ສາຍການບິນຫວຽດເຈັດລົງນາມຂໍ້ຕົກລົງຫລາຍສະບັບ ຮ່ວມກັບສະຖາບັນການເງິນ ຂອງສະຫະລັດອາເມລິກາ

24/02/2026 20:51
Email Print 553
KPL ສາຍການບິນຫວຽດເຈັດ (Vietjet) ໄດ້ລົງນາມໃນຂໍ້ຕົກລົງທາງຍຸດທະສາດຫລາຍສະບັບຮ່ວມກັບບັນດາບໍລິສັດ ແລະ ສະຖາບັນການເງິນຊັ້ນນໍາຂອງສະຫະລັດອາເມລິກາ

ຂປລ. ສາຍການບິນຫວຽດເຈັດ (Vietjet)ໄດ້ລົງນາມໃນຂໍ້ຕົກລົງທາງຍຸດທະສາດຫລາຍສະບັບຮ່ວມກັບບັນດາບໍລິສັດ ແລະ ສະຖາບັນການເງິນຊັ້ນນໍາຂອງສະຫະລັດອາເມລິກາ ດ້ວຍມູນຄ່າລວມສູງກວ່າ 6.3 ຕື້ໂດລາສະຫະລັດ. ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງສະຫາຍ ໂຕ ເລີມ (To Lam) ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ພ້ອມດ້ວຍເຈົ້າໜ້າທີ່ລະດັບສູງຂອງລັດຖະບານຫວຽດນາມ ແລະ ສະຫະລັດອາເມລິກາ ທີ່ວໍຊິງຕັນດີຊີ, ໃນຂະນະທີ່ສະຫາຍເລຂາທິການໃຫຍ່ເຂົ້າຮ່ວມກອງປະຊຸມເປີດຕົວຄະນະກໍາມະການເພື່ອສັນຕິພາບ (Board of Peace) ທີ່ນໍາໂດຍສະຫະ ລັດອາເມລິກາ ເຊິ່ງເປັນອົງກອນສາກົນທີ່ຕັ້ງຂຶ້ນ ເພື່ອສະໜັບສະໜູນສັນຕິພາບ, ສະຖຽນລະພາບ ແລະ ການຟື້ນຟູໃນກາຊາ ຕາມຄໍາເຊີນຂອງປະທານາທິບໍດີສະຫະລັດ ທ່ານ ໂດນັນ ທຣັມ (Donald Trump).

ຂໍ້ຕົກລົງທີ່ລົງນາມໃນຄັງນີ້ລວມມີ: ການຊື້ເຄື່ອງຈັກ ແລະ ບໍລິການບຳລຸງຮັກສາມູນຄ່າ 5.4 ຕື້ໂດລາ ກັບ Pratt & Whitneyເພື່ອບໍລິການບໍາລຸງຮັກສາເຮືອບິນ Airbus A321NEO ແລະ A321XLR ຈຳນວນ 44 ລຳແບບຄົບວົງຈອນ, ມູນຄ່າຂອງສັນຍາຄາດວ່າຈະຢູ່ທີ່ປະມານ 5.4 ຕື້ໂດລາສະຫະລັດ ໂດຍPratt & Whitney ຈະສະໜອງເຄື່ອງຈັກລຸ້ນໃໝ່ເພື່ອເພີ່ມປະສິດທິພາບໃນການເຮັດວຽກ, ຫລຸດຜ່ອນຄ່າໃຊ້ຈ່າຍໃນການດໍາເນີນງານ ແລະ ຫລຸດຜ່ອນການປ່ອຍອາຍພິດ, ເພື່ອສະໜັບສະໜູນຍຸດທະສາດການພັດທະນາແບບຍືນຍົງ ແລະ ການຫັນປ່ຽນສູ່ພະລັງງານສີຂຽວຂອງ Vietjet.ຂໍ້ຕົກລົງການຈັດຫາທຶນສຳລັບເຮືອບິນ Boeing 737-8 ຈໍານວນ 6 ລໍາ, ເຊິ່ງມີມູນຄ່າປະມານ 965 ລ້ານໂດລາສະຫະລັດ ຕາມລາຄາຕະຫລາດ. ຂໍ້ຕົກລົງນີ້ຖືເປັນບາດກ້າວສຳຄັນໃນຍຸດທະສາດການສ້າງຄວາມຫລາກຫລາຍຂອງແຫລ່ງທຶນລະຫວ່າງປະເທດ ພ້ອມທັງເສີມສ້າງຄວາມອາດສາມາດດ້ານການເງິນ ແລະ ໂຄງສ້າງທຶນໃຫ້ສອດຄ່ອງກັບມາດຕະຖານສາກົນ. ຂໍ້ຕົກລົງໃນການສ້າງຂີດໝາຍສຳຄັນໃນການຮ່ວມມືດ້ານການບິນ ແລະ ເສດຖະກິດ ລະຫວ່າງຫວຽດນາມ-ສະຫະລັດ ດ້ວຍມູນຄ່າລວມກວ່າ 6.3 ຕື້ໂດລາສະຫະລັດ, ຂໍ້ຕົກລົງເຫລົ່ານີ້ມີຄວາມສຳຄັນ ແລະ ປະກອບສ່ວນເຂົ້າໃນການສ້າງວຽກເຮັດງານທໍາ ແລະ ເສີມສ້າງການເຊື່ອມໂຍງຂອງຕ່ອງໂສ້ມູນຄ່າລະຫວ່າງສອງພື້ນຖານເສດຖະກິດ.

ທ່ານ ຫງວຽນ ແທັງ ເຊີນ (Nguyen Thanh Son), ຜູ້ອໍານວຍການໃຫຍ່ຂອງ Vietjet ກ່າວວ່າ: "ຂໍ້ຕົກລົງເຫລົ່ານີ້ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນອັນແຮງກ້າຂອງ Vietjet ໃນການຂະຫຍາຍຂອບເຂດການເປັນພັນທະມິດລະຫວ່າງປະເທດ ແລະ ການພັດທະນາເຮືອບິນທີ່ທັນສະໄໝ ແລະ ຍືນຍົງ. ຂໍ້ຕົກລົງເຫລົ່າານີ້ໄດ້ສ້າງຮາກຖານອັນໜັກແໜ້ນ ເພື່ອເສີມສ້າງຄວາມເຂັ້ມແຂງທາງດ້ານການເງິນ, ຍົກລະດັບມາດຕະຖານການດຳເນີນງານ ແລະ ສະໜັບສະໜູນການເຕີບໂຕໃນໄລຍະຍາວສຳລັບອຸດສາຫະກຳການບິນທັງໃນ ຫວຽດນາມ ແລະ ໃນລະດັບສາກົນ. ຂໍ້ຕົກລົງເຫລົ່ານີ້ຍັງປະກອບສ່ວນເຂົ້າໃນການຊຸກຍູ້ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ຫວຽດນາມ ແລະ ສະຫະລັດອາເມລິກາ ໂດຍການສົ່ງເສີມເງິນທຶນ, ການຮ່ວມມືດ້ານເຕັກໂນໂລຊີ ແລະ ການເຊື່ອມໂຍງຂອງຕ່ອງໂສ້ມູນຄ່າໃນໄລຍະໃໝ່ຂອງການພັດທະນາເສດຖະກິດ.

KPL

ຂ່າວອື່ນໆ


Top