KPL
ຫ້ອງການ ຖະແຫລງຂ່າວ ຄະນະ ລັດຖະບານຈີນ ໄດ້ຈັດກອງປະຊຸມ ຖະແຫລງຂ່າວຂຶ້ນ ໃນວັນທີ 21 ມັງກອນນີ້ ເພື່ອເຜີຍແຜ່ ສະພາບການ ທີ່ກ່ຽວຂ້ອງກັບ ຜົນສຳເລັດດ້ານການພັດທະນາ ອຸດສາຫະກຳ ແລະ ເຕັກໂນໂລຊີ ຂໍ້ມູນຂ່າວສານ.
ຂປລ. ວິທະຍຸໂທລະພາບ ສູນກາງ ຈີນ (CMG): ຫ້ອງການ ຖະແຫລງຂ່າວ ຄະນະ ລັດຖະບານຈີນ ໄດ້ຈັດກອງປະຊຸມ ຖະແຫລງຂ່າວຂຶ້ນ ໃນວັນທີ 21 ມັງກອນນີ້ ເພື່ອເຜີຍແຜ່ ສະພາບການ ທີ່ກ່ຽວຂ້ອງກັບ ຜົນສຳເລັດດ້ານການພັດທະນາ ອຸດສາຫະກຳ ແລະ ເຕັກໂນໂລຊີ ຂໍ້ມູນຂ່າວສານ.
ກອງປະຊຸມ ຖະແຫລງຂ່າວ ໄດ້ແຈ້ງໃຫ້ຮູ້ວ່າ: ຈີນ ໄດ້ສ້າງສະຖານີ ສົ່ງສັນຍານ 5ຈີ (5G) ທັງໝົດ 4.838.000 ແຫ່ງ, ລວມມີ ທຸກຕາແສງ ແລະ ກວມເອົາ ຫລາຍກວ່າ 95% ຂອງ ກຸ່ມບ້ານ ບໍລິຫານໃນທົ່ວປະເທດ, ຈີນໄດ້ສ້າງ ສິ່ງກໍ່ສ້າງ ພື້ນຖານ ຂໍ້ມູນຂ່າວສານ ທີ່ມີ ຂະໜາດໃຫຍ່ກວ່າໝູ່ ແລະ ເຕັກໂນໂລຊີກ້າວໜ້າ ທີ່ສຸດ ໃນທົ່ວໂລກ. ໂດຍມີຈຳນວນ ຜູ້ຊົມໃຊ້ສັນຍານ 5ຈີ ຂອງຈີນມີຫລາຍກວ່າ 1,2 ຕື້ຄົນ. ໂຄງການສ້າງ “ລະບົບອິນເຕີເນັດອຸດສາຫະກຳ 5ຈີບວກ (5G+) ມີຫລາຍກວ່າ 23.000 ໂຄງການ, ເຄືອຂ່າຍ 5ຈີ ແລະ ກິກາບິດໄດ້ເຊື່ອມໂຍງເຂົ້າ 91 ໃນ 97 ປະເພດໃຫຍ່ ຂອງ ເສດຖະກິດແຫ່ງຊາດ.
ນອກນີ້, ຈຳນວນລິຂະສິດ ຈຳເປັນ ໃນລະບົບ ມາດຕະຖານ 5ຈີ ຂອງ ຈີນ ໄດ້ກວມເອົາ 42% ຂອງໂລກ; ການຄົ້ນຄວ້າພັດທະນາ 6ຈີ ໄດ້ສຳເລັດການທົດລອງ ດ້ານເຕັກໂນໂລຊີ ໃນໄລຍະທີ 1 ແລະ ໄດ້ສຳເລັດ ການສະສົມ ດ້ານເຕັກໂນໂລຊີສຳຄັນ ຫລາຍກວ່າ 300 ລາຍການ ພ້ອມທັງ ໄດ້ລິເລີ່ມ ການທົດລອງ ເຕັກໂນໂລຊີ 6ຈີ ໃນໄລຍະທີ 2 ເມື່ອບໍ່ດົນມານີ້./
KPL