ສ.ເກົາຫລີ ເພີ່ມການລົງທຶນ-ຊື້ພະລັງງານ ຈາກ ສ.ອາເມລິກາ

31/07/2025 17:08
Email Print 248
KPL ທ່ານ ໂດນັສ ທຣໍາ ປະທານາທິບໍດີ ສ.ອາເມລິກາ ໄດ້ໂພສຂໍ້ຄວາມ ທາງສື່ສັງຄົມ ອອນລາຍ ເພື່ອປະກາດ ການບັນລຸ ຂໍ້ຕົກລົງ ການຄ້າ ທີ່ເຕັມຮູບແບບ ແລະ ສົມບູນ ກັບ ສ.ເກົາຫລີ ໂດຍສິນຄ້າ ທີ່ ສົ່ງອອກຈາກ ປະເທດນີ້ ດ້ວຍອັດຕາພາສີ 15%, ເທົ່າກັບ ຍີ່ປຸ່ນ ແລະ ສະຫະພາບ ເອີຣົບ (ອີຢູ)

ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກນະຄອນຫລວງ ເຊອຸນ ປະເທດ ສ.ເກົາຫລີ, ວັນ​ທີ 31ກໍ​ລະ​ກົດ​,  ທ່ານ​ ໂດນັສ ທຣໍາ ປະ​ທາ​ນາ​ທິ​ບໍ​ດີ ສ.​ອາ​ເມ​ລິ​ກາ ໄດ້ໂພສຂໍ້ຄວາມ ​ທາງ​ສື່ສັງ​ຄົມ ອອນລາຍ ​ເພື່ອປະ​ກາດ ການບັນລຸ ຂໍ້ຕົກລົງ ການຄ້າ ທີ່ເຕັມຮູບແບບ ແລະ ສົມບູນ ກັບ ສ.ເກົາຫລີ  ໂດຍສິນຄ້າ ທີ່​ ສົ່ງ​ອອກ​ຈາກ ​ປະ​ເທດ​ນີ້​ ​ດ້ວຍອັດຕາ​ພາ​ສີ 15%, ເທົ່າກັບ ​ຍີ່​ປຸ່ນ​ ແລະ​ ສະ​ຫະ​ພາບ​ ເອີ​ຣົບ (ອີຢູ).

​ໃນ​ຂະນະ​ດຽວ​ກັນ, ທ່ານ ໂດນັສ ທຣຳ  ​ໄດ້​ປະກາດ​ວ່າ ສ.​ເກົາຫລີ ຈະ​ລົງທຶນ 350.000 ຕື້ໂດລາສະຫະລັດ ຢູ່ ​ສ.ອາ​ເມ​ລິ​ກາ ​ແລະ ການນຳ​ເຂົ້າ​ ອາຍ​ແກັສ ທຳ​ມະ​ຊາດ ​ປະເພດແຫລວ (LNG) ​ແລະ ຜະລິດ​ຕະພັນ​ ພະລັງງານ​ຂອງ ສ.​ອາ​ເມ​ລິ​ກາ ​ດ້ວຍມູນ​ຄ່າ 150.000 ຕື້ໂດລາສະຫະລັດໃນ​ໄລຍະ 3ປີກວ່າ.

 ນອກຈາກນັ້ນ, ສ.ເກົາຫລີ ຈະມີການ ລົງທຶນ ໃນສ.ອາເມລິກາ ເພີ່ມຂຶ້ນອີກ, ໂດຍ ທ່ານໂດນັສ ທຣຳ ກ່າວວ່າ ຈະປະກາດ ໃນໄລຍະ ສອງອາທິດ ຕໍ່ໜ້າ.ໃນຂະນະທີ່ ປະທານາທິບໍດີ ສ.ເກົາຫລີ ທ່ານ ອີ ແຈ-ມະຍອງ ຈະເດີນທາງໄປຢ້ຽມຢາມ ນະຄອນຫລວງ ວໍຊິງຕັນ ເພື່ອປຶກສາ ຫາລືກັນ ໃນລະດັບ ທະວີພາຄີ, ພ້ອມທັງ ເນັ້ນໜັກວ່າ ຂໍສະແດງຄວາມຍິນດີກັບຜູ້ນຳ ສ.ເກົາຫລີ ໃນການປະສົບ ຄວາມສຳເລັດ ໃນການເລືອກຕັ້ງ ເມື່ອເດືອນ ມິຖຸນາທີ່ຜ່ານມາ./

KPL

ຂ່າວອື່ນໆ


Top