ເລີ່ມສຶກສາ ໂຄງການພັດທະນາໂຮງງານ ໄຟຟ້າພະລັງງານລົມ ຢູ່ສະຫວັນນະເຂດ

14/11/2023 13:53
Email Print 471
KPL ຂປລ. ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອພັດທະນາໂຄງການ ໄຟຟ້າພະລັງງານລົມ ແລະ ໂຄງການສະຖານີໄຟຟ້າຍ່ອຍ 500KV ແລະ ໂຄງການລະບົບສາຍສົ່ງ ເຊື່ອມຕໍ່ໂຮງງານໄຟຟ້າ ພະລັງງານໝູນວຽນທີ່ ແຂວງສະຫວັນນະເຂດ ກັບບັນດາປະເທດເພື່ອນບ້ານ

ຂປລ. ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອພັດທະນາໂຄງການ ໄຟຟ້າພະລັງງານລົມ ແລະ ໂຄງການສະຖານີໄຟຟ້າຍ່ອຍ 500KV ແລະ ໂຄງການລະບົບສາຍສົ່ງ ເຊື່ອມຕໍ່ໂຮງງານໄຟຟ້າ ພະລັງງານໝູນວຽນທີ່ ແຂວງສະຫວັນນະເຂດ ກັບບັນດາປະເທດເພື່ອນບ້ານ ໄດ້ຈັດຂຶ້ນ ໃນວັນທີ 13 ພະຈິກ 2023 ນີ້, ຢູ່ນະຄອນຫລວງວຽງຈັນ ໂດຍການລົງນາມ ສະຫວ່າງ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ຄຳສະຫວາດ ບຸນວິໄລ ຜູ້ອຳນວຍການໃຫຍ່ ບໍລິສັດ ນາແສງ-ວາໂຍ ພັດທະນາລົງທຶນ ຊັບພະຍາກອນທົດແທນ ຈຳກັດ ແລະ ທ່ານ ໂລແກນ ນ໋ອກ (Logan Knox) ອໍານວຍການ ບໍລິສັດ ຍູພີຊີ Vietnam (Singapore) Pte. Ltd. ມີ ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ອານຸສອນ ພິມມະສານ ຮອງຫົວໜ້າພະແນກແຜນການ ແລະ ລົງທຶນ ແຂວງສະຫວັນນະເຂດ ແລະ ທ່ານ ສະຕີເວັນ ສະວານ (Steve Zwaan) ປະທານຜູ້ບໍລິຫານ ຂອງກຸ່ມບໍລິສັດ ຍູພີຊີ ພະລັງງານທົດແທນ ໂດຍມີ ພາກສ່ວນກ່ຽວຂ້ອງ ຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

      ບໍລິສັດ ນາແສງ-ວາໂຍ ພັດທະນາລົງທຶນ ຊັບພະຍາກອນທົດແທນ ຈຳກັດ ແລະ ຍູພີຊີ ພະລັງງານທົດແທນ  ໄດ້ຮັບອະນຸມັດ ຈາກລັດຖະບານລາວ ເພື່ອສຶກສາ ແລະ ຄົ້ນຄ້ວາຄວາມເປັນໄປໄດ້ ໃນການພັດທະນາ ໂຄງການພະລັງງານລົມ ຢູ່ເມືອງພີນ, ວິລະບູລີ ແລະ ເມືອງອາດສະພອນ ແຂວງສະຫວັນນະເຂດ ແລະ ສະຖານີຍ່ອຍ 500 ກິໂລໂວນ ແລະ ສາຍສົ່ງໄຟຟ້າເຊື່ອມຕໍ່ ໄປຍັງປະເທດເພື່ອນບ້ານ ເພື່ອການຄ້າກະແສໄຟຟ້າ ຂ້າມຜ່ານຊາຍແດນ, ຄາດວ່າຈະໃຊ້ເວລາ ໃນການສຳຫລວດ 1-2 ປີ ແລະ ຈະເລີ່ມດຳເນີນການກໍ່ສ້າງ 2-3 ປີ.

     ດ້ວຍປະສົບການໃນການພັດທະນາ ບັນດາໂຄງການພະລັງງານລົມ ແລະ ຄວາມສາມາດ ໃນການຈັດການສະນັບສະໜູນທາງການເງິນ ໃຫ້ແກ່ໂຄງການຈາກ ສະຖາບັນການເງິນສາກົນ, ບໍລິສັດ ຍູພີຊີ ພະລັງງານທົດແທນ  ຄາດວ່າຈະປະຕິບັດ ໂຄງການຕາມຄວາມຕ້ອງການ ດ້ານສິ່ງແວດລ້ອມສູງສຸດຂອງ ສປປ ລາວ ພ້ອມກັບມາດຕະຖານການປະຕິບັດຂອງ ທະນາຄານພັດທະນາອາຊີ (ADB) ແລະ ອົງການການເງິນສາກົນ (IFC).  ຂໍ້ລິເລີ່ມດັ່ງກ່າວຈະນຳໃຊ້ ຊັບພະຍາກອນ ແລະ ແຮງງານຂອງທ້ອງຖິ່ນ, ເພີ່ມໂອກາດການຈ້າງງານ ໃຫ້ແກ່ຄົນທ້ອງຖິ່ນ ແລະ ປະກອບສ່ວນເຂົ້າ ໃນການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງສະຫວັນນະເຂດ ກໍຄື ສປປ ລາວ ຢ່າງໝັ້ນຄົງ.

      ໂຮງງານໄຟຟ້າພະລັງງານລົມ ແລະ ສະຖານີໄຟຟ້າຍ່ອຍ 500 KV ແລະ ລະບົບສາຍສົ່ງໄຟຟ້າ ຈະກາຍມາເປັນໜຶ່ງໃນໂຄງການ ລິເລີ່ມການຮ່ວມມືລະຫວ່າງ  ບໍລິສັດ ຍູພີຊີ ພະລັງງານທົດແທນ ແລະ ທຸລະກິດທ້ອງຖິ່ນ. ບໍລິສັດ ຍູພີຊີ ພະລັງງານທົດແທນ  ແລະ ບໍລິສັດ ນາແສງ-ວາໂຍ ພັດທະນາລົງທຶນ ຊັບພະຍາກອນທົດແທນ ຈຳກັດ ໝັ້ນໃຈວ່າ ບັນດາໂຄງການດັ່ງກ່າວ ຈະປະກອບ ສ່ວນເຮັດໃຫ້ ແຂວງສະຫວັນນະເຂດ ກາຍເປັນໜຶ່ງໃນຟາມພະລັງງານລົມທີ່ໃຫຍ່, ເປັນສູນກາງໝໍ້ໄຟ ແລະ ສະຖານີຍ່ອຍ 500 KV ແລະ ລະບົບສາຍສົ່ງ ເພື່ອເຊື່ອມຕໍ່ເຂົ້າລະບົບຕາຂ່າຍໄຟຟ້າອາຊຽນ ໃນພາກພື້ນ. ພ້ອມກັບທ່າແຮງຂອງ ການນຳໜ້າດ້ານປ່າໄມ້ຂຽວ, ການກະສິກຳ, ການປ່ອຍສິນເຊື່ອກາກບອນ ແລະ ອຸດສາຫະກຳ ການທ່ອງທ່ຽວນິເວດ ໃນອະນາຄົດອັນໃກ້ນີ້.

      ບໍລິສັດ ຍູພີຊີ ພະລັງງານທົດແທນ  ເປັນໜຶ່ງໃນບໍລິສັດພະລັງງານທົດແທນ ເອກະລາດທີ່ໃຫຍ່ທີ່ສຸດ ໃນຂົງເຂດອາຊີປາຊີຟິກ, ໄດ້ພັດທະນາ ແລະ ດໍາເນີນການ ສ້າງຊັບສິນທີ່ໃຊ້ພະລັງງານລົມ ແລະ ພະລັງງານແສງຕາເວັນຫລາຍກວ່າ 5 GW ໃນ 5 ທະວີບ ແລະ ມີທຶນລວມຫລາຍກວ່າ 8,9 ຕື້ໂດລາສະຫະລັດ. ປັດຈຸບັນ, ໂຄງການດັ່ງກ່າວໄດ້ມີການພັດທະນາ ໂຄງການພະລັງງານລົມ ຢູ່ປະເທດອິນໂດເນເຊຍ, ສສ ຫວຽດນາມ, ມົງໂກລີ, ອິນເດຍ, ໄຕ້ຫວັນ ແລະ ສ ເກົາຫລີ ລວມພະ ລັງງານທັງໝົດ 10 GW. ບໍລິສັດ ຍູພີຊີ ພະລັງງານທົດແທນເປັນ ຜູ້ພັດທະນາພະລັງງານ ທົດແທນຊັ້ນນໍາ ໃນພາກພື້ນອາຊີປາຊີຟິກ ທີ່ມີປະສົບການຫລາຍກວ່າ 25 ປີໃນທົ່ວໂລກ ແລະ ສະແດງໃຫ້ເຫັນປະຫວັດສາດ ຂອງການເປັນຜູ້ທີ່ປະສົບຜົນສໍາເລັດ ໃນຕະຫລາດໃໝ່ ແລະ ແກ້ໄຂໂຄງການທີ່ສະລັບສັບຊ້ອນ.

KPL

ຂ່າວອື່ນໆ

    • ປະເມີນການປະຕິບັດກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າວັດທະນະທຳ-ສັງຄົມ

      ປະເມີນການປະຕິບັດກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າ

      9/20/2024 3:37:33 PM

      ຂປລ. ກອງປະຊຸມຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການຄວບຄຸມ ເຄື່ອງດື່ມທີ່ມີທາດເຫລົ້າ ຈັດຂຶ້ນໃນວັນທີ 19 ກັນຍາ 2024 ໂດຍການເປັນປະທານຂອງ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ, ມີປະທານກໍາມາທິການວັດທະນະທໍາ-ສັງຄົມ, ຜູ້ຕາງໜ້າຈາກ ກຳມາທິການຂອງ ສພຊ ແລະ ພະນັກງານ-ລັດຖະກອນ ຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    • ກອງທຶນຄຸ້ມຄອງໄພພິບັດ ອະນຸມັດເງິນ ແລະ ເຄື່ອງຊ່ວຍເຫລືອ ຜູ້ປະສົບໄພນໍ້າຖ້ວມວັດທະນະທຳ-ສັງຄົມ

      ກອງທຶນຄຸ້ມຄອງໄພພິບັດ ອະນຸມັດເງິນ ແລະ ເຄື່ອງຊ່ວຍເຫລືອ ຜູ້ປະສົບໄພນໍ້າຖ້ວມ

      9/20/2024 3:00:35 PM

      ຂປລ. ວັນທີ 18 ກັນຍາ 2024 ຜ່ານມາ, ທ່ານ ລີປາວ ຢ່າງ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ປະທານສະພາບໍລິຫານ ກອງທຶນຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ເງິນກອງທຶນຄຸ້ມຄອງໄພພິບັດ ເພື່ອຊ່ວຍເຫລືອ ຜູ້ປະສົບໄພພິບັດ ເກີດຂຶ້ນໃນຂອບເຂດທົ່ວປະເທດ

    • ສປປ ລາວ ເປີດສັນຍາລັກເຄື່ອງດົນຕີ ອາຊຽນທີ່ສວນປະຕູໄຊວັດທະນະທຳ-ສັງຄົມ

      ສປປ ລາວ ເປີດສັນຍາລັກເຄື່ອງດົນຕີ ອາຊຽນທີ່ສວນປະຕູໄຊ

      9/20/2024 2:53:11 PM

      ຂປລ. ຄະນະຜູ້ແທນເຈົ້າຄອງນະຄອນຫລວງອາຊຽນ ໄດ້ເຂົ້າຮ່ວມພິທີເປີດສັນຍາລັກເຄື່ອງດົນຕີ ອາຊຽນ ແລະ ປູກຕົ້ນໄມ້ທີ່ ສວນປະຕູໄຊພາກຂະຫຍາຍ ໃນວັນທີ 19 ກັນຍາ 2024 ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ທ່ານປະທານປະເທດ ແຫ່ງ ສປປ ລາວ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ພ້ອມດ້ວຍບັນດາເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ຂອງປະເທດສະມາຊິກອາຊຽນ.

    • ສູນວັດທະນະທໍາຈີນ ປະຈຳລາວ ປິດຊຸດອົບຮົມມວຍໄທເກັກ ຕະກູນລຸວັດທະນະທຳ-ສັງຄົມ

      ສູນວັດທະນະທໍາຈີນ ປະຈຳລາວ ປິດຊຸດອົບຮົມມວຍໄທເກັກ ຕະກູນລຸ

      9/19/2024 3:04:35 PM

      ຂປລ. ໃນວັນທີ 19 ກັນຍາ 2024 ນີ້, ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ຈັດພິທີປິດຊຸດຝຶກອົບຮົມມວຍໄທເກັກຕະກູນລຸ ແລະ ມອບໃບຢັ້ງຢືນ ໃຫ້ນັກຮຽນຈາກໂຮງຮຽນລຽວໂຕວ໌ ທີ່ເຂົ້າຮ່ວມຝຶກອົບຮົມ ທັງໝົດ 16 ຄົນ ພາຍຫລັງ ດຳເນີນມາແຕ່ວັນທີ 14-19 ກັນຍາ 2024 ​ໂດຍມີທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາ ສປປ ລາວ, ທ່ານ ຊ້ານຟູລ້ຽງ ເລຂາທິການສະມາຄົມມວຍໄທເກັກຕະກູນລຸ, ທ່ານ ລຸຊ່າງຊິ ຜູ້ສືບທອດຮຸ່ນທີ 5 ມວຍໄທເກັກຕະກູນລຸ, ພ້ອມດ້ວຍຄູ-ອາຈານ ແລະ ນັກຮຽນຈາກໂຮງຮຽນລຽວໂຕວ໌ ເຂົ້າຮ່ວມ.

    • ມອບ-ຮັບເຄື່ອງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມວັດທະນະທຳ-ສັງຄົມ

      ມອບ-ຮັບເຄື່ອງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ

      9/19/2024 2:15:52 PM

      ຂປລ. ພິທີມອບ-ຮັບເຄື່ອງຊ່ວຍເຫລືອບັນເທົາທຸກສຸກເສີມ ໄພນ້ຳຖ້ວມ ຈາກສູນປະສານງານ ການຊ່ວຍ ເຫລືອດ້ານມະນຸດສະທຳອາຊຽນ (AHA Center) ໃຫ້ແກ່ລັດຖະບານ ສປປ ລາວ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ນີ້ຢູ່ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ, ກ່າວມອບຂອງ ທ່ານ ແອນດູ ມາດານຸກາຮາ ຫົວໜ້າທີມງານ ຜູ້ຕາງໜ້າຈາກສູນປະສານງານ ການຊ່ວຍເຫລືອດ້ານມະນຸດສະທຳອາຊຽນ ແລະ ຮັບໂດຍ ທ່ານ ລີປາວ ຢ່າງ ຮອງລັດຖະມົນຕີ ກະຊວງແຮງງານ ສະຫວັດດີການສັງຄົມ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນ ກາງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນ.


Top