາຜູ້ມີສິດເລືອກຕັ້ງ ໄປ ປ່ອນບັດໃຫ້ຄົບຖ້ວນ 100%, ນຳ ພາຜູ້ມີສິດເລືອກຕັ້ງໃຫ້ຮູ້ໃຊ້ສິດໃນ ການປ່ອນບັດຢ່າງຖືກຕ້ອງຕາມ ລະບຽບການ 100%, ສຸມໃສ່ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບໃຫ້ມີຄວາມປອດ ໄພ 100% ແລະ ຮັບປະກັນ ໃຫ້ການປ່ອນບັດ ເ ລືອກຕັ້ງມີ ຄວາມໂປ່ງໃສ ພ້ອມທັງສຳເລັດ ທັນຕາມກຳນົດເວລາ 100%. ຂ່າວ-ພາບ: ພັນທະມິດ ວົງສຸທິ ສິ້ນສຸດໃນວັນທີ 2 ກຸມພາ 2026 ພາຍໃນງານໄດ້ມີຫລາຍກິດຈະ ກໍາເຊັ່ນ: ການສະແດງກາຍຍະສິນ ຈາກກອງກາຍຍະສິນແຫ່ງຊາດ, ການແຂ່ງຂັນກິລາບານເຕະ, ກະ ຕໍ້ ແລະ ກິລາບານສົ່ງ, ການແຂ່ງ ຂັນກອງແຕ້-ກອງຈິງ. ສ່ວນໃນ ຕອນຄໍ່າແມ່ນມີການປະກວດ ແລະ ສະແດງສິລະປະ-ວັນນະຄະດີ ຈາກ ໂຮງຮຽນທົ່ວແຂວງ ແລະ ບັນດາ ເມືອງໃນ 10 ຕົວເມືອງທົ່ວແຂວງ ເພື່ອເປັນການຊຸກຍູ້-ສົ່ງເສີມຄວາມ ສາມາດ ແລະ ທັງເປັນການຮັກສາ ສິລະປະພື້ນເມືອງລາວ ໃຫ້ບັນດາ ແຂກທີ່ມາທ່ຽວຊົມງານໄດ້ເຫັນ ເຖິງຄຸນຄ່າຂອງວັດທະນະທໍາລາວ, ຮັບຊົມຂັບລໍາມະຫາໄຊ, ລໍາເລື່ອງ ຕໍ່ກອນຈາກຄະນະດອກຟ້າວິເສດ ສິນ ເມືອງໜອງບົກ, ຂັບລໍາບ້ານ ຊອກ-ລໍາຄອນສະຫວັນ ຈາກແຂວງ ສະຫວັນນະເຂດ ແລະ ການສະແດງ ໝໍລໍາເລື່ອງຄົບງັນກອງບຸນທີ່ມີຊື່ ສຽງຈາກພາກໃຕ້ ແລະ ກິດຈະກໍາ ອື່ນໆ. ພ້ອມນັ້ນ, ຍັງໄດ້ມີການຈັດງານ ວາງສະແດງ ແລະ ຈໍາໜ່າຍສິນຄ້າ ປະເພດຕ່າງໆທັງພາຍໃນ ແລະ ຕ່າງ ປະເທດ ເພື່ອເປັນການຊຸກຍູ້-ສົ່ງເສີມ ການຜະລິດເປັນສິນຄ້າພາຍໃນໃຫ້ ນັບມື້ນັບຂະຫຍາຍຕົວເປີດກວ້າງ ແລະ ເປັນການສ້າງຂະບວນການ ໄປຄວບຄູ່ກັບບຸນປະຈໍາປີໃຫ້ມີສີ ສັນ, ມີບັນຍາກາດຄຶກຄື້ນ-ເບີກ ບານມ່ວນຊື່ນ ແລະ ເຕັມໄປດ້ວຍ ເນື້ອໃນຄວາມໝາຍອັນສໍາຄັນ ພ້ອມ ທັງເປັນການເປີດໂອກາດໃຫ້ທຸກ ພາກສ່ວນທຸລະກິດ ທັງພາກລັດ, ພາກເອກະຊົນ, ພໍ່ຄ້າຊາວຂາຍທັງ ພາຍໃນ ແລະ ຕ່າງປະເທດ ຕະ ຫລອດພໍ່ແມ່ປະຊາຊົນບັນດາເຜົ່າ ໄດ້ມີໂອກາດພົບປະ ແລະ ແລກ ປ່ຽນບົດຮຽນການຜະລິດ, ນໍາເອົາ ຜະລິດຕະພັນຂອງຕົນມາວາງສະ ແດງ, ໂຄສະນາປະຊາສໍາພັນ ແລະ ແລກປ່ຽນຊື້-ຂາຍ, ສ້າງສາຍ ພົວພັນສາມັກຄີຮ່ວມມື ແລະ ມີ ການຈໍາໜ່າຍເຊິ່ງກັນ ແລະ ກັນ ເປັນຕົ້ນ ເຄື່ອງຫັດຖະກໍາຈັກສານ, ເຄື່ອງປັ້ນດິນເຜົາ, ອາຫານ, ແພ ຍ້ອມສີທໍາມະຊາດ, ຫັດຖະກໍາຟອຍ ແຂມ, ເຄື່ອງດື່ມ, ຜະລິດຕະພັນ ແກະສະຫລັກໄມ້, ແຜ່ນແພ ແລະ ຜະລິດຕະພັນກະສິກໍາ ລວມທັງ ບັນດາຜະລິດຕະພັນສິນຄ້າທີ່ເປັນ ເອກະລັກສະເພາະ, ເປັນທ່າແຮງ ຂອງແຕ່ລະເມືອງ ແລະ ພູມປັນຍາ ທ້ອງຖິ່ນ ໜຶ່ງເມືອງ ໜຶ່ງຜະລິດຕະ ພັນ ພາຍໃນ 10 ຕົວເມືອງທີ່ທາງ ຄະນະຮັບຜິດຊອບສະຖານທີ່ໄດ້ ຈັດສັນຢ່າງເປັນລະບຽບຮຽບຮ້ອຍ ໂດຍມີຫລາຍກວ່າ 500 ຮ້ານ ແລະ ງົບປະມານສໍາພັດຫລາຍກວ່າ 25 ຕື້ກວ່າກີບ. ຂ່າວ-ພາບ: ແດງສະຫວັດ ແສນ ພານິດ
RkJQdWJsaXNoZXIy MTc3MTYxMQ==