ຕໍ່າຫູທໍໄໝ ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ

31/07/2025 12:24
Email Print 189
KPL *ຫັດຖະກໍາຕໍ່າແຜ່ນ ແມ່ນມໍລະດົກທາງພູມປັນຍາຂອງເອື້ອຍນ້ອງແມ່ຍິງລາວ ທີ່ມີມູນເຊື້ອອັນດີງາມມາແຕ່ຮຸ້ນປູ່ຍ່າຕາຍາຍທີ່ມອບໃຫ້ລູກຫລານ

     *ຫັດຖະກໍາຕໍ່າແຜ່ນ ແມ່ນມໍລະດົກທາງພູມປັນຍາຂອງເອື້ອຍນ້ອງແມ່ຍິງລາວ ທີ່ມີມູນເຊື້ອອັນດີງາມມາແຕ່ຮຸ້ນປູ່ຍ່າຕາຍາຍທີ່ມອບໃຫ້ລູກຫລານ ເພື່ອສືບທອດປະເພນີອັນດີງາມແບບນີ້ໃຫ້ຄຽງຄູ່ກັບແມ່ຍິງລາວ ຈົນມາຮອດປັດຈຸບັນ. ປະເທດຊາດບ້ານເມືອງມີການພັດທະນາມໍລະດົກທາງພູມປັນຍາ ກັບມີຄຸນຄ່າທີ່ກິນບໍ່ບົກຈົກບໍ່ແຫ້ງພຽງແຕ່ຄວາມດຸໝັ່ນ ມີແນວຄິດສ້າງສັນກໍສາມາດສ້າງລາຍຮັບໃຫ້ຄອບຄົວໄດ້ຫລາຍ 100 ລ້ານກີບຕໍ່ປີ ເໝືອນດັ່ງຄອບຄົວຂອງນາງ ອິນຕາ ໄຂຄໍາພິທູນ ປະຊາຊົນບ້ານໂພໄຊ ເມືອງເຊໂປນ ແຂວງສະຫວັນນະເຂດ.
     ນາງ ອິນຕາ ໄຂຄໍາພິທູນ ໄດ້ໃຫ້ຮູ້ວ່າ: ຕົນເອງແມ່ນໄດ້ເລີ່ມຕໍ່າຫູກທໍໄໝມາແຕ່ປີ 1997 ເປັນຕົ້ນມາພໍມາຮອດປີ 2000 ມີໂຄງການອອັກຟາມ ເຂົ້າມາສະໜັບສະໜູນເປັນຕົ້ນແມ່ນຝ້າຍກັບຟືມລວມທັງອຸປະກອນຈໍາເປັນອື່ນໆ. ສໍາລັບການຕໍ່າແມ່ນມີຫລາຍລາຍເຊັ່ນ: ລາຍນາກ, ພັນມະຫາ, ນົກຈອກ, ຫົງໄຕ່ເຄືອ, ຜັກແວ່ນ, ຂໍເກາະ ແລະ ລາຍອື່ີນໆ, ເມື່ອຕໍ່າສໍາເລັດແລ້ວແມ່ນຈະວາງຂາຍໃນງານປະເພນີຕ່າງໆ ແຕ່ໄລຍະນັ້ນການຂາຍແມ່ນບໍ່ຄ່ອຍໄດ້ດີປານ ໃດຄວາມສົນໃຈຂອງລູກຄ້າຍັງບໍ່ຫລາຍ, ແຕ່ຕົນເອງກໍ່ບໍ່ໄດ້ລະຄວາມພະຍາຍາມສືບຕໍ່ເຮັດມາເລື້ອຍໆຈົນຮອດປັດຈຸບັນ ເຫັນວ່າລູກຄ້ານິຍົມຊົມຊອບນັບມື້ນັບເພີ່ມຂຶ້ນ, ການຕໍ່າກໍ່ໄດ້ຕໍ່າຫລາຍຢ່າງຫລາຍແບບເພີ່ມຂຶ້ນເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າເປັນຕົ້ນ: ຕໍ່າສິ້ນໄໝມ້ອນ, ມີ່, ຕີນສິ້ນ, ຜ້າບຽງ ເຫລົ່ານີ້ເປັນຕົ້ນ. ການຕ່ຳແຕ່ລະຢ່າງແມ່ນໃຊ້ເວລາແຕກຕ່າງກັນຂຶ້ນຢູ່ກັບລາຍກັບແບບຂອງຜະລິດ ຕະພັນນັ້ນ ເຊັ່ນ: ການຕ່ຳລາຍຍາກແມ່ນໃຊ້ເວລາຕໍ່າອາທິດໜຶ່ງຈຶ່ງໄດ້ 2 ຜືນ ແລະ ລາຍທີ່ງ່າຍແມ່ນໃຊ້ເວລາຕໍ່າອາທິດໜຶ່ງໄດ້ 3-5 ຜືນ. ນອກຈາກນີ້ແລ້ວ, ຍັງໄດ້ນໍາເອົາເຄື່ອງຫັດຖະກໍາແຜ່ນແພໄປວາງຈໍາໜ່າຍຂາຍໃນງານທີ່ສໍາຄັນຂອງເມືອງ, ຂອງແຂວງ ແລະ ຕ່າງແຂວງຈັດຂຶ້ນ; ໃນນັ້ນ ລາຄາຂາຍແມ່ນຂຶ້ນກັບລາຍຍາກ, ລາຍງ່າຍຂອງລາຍຕໍ່າ ແລະ ເນື້ອຜ້າໄໝ-ຜ້າຝ້າຍ. ສໍາລັບຕະຫລາດຮອງຮັບສ່ວນໜຶ່ງແມ່ນຈໍາໜ່າຍຢູ່ພາຍໃນປະເທດ, ອີີກສ່ວນໜຶ່ງກໍ່ຈໍາໜ່າຍໄປຕ່າງປະເທດ ເຊັ່ນ: ປະເທດໄທ. ເມື່ອສັງລວມລາຍຮັບຈາກການຕໍ່າຫູກທໍໄໝແລ້ວປີໜຶ່ງສະເລ່ຍປະມານ 100 ກວ່າລ້ານກີບ ເຊິ່ງແມ່ນລາຍຮັບຫລັກເຂົ້າສູ່ຄອບຄົວ ແລະ ກໍ່ຍັງເປັນການສ້າງອາຊີບທີ່ໝັ້ນຄົງອີກດ້ວຍ. ໃນຕໍ່ໜ້າຄອບຄົວແມ່ນມີແຜນຈະສ້າງຮ້ານຈໍາໜ່າຍຜະລິດຕະພັນຫັດຖະກໍາຕໍ່າແຜ່ນ ແລະ ອຸປະກອນຕໍ່າຫູກ ເຊັ່ນ: ສິ້ນ, ແພລາຍບູຮານ, ຟືມ, ກະສວຍ, ຝ້າຍ, ໄໝ ແລະ ອື່ນໆ.
    ທ່ານ ນາງ ອິນຕາ ເວົ້າຕື່ມອີກວ່າ: ການຢຶດຖືອາຊີບຫັດຖະກໍາຕໍ່າຫູກແມ່ນອາຊີບໜຶ່ງທີ່ສໍາຄັນ ສາມາດສ້າງລາຍຮັບທີ່ໝັ້ນຄົງໃຫ້ແກ່ຄອບຄົວ, ເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວມີຢູ່, ມີກິນ ປັດຈຸບັນມີເຮືອນຖາວອນ 1 ຫລັງ, ມີລົດຈັກ 1 ຄັນ, ມີທຶນສົ່ງເສີມການສຶກສາໃຫ້ແກ່ລູກ, ທຶນໝູນວຽນເຂົ້າໃນກິດຈະກໍາຕໍ່າຫູກທໍໄໝ ແລະ ກໍ່ຍັງຊຸກຍູ້ສົ່ງເສີມເອື້ອຍນ້ອງແມ່ຍິງພາຍໃນບ້ານເຂົ້າມາເປັນສະມາຊິກກຸ່ມຕໍ່າຫູກ ຈໍານວນ 13 ຄອບຄົວ ເພື່ອໃຫ້ມີວຽກເຮັດງານທໍາພ້ອມທັງສ້າງລາຍຮັບທີ່ໝັ້ນຄົງໃຫ້ແກ່ຄອບຄົວເຂົາເຈົ້າຕື່ມອີກ.

KPL

ຂ່າວອື່ນໆ


Top