KPL
ອ້າງຕາມແຫລ່ງຂ່າວ ຊີເອັມຈີ, ເຂດສວນອຸດສາຫະກໍາ ຜິງຊຽງ ໃນນະຄອນຊົງໂຈເຂດກວາງຊີ (Chongzuo City, Guangxi) ທີ່ມີດ່ານຊາຍແດນ ລະຫວ່າງ ຈີນ-ຫວຽດນາມ ໄດ້ມຸ່ງໜ້າສຸມໃສ່ ການພັດທະນາ 6 ຫ່ວງໂສ້ ອຸດສາຫະກໍາ ໄປສູ່ ອາຊຽນ, ຄຽງຄູ່ກັບ ການຍົກລະດັບ

ຂປລ, ອ້າງຕາມແຫລ່ງຂ່າວ ຊີເອັມຈີ, ເຂດສວນອຸດສາຫະກໍາ ຜິງຊຽງ ໃນນະຄອນຊົງໂຈເຂດກວາງຊີ (Chongzuo City, Guangxi) ທີ່ມີດ່ານຊາຍແດນ ລະຫວ່າງ ຈີນ-ຫວຽດນາມ ໄດ້ມຸ່ງໜ້າສຸມໃສ່ ການພັດທະນາ6 ຫ່ວງໂສ້ ອຸດສາຫະກໍາ ໄປສູ່ ອາຊຽນ, ຄຽງຄູ່ກັບ ການຍົກລະດັບ
ການຜະລິດອຸດສາຫະກໍາ ລະດັບສູງ ແລະ ການຈັດການຄຸ້ມຄອງ ບໍລິການຂົນສົ່ງ ແບບອັດສະລິຍະເຊິ່ງ ສອດຄ່ອງກັບ2 ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 14 ແລະ ແຜນພັດທະນາເສດຖະກິດ 5 ປີ ຄັ້ງທີ 15 ຂອງຈີນ ໃນອະນາຄົດ ຢ່າງໜັກແໜ້ນ.

ຈາກເດືອນມັງກອນເຖິງ ເດືອນກໍລະກົດ ໃນປີ2025 ນີ້, ບັນດາ ວິສາຫະກິດ ໃນເຂດສວນອຸດສາຫະກໍາດັ່ງກ່າວ ໄດ້ບັນລຸ ມູນຄ່າຜະລິດຕະພັນ ທັງໝົດ 10 ກວ່າຕື້ຢວນ, ເພີ່ມຂຶ້ນ19.29% ແລະ ມູນຄ່າການນໍາເຂົ້າ-ສົ່ງອອກທັງໝົດ ປະມານ 141.44 ຕື້ຢວນ, ເພີ່ມຂຶ້ນ 16.5% ເມື່ອທຽບໃສ່ ໄລຍະດຽວກັນ ໃນປີກ່ອນ.
ໃນວັນທີ 5 ທັນວາ 2025 ນີ້, ຄະນະສື່ມວນຊົນ ຈາກ ຈີນ, ອາຊຽນ ພ້ອມດ້ວຍ ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ເດີນທາງໄປທັດສະນະສຶກສາ ແລະ ເກັບກໍາ ຂໍ້ມູນຂ່າວສານ ໃນນະຄອນຊົງໂຈເຂດກວາງຊີ ທີ່ມີຊາຍແດນເຊື່ອມຈອດກັນ ລະຫວ່າງຈີນ-ຫວຽດນາມ, ເຊິ່ງການເຄື່ອນໄຫວ ໃນຄັ້ງນີ້ເປັນສ່ວນໜຶ່ງສໍາຄັນ ໃນການເຜີຍແຜ່ ຄວາມຄືບໜ້າ ຂອງ ແຜນພັດທະນາ ເສດຖະກິດ-ສັງຄົມ, ການພັດທະນາ ພື້ນຖານ ໂຄງລ່າງເຊື່ອມຈອດກັນ ລະຫວ່າງ ຈີນ-ຫວຽດນາມ ແລະ ອາຊຽນ, ການຂົນສົ່ງທາງບົກ-ທາງນໍ້າ ທີ່ທັນສະໄໝ ແບບນໍາໃຊ້ ລະບົບອັດສະລິຍະ, ການຮ່ວມມື ລະຫວ່າງ ຈີນ-ອາຊຽນ, ການຂົນສົ່ງສິນຄ້າ ຂ້າມຊາຍແດນ ລະຫວ່າງຈີນ-ອາຊຽນ, ເອີຣົບແລະອື່ນໆ.
ເຂດອຸດສາຫະກໍາ ຜິງຊຽງ ຕັ້ງຢູ່ນະຄອນຊົງໂຈ ເຂດກວາງຊີ(Chongzuo City, Guangxi) ໄດ້ຮັບການ ສ້າງຕັ້ງຂຶ້ນ ຈາກການລວມກັນ ຂອງ3 ເຂດ ລະດັບຊາດ ໄດ້ແກ່: ເຂດອຸດສາຫະກໍາ ພິເສດຜິງຊຽງ, ເຂດທົດລອງ ການຄ້າເສລີ ແລະ ເຂດຮ່ວມມື ດ້ານເສດຖະກິດ ຊາຍແດນ ເຊິ່ງເປັນໜຶ່ງ ໃນເຂດອຸດສາຫະກໍາ ຊາຍແດນ ແລະເຂດຝັ່ງທະເລ ທີ່ສຳຄັນ ຂອງ ປະເທດກໍາລັງພັດທະນາ ແລະ ເປັນອົງປະກອບສໍາຄັນ ຂອງ ເຂດຮ່ວມມື ດ້ານອຸດສາຫະກໍາຈີນ-ອາຊຽນໃນນະ ຄອນຊົງໂຈ.
ເຂດອຸດສາຫະກໍາແຫ່ງນີ້ ໄດ້ຮັບຜິດຊອບ ໃນການຂະຫຍາຍຫ່ວງໂສ້ ລະບົບອຸດສາຫະກໍາລະຫວ່າງພາຍໃນ ແລະ ຕ່າງປະເທດ ເພື່ອມຸ່ງໜ້າ ໄປສູ່ ການສ້າງເປັນຖານປຸງແຕ່ງ ດ້ວຍລະບົບທັນສະໄໝ ຂະຫນາດໃຫຍ່ ໃນການນໍາເຂົ້າ-ສົ່ງອອກຜະລິດຕະພັນ ທີ່ມຸ່ງໜ້າໄປສູ່ອາຊຽນ ແລະ ເປັນເວທີຮ່ວມມື ດ້ານອຸດສາຫະກໍາ ທີ່ສົມບູນ ຕາມເສັ້ນທາງຄົມມະນາຄົມ ທາງບົກ.
ດັ່ງທີ່ຮູ້ນໍາກັນ, ເຂດອຸດສາຫະກຳ ຊົງໂຈ ມີເນື້ອທີ່ພາຍໃຕ້ ແຜນພັດທະນາທັງໝົດ 60 ກິໂລຕາແມັດ ຕັ້ງຢູ່ໃນຕຳແໜ່ງຍຸດທະສາດ ທີ່ມີຈຸດຕັດກັນ ຂອງເສັ້ນທາງຂົນສົ່ງທາງບົກ ແລະ ທາງທະເລໃໝ່ ພາກຕາເວັນຕົກ, ເປັນເສັ້ນທາງເສດຖະກິດ ແຫລມອິນດູຈີນ-ຈີນ. "ສອງເສັ້ນທາງ ແລະ ເສດຖະກິດ ວົງແຫວນ" ຈີນ-ຫວຽດນາມນີ້, ເຊິ່ງມີຈຸດເດັ່ນ ເປັນເອກະ ລັກທີ່ "ຢູ່ໃກ້ກັບປະຕູເຂົ້າຫວຽດນາມ ແລະ ເຊື່ອມຕໍ່ໄປ ບັນດາສະມາຊິກອາຊຽນ". ເຂດອຸດສາ ຫະກຳ ແຫ່ງນີ້ມີປະໂຫຍດຢ່າງຫລວງຫລາຍ ໃນການເຂົ້າເຖິງທ່າກຳປັ່ນ ທີ່ມີປະສິດ ທິພາບ ແລະ ສະດວກ, ເຄືອຂ່າຍການຂົນສົ່ງທີ່ລຽບງ່າຍ, ໂອກາດເຂົ້າເຖິງ ຕະຫລາດກ້ວາງຂວາງ, ໄດ້ຮັບນະໂຍບາຍ ສະໜັບສະໜູນຫລາກຫລາຍ, ພ້ອມທັງ ຊັບພະຍາກອນ ອຸດົມສົມ ບູນແລະຕົ້ນທຶນຕ່ຳ.
ຕາມຂໍ້ມູນເບື້ອງຕົ້ນ ຂອງເຂດອຸດສາຫະກໍາ ຜິງຊຽງ, ນະຄອນຊົງໂຈເຂດກວາງຊີ ໄດ້ລາຍງານວ່າ: ເຂດອຸດສາຫະກໍາຂອງຕົນ ໄດ້ມຸ່ງໜ້າ ສ້າງລະບົບອຸດສາຫະກໍາ "3+2+N" ໂດຍເນັ້ນສາມ ອຸດສາຫະກໍາຫລັກໄດ້ແກ່: ເຕັກໂນໂລຊີ ຂໍ້ມູນເອເລັກໂຕຣນິກ, ການປຸງແຕ່ງຜະລິດຕະພັນ ສະເພາະ ອາຊຽນ ແລະ ການຜະລິດເຄື່ອງໃຊ້ໃນຄົວເຮືອນ, ພ້ອມທັງ ລວມເອົາສອງອຸດສາຫະກໍາ ສຳຄັນໄດ້ ແກ່: ອຸດສາຫະກໍາເບົາ, ການຜະລິດເຄື່ອງກົນຈັກ ແລະ ອຸປະກອນອື່ນໆ. ມາຮອດປັດຈຸບັນ, ເຂດອຸດສາຫະກໍາແຫ່ງນີ້ ມີບໍລິສັດອຸດສາຫະກໍາ ເຂົ້າມາລົງທຶນ ຈຳນວນ 200 ກວ່າແຫ່ງ. ໃນນັ້ນມີວິສາຫະກິດ ຂະໜາດໃຫຍ່ 89 ແຫ່ງ. ນັບຈາກເດືອນມັງກອນ ເຖິງເດືອນກໍລະກົດ, ວິສາຫະກິດອຸດສາຫະກໍາຂະໜາດໃຫຍ່ ໃນສວນ ອຸດສາຫະກໍາ ໄດ້ບັນລຸມູນຄ່າຜະລິດ ຕະພັນທັງໝົດ ລວມມີ 10.22 ຕື້ຢວນ, ມູນຄ່ານໍາ-ເຂົ້າສົ່ງອອກທັງໝົດ ປະມານ 141.44 ຕື້ຢວນ, ເພີ່ມຂຶ້ນ 16.5% ເມື່ອທຽບໃສ່ ໄລຍະດຽວກັນ ປີກ່ອນ.
ພ້ອມດຽວກັນນີ້, ການຂົນສົ່ງສິນຄ້າ ຂ້າມຊາຍແດນຈີນ-ຫວຽດນາມ ຍັງມີບັນຍາກາດຟົດຟື້ນເປັນພິເສດ, ເຊິ່ງມີລົດຂົນສົ່ງສິນຄ້າຂ້າມຊາຍແດນ ສະເລ່ຍຫລາຍກວ່າ 1.000 ຄັນຕໍ່ມື້, ຄາດວ່າ: ໃນອະນາຄົດ, ເຂດອຸດສາຫະກໍາ ແຫ່ງດັ່ງກ່າວ ຈະມຸ່ງໜ້າພັດທະນາຫ່ວງໂສ້ ອຸດສາຫະກໍາ 6 ປະເພດເຊັ່ນ: ລົດໄຟຟ້າອັດສະລິຍະ, ອຸປະກອນທໍາຄວາມເຢັນ, ເຄື່ອງໃຊ້ໄຟຟ້າພາຍໃນເຮືອນ, ປຸງແຕ່ງຜະລິດຕະພັນ ສະເພາະແບບອາຊຽນ, ປຸງແຕ່ງຜະລິດຕະພັນທ້ອງຖິ່ນ ແລະ ຜະລິດຕະພັນອັດສະລິຍະອື່ນໆ ເພື່ອສົ່ງເສີມ ແລະ ຊຸກຍູ້ການຮ່ວມມື ດ້ານການພັດທະນາ ເສດຖະກິດ-ສັງຄົມລະຫວ່າງ ຈີນ-ອາຊຽນ ໃຫ້ມີຄວາມ ເຂັ້ມເຂັ້ມ ໄປພ້ອມໆກັນ. ຍິ່ງໄປກວ່ານັ້ນ ຍັງປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຊ່ວຍ ບັນດາອາຊຽນ ແລະ ຂົງເຂດອື່ນໆ ໃນການແກ້ໄຂ ຄວາມທຸກຍາກ, ສ້າງວຽກເຮັດງານທໍາ ແລະ ຫລຸດຜ່ອນຄວາມແຕກໂຕນກັນ ໃນສັງຄົມຢ່າງຍືນຍົງ. /
KPL