ສະຫວັນນະເຂດ ໄດ້ 8 ຫລຽນຄຳ ກິລາຍົກນໍ້າໜັກຄົນພິການ ຈາກການແຂ່ງຂັນ 2 ວັນ ໃນງານກິລາຄົນພິການແຫ່ງຊາດ ຄັ້ງທີ IV

16/12/2025 10:52
Email Print 200
KPL ຂປລ. ກິລາຍົກນໍ້າໜັກ ໃນງານກິລາຄົນພິການແຫ່ງ ຊາດຄັ້ງນີ້ ທີ່ນະຄອນຫລວງວຽງຈັນ ເປັນເຈົ້າພາບ ມີຊີງທັງໝົດ 11 ລາຍການ, ຜ່ານການແຂ່ງຂັນ 2 ວັນ (ວັນທີ 13-14 ທັນວາ 2025) ຊີງ 7 ລາຍການແຂ່ງຂັນທີ່ເດີ່ນກິລາໃນຮົ່ມບູຢອງ ວິທະຍາເຂດດົງໂດກ

ຂປລ. ກິລາຍົກນໍ້າໜັກ ໃນງານກິລາຄົນພິການແຫ່ງ ຊາດຄັ້ງນີ້ ທີ່ນະຄອນຫລວງວຽງຈັນ ເປັນເຈົ້າພາບ ມີຊີງທັງໝົດ 11 ລາຍການ, ຜ່ານການແຂ່ງຂັນ 2 ວັນ (ວັນທີ 13-14 ທັນວາ 2025) ຊີງ 7 ລາຍການແຂ່ງຂັນທີ່ເດີ່ນກິລາໃນຮົ່ມບູຢອງ ວິທະຍາເຂດດົງໂດກ ປະກົດວ່າ: ແຂວງສະຫວັນນະເຂດ ໄດ້ຫລຽນມາຄອງເຖິງ 8 ຫລຽນຄຳ ຈາກລາຍການ 50 ກິໂລຍິງ ນາງ ປໍຈູ ສີປະເສີດ, ລາຍການ 54 ກິໂລຊາຍ ທ້າວ ລອນ ນິດາ, ລາຍການ -59 ກິໂລຊາຍ ທ້າວ ເປ້ຍ ລາວພັກດີ ແລະ ລາຍການ -65 ກິໂລຊາຍ ທ້າວ ເກັງ ພິມວົງສາ ແລະ ຍັງໄດ້ອີກ 2 ຫລຽນເງິນ, 1 ຫລຽນທອງ. ຂະນະທີ່ ແຂວງຄຳມ່ວນ ໄດ້ 4 ຫລຽນຄຳ ຈາກລາຍການ 45 ກິໂລຍິງ ນາງ ລັດສະໝີ ສີປະເສີດ ນັກກິລາທີມຊາດລາວ ແລະ ລາຍການ 49 ກິໂລຊາຍ ທ້າວ ບຸນໜາ ສີຫາບຸດ ແລະ ຍັງໄດ້ອີກ 2 ຫລຽນເງິນ. ສ່ວນ ແຂວງເຊກອງ ໄດ້ 2 ຫລຽນຄຳ ຈາກລາຍການ 41 ກິໂລຍິງ ນາງ ແດງມະນີ ສີບຸນເຮືອງ ແລະ ຍັງໄດ້ອີກ 1 ຫລຽນທອງ.

         

ສຳລັບນະຄອນຫລວງວຽງຈັນ ໄດ້ 2 ຫລຽນເງິນ 3 ຫລຽນທອງ, ແຂວງຜົ້ງສາລີ, ໄຊສົມບູນ ແລະ ບໍລິຄຳໄຊ ໄດ້ພາກສ່ວນລະ 2 ຫລຽນເງິນ, ຈຳປາສັກ 3 ຫລຽນທອງ, ອັດຕະປື, ຫລວງນໍ້າທາ ແລະ ອຸດົມໄຊ ໄດ້ພາກສ່ວນລະ 1 ຫລຽນທອງ.

 ຂະນະທີ່ວັນທີ 15 ທັນວາ ເປັນມື້ສຸດທ້າຍ ມີ ການຊິງອີກ 3 ລາຍການ ແລະ ພ້ອມທັງຈັດພິທີ ມອບຫລຽນລາງວັນທາງການ.

(ແຫລ່ງຂ່າວ-ພາບຈາກສູນຂ່າວ
KPL

ຂ່າວອື່ນໆ


Top