KPL
ຂປລ. ໃນວັນທີ 10 ມິຖຸນາ 2025 ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສືບຕໍ່ປະກອບຄຳຄິດເຫັນຢ່າງ ກົງໄປກົງມາໃສ່ບົດລາຍງານຂອງລັດຖະບານ
ຂປລ. ໃນວັນທີ 10 ມິຖຸນາ 2025 ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສືບຕໍ່ປະກອບຄຳຄິດເຫັນຢ່າງ ກົງໄປກົງມາໃສ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ ໂດຍໄດ້ລົງເລິກ ແລະ ເນັ້ນໃສ່ຫລາຍບັນຫາສຳຄັນຢ່າງມີຈຸດສຸມ, ຖືກທິດ, ສອດຄ່ອງກັບສະພາບ ແລະ ເງື່ອນໄຂຄວາມເປັນຈິງ ຂອງການພັດທະນາປະເທດ ໃນປັດຈຸບັນ ເພື່ອໃຫ້ລັດຖະບານ ສາມາດນຳໄປຄົ້ນຄວ້າພິຈາລະນາ, ປັບປຸງແກ້ໄຂ ແລະ ຈັດຕັ້ງຜັນຂະ ຫຍາຍເປັນອັນລະອຽດໄດ້ຮັບຜົນດີ.

ໃນໂອກາດນີ້, ທ່ານ ໄຊຍະເດດ ຜຸຍຍະວົງ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ 13 ແຂວງສະຫວັນນະເຂດ ໄດ້ຍ້ອງຍໍຊົມເຊີຍ ທີ່ທາງລັດຖະບານ ໄດ້ສຸມໃສ່ແກ້ໄຂເສດຖະກິດມະຫາພາກ ເຮັດໃຫ້ເງິນເຟີ້ຫລຸດລົງເປັນໜຶ່ງຕົວເລກ, ການເກັບລາຍຮັບໄດ້ເກີນແຜນ ເຮັດໃຫ້ເປັນເງື່ອນໄຂເອື້ອຍອຳ ນວຍແກ່ການດຳເນີນທຸລະກິດ ພາຍໃນປະເທດດີຂຶ້ນເປັນກ້າວໆ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ. ຕໍ່ກັບບັນຫາທີ່ຕິດພັນກັບການປະຕິຮູບ ລັດວິສາຫະກິດ ສະເໜີໃຫ້ເລີ່ມຈາກມາດຕະການ ຮັດສາຍແອວພາຍໃນບໍລິສັດເສຍກ່ອນ, ການປະຕິບັດລະບອບອຸດໜູນ ນະໂຍບາຍຕ່າງໆພາຍໃນ ຄວນໃຫ້ສົມເຫດສົມຜົນ ໃນສະພາບທີ່ວິສາຫະກິດຍັງຂາດທຶນ ບໍ່ໃຫ້ແຕກໂຕນກັບພະ ນັກງານລັດເກີນໄປ. ສຳລັບ ລັດວິສາຫະກິດໄຟຟ້າ ຄວນໃຫ້ເບິ່ງຄືນພາກລາຍຈ່າຍ ອັນໃດພໍຕັດຮອນລົງໄດ້ກໍຄວນຕັດລົງ ເພື່ອຫລີກລ້ຽງຄວາມແບກຫາບຂອງສັງຄົມ ກ່ຽວກັບການຂຶ້ນລາຄາກະແສໄຟຟ້າ ຄວນພິຈາລະນາຄືນ ເນື່ອງຈາກສົ່ງກະທົບ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນແລ້ວ ຍັງສົ່ງຜົນກະທົບຕໍ່ພາກທຸລະກິດ ເປັນຕົ້ນ ເພີ່ມຕົ້ນທຶນການຜະລິດ ສົ່ງຜົນໃຫ້ລາຄາສິນຄ້າຜະລິດພາຍໃນຈະຖີບຕົວຂຶ້ນສູງ ໂດຍສະເພາະ ຫົວໜ່ວຍທີ່ບໍ່ສາມາດຄົງຕົວຢູ່ໄດ້ ກໍຈະສົ່ງຜົນຕໍ່ຖານລາຍຮັບງົບປະມານ ແທນທີ່ຢາກໄດ້ຫລາຍເຮົາແຮງຊິໄດ້ໜ້ອຍ. ສ່ວນຂະແໜງ ຍທຂ ໂດຍສະເພາະ ແມ່ນການຄຸ້ມຄອງທາງຫລວງ ທີ່ຂຶ້ນກັບຂັ້ນສູນກາງ ສະເໜີໃຫ້ລັດຖະບານ ປະຕິຮູບວິທີການຄຸ້ມຄອງທາງຫລວງຈາກອັນເດີມໄປສູ່ອັນໃໝ່ ເຊັ່ນ: ໃຫ້ສ້າງຈຸດຄ່ຽນຖ່າຍສິນຄ້າ ຈາກທາງນ້ອຍຫາທາງໃຫຍ່ ຕາມຄວາມສາມາດຮອງຮັບນໍ້າໜັກຂອງທາງ ເພື່ອບໍ່ໃຫ້ທາງເພ; ໃຫ້ຍູ້ແຮງການຈັດຕັ້ງປະຕິບັດ ດຳລັດ 568/ລບ ວ່າດ້ວຍການ ມາດຕະການຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການຈໍລະຈອນທາງບົກ ເປັນຕົ້ນ ການຖົມຮ່ອງນໍ້າຂ້າງທາງ ເຮັດໃຫ້ນໍ້າບາດານ ຊຶມເຂົ້າໃນໂຄງສ້າງຂອງທາງເຮັດໃຫ້ທາງເພ, ຄວນເຊື່ອມຊຶມດຳລັດດັ່ງກ່າວ, ແລະ ແບ່ງຄວາມຮັບຜິດຊອບໃຫ້ຊັດເຈນລະຫວ່າງ ສູນກາງ ແລະ ທ້ອງຖີ່ນ; ວຽກວັດທະນະທຳ-ສັງຄົມ ຄວນຍູ້ແຮງການຄຸ້ມຄອງບຸກຄະລາກອນ ເປັນຕົ້ນແມ່ນການອອກໂກຕາທົດແທນ ສຳລັບຕຳແໜ່ງງານທີ່ວ່າງລົງ ເພື່ອໃຫ້ວຽກມີຄວາມຕໍ່ເນື່ອງ ບໍ່ຕົກຢູ່ໃນສະພາບຂາດຄູ ແລະ ແພດໝໍ ເຊິ່ງຜົນສຳເລັດຂອງການສ້າງສັງຄົມນິຍົມ ມັນສະແດງອອກຢູ່ຄຸນນະພາບ ຂອງຕາໜ່າງການບໍລິການທາງດ້ານສັງຄົມ, ສະ ນັ້ນ ຄວນແກ້ໄຂຢ່າງຮີບດ່ວນ.

ນອກຈາກນີ້, ທ່ານ ນາງ ມີນາພອນ ໄຊສົມພູ ສສຊ ປະຈຳເຂດເລືອກຕັ້ງ 17 ແຂວງອັດຕະປື ກໍໄດ້ມີຄໍາເຫັນວ່າ: ເຖິິງອັດຕາເງິນເຟີ້ສະເລ່ຍ 5 ເດືອນຕົ້ນປີ ຢູ່ໃນລະດັບ 11,76% ກໍຕາມ ແຕ່ລາຄາສິນຄ້າ ຍັງສືບຕໍ່ເພີ່ມຂຶ້ນ, ຜົນຜະລິດຂອງປະຊາຊົນຫລຸດລົງ, ຄ່າໄຟຟ້າຍັງສືບຕໍ່ສູງຂຶ້ນ ເຊິ່ງສົ່ງຜົນກະ ທົບຕໍ່ຊິວິດການເປັນຢູ່ ຂອງພໍ່ແມ່ປະຊາຊົນ ສະເໜີໃຫ້ລັດຖະບານ ເລັ່ງແກ້ໄຂບັນຫາດັ່ງກ່າວຢ່າງຮີບດ່ວນ ເນື່ອງຈາກບັນຫາດັ່ງກ່າວ ແມ່ນຕິດພັນກັບການດຳລົງຂອງປະຊາຊົນ. ນອກຈາກນີ້, ຍັງສະເໜີໃຫ້ລັດຖະບານ ສືບຕໍ່ປະເມີນ, ກວດກາຄືນ ບັນດາໂຄງການລົງທຶນພາຍໃນ ແລະ ຕ່າງປະເທດ ເຊິ່ງຜ່ານການຕິດຕາມກວດກາ ເຫັນວ່າບາງໂຄງການ ຍັງບໍ່ປະຕິບັດຕາມຂັ້ນຕອນລະບຽບ ແລະ ກົດໝາຍ, ບາງໂຄງການຍັງບໍ່ມີບົດວິພາກເສດຖະກິດ, ບໍ່ມີບົດສຶກສາເບື້ອງຕົ້ນ, ບໍ່ມີບົດສຶກສາກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ, ຜົນກະທົບຕໍ່ສັງຄົມ ເຊັນບົດບັນທຶກ MOU ແລ້ວ ລົງມືຈັດຕັ້ງປະຕິບັດເລີຍ. ນອກ ຈາກນີ້, ການຄຸ້ມຄອງກໍຍັງບໍ່ທັນເຂັ້ມແຂງ, ປ່ອຍໃຫ້ຜູ້ພັດທະນາເຮັດຕາມໃຈ ກໍໃຫ້ເກີດຂໍ້ຂັດແຍ່ງລະ ຫວ່າງ ຜູ້ພັດທະນາ ແລະ ປະຊາຊົນ. ສຳລັບວຽກງານຈັດເກັບຫລາຍຮັບ ເຫັນວ່າສາມາດຈັດຕັ້ງປະຕິ ບັດໄດ້ລື່ນແຜນ ແຕ່ການຄຸ້ມຄອງຈັດເກັບລາຍຮັບ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ເຫັນວ່າຍັງບໍ່ຮັດກຸມ, ການຈັດເກັບລາຍຮັບບາງຂະແໜງການຍັງບໍ່ທັນເປັນລະບົບ, ການສ້າງຖານລາຍຮັບໃຫຍ່ທີ່ໝັ້ນຄົງ ເກີດຂຶ້ນຍັງບໍ່ຫລາຍ ເຊິ່ງລາຍຮັບສ່ວນໃຫຍ່ແມ່ນ ໄດ້ຈາກການຂຸດຄົ້ນຊັບພະຍາກອນທຳມະຊາດ; ສ່ວນວຽກງານການຟື້ນຟູປ່າ ແລະ ປູກຕົ້ນໄມ້ທົດແທນ ສະເໜີໃຫ້ລັດຖະບານ ຄວນຈັດຕັ້ງການປະເມີນປະສິດທິພາບ ແລະ ປະສິດທິຜົນ ວ່າມີຫລາຍໜ້ອຍສຳໃດ ເນື່ອງຈາກວ່າການຟື້ນຟູປ່າ ແລະ ປູກຕົ້ນໄມ້ທົດແທນ ແມ່ນໃຊ້ງົບປະມານສູງ.
ຂ່າວ: ກິດຕາ
KPL