KPL
ຫວຽດນາມ ສ້າງລາຍໄດ້ ຈາກການສົ່ງອອກ ຄອມພົວເຕີ, ຜະລິດຕະພັນ ເອເລັກໂຕຣນິກ ແລະ ຊິ້ນສ່ວນເອເລັກໂຕຣນິກ ລວມມູນຄ່າ 1,0775 ແສນລ້ານໂດລາສະຫະລັດ ໃນປີ 2025, ເພີ່ມຂຶ້ນ 48,4% ເມື່ອທຽບໃສ່ ປີຜ່ານມາ.
ຂປລ. ສຳນັກຂ່າວ ອິນໂຟເຄວສ: ຫວຽດນາມ ສ້າງລາຍໄດ້ ຈາກການສົ່ງອອກ ຄອມພົວເຕີ, ຜະລິດຕະພັນ ເອເລັກໂຕຣນິກ ແລະ ຊິ້ນສ່ວນເອເລັກໂຕຣນິກ ລວມມູນຄ່າ 1,0775 ແສນລ້ານໂດລາສະຫະລັດ ໃນປີ 2025, ເພີ່ມຂຶ້ນ 48,4% ເມື່ອທຽບໃສ່ ປີຜ່ານມາ.
ໂດຍອ້າງອິງຕາມຂໍ້ມູນ ຈາກ ສຳນັກງານພາສີ ຫວຽດນາມ ລະບຸວ່າ ລາຍໄດ້ ຈາກການສົ່ງອອກ ສິນຄ້າກຸ່ມດັ່ງກ່າວ ກວມເອົາ ອັດຕາສ່ວນ ປະມານ 23% ຂອງ ລາຍໄດ້ ຈາກ ການສົ່ງອອກ ທັງໝົດ ຂອງ ຫວຽດນາມ ເມື່ອປີກາຍນີ້, ຊຶ່ງພາກສ່ວນນີ້ ເປັນແຫລ່ງລາຍໄດ້ ຈາກ ການສົ່ງອອກ ຂະໜາດໃຫຍ່ທີ່ສຸດ ຂອງປະເທດ. ນອກນັ້ນ ບົດລາຍງານ ຍັງລະບຸວ່າ: ສ.ອາເມລິກາ ເປັນຜູ້ຊື້ລາຍໃຫຍ່ ທີ່ສຸດ ດ້ວຍມູນຄ່າ 4,209 ໝື່ນລ້ານ ໂດລາສະຫະລັດ, ຖັດມາແມ່ນ ຈີນ ຈຳນວນ 1,689 ໝື່ນລ້ານໂດລາ ສະຫະລັດ./
KPL