ສ.ອາເມລິກາ-ອິນເດຍ ສົ່ງດາວທຽມຕິດຕາມໂລກ ຂຶ້ນສູ່ອາວະກາດ

31/07/2025 17:08
Email Print 282
KPL ສ.ອາເມລິກາ ແລະ ອິນເດຍ ໄດ້ປ່ອຍດາວທຽມ ຣາດາ ດວງໃໝ່ ແບບທັນສະໄໝ ທີ່ ພັດທະນາຮ່ວມກັນ ໂດຍການອອກແບບມາ ເພື່ອຕິດຕາມ ການປ່ຽນແປງ ບາງຢ່າງ ຢູ່ໜ້າດີນ ແລະ ພື້ນຜີວນໍ້າແຂງ ຂອງ ໂລກ ແລະ ຊ່ວຍຄາດຄະເນ ອັນຕະລາຍ ທີ່ເກີດ ຈາກທຳມະຊາດ ແລະ ສີມືມະນຸດສ້າງຂຶ້ນ.

ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກນະຄອນຫລວງ ວໍຊິງຕັນ ຂອງ ສ.ອາເມລິກາ ເມື່ອວັນທີ 31 ກໍລະກົດວ່າ: ສ.ອາເມລິກາ ແລະ ອິນເດຍ ໄດ້ປ່ອຍດາວທຽມ ຣາດາ ດວງໃໝ່ ແບບທັນສະໄໝ ທີ່ ພັດທະນາຮ່ວມກັນ ໂດຍການອອກແບບມາ ເພື່ອຕິດຕາມ ການປ່ຽນແປງ ບາງຢ່າງ ຢູ່ໜ້າດີນ ແລະ ພື້ນຜີວນໍ້າແຂງ ຂອງ ໂລກ ແລະ ຊ່ວຍຄາດຄະເນ ອັນຕະລາຍ ທີ່ເກີດ ຈາກທຳມະຊາດ ແລະ ສີມືມະນຸດສ້າງຂຶ້ນ.

ໂດຍ ຍານອາວະກາດ ຂະໜາດໃຫຍ່ ທີ່ມີຊື່ວ່າ ນີຊາຣ (NISAR) ໄດ້ປ່ອຍຂຶ້ນສູ່ ອາວະກາດ ຈາກ ສູນອາວະກາດສາທິດ ທາວັນ ແຄມຊາຍຝັ່ງຕາເວັນອອກສຽງໃຕ້ ຂອງ ອິນເດຍ. ພາລະກິດ ໃນຄັ້ງນີ້ ບັນດາ ນັກວິທະຍາສາດຫລາຍຄົນ ໄດ້ຮັບການຍົກຍ້ອງ ຈາກ ປະທານາທິບໍດີ ໂດນັສ ທຣຳ  ແລະ ທ່ານ ນະເຣນທາ ໂມດີ ນາຍົກ ລັດຖະມົນຕີ ອິນເດຍ ./.

 

KPL

ຂ່າວອື່ນໆ


Top