


ໃນວັນທີ 9 ທັນວາ 2013 ນີ້, ກອງປະຊຸມສະໄໝສາມັນ ເທື່ອທີ 6 ສະພາແຫ່ງຊາດ ຊຸດທີ VII ໄຂຂຶ້ນຢ່າງເປັນທາງການ ທີ່ຫໍສະພາແຫ່ງຊາດ ແລະ ຈະດຳເນີນໄປເຖິງ ວັນທີ 27 ຂອງເດືອນດຽວກັນ ໂດຍການເປັນປະທານ ແລະ ກ່າວໄຂກອງປະຊຸມຢ່າງເປັນທາງການຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ. ເປັນກຽດເຂົ້າຮ່ວມ ໃນກອງປະຊຸມມີ ທ່ານ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ.