@ 0j k; c]t gsfdko j 02/02/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ຮອງປະທານປະເທດ... ໂທລະເລກ... ອະດີດນາຍົກລັດຖະມົນຕີແຫ່ງ ສ ເກົາຫລີ. ເນື້ອໃນໂທລະເລກ ໄດ້ລະບຸວ່າ: ຂ້າພະເຈົ້າ, ຂໍສະແດງຄວາມເສົ້າ ສະຫລົດໃຈຢ່າງສຸດຊຶ້ງ ທີ່ໄດ້ຮັບຂ່າວການຈາກໄປຂອງ ທ່ານ ລີ ເຮ ຈານ (Lee Hae-chan), ອະດີດນາຍົກລັດຖະມົນຕີແຫ່ງ ສ ເກົາຫລີ ໃນວັນທີ 25 ມັງກອນ 2026 ທີ່ຜ່ານມາ. ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄວາມ ໄວ້ອາໄລຢ່າງສຸດຊຶ້ງ ແລະ ແບ່ງປັນຄວາມໂສກເສົ້າເສຍໃຈມາຍັງທ່ານ, ລັດຖະບານ ແຫ່ງ ສ ເກົາຫລີ ແລະ ຄອບຄົວຂອງ ທ່ານ ລີ ເຮ ຈານ ມາ ໃນໂອກາດນີ້ດ້ວຍ. ຂໍໃຫ້ດວງວິນຍານ ທ່ານ ລີ ເຮ ຈານ ຈົ່ງໄປສູ່ສຸຂະຕິ ດ້ວຍເຖີ້ນ. ຊົມເຊີຍວັນສ້າງຕັ້ງ...ົີັ້ັ້ ເຫື່ອແຮງ ແລະ ສະຕິປັນຍາຂອງຕົນປະກອບສ່ວນເຂົ້າໃນຜົນງານ ແລະ ໄຊຊະນະອັນໃຫຍ່ຫລວງຂອງທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ ລາວ ໃນໄລຍະການຕໍ່ສູ້ອັນລຳບາກ ຍາວນານລະອິດລະອ້ຽວ, ດຸເດືອດ ຂ້ຽວຂາດ ເພື່ອປົດປ່ອຍຊາດ ແລະ ປົດປ່ອຍຊົນຊັ້ນກຳມະກອນ ກໍຄື ໄລຍະ ປົກປັກຮັກສາ ແລະ ສ້າງສາປະເທດຊາດອັນແສນຮັກຂອງພວກເຮົາໃຫ້ມີ ຄວາມຈະເລີນຮຸ່ງເຮືອງ. ເພື່ອສືບຕໍ່ມູນເຊື້ອຜົນງານອັນໃຫຍ່ຫລວງຕະຫລອດໄລຍະຜ່ານມາ ນັ້ນ, ສະຫະພັນກໍາມະບານລາວ ໄດ້ເອົາໃຈໃສ່ໃນການສຶກສາອົບຮົມການ ເມືອງ-ແນວຄິດໃຫ້ສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງ ງານ ໃຫ້ປະຕິບັດຕາມແນວທາງປ່ຽນແປງໃໝ່ຂອງພັກ, ມີຄວາມສາມັກຄີ, ມີລະບຽບວິໄນໃນການອອກແຮງງານ, ຈັດຕັ້ງຜັນຂະຫຍາຍແນວທາງ ປ່ຽນແປງໃໝ່ຢ່າງຮອບດ້ານ ມີຫລັກການຂອງພັກເຂົ້າສູ່ວຽກງານຕົວຈິງ ໂດຍຖືເອົາການສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກກຳມະ ບານ, ກຳມະກອນ, ຜູ້ອອກແຮງງານ ແລະ ມະຫາຊົນເປັນວຽກງານສຳຄັນ ແລະ ແມ່ນວຽກງານແຖວໜ້າຂອງພັກ. ໄດ້ເອົາໃຈໃສ່ເຄື່ອນໄຫວວຽກ ງານປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະບານ, ກຳ ມະກອນຜູ້ອອກແຮງງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ. ສະເໜີຄະນະກໍາມະການແຮງງານແຫ່ງຊາດ ປັບຄ່າແຮງງານຂັ້ນຕໍ່າສຸດ ໃຫ້ຜູ້ອອກແຮງງານພາກວິສາຫະກິດ; ໄດ້ຄົ້ນຄວ້າ, ນໍາສະເໜີລັດຖະບານ ພິຈາລະນາເພີ່ມເງິນເດືອນ ແລະ ສະຫວັດດີການໃຫ້ພະນັກງານ-ລັດຖະ ກອນພາກລັດ ໃຫ້ແທດເໝາະກັບສະພາບເສດຖະກິດໃນປັດຈຸບັນ. ເຂົ້າ ຮ່ວມແກ້ໄຂຂໍ້ຂັດແຍ່ງແຮງງານ, ຊຸກຍູ້ໃຫ້ຫົວໜ່ວຍແຮງງານເຮັດສັນຍາ ແຮງງານບຸກຄົນ, ສັນຍາແຮງງານລວມໝູ່ ໃນຫົວໜ່ວຍແຮງງານ, ຊຸກຍູ້ ໃຫ້ຜູ້ໃຊ້ແຮງງານ ນໍາເອົາຜູ້ອອກແຮງງານເຂົ້າປະກັນສັງຄົມ ແລະ ສ້າງ ຕັ້ງກຸ່ມແຮງງານນອກລະບົບໃນຂອບເຂດທົ່ວປະເທດ; ເອົາໃຈໃສ່ບໍາລຸງກໍ່ສ້າງສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານໃຫ້ມີ ຄວາມຮູ້, ຄວາມສາມາດທາງດ້ານເຕັກນິກວິທະຍາສາດ, ພັດທະນາສີມື ແຮງງານ ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ; ປັບປຸງ ແລະ ຂະຫຍາຍການຈັດຕັ້ງໃຫ້ໜັກແໜ້ນເຂັ້ມແຂງທາງດ້ານ ປະລິມານ ແລະ ຄຸນນະພາບ. ຊົມເຊີຍວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ ຢ່າງົ ມີ ຍັ ນ້ າັ້ ງັ ນົ ບີ ່າ ສຸດດໃຈ !ຸ ແລະ ນູແວນເຊລັງ ໄດ້ສ້າງສາຍ ພົວພັນການທູດນຳກັນ ໃນວັນທີ 7 ກຸມພາ 1963 ການພົວພັນສອງ ຝ່າຍໄດ້ດຳເນີນ ແລະ ຂະຫຍາຍຕົວ ຢ່າງຕໍ່ເນື່ອງ. ການແລກປ່ຽນການ ຢ້ຽມຢາມ ລະຫວ່າງການນຳຂັ້ນ ສູງ ແລະ ຂັ້ນຕ່າງໆຂອງສອງປະ ເທດ ໄດ້ເລີ່ມຕົ້ນແຕ່ປີ 1965 ເປັນ ຕົ້ນມາ. ຄຽງຄູ່ກັນນັ້ນ, ສອງປະເທດ ກໍໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາ ກົນ. ພ້ອມນີ້, ທ່ານຮອງປະທານປະ ເທດ ແຫ່ງ ສປປ ລາວ ຍັງໄດ້ອວຍ ພອນໃຫ້ທ່ານທູດ ຈົ່ງປະສົບຜົນສຳ ເລັດໃນໜ້າທີ່ໃໝ່ ແລະ ເດີນທາງ ກັບຄືນປະເທດດ້ວຍຄວາມສະຫວັດ ດີພາບ. ໂອກາດດຽວກັນ, ທ່ານເອກອັກ ຄະລັດຖະທູດ ກໍໄດ້ສະແດງຄວາມ ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານຮອງປະທານປະເທດ ແລະ ສະແດງຄວາມຂອບໃຈ ຕໍ່ລັດ ຖະບານ ສປປ ລາວ ກໍຄື ພາກສ່ວນ ກ່ຽວຂ້ອງຂອງລາວ ທີ່ໄດ້ໃຫ້ການ ສະໜັບສະໜູນ ແລະ ການຮ່ວມມື ຕະຫລອດໄລຍະການປະຕິບັດໜ້າທີ່ ການທູດຂອງຕົນ ຢູ່ ສປປ ລາວ ຈົນ ໄດ້ຮັບຜົນສໍາເລັດເປັນຢ່າງດີ. ຂ່າວ: ກິດຕາ; ພາບ: ຂັນໄຊ ເພີ່ມທະວີ...ີ່ີ ຄຸ້ມຄອງລາຍຈ່າຍງົບປະມານ ທັງ ສູນກາງແລະທ້ອງຖິ່ນໃຫ້ລວມສູນ, ຖືກຕ້ອງ ແລະ ຄົບຖ້ວນ, ພ້ອມທັງ ສຸມໃສ່ການເຊື່ອມຕໍ່ລະບົບການຄຸ້ມ ຄອງການເກັບລາຍຮັບກັບຂະແໜງ ການທີ່ກ່ຽວຂ້ອງໃຫ້ສໍາເລັດ ແລະ ທົ່ວເຖິງໂດຍໄວ ໂດຍສະເພາະສຸມ ໃສ່ຂະຫຍາຍລະບົບຄຸ້ມຄອງໃບເກັບ ເງິນເອເລັກໂຕຣນິກ ໃຫ້ຫົວໜ່ວຍ ທຸລະກິດໃນຂອບເຂດທົ່ວປະເທດ ແລະ ລະບົບຄຸ້ມຄອງແບບຟອມເອ ເລັກໂຕຣນິກ ແລະ ເບີກຈ່າຍງົບປະ ມານ ຂອງຂະແໜງການພາກລັດ (D-Filing) ເພື່ອເກັບຄ່າທໍານຽມ, ຄ່າບໍລິການ ແລະ ກອງທຶນຕ່າງໆ ແລະ ຢູ່ບັນດາດ່ານສາກົນໃນຂອບ ເຂດທົ່ວປະເທດ ໃຫ້ເກັບລວມສູນ ຢູ່ຈຸດດຽວຜ່ານລະບົບ FinPass ຂອງກະຊວງການເງິນ. ພ້ອມນີ້, ໃຫ້ສືບຕໍ່ເອົາໃຈໃສ່ສຶກ ສາອົບຮົມການເມືອງ-ແນວຄິດໃຫ້ ພະນັກງານຢູ່ໃນຂົງເຂດການເງິນ ໃຫ້ມີຄວາມຈົ່ງຮັກພັກດີ, ມີຈັນຍາ ບັນ, ຮັກວິຊາຊີບ, ມີຄວາມອົດທົນ ເສຍສະລະ ແລະ ປະຕິບັດວິໄນແຜນ ການ-ການເງິນຢ່າງເຄັ່ງຄັດ, ປັບ ປຸງກົງຈັກຂະແໜງການເງິນໃຫ້ມີ ປະສິດທິຜົນ ພາຍຫລັງທີ່ໄດ້ມີການ ໂຮມສອງກະຊວງເຂົ້າກັນ; ສືບຕໍ່ ເພີ່ມທະວີຈັດຕັ້ງຜັນຂະຫຍາຍມະຕິ 04/ກມສພ ວ່າດ້ວຍການສ້າງເສດ ຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ໃຫ້ເປັນຮູບປະທໍາ ສະເໜີໃຫ້ພະແນກການເງິນ ເປັນ ເຈົ້າການຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ໃຫ້ຕິດພັນກັບການ ຈັດຕັ້ງວຽກງານຈຸດສຸມຕາມແຜນ ການປະຕິບັດ ສອຈ ຂອງແຕ່ລະ ທ້ອງຖິ່ນ ກໍຄື ຂະແໜງການຕ່າງໆ; ຂະແໜງການເງິນ ຕ້ອງໄດ້ເປັນໃຈ ກາງຊຸກຍູ້ການຂະຫຍາຍຕົວຂອງ ເສດຖະກິດ ໃຫ້ສາມາດບັນລຸໃນ ລະດັບ 5,5% ໃນປີ 2026 ກໍຄື ສູ້ຊົນໃຫ້ອັດຕາການຂະຫຍາຍຕົວ ຂອງເສດຖະກິດ ສາມາດບັນລຸສະ ເລ່ຍໃນລະດັບ 6% ຂຶ້ນໄປໃນໄລ ນະ 5 ປີ (2026-2030); ດ້ານ ລາຍຮັບງົບປະມານ ຕ້ອງໄດ້ສູ້ ຊົນໃຫ້ບັນລຸບໍ່ຫລຸດ 20% ຂອງ GDP ໃນປີ 2026 ຊຶ່ງຂະແໜງ ການເງິນ ຕ້ອງໄດ້ເພີ່ມທະວີການ ຂະຫຍາຍຖານລາຍຮັບພາຍໃນ ດ້ວຍການຄົ້ນຄວ້າເພີ່ມອັດຕາພາ ສີ-ອາກອນ, ຄ່າທໍານຽມຕິດພັນກັບ ການຂຸດຄົ້ນຊັບພະຍາກອນທໍາມະ ຊາດ, ອັດຕາອາກອນຊົມໃຊ້ບັນດາ ສິນຄ້າຟູມເຟືອຍຕ່າງໆ, ຄ່າທໍານຽມ ການຂົນສົ່ງຜ່ານແດນ; ດ້ານລາຍ ຈ່າຍງົບປະມານ ຕ້ອງເອົາໃຈໃສ່ ສືບຕໍ່ປັບປຸງຂອດ, ຂັ້ນຕອນໃນການ ອະນຸມັດ ແລະ ເບີກຈ່າຍງົບປະມານ ຜ່ານລະບົບທັນສະໄໝ, ຮັບປະກັນ ຄວາມໂປ່ງໃສ ແລະ ມີປະສິດທິຜົນ; ການສ້າງແຜນ ແລະ ຈັດຕັ້ງປະຕິ ບັດໂຄງການລົງທຶນຂອງລັດຕ້ອງ ໃຫ້ໄປຕາມຈຸດສຸມ ແລະ ເປົ້າໝາຍ ຂອງການພັດທະນາແຕ່ລະດ້ານ ໂດຍສະເພາະເນັ້ນໜັກໃສ່ການພັດ ທະນາເຂດແຄວ້ນ, ການແກ້ໄຂ ຄວາມທຸກຍາກໃນຂັ້ນທ້ອງຖິ່ນ, ຊຸກຍູ້ການຜະລິດຂອງປະຊາຊົນ ໂດຍການຈັດສັນແຫລ່ງທຶນເຂົ້າ ໃນໂຄງການເສັ້ນທາງເຊື່ອມໂຍງເຊື່ອມຈອດ, ເສັ້ນທາງເຂົ້າສູ່ແຫລ່ງ ການຜະລິດ, ເສັ້ນທາງເຂົ້າສູ່ແຫລ່ງ ທ່ອງທ່ຽວ ແລະ ເສັ້ນທາງເສດຖະ ກິດອື່ນໆ; ສືບຕໍ່ແກ້ໄຂບັນຫາໜີ້ສິນ ສາທາລະນະ ໂດຍເປັນເຈົ້າການ ເຂົ້າຮ່ວມປະເມີນແຕ່ຫົວທີ, ປັບປຸງ ກົນໄກຕິດຕາມ, ກວດກາໂຄງການ ກູ້ຢືມ ແລະ ກ້າວໄປສູ່ການຢຸດຕິ ການກູ້ຢືມທີ່ບໍ່ມີປະສິດທິຜົນ ແລະ ມີດອກເບ້ຍສູງທີ່ມີໄລຍະເວລາສັ້ນ ແລະ ສືບຕໍ່ເຈລະຈາເພື່ອຕໍ່ລອງ ເລື່ອນໄລຍະເວລາ ເພື່ອປັບໂຄງ ສ້າງໜີ້ສິນສາທາລະນະຄືນໃໝ່; ເລັ່ງປັບປຸງວິສາຫະກິດຂອງລັດໃຫ້ ມີຄວາມເຂັ້ມແຂງ ແລະ ປະກອບ ສ່ວນໃຫ້ງົບປະມານຂອງລັດໃຫ້ ໄດ້ຫລາຍຂຶ້ນ (ຄາດໝາຍ 1% ຂອງ GDP), ຂະແໜງການເງິນ ຕ້ອງໄດ້ຊ່ວຍລັດຖະບານເລັ່ງປັບ ປຸງວິສາຫະກິດຂອງລັດໃຫ້ມີຜົນ ກໍາໄລ, ໃຫ້ເຂັ້ມແຂງ, ໃນຕໍ່ໜ້າ ໃຫ້ສາມາດຊຸກຍູ້ໃຫ້ເຂົ້າຕະຫລາດ ຫລັກຊັບລາວ. ເລັ່ງສໍາເລັດ ແລະ ເຜີຍແຜ່ຜົນ ຂອງການສໍາຫລວດພົນລະເມືອງ ຄັ້ງທີ V ເພື່ອເປັນພື້ນຖານໃນການ ກໍານົດນະໂຍບາຍ ແລະ ຊຸກຍູ້ການ ພັດທະນາເສດຖະກິດ-ສັງຄົມ, ເອົາ ໃຈໃສ່ກະກຽມການສໍາຫລວດສະ ຖິຕິເສດຖະກິດໃຫ້ສໍາເລັດໃນປີ ນີ້. ໃນນີ້, ໃຫ້ສາມາດເກັບກໍາບັນ ດາຫົວໜ່ວຍວິສາຫະກິດ ທີ່ເປັນທ່າ ແຮງໃນການຂະຫຍາຍຖານລາຍ ຮັບງົບປະມານ; ເອົາໃຈໃສ່ຍົກສູງ ຄຸນນະພາບຂອງການເກັບກໍາ, ຜະ ລິດ ແລະ ເຜີຍແຜ່ຂໍ້ມູນສະຖິຕິທາງ ການໃຫ້ມີຄວາມຄົບຖ້ວນ, ຖືກຕ້ອງ ແລະ ສາມາດເຊື່ອມໂຍງກັບລະບົບ ຖານຂໍ້ມູນ ຂອງບັນດາຂະແໜງ ການຂັ້ນສູນກາງ, ທ້ອງຖິ່ນ ແລະ ສາກົນ. ໃນສະພາບການຮ່ວມມື ດ້ານເສດຖະກິດຂອງໂລກ ມີການ ປ່ຽນແປງຮູບແບບ ແລະ ເງື່ອນໄຂ ຕ່າງໆໃນປັດຈຸບັນ, ຂະແໜງການ ເງິນ ຕ້ອງໄດ້ເອົາໃຈໃສ່ທົບທວນ ຄືນ ແລະ ກຳນົດຍຸດທະສາດການ ຮ່ວມມື ດ້ານເສດຖະກິດກັບສາກົນ ໃນໄລຍະຕໍ່ໜ້າໃຫ້ສອດຄ່ອງກັບ ສະພາບການປ່ຽນແປງໃນໄລຍະ ໃໝ່; ການແບ່ງຂັ້ນຄຸ້ມຄອງດ້ານງົບ ປະມານ ລະຫວ່າງສູນກາງ ແລະ ທ້ອງຖິ່ນ, ຕ້ອງທົບທວນ ແລະ ປັບ ປຸງການແບ່ງຂັ້ນຄຸ້ມຄອງລາຍຮັບລາຍຈ່າຍ, ການດຸ່ນດ່ຽງ ລະຫວ່າງ ສູນກາງ-ທ້ອງຖິ່ນ ໂດຍສະເພາະ ການໂອນຫົວໜ່ວຍວິສາຫະກິດຂະ ໜາດໃຫຍ່ ໃນຂອບເຂດທົ່ວປະເທດ ໃຫ້ສູນກາງຄຸ້ມຄອງເພື່ອຮັບປະກັນ ການຄຸ້ມຄອງຕິດຕາມກວດກາຢ່າງ ມີປະສິດທິຜົນຫລາຍຂຶ້ນ, ນະໂຍ ບາຍພິເສດສໍາລັບໄຊສົມບູນ ແລະ ອື່ນໆ; ສືບຕໍ່ເອົາໃຈໃສ່ປັບປຸງນິຕິ ກໍາ ໃຫ້ມີຄວາມຮັດກຸມ ແລະ ເປັນ ລະບົບຄົບຊຸດ, ສຸມໃສ່ປັບປຸງນິຕິກໍາ ຈໍານວນໜຶ່ງ ທີ່ເປັນເງື່ອນໄຂໃນ ການຈັດເກັບລາຍຮັບ ແລະ ຄຸ້ມ ຄອງລາຍຈ່າຍງົບປະມານ; ຍົກສູງ ວຽກງານກວດກາລັດ ເພື່ອຫລຸດ ຜ່ອນການຮົ່ວໄຫລດ້ານງົບປະມານ ແລະ ການສ້າງໜີ້ສິນສາທາລະນະ ໂດຍການສືບຕໍ່ເພີ່ມທະວີການຕິດ ຕາມ, ກວດກາ-ກວດກາ, ການຄຸ້ມ ຄອງລາຍຮັບ-ລາຍຈ່າຍ, ສ້າງຄະ ນະສະເພາະກິດຕິດຕາມ, ກວດກາ ແຕ່ລະຂະແໜງວຽກງານຢ່າງເປັນ ລະບົບ ແລະ ຕິດຕາມການປະຕິບັດ ໜ້າທີ່ຄວາມຮັບຜິດຊອບຂອງພະ ນັກງານໃນຂະແໜງການເງິນ ແລະ ຂະແໜງການຕ່າງໆໃນການຕ້ານ ແລະ ສະກັດກັ້ນການສໍ້ລາດບັງ ຫລວງ ແຕ່ສູນກາງຮອດທ້ອງຖິ່ນ ຢ່າງເຂັ້ມງວດ. ຂ່າວ: ກິດຕາ; ພາບ: ອ່າຍຄຳ ເລື່ອນຊັ້ນ...ື່ັ້ ສະຫາຍຕາງໜ້າຈາກການຈັດຕັ້ງ ຂັ້ນສູນກາງ, ຄະນະນຳກະຊວງ ປ້ອງກັນປະເທດ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະ ເທດ, ກົມ, ກອງອ້ອມຂ້າງກະຊວງ ປ້ອງກັນປະເທດ ແລະ ພະນັກງານ ຫລັກແຫລ່ງ ເຂົ້າຮ່ວມ. ສະຫາຍ ດອນ ໄພວົງ ຮອງ ຫົວໜ້າຄະນະຈັດຕັ້ງສູນກາງພັກ ຕາງໜ້າຄະນະຈັດຕັ້ງສູນກາງພັກ ຜ່ານລັດຖະດຳລັດຂອງປະທານປະ ເທດ ວ່າດ້ວຍການເລື່ອນຊັ້ນນາຍ ທະຫານ ຊັ້ນພົນໂທ ຂຶ້ນຊັ້ນພົນເອກ ແລະ ດຳລັດຂອງນາຍົກລັດຖະມົນ ຕີ ວ່າດ້ວຍການແຕ່ງຕັ້ງຮອງລັດ ຖະມົນຕີ ກະຊວງປ້ອງກັນປະເທດ ໃນນີ້, ປະທານປະເທດ ອອກລັດຖະ ດໍາລັດຕົກລົງເລື່ອນຊັ້ນ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ຂຶ້ນ ເປັນຊັ້ນພົນເອກ ແລະ ນາຍົກລັດຖະ ມົນຕີ ອອກດຳລັດແຕ່ງຕັ້ງ ສະຫາຍ ພົນຕີ ກົງທອງ ສຸຂະວົງ ເປັນຮອງ ລັດຖະມົນຕີ ກະຊວງປ້ອງກັນ ປະເທດ. ໂອກາດນີ້, ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ໄດ້ໂອ້ລົມ ຫລາຍບັນຫາທີ່ສຳຄັນ ພ້ອມທັງ ເນັ້ນໃຫ້ສືບຕໍ່ເອົາໃຈໃສ່ສຶກສາອົບ ຮົມການເມືອງ-ນໍາພາແນວຄິດ ໃຫ້ ສະມາຊິກພັກ, ພະນັກງານ-ນັກຮົບ ເຊື່ອມຊຶມ, ກຳແໜ້ນແນວທາງນະ ໂຍບາຍຂອງພັກ, ໜ້າທີ່ການເມືອງ ຂອງກອງທັບ, ມີຄວາມເຊື່ອໝັ້ນຕໍ່ ອຸດົມການຂອງພັກ, ຈົ່ງຮັກພັກດີ ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ, ມີຄວາມເອກອ້າງທະນົງໃຈຕໍ່ມູນ ເຊື້ອ, ວິລະກຳການຕໍ່ສູ້ພິລະອາດ ຫານ ແລະ ສູ້ຮົບມີໄຊ ທີ່ສະຫງ່າ ອົງອາດຂອງກອງທັບ ທັງຮູ້ຕັ້ງໜ້າ ເສີມຂະຫຍາຍທາດແທ້ມູນເຊື້ອປະ ຕິວັດ ຂອງແຕ່ລະກົມກອງ, ຂອງ ແຕ່ລະນັກຮົບ, ນາຍ ແລະ ພົນທະ ຫານ ໃຫ້ສູງເດັ່ນຂຶ້ນຢ່າງບໍ່ຢຸດຢັ້ງ. ພ້ອມນັ້ນ, ກໍເພີ່ມທະວີຄວາມເອົາ ໃຈໃສ່ຕໍ່ວຽກງານກໍ່ສ້າງພັກ, ພະ ນັກງານຕາມທິດ ຖືຄຸນນະພາບ ເປັນກົກ ແລະ ຫັນເປັນໜຸ່ມ, ສຸມໃສ່ ກໍ່ສ້າງໜ່ວຍພັກປອດໄສ, ເຂັ້ມແຂງ ແລະ ໜັກແໜ້ນ, ຈັດຕັ້ງດໍາເນີນຊີ ວິດການເມືອງພາຍໃນພັກໃຫ້ເລິກ ເຊິ່ງ ເພື່ອປັບປຸງຄະນະພັກ ແລະ ສະ ມາຊິກພັກໃຫ້ເຂັ້ມແຂງ; ວຽກງານ ພະນັກງານຕ້ອງສ້າງໃຫ້ໄດ້ພະນັກ ງານສືບທອດບປ່ຽນແທນ ຢູ່ແຕ່ລະ ກົມກອງ ລວມທັງຢູ່ກະຊວງ, ເອົາ ໃຈໃສ່ສ້າງໃຫ້ມີໂຄງປະກອບດ້ານ ເຜົ່າຢູ່ໃນພະນັກງານຂັ້ນຕ່າງໆ, ເພີ່ມທະວີການຕິດຕາມ, ກວດກາສະ ຕິເຄົາລົບລະບຽບກົດໝາຍ ແລະ ວິໄນຂອງກອງທັບໃຫ້ເປັນປົກກະຕິ ເພື່ອສະກັດກັ້ນສະພາບຫຍໍ້ທໍ້ຕ່າງໆ ທີ່ຈະເກີດຂຶ້ນໃນກອງທັບ, ຕ້ອງສືບ ຕໍ່ປົກປັກຮັກສາ, ເສີມສ້າງຄວາມ ສາມັກຄີເປັນປຶກແຜ່ນ ແລະ ຄວາມ ເປັນແບບຢ່າງນໍາໜ້າຂອງພັກ ໂດຍ ສະເພາະ ຢູ່ພາຍໃນຄະນະພັກ-ຄະ ນະປະຈຳພັກກະຊວງ, ຄະນະພັກ ແຕ່ລະຂັ້ນ, ໃຫ້ມີຄວາມໜັກແໜ້ນ, ມີຄວາມເປັນເອກະພາບສູງ ເພື່ອສືບ ຕໍ່ເປັນຫລັກແຫລ່ງ, ເປັນຄັນທຸງ ແລະ ເປັນແກນນໍາໃນການນໍາພາ ເຕົ້າໂຮມຄວາມສາມັກຄີ ໃນຖັນ ແຖວສະມາຊິກພັກ, ພະນັກງານນັກຮົບ ໃນທົ່ວກອງທັບ ເພື່ອໃຫ້ບັນ ລຸເປົ້າໝາຍດັ່ງກ່າວ, ຕ້ອງຖືສໍາຄັນ ແລະ ເອົາໃຈໃສ່ປັບປຸງແບບແຜນ ວິທີເຮັດວຽກ, ແບບແຜນນໍາພາ ຂອງຄະນະພັກ-ຄະນະບັນຊາແຕ່ ລະຂັ້ນ, ເປີດກວ້າງປະຊາທິປະໄຕ, ເສີມຂະຫຍາຍຫົວຄິດປະດິດສ້າງ ຂອງໝູ່ຄະນະ, ມະຫາຊົນ, ແຕ່ຕ້ອງ ລວມສູນເປັນເອກະພາບໃນການຊີ້ ນໍາ-ບັນຊາ ທີ່ເດັດດ່ຽວວ່ອງໄວ, ທັນການ, ສືບຕໍ່ຊີ້ນໍາການປະຕິບັດ ຍຸດທະສາດ ຫັນລົງກໍ່ສ້າງຮາກ ຖານການເມືອງ, ພັດທະນາຊົນນະ ບົດຮອບດ້ານ ແລະ ແກ້ໄຂຄວາມ ທຸກຍາກຂອງປະຊາຊົນ ຕາມ 4 ເນື້ອໃນ4ຄາດໝາຍ, ປະກອບສ່ວນ ຢ່າງຕັ້ງໜ້າ ເຂົ້າໃນການແກ້ໄຂສະ ພາບຫຍໍ້ທໍ້ຕ່າງໆ ຢູ່ຮາກຖານເປັນ ຕົ້ນບັນຫາຢາເສບຕິດ, ການຄ້າ ຂາຍເຖື່ອນ, ອາວຸດເສິກ, ການຍົກ ຍ້າຍພູມລໍາເນົາແບບຊະຊາຍ, ການ ມົ້ວສຸມ ແລະ ອື່ນໆ; ປັບປຸງຮາກ ຖານການເມືອງໃຫ້ເຂັ້ມແຂງ, ໜັກ ແໜ້ນ ໂດຍສະເພະການສ້າງທ່າ ສະໜາມ 3 ຂັ້ນ, ປັບປຸງກຳລັງກອງ ຫລອນ-ກໍາລັງປ້ອງກັນຕົວ ທັງ ຊ່ວຍເຫລືອປະຊາຊົນໃນການພັດ ທະນາເສດຖະກິດ-ສັງຄົມ, ເຮັດໃຫ້ ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນນັບມື້ດີ ຂຶ້ນ, ຍູ້ແຮງການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ ໃນ ກອງທັບໃຫ້ຟົດຟື້ນ, ສ້າງການຫັນ ປ່ຽນໃໝ່ໃນການ “ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ”, ສ້າງພະລາ ທິການກັບທີ່ ເພື່ອສູ້ຊົນສ້າງແຫລ່ງ ລາຍຮັບໃຫ້ໄດ້ຫລາຍ, ປັບປຸງແກ້ ໄຂ ແລະ ຍົກລະດັບຊີວິດການເປັນ ຢູ່ໃນກໍາລັງໃຫ້ດີຂຶ້ນ. ສະຫລຸບຕີລາຄາ...ຸີ ໄດ້, ບັນຫາທີ່ຍັງອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນ ການເຄື່ອນໄຫວທີ່ຜ່ານມາ ແລະ ກຳນົດທິດທາງ, ໜ້າທີ່ຈຸດສຸມສຳ ລັບ ປີ 2026. ທ່ານ ເກດສະໜາ ພົມມະຈັນ ຮອງລັດຖະມົນຕີ ກະຊວງຍຸຕິທໍາ ໄດ້ໃຫ້ຮູ້ວ່າ:ໃນ1ປີທີ່ຜ່ານມາຄະນະ ນໍາກະຊວງໄດ້ເອົາໃຈໃສ່ນໍາພາ-ຊີ້ ນໍາ ການຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງ ທີ V ຂອງອົງຄະນະພັກກະຊວງ ຍຸຕິທຳ ໃນທ້າຍສະໄໝ ກໍຄື 7 ແຜນ ງານ 52 ໂຄງການ ທີ່ກະຊວງຍຸຕິ ທໍາໄດ້ຮັບຮອງ ໂດຍສະເພາະໄດ້ຜັນ ຂະຫຍາຍ, ຈັດຕັ້ງປະຕິບັດວຽກ ງານແຕ່ລະດ້ານຕາມທິດທາງແລະ ແຜນການຈຸດສຸມ ປະຈໍາປີ 2025 ທີ່ຕິດພັນກັບ 2 ວາລະແຫ່ງຊາດ ເປັນຕົ້ນ ວຽກງານການສ້າງ, ປັບ ປຸງກົດໝາຍ ແລະ ນິຕິກຳໃຕ້ກົດ ໝາຍ, ວຽກງານໂຄສະນາເຜີຍແຜ່ ກົດໝາຍ, ວຽກງານປະຕິບັດຄໍາຕັດ ສີນຂອງສານ, ການກໍ່ສ້າງ ແລະ ພັດທະນາບຸກຄະລາກອນກົດໝາຍ, ການບໍລິການວຽກງານຍຸຕິທໍາ, ການພົວພັນຮ່ວມມືສາກົນທາງ ດ້ານກົດໝາຍ ແລະ ວຽກງານຍຸຕິ ທໍາ, ພ້ອມທັງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຄົງຄ້າງ, ສາເຫດ ແລະ ບາງບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງ, ແຜນການວຽກງານຈຸດ ສຸມ ສຳລັບປີ 2026. ຈາກນັ້ນ, ຜູ້ ເຂົ້າຮ່ວມກອງປະຊຸມ ກໍໄດ້ປະກອບ ຄໍາຄິດຄໍາເຫັນ ໃສ່ຮ່າງບົດສະຫລຸບ ການຈັດຕັ້ງປະຕິບັດກົດໝາຍ ແລະ ຍຸຕິທໍາ ປະຈໍາປີ 2025 ແລະ ທິດ ທາງແຜນການຈຸດສຸມ ໃນປີ 2026 ຊຶ່ງຈະຕ້ອງໄດ້ປັບປຸງບາງດ້ານໂດຍ ສະເພາະຜົນງານການເຄື່ອນໄຫວ ວຽກງານຂອງທ້ອງຖິ່ນໃຫ້ສະແດງ ເປັນຕົວເລກ ແລະ ການເຄື່ອນໄຫວ 5 ກິດຈະກໍາ ຂອງວຽກງານຍຸຕິທໍາ ຮາກຖານ ແລະ ວຽກງານອື່ນໆ. ໃນວາລະກອງປະຊຸມ, ພະແນກ ຍຸຕິທໍາແຂວງຊຽງຂວາງ, ບໍລິຄໍາ ໄຊ, ໄຊຍະບູລີ, ວຽງຈັນ, ອັດຕະປື ແລະ ແຂວງຈໍາປາສັກ ກໍໄດ້ລາຍ ງານບົດຮຽນກ່ຽວກັບການຈັດຕັ້ງ ປະຕິບັດ ວຽກງານຍຸຕິທໍາເດັກ ວຽກງານຊ່ວຍເຫລືອທາງດ້ານກົດ ໝາຍ, ວຽກງານການສ້າງນິຕິກໍາ ຂັ້ນແຂວງ, ວຽກງານທະບຽນ ສານວຽກງານໂຄສະນາເຜີຍແຜ່ ກົດໝາຍ, ວຽກງານແກ້ໄຂຂໍ້ຂັດ ແຍ່ງທາງດ້ານເສດຖະກິດ ພາຍໃນ ແຂວງຂອງຕົນ. ໂອກາດນີ້, ທ່ານ ໄພວີສີບົວລິພາ ມີຄໍາເຫັນໂອ້ລົມໂດຍເນັ້ນໃສ່ບາງ ວຽກງານທີ່ຕ້ອງເອົາໃຈໃສ່ປັບປຸງ ໂດຍສະເພາະວຽກງານຍຸຕິທໍາຮາກ ຖານ ກໍຄື ວຽກງານກົດໝາຍ ແລະ ຍຸຕິທໍາໃຫ້ມີຄຸນນະພາບດີຂຶ້ນກວ່າ ເກົ່າ ເປັນຕົ້ນ ການສ້າງຖັນແຖວພະ ນັກງານຂະແໜງຍຸຕິທໍາ ໃຫ້ມີຄຸນ ທາດການເມືອງໜັກແໜ້ນ, ມີຄຸນ ສົມບັດສິນທໍາປະຕິວັດ, ມີຈັນຍາ ບັນ-ຈັນຍາທໍາ, ມີຄວາມຮູ້-ຄວາມ ສາມາດທາງດ້ານທິດສະດີການ ເມືອງແລະວິຊາສະເພາະ, ກໍາແໜ້ນ ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຂະແໜງການຍຸຕິທໍາ; ການຈັດ ຕັ້ງປະຕິບັດບັນດາຄາດໝາຍທີ່ ກອງປະຊຸມໃຫຍ່ຄັ້ງທີ XII ຂອງ ພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງ ທີ VI ຂອງອົງຄະນະພັກກະຊວງ ຍຸຕິທໍາ ໃຫ້ປະກົດຜົນເປັນຈິງ. ພ້ອມ ນັ້ນ, ທ່ານຍັງໄດ້ເນັ້ນໃຫ້ຄະນະພັກ ທຸກຂັ້ນ ຈົ່ງຍົກສູງຄວາມສາມາດ ນໍາພາຂອງຄະນະພັກແຕ່ລະຂັ້ນ ຕໍ່ ວຽກງານສຶກສາອົບຮົມການເມືອງນໍາພາແນວຄິດ; ເອົາໃຈໃສ່ຍົກລະ ດັບຄວາມຮູ້ທາງດ້ານທິດສະດີການ ເມືອງ ໃຫ້ແກ່ສະມາຊິກພັກ, ພະນັກ ງານ-ລັດຖະກອນທຸກຂັ້ນດ້ວຍການ ຈັດຕັ້ງຄົ້ນຄວ້າ, ຮ່ຳຮຽນທິດສະດີ ມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ,ບັນດາມະຕິ,ຄໍາສັ່ງຂອງ ພັກ, ກົດໝາຍ ແລະ ລະບຽບການ ຂອງລັດ ໃຫ້ທັນກັບສະພາບການ ແຕ່ລະໄລຍະ; ຕ້ານການເຊື່ອມຖອຍ ທາງດ້ານຄຸນທາດການເມືອງ ແລະ ປາກົດການຫຍໍ້ທໍ້ຕ່າງໆໃນຖັນ ແຖວສະມາຊິກພັກ, ພະນັກງານລັດຖະກອນຂະແໜງການຍຸຕິທຳ ທົ່ວປະເທດ; ຍູ້ແຮງຂະບວນການ ຈັດຕັ້ງປະຕິບັດໜ້າທີ່ການເມືອງ ຕາມພາລະບົດບາດຂອງຂະແໜງ ການຍຸຕິທໍາຂັ້ນຕ່າງໆໃຫ້ມີການ ຫັນປ່ຽນຢ່າງແຂງແຮງ ແລະ ເລິກ ເຊິ່ງ; ຖືເປັນບຸລິມະສິດຕໍ່ການປັບປຸງ ວຽກງານປະຕິບັດຄໍາຕັດສິນຂອງ ສານ, ວຽກງານສ້າງ ແລະ ປັບປຸງ ກົດໝາຍ, ວຽກງານໂຄສະນາເຜີຍ ແຜ່ກົດໝາຍ ແລະ ວຽກງານຍຸຕິ ທໍາຮາກຖານ ໃຫ້ເປັນຂະບວນຟົດ ຟື້ນ ແລະ ມີການຫັນປ່ຽນໃໝ່ຢ່າງ ຕັ້ງໜ້າ.
RkJQdWJsaXNoZXIy MTc3MTYxMQ==