ລາວ-ອິນເດຍ ສືບຕໍ່ຮ່ວມມືດ້ານການຄ້າ ແລະ ອຸດສາຫະກຳ

30/06/2025 14:11
Email Print 269
KPL ຂປລ. ທ້າຍ​ອາທິດ​ຜ່ານ​ມາ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຕ້ອນຮັບ ການເຂົ້າພົບປະຂອງ ທ່ານ ໂຢເກສ໌ວາ ສັງວານ (Yogerhwar Sangwan) ເອກອັກຄະລັດຖະທູດອິນເດຍ ປະຈຳລາວ



ຂປລ. ທ້າຍ​ອາທິດ​ຜ່ານ​ມາ
, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຕ້ອນຮັບ ການເຂົ້າພົບປະຂອງ ທ່ານ ໂຢເກສ໌ວາ ສັງວານ (Yogerhwar Sangwan) ເອກອັກຄະລັດຖະທູດອິນເດຍ ປະຈຳລາວ ພ້ອມຄະນະ ເພື່ອປຶກສາຫາລືການຮ່ວມມືສອງຝ່າຍ ດ້ານການຄ້າອຸດສາຫະກຳ ແລະ ການລົງທຶນດ້ານຕ່າງໆ ລະຫວ່າງ ລາວ ແລະ ອິນເດຍ ທີ່ມີມາແລ້ວນັ້ນ ໃຫ້ນັບມື້ຈະເລີນງອກງາມຍິ່ງຂຶ້ນເລື້ອໆ.

ການຮ່ວມມືດ້ານການຄ້າ ໃນປີ 2024 ມີສິນຄ້າຂອງລາວ ທີ່ສົ່ງອອກໄປອິນເດຍ ມູນຄ່າ 51.149.184 ໂດລາສະຫະລັດ ແລະ ສິນຄ້ານໍາເຂົ້າຈາກອິນເດຍ ມູນຄ່າ 32.023.048 ໂດລາສະຫະລັດ, ສິນຄ້າຫລັກທີ່ລາວສົ່ງອອກ ປະກອບ​ມີ: ຄຳປະສົມ, ຄຳແທ່ງ, ເຄື່ອງໃຊ້ໄຟຟ້າ, ອຸປະກອນເຄື່ອງ ໃຊ້, ຜະລິດຕະພັນປະສົມເຄມີສຳເລັດຮູບ, ຊືນ, ເຄື່ອງທີ່ເຮັດ ດ້ວຍຊືນ, ໄມ້ແປຮູບ, ເຄື່ອງສຳເລັດຮູບ, ເກີບ ແລະ ອື່ນໆ. ສ່ວນສິນຄ້າຫລັກທີ່ລາວນໍາເຂົ້າ ປະກອບມີ: ຜະລິດຕະພັນການຢາ (ເພສັດຊະກຳ), ພາຫະນະທາງບົກ (ນອກຈາກລົດ ໄຖນາ ແລະ ລົດຈັກ), ອາຫານສັດ, ໜັງດິບ, ໜັງຟອກ, ຜະລິດຕະພັນດິນເຜົາ, ເສັ້ນທາງສັງເຄາະ, ເພັດ ແລະ ອື່ນໆ ກົນໄກການຄ້າລະຫວ່າງລາວ-ອິນເດຍ ສ່ວນໃຫຍ່ແມ່ນປະຕິບັດ ພາຍໃຕ້ຂອບສັນຍາ ອາຊຽນບວກອິນເດຍ.




ການພົບປະຄັ້ງນີ້
, ສອງຝ່າຍໄດ້ແລກປ່ຽນ ແລະ ສະເໜີການຮ່ວມມືສອງຝ່າຍໃນຕໍ່ໜ້າ ເປັນຕົ້ນ ສະເໜີໃຫ້ມີການແລກປ່ຽນຂໍ້ມູນ ລະຫວ່າງນັກທຸລະກິດ ລາວ-ອິນເດຍ ຢ່າງເປັນປະຈຳ ຜ່ານສະຖານ ທູດ ຫລື ກອງປະຊຸມພົບປະສອງປະເທດ ເພື່ອດຶງດູດນັກລົງທຶນສອງປະເທດ ໃຫ້ນັບມື້ຫລາຍຂຶ້ນ ແລະ ເພື່ອຊອກຫາຊ່ອງທາງ ໃນການສົ່ງອອກສິນຄ້າຂອງລາວ ໄປຍັງຕະຫລາດອິນເດຍ, ສະເໜີໃຫ້ມີການແລກປ່ຽນບົດຮຽນ ເພື່ອສຶກສາຄວາມເປັນໄປໄດ້ ໃນການຮ່ວມມືພັດທະນາ ອຸດສາຫະກຳປຸງແຕ່ງ ສິນຄ້າກະສິກຳ, ອຸດສາຫະກຳ, ໄອທີ ແລະ ອື່ນໆ, ສະເໜີພິຈາລະນາການສ້າງແຜນ ສົ່ງເສີມການຕະຫລາດ ເປັນຕົ້ນ ການອຳນວຍຄວາມສະດວກ ໃຫ້ແກ່ພາກລັດ ແລະ ພາກທຸລະກິດ ໄດ້ເຂົ້າຮ່ວມງານວາງສະແດງສິນຄ້າ ໃນງານສຳຄັນຕ່າງໆ ຢູ່ອິນເດຍ ເຊັ່ນ: ກົນຈັກ, ພັດທະນາປຸງແຕ່ງສິນຄ້າກະສິກຳ, ການແປຮູບສິນຄ້າ ແລະ ນະວັດຕະກຳໃໝ່.

ຂ່າວ: ວຽງຈັນໃໝ່

KPL

ຂ່າວອື່ນໆ

    • ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນການເມືອງ

      ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນ

      7/1/2025 2:22:16 PM

      ຂປລ. ໃນວັນທີ 1 ກໍລະກົດ 2025 ນີ້, ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວມອບລົດໃຫຍ່ TOYOTS HIACE ປີ 2025 ຈຳນວນ 1 ຄັນ ມູນຄ່າ 40.000 ໂດລາສະຫະລັດ ໃຫ້ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຕາງໜ້າມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

    • ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIIIການເມືອງ

      ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII

      7/1/2025 2:07:04 PM

      ຂປລ. ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII ໃນລະຫວ່າງ 30 ມິຖຸນາ- 1 ກໍລະກົດ 2025 ທີ່ສູນກິດຈະກໍາຄົບວົງຈອນຊາວໜຸ່ມ ສຊປລ ພາຍໃຕ້ການເປັນປະທານຂອງ ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີບັນດາຄະນະເລຂາທິການ, ຄະນະບໍລິຫານງານ, ຫົວໜ້າກົມ, ຮອງຫົວໜ້າກົມ, ເລຂາ ຄຊປປລ ກະຊວງ-ອົງການ, ນະຄອນຫລວງວຽງຈັນ, ບັນ ດາແຂວງ ເຂົ້າຮ່ວມ.

    • ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດການເມືອງ

      ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ

      7/1/2025 1:33:52 PM

      ຂປລ. ເມື່ອບໍ່ດົນມານີ້, ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ຕ່າງປະເທດ ພາຍໃຕ້ການເປັນປະທານ ຂອງ ທ່ານ ສຸລິຍາ ຄໍາວົງສາ ຮອງຫົວໜ້າ ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ວຽງປຣະສິດ ທິບພະສຸດາ ຜູ້ປະສານງານ ອົງການແຮງງານ ສາກົນ (ILO) ປະຈໍາ ສປປ ລາວ

    • ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມການເມືອງ

      ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

      7/1/2025 1:18:47 PM

      ຂປລ. ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໝຸ່ມ ກອງທັບປະຊາຊົນລາວ ແລະ ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ນໍາໂດຍ ສະຫາຍ ພັນເອກ ຫງຽວນວັນນິງ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ໄດ້ຢ້ຽມຢາມ ແລະ ພົບປະແລກ ປ່ຽນບົດຮຽນ ຢູ່ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

    • ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງການເມືອງ

      ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງ

      7/1/2025 12:59:39 PM

      ຂປລ. ໃນວັນທີ 30 ມິຖຸນາ 2025 ນີ້, ຫ້ອງວ່າການສູນກາງພັກ (ຫສພ) ຈັດເຜີຍແຜ່, ເຊື່ອມຊຶມມະຕິ 10 ຂອງສູນກາງພັກ ແລະ ປະກາດແຕ່ງຕັ້ງ ສະຫາຍ ບຸນທັນ ກຸສົນສະໜອງ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ແຕ່ງຕັ້ງ ສະຫາຍ ພູນໄຊ ພົມມີໄຊ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍ ຜູ້ປະຈຳການຄະນະເລຂາທິການສູນກາງພັກ


Top