02/02/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d dkodtmezy f0v'gfa d gxu f37'dkod+ lh k'lkplqj ' 230 dy 3]3;o xkd,v' 2{okgrp 75 oxt3spf0v'dkofn j ,oEv5 j o ຂປລ. ກັບມາພໍ້ກັບຄໍລ້ຳ“ຊີ ວິດ-ກົດໝາຍ” ມື້ນີ້ອີກເທື່ອໜຶ່ງ ຊຶ່ງກໍຂໍມາສະເໜີປະມວນກົດໝາຍ ອາຍາໃນໝວດທີ8 ກ່ຽວກັບ “ການ ກະທຳຜິດຂອງເດັກ” ໃຫ້ພວກເຮົາ ໄດ້ຮູ້ນ້ຳກັນຕື່ມ. ຢູ່ໃນມາດຕາ 84 ເດັກກະທຳ ຜິດ; ເດັກກະທຳຜິດແມ່ນຜູ້ກະທຳ ຜິດທີ່ມີອາຍຸແຕ່ສິບຫ້າປີຂຶ້ນໄປແຕ່ ບໍ່ເຖິງສິບແປດປີ ຊຶ່ງມີການກະທຳ ຫລື ການເມີນເສີຍທີ່ເປັນອັນຕະ ລາຍຕໍ່ສັງຄົມ ຊຶ່ງກົດໝາຍກຳນົດ ໂທດຕັດອິດສະລະພາບແຕ່ສາມປີ ຂຶ້ນໄປ ຫລື ຕຳກວ່າສາມປີລົງມາ ແຕ່ບໍ່ມີການຮັບສາລະພາບຂອງ ຂປລ. ມື້ນີ້ ຄໍລໍາ “ສຸຂະພາບ” ຈະນໍາເອົາຄວາມຮູ້ກ່ຽວກັບນໍ້າອຸ່ນ ມານໍາສະເໜີໃຫ້ບັນດາທ່ານໄດ້ຮັບຮູ້ ເຊິ່ງມີລາຍລະອຽດດັ່ງນີ້: 1. ຊ່ວຍໃນຂະບວນການຍ່ອຍ ອາຫານ: ນ້ຳອຸ່ນຈະຊ່ວຍກະຕຸ້ນ ໃຫ້ຕ່ອມຍ່ອຍອາຫານເຮັດວຽກ ໄດ້ຢ່າງຖືກຕ້ອງຊ່ວຍຈັດການອາ ຫານໃນກະເພາະດັ່ງນັ້ນ ລະບົບ ຍ່ອຍອາຫານຈຶ່ງບໍ່ໄດ້ເຮັດວຽກໜັກ ຫລາຍເກີນໄປທັງຍັງໃຊ້ພະລັງງານ ໃນຂະບວນການຍ່ອຍນ້ອຍລົງ. ນອກນີ້ ການດື່ມນ້ຳອຸ່ນຍັງຊ່ວຍ ກຳຈັດກົດສ່ວນເກີນໃນກະເພາະ ເພື່ອຮັກສາຄວາມເປັນກາງຂອງ ນ້ຳຍ່ອຍໄວ້ນັ້ນເອງ ແລະ ຈາກ ການສຶກສາຄົ້ນຄວ້າໄດ້ລາຍງານ ວ່າການດື່ມນ້ຳອຸ່ນຊ່ວຍບັນເທົາ ອາການໃຫ້ກັບຄົນເຈັບທີ່ມີພາ ວະຫລອດກືນອາຫານເຮັດວຽກ ຜິດປົກກະຕິ ຊຶ່ງຄົນເຈັບຈະມີອາ ການກືນຍາກ, ສະໝັກອາຫານ ແລະ ເຈັບປວດຈາກກ້າມຊີ້ນກະຕຸກ, ຄົນ ເຈັບທີ່ມີອາການເຫລົ່ານີ້ຄວນດື່ມນໍ້າ ອຸ່ນເປັນຈອກທໍາອິດເມື່ອຕື່ນນອນ. 2. ບັນເທົາອາການອືດທ້ອງ ຫລື ຖ່າຍຍາກ: ການດື່ມນໍ້າອຸ່ນເປັນ ປະຈໍາໃນເວລາທ້ອງວ່າງຍັງຊ່ວຍ ຄວບຄຸມການເຄື່ອນເໜັງຂອງລໍາ ໄສ້ ແລະ ຊ່ວຍຕໍ່ສູ້ກັບອາການອືດ ທ້ອງໄດ້. ອາການອືດທ້ອງເກີດຂຶ້ນ ເນື່ອງຈາກມີນ້ຳໃນລຳໄສ້ໜ້ອຍ ເກີນໄປ ຊຶ່ງເປັນສາເຫດໃຫ້ອາຈົມ ແຂງ ແລະ ແຫ້ງຈຶ່ງຖ່າຍອອກມາ ໄດ້ຍາກ.ສະນັ້ນ, ການດື່ມນໍ້າອຸ່ນ ຍັງຊ່ວຍຍ່ອຍສະຫລາຍອາການທີ່ ເຫລືອຢູ່ໃຫ້ໝົດໄປເຮັດໃຫ້ລຳໄສ້ ເຄື່ອນໂຕຢ່າງສະໝ່ຳສະເໝີທັງຊ່ວຍ ຫລຸດອາການອືດທ້ອງ, ຂໍແນະນຳ ໃຫ້ດື່ມນ້ຳອຸ່ນ 1 ຈອກທຸກໆເຊົ້າ ເວລາທ້ອງວ່າງ ຫລື ຈະລອງປະ ສົມນໍ້າເຜິ້ງ ຫລື ນ້ຳໝາກນາວຍິ່ງ ເດັກ ຫລື ຄູ່ກໍລະນີບໍ່ຍິນຍອມໃຫ້ໄກ່ ເກ່ຍ; ການກະທຳຜິດທີ່ບໍ່ເຂັດຫລາບ ແລະ ການກະທຳຜິດເປັນອາຈີນ. ມາດຕາ 85 ຫລັກການແກ້ໄຂ ເດັກກະທຳຜິດ; ຫລັກການແກ້ໄຂ ເດັກກະທຳຜິດໃຫ້ປະຕິບັດດັ່ງນີ້: 1. ການແກ້ໄຂເດັກກະທຳຜິດໃຫ້ ຖືເອົາການສຶກສາອົບຮົມ, ການ ຊ່ວຍເຫລືອເດັກ, ການປົວແປງ ຄວາມຜິດພາດ, ການພັດທະນາ ຕົນເອງໃຫ້ກາຍເປັນພົນລະເມືອງ ດີ, ມີປະໂຫຍດໃຫ້ແກ່ສັງຄົມ; 2. ໃນ ທຸກກໍລະນີທີ່ມີການສືບສວນ-ສອບ ສວນ, ການສັ່ງຟ້ອງ ແລະ ການ ຕັດສີນເດັກກະທຳຜິດອົງການ ຈັດຕັ້ງລັດທີ່ມີສິດອຳນາດຕ້ອງຊີ້ ໃຫ້ເຫັນຄວາມເປັນອັນຕະລາຍຕໍ່ ສັງຄົມ, ສາເຫດ ແລະ ເງື່ອນໄຂ ຂອງການກະທຳຜິດ; 3. ເດັກ ກະທຳຜິດອາດພົ້ນຈາກຄວາມ ຮັບຜິດຊອບທາງອາຍາຖ້າວ່າຜູ້ ກ່ຽວຫາກມີການກະທຳຜິດທີ່ເບົາ ບາງ, ສ້າງຄວາມເສຍຫາຍບໍ່ຫລວງ ຫລາຍ, ມີສາເຫດທີ່ພາໃຫ້ຫລຸດ ຜ່ອນຄວາມຮັບຜິດຊອບທາງອາຍາ ແລະ ມີຜູ້ປົກຄອງ ຫລື ການຈັດຕັ້ງ ຮັບຕິດຕາມ ແລະ ສຶກສາອົບຮົມ. ໃນເວລາຕັດສີນສານອາດນຳ ໃຊ້ໜຶ່ງໃນບັນດາມາດຕະການທີ່ໄດ້ ກຳນົດໄວ້ໃນມາດຕາ 87 ຂອງປະ ມວນກົດໝາຍສະບັບນີ້ ຖ້າຫາກ ເຫັນວ່າບໍ່ຈຳເປັນຕ້ອງວາງໂທດໃສ່ ເດັກກະທຳຜິດ. ມາດຕາ 86 ການວາງໂທດ ໃສ່ເດັກກະທຳຜິດ; ໃນການວາງ ໂທດໃສ່ເດັກກະທຳຜິດສານຕ້ອງ ອີງຕາມລັກສະນະ ແລະ ລະດັບ ຄວາມເປັນອັນຕະລາຍຕໍ່ສັງຄົມ ຂອງການກະທຳຜິດ, ບຸກຄະລິກ ກະພາບຂອງເດັກ, ຜົນສະທ້ອນ, ສະພາບແວດລ້ອມ, ສາເຫດຈູງໃຈ ແລະ ສາເຫດທີ່ພາໃຫ້ມີການຫລຸດ ຜ່ອນ ຫລື ການເພີ່ມຄວາມຮັບຜິດ ຊອບທາງອາຍາ. ການວາງໂທດຕັດອິດສະລະ ພາບໃສ່ເດັກກະທຳຜິດໃຫ້ເປັນມາດ ຕະການສຸດທ້າຍສຳລັບການກະທຳ ຜິດທີ່ຮ້າຍແຮງເທົ່ານັ້ນ ແລະ ໃນ ໄລຍະສັ້ນເທົ່າທີ່ຈະເປັນໄປໄດ້. ໃນກໍລະນີທີ່ມີຄວາມຈຳເປັນ ຕ້ອງໄດ້ລົງໂທດຕັດອິດສະລະພາບ ໃສ່ເດັກກະທຳຜິດສານອາດວາງ ໂທດເຄິ່ງໜຶ່ງຂອງໂທດທີ່ສານຈະ ວາງໃສ່ຜູ້ກະທຳຜິດທີ່ມີອາຍຸແຕ່ ສິບແປດປີຂຶ້ນໄປໃນສະຖານການ ກະທຳຜິດນັ້ນ ຫລື ຕຳກວ່າໂທດ ທີ່ກົດໝາຍກຳນົດໄວ້ກໍໄດ້. ຫ້າມ ລົງໂທດຕັດອິດສະລະພາບຕະ ຫລອດຊີວິດ ແລະ ໂທດປະຫານຊີ ວິດໃສ່ເດັກກະທຳຜິດ. ສຳລັບການກະທຳຜິດຂອງເດັກ ທີ່ກົດໝາຍກຳນົດໂທດຕັດອິດສະລະ ພາບຕະຫລອດຊີວິດໃຫ້ຫລຸດຜ່ອນ ມາເປັນໂທດຕັດອິດສະລະພາບ ສິບປີ. ສ່ວນໂທດປະຫານຊີວິດ ນັ້ນໃຫ້ຫລຸດຜ່ອນມາເປັນໂທດຕັດ ອິດສະລະພາບຊາວປີ. ມາດຕາ 87 ການນຳໃຊ້ມາດ ຕະການຕໍ່ເດັກ; ສຳລັບເດັກອາຍຸ ບໍ່ເຖິງສິບຫ້າປີທີ່ໄດ້ມີການກະທຳ ຊຶ່ງເປັນອັນຕະລາຍຕໍ່ສັງຄົມນັ້ນ ໃຫ້ນຳໃຊ້ມາດຕະການດັ່ງນີ້: 1. ສຶກສາອົບຮົມໃຫ້ເດັກເຂົ້າໃຈຕໍ່ການ ກະທຳຜິດຂອງຕົນ; 2. ໃຫ້ໄປຂໍອະ ໄພນຳຜູ້ຖືກເສຍຫາຍດ້ວຍວິທີການ ອັນເໝາະສົມ; 3. ໃຊ້ແທນຄ່າເສຍ ຫາຍທາງແພ່ງແຕ່ໃຫ້ພໍ່ແມ່ ຫລື ຜູ້ ປົກຄອງເປັນຜູ້ຮັບຜິດຊອບ; 4. ມອບໃຫ້ພໍ່ແມ່, ຜູ້ປົກຄອງ ຫລື ອົງການຈັດຕັ້ງທີ່ກ່ຽວຂ້ອງກ່າວ ເຕືອນ, ສຶກ ສາອົບຮົມ ແລະ ຕິດ ຕາມຢ່າງໃກ້ຊິດ; 5. ໃຫ້ເດັກເຂົ້າ ມາສະເໜີຕົວຕໍ່ການຈັດຕັ້ງທີ່ກ່ຽວ ຂ້ອງຕາມວັນ, ເວລາທີ່ກຳນົດໄວ້; 6. ນຳໃຊ້ມາດຕະການອື່ນທີ່ເໝາະ ສົມກັບອາຍຸຂອງເດັກເຊັ່ນ: ການ ອອກແຮງງານ. ສຳລັບເດັກທີ່ມີອາຍຸແຕ່ສິບຫ້າ ປີຂຶ້ນໄປແຕ່ຕຳກວ່າສິບແປດປີ ຫາກໄດ້ກະທຳຜິດທາງອາຍາໃນ ສະຖານລະທຸໂທດ ແລະ ໂທສານຸ ໂທດ ຊຶ່ງກົດໝາຍກຳນົດໂທດຕັດ ອິດສະລະພາບຕຳກວ່າສາມປີນັ້ນ ໃຫ້ນຳໃຊ້ມາດຕະການທີ່ກ່າວມາ ເທິງນີ້ກໍໄດ້. ພໍ້ກັນໃໝ່ສະບັບໜ້າ. ຂປລ. ແຫລ່ງຂ່າວາກ ແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ພິທີເປີດ ໂຄງການກໍ່ສ້າງສາຍສົ່ງ 230 ກິໂລ ໂວນ ປາກມອງ 2-ນາເພຍ ເມືອງ ຜາໄຊ ແຂວງຊຽງຂວາງ ຢ່າງເປັນ ທາງການໃນວັນທີ 30 ມັງກອນ 2026 ທີ່ສະຖານີໄຟຟ້ານາເພຍ ໂດຍມີທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ບຸນເຮືອງ ສຸລິໄຊ ຮອງເລຂາພັກແຂວງຜູ້ ຊີ້ນຳວຽກງານການເມືອງແນວຄິດ ພ້ອມດ້ວຍການນຳຈາກສູນກາງ, ແຂວງ, ແຂວງອ້ອມຂ້າງ, ເມືອງ ແລະ ບໍລິສັດ CET ເຂົ້າຮ່ວມ. ໃນພິທີ, ທ່ານ ນາງ ຈ່າງເຫລີຍ ຮອງຜູ້ອຳນວຍການໃຫຍ່ບໍລິສັດ CET ໄດ້ລາຍງານກ່ຽວກັບໂຄງ ການດັ່ງກ່າວວ່າ: ສາຍສົ່ງ 230 ກິໂລໂວນນີ້ ສ້າງຂຶ້ນເພື່ອພັດທະນາ ລະບົບສາຍສົ່ງ ແລະ ສະຖານີ ເພື່ອ ລຳລຽງພະລັງງານໄຟຟ້າຈາກ ບັນດາເຂື່ອນຕ່າງໆທາງພາກເໜືອ ລົງມາສູ່ພາກກາງ ແລະ ນະຄອນ ຫລວງວຽງຈັນ ເພື່ອເພີ່ມຄວາມ ສະຖຽນລະພາບຂອງລະບົບ ແລະ ເພີ່ມປະສິດທິພາບໃນການສະໜອງ ໄຟຟ້າພາຍໃນປະເທດ ທັງເປັນການ ເພີ່ມທະວີການຮ່ວມມືລາວ-ຈີນໃຫ້ ເຕີບໃຫຍ່ເຂັ້ມແຂງ. ທ່ານ ອາຄົມເດດ ວົງໄຊ ຜູ້ ອຳນວຍການໃຫຍ່ ລັດວິສາຫະກິດ ໄຟຟ້າລາວໄດ້ລາຍງານໂຄງການ ກໍ່ສ້າງສາຍສົ່ງໄຟຟ້າແຮງສູງ 230 ກິໂລໂວນ ຈາກສະຖານີ 230 ກິໂລ ໂວນ ປາກມອງ 2 ຫາສະຖານີ 500 ກິໂລໂວນ ນາເພຍ ມີຄວາມຍາວ 186 ກິໂລແມັດ ຊຶ່ງແລວສາຍສົ່ງ ໄດ້ຜ່ານສອງແຂວງຄື: ແຂວງຊຽງ ຂວາງ ແລະ ແຂວງຫລວງພະບາງ ລວມມີ 9 ເມືອງຄື: ເມືອງນ້ຳບາກ, ປາກອູ, ປາກແຊງ, ນະຄອນຫລວງ ພະບາງ, ເມືອງໂພນໄຊ, ພູຄູນ, ພູ ກູດ, ເມືອງແປກ ແລະ ເມືອງຜາ ໄຊ ໂຄງການນີ້ ໄດ້ຮັບທຶນກູ້ຈາກ ທະນາຄານພັດທະນາແຫ່ງຊາດ ຈີນ ລວມມູນຄ່າທັງໝົດ 91,57 ລ້ານກວ່າໂດລາສະຫະລັດ ໃນນີ້, ມູນຄ່າກໍ່ສ້າງສາຍສົ່ງ 86,02 ລ້ານກວ່າໂດລາສະຫະລັດ, ມູນຄ່າ ກໍ່ສ້າງສະຖານີ 5,55 ລ້ານກວ່າໂດ ລາສະຫະລັດ, ຂະຫຍາຍສະຖານີ ປາກມອງ 2,73 ລ້ານກວ່າໂດລາ ສະຫະລັດ, ຂະຫຍາຍສະຖານີນາ ເພຍ 2,81 ລ້ານກວ່າໂດລາສະຫະ ລັດ. ໂຄງການນີ້, ຄາດວ່າຈະໃຫ້ ສຳເລັດໃນທ້າຍປີ 2027. ໂ ອ ກ າ ດ ດັ່ງ ກ່ າ ວ , ທ່ າ ນ ມະໄລທອງ ກົມມະສິດ ໄດ້ກ່າວວ່າ: ການກໍ່ສ້າງສາຍສົ່ງນີ້ຄື ເສັ້ນເລືອດ ໃຫຍ່ທາງດ້ານພະລັງງານເປັນການ ເຊື່ອມໂຍງພະລັງງານຈາກພາກ ເໜືອລົງສູ່ພາກກາງ ແລະ ນະຄອນ ຫລວງວຽງຈັນ ເປັນການຂັບເຄື່ອນ ໃຫ້ແກ່ການຫັນເປັນອຸດສາຫະກຳ ທັນສະໄໝ ຊຶ່ງທາງພາກເໜືອ ມີ ທ່າແຮງບົ່ມຊ້ອນມະຫາສານບວກ ກັບການກໍ່ສ້າງສາຍສົ່ງດຶງດູດເອົາ ການລົງທຶນສູ່ອຸດສາຫະກຳປຸງ ແຕ່ງ ແລະ ສ້າງວຽກເຮັດງານທຳ ໃຫ້ປະຊາຊົນ, ການຮ່ວມມືກໍ່ສ້າງ ສາຍສົ່ງຄັ້ງນີ້ ບໍ່ພຽງແຕ່ເປັນການ ຮ່ວມມືທາງດ້ານທຸລະກິດເປັນ ການຖ່າຍທອດເຕັກໂນໂລຊີ ແລະ ມາດຕະຖານລະດັບສາກົນ ເພື່ອຍົກ ລະດັບວຽກງານພະລັງງານຂອງ ລາວໃຫ້ສູງຂຶ້ນທັງເປັນການເດີນຕາມ ເສັ້ນທາງສາຍໄໝ, ຮັດແໜ້ນ ແລະ ຮ່ວມມືກັບ ສປ ຈີນ ໃຫ້ຫລາຍຂຶ້ນ. ຂ່າວ: ບຸນມີ ແສງທຸມມີ ໂດຍ: ລູກສາວຫລ້າ ຈະຊ່ວຍເພີ່ມປະໂຫຍດຕໍ່ລຳໄສ້ໄດ້ ດີເພີ່ມຂຶ້ນອີກ. 3. ບັນເທົາອາການເຈັບຄໍ: ອາ ການເຈັບຄໍ ເປັນອາການທີ່ພົບໄດ້ ປະຈຳເວລາລຳຄໍເກີດການລະຄາຍ ເຄືອງ ຫລື ຕິດເຊື້ອຫລັກໆເກີດຈາກ ການເປັນໄຂ້ຫວັດການດື່ມນ້ຳອຸ່ນ ຊ່ວຍບັນເທົາອາການເຈັບຄໍ ແລະ ຊ່ວຍໃຫ້ຮູ້ສຶກສະບາຍຄໍຫລາຍຂຶ້ນ ອີກທັງນ້ຳອຸ່ນຍັງຊ່ວຍລະລາຍຂີ້ ກະເທີ້ໃນລຳຄໍ ແລະ ກຳຈັດອອກ ມາຈາກທາງເດີນຫາຍໃຈໄດ້ງ່າຍ ຂຶ້ນ ນອກເໜືອຈາກການດື່ມນ້ຳອຸ່ນ ລ້າໆແລ້ວທ່ານຍັງສາມາດປ່ຽນ ມາດື່ມຊາສະໝຸນໄພແທນໄດ້ ແລະ ຄວນບ້ວນປາກດ້ວຍນ້ຳອຸ່ນ 1 ຈອກ ທີ່ປະສົມເກືອເຄິ່ງບ່ວງກາເຟ ເພື່ອ ຊ່ວຍໃຫ້ອາການເຈັບຄໍດີຂຶ້ນ ແລະ ຫລຸດການຕິດເຊື້ອໃນລໍາຄໍໄດ້ອີກ ດ້ວຍ. 4. ຊ່ວຍຮັກສາອາການຕັນດັງ: ການດື່ມນ້ຳອຸ່ນເປັນວິທີຍອດນິຍົມ ໃນການຮັກສາອາການຕັນດັງ, ນ້ຳ ອຸ່ນຊ່ວຍເຮັດຄວາມສະອາດຜົ້ງ ດັງເຮັດໃຫ້ຮູ້ສຶກໂລ່ງຂຶ້ນຫາຍໃຈ ສະດວກບໍ່ອຶດອັດ ເມື່ອເຮົາດື່ມນ້ຳ ອຸ່ນເຂົ້າໄປມັນຈະຊ່ວຍໃຫ້ຂີ້ກະເທີ້ ຫລື ນ້ຳມູກທີ່ໜຽວຂຸ້ນລະລາຍແລ້ວ ຂັບອອກທັງໃນຜົ້ງດັງ ແລະ ທາງ ເດີນຫາຍໃຈ , ນອກນີ້ ຍັງຊ່ວຍລ້າງ ສານພິດອອກຈາກຮ່າງກາຍເຮັດໃຫ້ ເຊົາໄຂ້ໄດ້ໄວຂຶ້ນ. 5. ຊ່ວຍລ້າງສານພິດໃນຮ່າງ ກາຍ: ການດື່ມນ້ຳອຸ່ນສາມາດຊຳ ລະລ້າງສານພິດໃນຮ່າງກາຍອອກ ໄປໄດ້ ເມື່ອທ່ານດື່ມນ້ຳອຸ່ນ 2-3 ຈອກມັນຈະຊ່ວຍໃຫ້ຮ່າງກາຍມີ ອຸນຫະພູມສູງຂຶ້ນ, ຊ່ວຍໃຫ້ເຫື່ອ ອອກຈຶ່ງຮູ້ສຶກເຢັນລົງ ຊຶ່ງເຫື່ອທີ່ ໄຫລອອກມານີ້ຊ່ວຍຊະລ້າງສານ ພິດອອກມາຈາກຮ່າງກາຍນັ້ນເອງ. ການດື່ມນ້ຳອຸ່ນທຸກມື້ຍັງຊ່ວຍລ້າງ ສານພິດອອກຈາກຜິວພັນໄດ້ ທັງ ຍັງຊ່ວຍຫລຸດຄວາມສ່ຽງໃນການ ເປັນພະຍາດຜິວໜັງຊະນິດຕ່າງໆ ບໍ່ວ່າຈະເປັນສິວຜື່ນ, ສິວສ້ຽນ. ການດື່ມນ້ຳໂດຍທົ່ວໄປແລ້ວຍັງ ເໝາະສຳຫລັບການລ້າງສານພິດ ແລະ ຊຳລະລ້າງສິ່ງເປິເປື້ອນອອກ ໄປຈາກຮ່າງກາຍ ແລະ ຖ້າດື່ມນ້ຳ ອຸ່ນທີ່ປະສົມນ້ຳໝາກນາວຍິ່ງຈະ ໄດ້ຜົນດີຂຶ້ນ. 6. ຊ່ວຍຫລຸດອາການປວດ ປະຈຳເດືອນ: ການດື່ມນ້ຳອຸ່ນຊ່ວຍ ປ້ອງກັນ ແລະ ຫລຸດອາການເຈັບ ທ້ອງປະຈຳເດືອນໄດ້ ເພາະນ້ຳ ອຸ່ນຊ່ວຍມາຍກ້າມຊີ້ນມົດລູກທີ່ກຳ ລັງຫົດຫັດໂຕຢູ່ບັນເທົາອາການ ເຄັ່ງ ແລະ ກະຕຸກຂອງມົດລູກໄດ້ດີ. ນອກຈາກນີ້, ຍັງຫຍຸດການເກັບກັກ ນ້ຳປ້ອງກັນອາການເຈັບປວດໃນ ຊ່ວງເປັນປະຈຳເດືອນໃນເທື່ອຕໍ່ໄປ ທີ່ເລີ່ມມີອາການປວດປະຈຳເດືອນ ລອງດື່ມນ້ຳອຸ່ນເພື່ອຊ່ວຍບັນເທົາ ອາການແລ້ວນຳເອົາຖົງນ້ຳຮ້ອນ ເຕັງລົງບໍລິເວນທ້ອງນ້ອຍກໍ່ຈະຍິ່ງ ຊ່ວຍໃຫ້ອາການປວດດີຂຶ້ນ. 7. ຊ່ວຍປັບການໝູນວຽນເລືອດ ດີຂຶ້ນ: ການດື່ມນ້ຳອຸ່ນຊ່ວຍປັບ ການໄຫລວຽນເລືອດໃຫ້ດີຂຶ້ນ ຊຶ່ງ ສຳຄັນເພາະຊ່ວຍໃຫ້ເລືອດນຳສົງ ອົກຊີ ແລະ ສານອາຫານຕ່າງໆ ໄຫລຜ່ານໄປຫາຈຸລັງຕ່າງໆ ແລະ ອະໄວຍະວະທົ່ວຮ່າງກາຍ, ການ ໄຫລວຽນເລືອດທີ່ເໝາະສົມສຳຄັນ ຕໍ່ການເຮັດວຽກຂອງກ້າມຊີ້ນ ແລະ ເສັ້ນປະສາດ ເມື່ອເຮົາດື່ມນ້ຳ ອຸ່ນໄຂມັນທີ່ສະສົມຢູ່ໃນຮ່າງກາຍ ແລະ ຍັງລ້າງສານພິດທີ່ເປັນອັນຕະ ລາຍອອກໄປໄດ້, ຄວນຫລີກລ່ຽງ ການດື່ມນ້ຳເຢັນຫລາຍເກີນໄປ ເພາະອາດເຮັດໃຫ້ເສັ້ນເລືອດດຳ ອຸດຕັນໄດ້. 8. ຊ່ວຍກະຕຸ້ນການນອນຫລັບ: ຖ້າທ່ານມີບັນຫາການນອນຫລັບ ລອງດື່ມນ້ຳອຸ່ນຈັກຈອກກ່ອນນອນ ຈະຊ່ວຍໃຫ້ນອນຫລັບໄດ້ງ່າຍຂຶ້ນ ນ້ຳອຸ່ນໆຊ່ວຍເພີ່ມຄວາມອົບອຸ່ນໃຫ້ ຮ່າງກາຍເຮັດໃຫ້ຮູ້ສຶກສະບາຍຂຶ້ນ. ນອກຈາກນີ້, ຍັງຊ່ວຍຫລຸດຄວາມ ຢາກເຂົ້າໃນຕອນເດິກ ແລະ ເຮັດ ໃຫ້ຮູ້ສຶກສົດຊື່ນຂຶ້ນເມື່ອຕື່ນນອນ ຕອນເຊົ້າ.
RkJQdWJsaXNoZXIy MTc3MTYxMQ==