ກອງປະຊຸມໃຫຍ່ຄັ້ງທີ 14 ພັກກອມມູນິດ ຫວຽດນາມ ຫລຸດເວລາ ໂຄງການດຳເນີນງານລົງກ່ອນກຳນົດ

23/01/2026 20:03
KPL ບັນດາ ຜູ້ແທນເຂົ້າຮ່ວມ ກອງປະຊຸມໃຫຍ່ ຄັ້ງທີ 14 ຂອງ ພັກກອມມູນິດ ຫວຽດນາມ ໄດ້ລົງປະຊາມະຕິ ດັດປັບການດຳເນີນ ໂຄງການ ກອງປະຊຸມໃຫຍ່ ຄັ້ງທີ 14 ຂອງ ພັກ ຫລຸດລົງ 1 ວັນເຄິ່ງ

ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ:  ວັນທີ 21 ມັງກອນ, ບັນດາ ຜູ້ແທນເຂົ້າຮ່ວມ ກອງປະຊຸມໃຫຍ່ ຄັ້ງທີ 14 ຂອງ ພັກກອມມູນິດ ຫວຽດນາມ ໄດ້ລົງປະຊາມະຕິ ດັດປັບການດຳເນີນ ໂຄງການ  ກອງປະຊຸມໃຫຍ່ ຄັ້ງທີ 14 ຂອງ ພັກ ຫລຸດລົງ 1 ວັນເຄິ່ງ, ເມື່ອທຽບກັບ ແຜນການເບື້ອງຕົ້ນ. ນີ້ແມ່ນໝາກຜົນ ຂອງ ການເຮັດວຽກ ທີ່ມີວິທະຍາສາດ, ມີຄວາມຮັບຜິດຊອບ ຂອງ ບັນດາ ຜູ້ແທນ ທີ່ເຂົ້າຮ່ວມ ກອງປະຊຸມໃຫຍ່. ປະຈຸບັນ ມີຫລາຍເນື້ອໃນ ຢູ່ໃນກອງປະຊຸມ ໄດ້ປະຕິບັດ ສຳເລັດ ໄວກວ່າ ຄາດໝາຍ. ຄາດວ່າ ກອງປະຊຸມໃຫຍ່ ຈະປິດລົງໃນຕອນບ່າຍ ວັນທີ 23 ມັງກອນ.

ກອງປະຊຸມໃຫຍ່ ຄັ້ງທີ 14 ຂອງພັກ ດ້ວຍທິດນຳຄວາມສາມັກຄີ-ປະຊາທິປະໄຕ-ມີວິໄນ-ບຸກທະລຸ-ພັດທະ ນາໄດ້ຈັດວາລະປະຊຸມ ກະກຽມຂຶ້ນ ໃນວັນທີ 19 ມັງກອນ ແລະ ພິທີໄຂ ກອງປະຊຸມໃຫຍ່ ຢ່າງເປັນທາງການ ຢູ່ ຫໍປະຊຸມແຫ່ງຊາດ (ຮ່າໂນ້ຍ) ໃນວັນທີ 20 ມັງກອນ. ກອງປະຊຸມໃຫຍ່ ໄດ້ມີ ຜູ້ແທນ ເຂົ້າຮ່ວມ ທັງໝົດ 1.586 ສະຫາຍ, ຕາງໜ້າໃຫ້ແກ່ ສະມາຊິກພັກ ຫລາຍກວ່າ 5,6 ລ້ານສະຫາຍ. /

KPL

ຂ່າວອື່ນໆ


Top