7206

02/02/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp Iv']a f4t,q o8u dt-;'dko8j k'xtgmf g0Q kIj ;,dv'xt-5 ,g9Q k|h kmuj vk;5 3lvk-Po muj 2u ]y [xy o ກອງປະຊຸມ...ຸ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ເປີດເທສະການ...ີ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຂປລ. ກອງປະຊຸມໜ່ວຍປະສານ ງານປະຈຳພື້ນທີ່ຊາຍແດນລາວ-ໄທ (ນະຄອນຫລວງວຽງຈັນ-ແຂວງ ໜອງຄາຍ) ຄັ້ງທີ 13 ຈັດຂຶ້ນໃນ ວັນທີ 28 ມັງກອນ 2026 ຢູ່ຂົວ ມິດຕະພາບໄທ-ລາວ1ແຂວງໜອງ ຄາຍ ປະເທດໄທ ຝ່າຍລາວນໍາໂດຍ ທ່ານພົນຈັດຕະວາ ບຸນລິດສີສຸພອນ ຫົວໜ້າການທະຫານ ກອງບັນຊາ ການທະຫານນະຄອນຫລວງວຽງ ຈັນ ແລະ ຝ່າຍໄທ ນໍາໂດຍ ທ່ານ ພົນຕີ ມຸງຄຸນ ຫໍທອງ ຜູ້ບັນຊາການ ກອງກຳລັງສຸລະສັກມົນຕຣີ, ຫົວ ໜ້າຊຸດປະສານງານປະຈຳພື້ນທີ່ ຂລປ. ໃນວັນທີ 28 ມັງກອນ 2026 ທີ່ເຊບູ ປະເທດຟີລິບປີນ, ທ່ານ ພົງສະຫວັນ ສີສຸລາດ ຮອງ ລັດຖະມົນຕີກະຊວງການຕ່າງປະ ເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາ ຊຽນ ຂອງ ສປປ ລາວ ໄດ້ນໍາພາ ຄະນະເຂົ້າຮ່ວມກອງປະຊຸມເຈົ້າ ໜ້າທີ່ອາວຸໂສອາຊຽນ. ເຂົ້າຮ່ວມໃນ ກອງປະຊຸມຄັ້ງນີ້, ມີບັນດາຫົວໜ້າ ເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ຮອງເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະ. ກອງປະຊຸມຄັ້ງນີ້, ເພື່ອກະກຽມ ໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງ ປະເທດອາຊຽນ ແບບວົງແຄບ ທີ່ ຈະຈັດຂຶ້ນໃນວັນທີ 29 ມັງກອນ 2026 ພາຍໃຕ້ການເປັນປະທານ ອາຊຽນຂອງ ຟິລິບປິນ ໂດຍມີຄໍາ ຂວັນ“ການນຳທາງອະນາຄົດຂອງ ອາຊຽນ ຮ່ວມກັນ”. ກອງປະຊຸມ ໄດ້ຮັບຊາບກ່ຽວກັບບັນດາບຸລິມະ ສິດ, ຂໍ້ລິເລີ່ມ ແລະ ບັນດາກິດຈະກໍາ ສໍາລັບການເປັນປະທານອາຊຽນ ຂອງຟິລິບປິນປີ2026ແລະ ໄດ້ຮັບ ຊາບຄວາມຄືບໜ້າຂອງການຈັດ ຕັ້ງປະຕິບັດ ຜົນຂອງກອງປະຊຸມ ສຸດຍອດອາຊຽນຄັ້ງທີ46ແລະ47 ແລະ ບັນດາກອງປະຊຸມສຸດຍອດ ທີ່ກ່ຽວຂ້ອງ ໃນປີ 2025 ຜ່ານມາ. ກອງປະຊຸມ ຍັງໄດ້ປຶກສາກ່ຽວ ກັບການສະໜັບສະໜູນຊ່ວຍເຫລືອ ຕີມໍ-ແລັດສະເຕ ເພື່ອບັນລຸບັນດາ ເງື່ອນໄຂທີ່ຍັງຕ້ອງໄດ້ດຳເນີນການ ພາຍຫລັງທີ່ ຕີມໍ-ແລັດສະເຕ ເຂົ້າ ເປັນສະມາຊິກສົມບູນຂອງອາຊຽນ, ໄດ້ປຶກສາຫາລືກ່ຽວກັບການກະ ກຽມສະເຫລີມສະຫລອງ ຄົບຮອບ 50 ປີ ຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນ ອອກສຽງໃຕ້ ໃນປີ 2026. ໃນ ກອງປະຊຸມຄັ້ງນີ້, ບັນດາຫົວໜ້າ ເຈົ້າໜ້າທີ່ອາວຸໂສອາຊຽນ ຍັງໄດ້ ປຶກສາຫາລືກ່ຽວກັບຮ່າງແຜນປະ ຕິບັດງານ ຂອງເວທີປຶກສາຫາລື ພາກພື້ນອາຊຽນ ສຳລັບປີ 20262030 ແລະ ກ່ອນສະເໜີແຜນປະ ຕິບັດງານດັ່ງກ່າວ ໃຫ້ລັດຖະມົນຕີ ຕ່າງປະເທດອາຊຽນ ພິຈາລະນາ. ໃນໂອກາດນີ້, ກອງປະຊຸມ ຍັງ ໄດ້ປຶກສາຫາລືທົບທວນຄືນຄວາມ ຄືບໜ້າ ຂອງການຮ່ວມມືລະຫວ່າງ ອາຊຽນ ກັບຄູ່ເຈລະຈາຂອງອາ ຊຽນ, ການສະໝັກເປັນຄູ່ຮ່ວມຂະ ແໜງການຂອງພາຍນອກ ແລະ ການພົວພັນຂອງອາຊຽນ ກັບ ປາ ປົວນິວກີເນ ໂດຍກອງປະຊຸມໄດ້ ເນັ້ນຢໍ້າຄວາມສຳຄັນຂອງການຮັດ ແໜ້ນຄວາມເປັນເອກະພາບ ແລະ ຄວາມເປັນແກນກາງຂອງອາຊຽນ ໃນການພົວພັນຮ່ວມມືກັບພາຍ ນອກ ແລະ ການຍົກສູງບົດບາດນໍາ ພາແບບສ້າງສັນຂອງອາຊຽນ ໃນ ການສົ່ງເສີມການປຶກສາຫາລືຜ່ານ ບັນດາກົນໄກທີ່ອາຊຽນ ເປັນຜູ້ ນຳພາ. ຂປລ. ກອງປະຊຸມລັດຖະມົນຕີ ທ່ອງທ່ຽວອາຊຽນ ຄັ້ງທີ 29 ແລະ ບັນດາກອງປະຊຸມປິ່ນອ້ອມພາຍໃຕ້ ຄໍາຂວັນ “ການນໍາທາງອະນາຄົດ ຂະແໜງການທ່ອງທ່ຽວ ຂອງອາ ຊຽນຮ່ວມກັນ (Navigating Our TourismFuture, Together)” ຈັດຂຶ້ນໃນລະຫວ່າງວັນທີ 25-31 ມັງກອນ 2026 ທີ່ ເຊບູ ປະເທດ ຟິ ລິບປິນ ໂດຍມີບັນດາລັດຖະມົນຕີ ທ່ອງທ່ຽວ ປະເທດອາຊຽນ ເຂົ້າ ຮ່ວມ. ສຳລັບ ສປປ ລາວ ແມ່ນນຳ ໂດຍທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ພ້ອມດ້ວຍຄະນະ. ກອງປະຊຸມດັ່ງກ່າວໄດ້ທົບທວນ ຄືນຄວາມຄືບໜ້າການຈັດຕັ້ງປະຕິ ບັດແຜນຍຸດທະສາດການທ່ອງທ່ຽວ ອາຊຽນ, ອາຊຽນບວກສາມ, ອາ ຊຽນ-ຣັດເຊຍ, ອາຊຽນ-ອິນເດຍ ສະບັບ 2016-2025 ພ້ອມທັງປຶກ ຫາລືບັນດາໜ້າວຽກບຸລິມະສິດແລະ ສືບຕໍ່ຜັນຂະຫຍາຍບັນດາກິດຈະກຳ ທ່ອງທ່ຽວທີ່ໄດ້ຮັບຮອງຢູ່ທີ່ກອງປະ ຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28 ທີ່ປະເທດມາເລເຊຍ ໃນປີ 2025 ໂດຍສະເພາະການສົ່ງເສີມ ການທ່ອງທ່ຽວແບບຍືນຍົງ, ມີ ໂຄສະນາອົບຮົມສູນກາງພັກ, ທ່ານ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ກຳມະການສູນການພັກ, ເລຂາຄະ ນະບໍລິຫານງານພັກແຂວງບໍ່ແກ້ວ ພ້ອມດ້ວຍອະດີດການນຳ, ແຂກຖືກ ເຊີນຈາກສູນກາງ, ທ້ອງຖິ່ນ ແລະ ຕ່າງປະເທດເຂົ້າຮ່ວມ. ທ່ານ ກາວ ຫລົງ ຮອງປະທານ ສະພາບໍລິຫານເຂດເສດຖະກິດ ພິເສດສາມຫລ່ຽມຄຳ ໄດ້ລາຍງານ ໃນພິທີວ່າ: ເທສະການດອກງິ້ວ ບານເປັນບຸນໃຫຍ່ທີ່ມີເອກະລັກ ສະເພາະຂອງແຂວງບໍ່ແກ້ວ ເພື່ອ ສະແດງໃຫ້ເຫັນຮີດຄອງປະເພນີ ທີ່ເປັນເອກະລັກອັນສະເພາະຂອງ ສປປ ລາວ ແລະ ອິນດູຈີນ, ເປັນໂອ ກາດທີ່ສຳຄັນເພື່ອຊຸກຍູ້ການແລກ ປ່ຽນວັດທະນະທຳ, ມິດຕະພາບ ຢ່າງເລິກເຊິ່ງ, ຊຸກຍູ້ການພັດທະນາ ການທ່ອງທ່ຽວ ແລະ ການຄ້າ. ປີນີ້ເປັນປີຄົບຮອບ 19 ປີ ແຫ່ງ ການສ້າງຕັ້ງເຂດເສດຖະກິດພິເສດ ສາມຫລ່ຽມຄຳ, ພື້ນຖານໂຄງລ່າງ ຂອງເຂດໄດ້ຮັບການປັບປຸງ ແລະ ພັດທະນາຢ່າງຕໍ່ເນື່ອງ ນັບແຕ່ເສັ້ນ ທາງ, ສະໜາມບິນ, ໂຮງແຮມ 5 ດາວ, ດ່ານສາກົນສາມຫລ່ຽມຄຳ ແລະ ສະຖານທີ່ອື່ນໆກໍໄດ້ຮັບການ ພັດທະນາ ແລະ ມີຜົນສຳເລັດ. ທ່ານ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ໄດ້ກ່າວເປີດງານວ່າ: ການຈັດເທສະການດອກງິ້ວບານ ຄັ້ງທີ 23 ປະຈຳປີ 2026 ເປັນ ການສົ່ງເສີມ ແລະ ປົກປັກຮັກສາ ຮີດຄອງປະເພນີອັນດີງາມຂອງ ທ້ອງຖິ່ນ ກໍຄື ຂອງຊາດ ແນໃສ່ສົ່ງ ເສີມການທ່ອງທ່ຽວທຳມະຊາດ ຂອງດອນຊາວ ຕິດພັນກັບການບໍລິ ການ ແລະ ການທ່ອງທ່ຽວຄົບວົງ ຈອນຢູ່ເຂດເສດຖະກິດພິເສດສາມ ຫລ່ຽມຄຳ ເມືອງຕົ້ນເຜິ້ງ ແລະ ເພື່ອ ເຊີນຊວນມວນຊົນຈາກທຸກສາລະ ທິດເຂົ້າມາຢ້ຽມຊົມ. ພາຍໃນງານປະກອບມີກິດຈະ ກຳທີ່ໜ້າສົນໃຈ ເປັນຕົ້ນ ການປະ ກວດນາງສາວດອກງິ້ວບານ ປະ ຈຳປີ 2026, ການສະແດງສິລະ ປະວັນນະຄະດີ, ຕະຫລາດນັດພື້ນ ເມືອງລາວ, ການວາງສະແດງສິລະ ປະສາກົນສາມຫລ່ຽມ ສັນຕິພາບ, ການຈຳໜ່າຍສິນຄ້າ, ການສະແດງ ຈູດດອກໄມ້ໄຟ, ປ່ອຍໂຄມໄຟ ແລະ ກິດຈະກຳທີ່ໜ້າສົນໃຈອື່ນໆ. ເທສະການດອກງິ້ວບານປີນີ້ ດຳເນີນໄປຮອດວັນທີ 31 ມັງກອນ, ຕະຫລອດເດືອນມັງກອນ ຫາ ເດືອນກຸມພາ ຂອງທຸກໆປີທ່ານ ສາມາດມາທ່ຽວຊົມຄວາມງາມ ຂອງດອກງິ້ວບານ ປະດັບເອ້ດອນ ຊາວແຫ່ງນີ້. ຄວາມສາມາດໃນການປັບຕົວ ແລະ ມີຄຸນນະພາບ ຊຶ່ງສອດຄ່ອງກັບຖະ ແຫລງການຂອງຜູ້ນໍາອາຊຽນ ວ່າ ດ້ວຍການທ່ອງທ່ຽວຄຸນນະພາບ ທີ່ ໄດ້ຮັບຮອງ ໃນປີ 2025. ໃນກອງປະຊຸມ ຍັງໄດ້ຮັບຊາບ ເຖິງການຟື້ນຟູຢ່າງຕໍ່ເນື່ອງ ຂອງ ຂະແໜງການທ່ອງທ່ຽວອາຊຽນ, ໂດຍປີ 2025 ມີນັກທ່ອງທ່ຽວ ສາກົນເຂົ້າມາຢ້ຽມຢາມພາກພື້ນ ປະມານ 144 ລ້ານເທື່ອຄົນ ຊຶ່ງສະ ທ້ອນໃຫ້ເຫັນແນວໂນ້ມຂອງການ ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຍັງ ໄດ້ຊົມເຊີຍຜົນສໍາເລັດຂອງການ ມອບລາງວັນ ມາດຕະຖານການ ທ່ອງທ່ຽວອາຊຽນ ຊຶ່ງມີຜູ້ປະ ກອບການຈາກພາກສ່ວນຕ່າງໆ ຈໍານວນ 211 ແຫ່ງ ຈາກປະເທດ ສະມາຊິກອາຊຽນ ທີ່ໄດ້ຮັບລາງ ວັນ ເພື່ອຍົກລະດັບຄຸນນະພາບ ແລະ ມາດຕະຖານການບໍລິການ. ພ້ອມນີ້, ກອງປະຊຸມ ຍັງໄດ້ເປັນເອກະພາບ ຮັບຮອງເອົາແຜນຍຸດທະສາດການ ທ່ອງທ່ຽວອາຊຽນ, ອາຊຽນ ບວກ ສາມ, ອາຊຽນ-ຣັດເຊຍ, ອາຊຽນອິນເດຍ ສະບັບ 2026-2030 ແລະ ຍຸດທະສາດການຕະຫລາດ ດ້ານການທ່ອງທ່ຽວອາຊຽນ ສະ ບັບ 2026-2030 ພ້ອມທັງເປັນ ເອກະພາບໃນການສົ່ງເສີມຄວາມ ຮ່ວມມືກັບພາກສ່ວນເອກະຊົນ, ຄູ່ ຮ່ວມພັດທະນາ ແລະ ອົງການຈັດ ຕັ້ງສາກົນຕ່າງໆ ເພື່ອສົ່ງເສີມການ ພັດທະນາການທ່ອງທ່ຽວຢ່າງຍືນ ຍົງ, ຍົກລະດັບທັກສະບຸກຄະລາ ກອນ ແລະ ສົ່ງເສີມການເຊື່ອມໂຍງ ພາກພື້ນໃຫ້ຮັດແໜ້ນຂຶ້ນ. ໃນກອງປະຊຸມຄັ້ງນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ ສະແດງຄວາມຊົມເຊີຍ ມາເລເຊຍ ທີ່ໄດ້ຮັບຜົນສຳເລັດຢ່າງຈົບງາມ ໃນການເປັນປະທານອາຊຽນ ໃນປີ 2025 ແລະ ໄດ້ຢືນຢັນຄືນຄວາມ ໝາຍໝັ້ນຂອງ ສປປ ລາວ ໃນການ ສືບຕໍ່ຮ່ວມມືຢ່າງໃກ້ຊິດ ກັບບັນດາ ປະເທດສະມາຊິກອາຊຽນ ແລະ ຄູ່ ຮ່ວມມືພາຍນອກ ເພື່ອຜົນສໍາເລັດ ຂອງອາຊຽນໃນປີ 2026 ພາຍໃຕ້ ການເປັນປະທານຂອງ ຟິລິບປິນ ກໍຄືການຈັດຕັ້ງຜັນຂະຫຍາຍແຜນ ຍຸດທະສາດການທ່ອງທ່ຽວອາ ຊຽນ ແລະ ອາຊຽນກັບຄູ່ຮ່ວມມື ພາຍນອກ ສະບັບ 2026-2030. ໂອກາດດັ່ງກ່າວ, ທ່ານ ນາງ ສວນສະຫວັນ ວິຍະເກດ ພ້ອມ ຄະນະ ຍັງໄດ້ເຂົ້າຮ່ວມງານວາງ ສະແດງການທ່ອງທ່ຽວອາຊຽນ (TRAVEX-ATF 2026) ຊຶ່ງ ເປັນມະຫະກໍາທ່ອງທ່ຽວອາຊຽນ ເພື່ອເພີ່ມທະວີການໂຄສະນາຜະລິດ ຕະພັນການທ່ອງທ່ຽວ, ຂະຫຍາຍ ຕະຫລາດການທ່ອງທ່ຽວແລະພາກ ທຸລະກິດປິ່ນອ້ອມ ເພື່ອເຊື່ອມໂຍງເຊື່ອມຈອດກັບຕະຫລາດທ່ອງທ່ຽວ ພາກພື້ນ ແລະ ສາກົນ. ງານວາງ ສະແດງດັ່ງກ່າວແມ່ນປະກອບມີ ພາກທຸລະກິດພາຍໃນບັນດາປະ ເທດສະມາຊິກອາຊຽນ ລວມທັງ ສປປ ລາວ, ພາກພື້ນ ແລະ ສາກົນ ຄາດຄະເນ ມີຜູ້ຊື້-ຜູ້ຂາຍ ມາຈາກ ທົ່ວໂລກຫລາຍກວ່າ 400 ຄົນ. ຂໍ້ມູນຂ່າວ: ຖວ ]k;{wm sk]n ln [8+ Ia dlk 7;k,lts'q [8k,[= ]y g;o-kpcfo ຊາຍແດນ ໄທ-ລາວ ແຂວງໜອງ ຄາຍ, ມີອົງການຈັດຕັ້ງແລະ ພະນັກ ງານວິຊາການທີ່ກ່ຽວຂ້ອງສອງ ຝ່າຍ ເຂົ້າຮ່ວມ. ໂອກາດນີ້, ສອງຝ່າຍໄດ້ຜັດ ປ່ຽນກັນລາຍງານການເຄື່ອນໄຫວ ພ້ອມທັງໄດ້ແລກປ່ຽນຄໍາຄິດຄໍາ ເຫັນຫລາຍບັນຫາທີ່ສຳຄັນ ເປັນຕົ້ນ ຂົງເຂດວຽກງານການກວດກາຄົນ ເຂົ້າ-ອອກເມືອງຜິດກົດໝາຍ ໃຫ້ ຖືກຕ້ອງຕາມລະບຽບກົດໝາຍ ຂອງສອງປະເທດ, ບັນຫາຕ້ານ ແລະ ສະກັດກັ້ນການລັກລອບຂົນ ສົ່ງຢາເສບຕິດທີ່ຜິດກົດໝາຍ. ພ້ອມ ນີ້, ສອງຝ່າຍ ຍັງໄດ້ເຫັນດີເປັນເອ ກະພາບກັນຈະສືບຕໍ່ຜັດປ່ຽນກັນ ຖອດຖອນບົດຮຽນ ເພື່ອສົ່ງເສີມ ການຮ່ວມມື ແລະ ຮັກສາຄວາມສະ ຫງົບຕາມບໍລິເວນຊາຍແດນ ລາວໄທໃຫ້ມີຄວາມສະຫງົບແລະຄວາມ ເປັນລະບຽບຮຽບຮ້ອຍເປັນຢ່າງດີ, ສືບຕໍ່ສ້າງສາຍພົວພັນການຮ່ວມມື ທີ່ດີຕໍ່ກັນໃນໂອກາດທີ່ໄດ້ຮ່ວມມືຜັດ ປ່ຽນກັນເປັນເຈົ້າພາບໃນການລາດ ຕະເວນຮ່ວມກັນ ໃຫ້ເປັນປົກກະຕິ, ເຮັດຢ່າງຕໍ່ເນື່ອງ ເປັນຕົ້ນສືບຕໍ່ການ ແລກປ່ຽນຢ້ຽມຢາມທັດສະນະສຶກ ສາ ລະຫວ່າງສອງກອງທັບ ລາວໄທໃຫ້ເປັນປົກກະຕິຕໍ່ເນື່ອງ, ເອົາໃຈ ໃສ່ການຮ່ວມມືຢ່າງຈິງຈັງໃນການ ແກ້ໄຂບັນຫາຕ່າງໆທີ່ອາດຈະເກີດ ຂຶ້ນ, ຕ້ານ ແລະ ສະກັດກັ້ນການລັກ ລອບການຂົນສົ່ງແຮງງານແບບ ຜິດກົດໝາຍ, ການຄ້າມະນຸດ, ບັນ ຫາຢາເສບຕິດ, ການຄ້າຂາຍເຖື່ອນ, ຕ້ານອາຊະຍາກຳແກ້ງສະແກມເມີ ແລະ ສິ່ງຜິດກົດໝາຍອື່ນໆ ເພື່ອຄຸ້ມ ຄອງ ແລະ ປ້ອງກັນບໍລິເວນຊາຍ ແດນ ລະຫວ່າງສອງປະເທດ ໃຫ້ມີ ຄວາມສະຫງົບໂດຍພື້ນຖານ. ພ້ອມກັນນີ້, ສອງຝ່າຍຍັງໄດ້ອະ ທິບາຍບັນດາເນື້ອໃນ, ຂັ້ນຕອນການ ປະສານງານກໍຄືບາດກ້າວໃນການ ລາດຕະເວນ, ພ້ອມທັງກ່າວເປີດ ການລາດຕະເວນຮ່ວມກັນຢ່າງ ເປັນທາງການ ເພື່ອເຮັດໃຫ້ການ ລາດຕະເວນຮ່ວມຄັ້ງນີ້ໄດ້ຮັບຜົນສຳ ເລັດຢ່າງຈົບງາມ ຮັບປະກັນຄວາມ ປອດໄພ 100%, ທັງນີ້, ກໍເພື່ອສະ ແດງໃຫ້ເຫັນເຖິງການພົວພັນຮ່ວມ ມືທີ່ດີຂອງສອງປະເທດກໍຄື ເຈົ້າໜ້າ ທີ່ຮັກສາຄວາມສະຫງົບຂອງສອງ ກອງທັບ ລາວ-ໄທ ໂດຍສະເພາະ ຂອບເຂດນະຄອນຫລວງວຽງຈັນແຂວງໜອງຄາຍ ພ້ອມກັນຮ່ວມມື ໃນການແກ້ໄຂປາກົດການຫຍໍ້ທໍ້ ຕ່າງໆ ລຽບຕາມຊາຍແດນທາງນ້ຳ ໂດຍສະເພາະບັນຫາຢາເສບຕິດ, ການຄ້າຂາຍເຖື່ອນ, ການເຂົ້າ-ອອກ ເມືອງທີ່ຜິດກົດໝາຍ ແລະ ບັນຫາ ອື່ນໆໃນຂອບເຂດຮັບຜິດຊອບໃຫ້ ນັບມື້ຫລຸດໜ້ອຍຖອຍລົງເທື່ອລະ ກ້າວ ແນໃສ່ເຮັດໃຫ້ຊາຍແດນກາຍ ເປັນເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ມີການພັດທະນາ ຮ່ວມກັນຕະຫລອດໄປ. ສຳລັບກອງປະຊຸມໜ່ວຍປະສານ ງານ ປະຈຳພື້ນທີ່ຊາຍແດນ ລາວໄທ (ນະຄອນຫລວງວຽງຈັນແຂວງໜອງຄາຍ) ຄັ້ງທີ 14 ແມ່ນ ສປປ ລາວ ຈະໄດ້ຮັບກຽດເປັນເຈົ້າ ພາບ ໃນຄັ້ງຕໍ່ໄປ. ຂໍ້ມູນ-ພາບ: ວຽງຈັນໃໝ່

RkJQdWJsaXNoZXIy MTc3MTYxMQ==