KPL
ຂປລ. ປັດຈຸບັນ, ບັນຍາການການທ່ອງທ່ຽວຢູ່ ທົ່ງໄຫຫີນ ແຂວງຊຽງຂວາງ ມີຄວາມຄຶກຄື້ນເຕັມດ້ວຍນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ພາຍຫລັງທີ່ ທົ່ງໄຫຫີນ ແຂວງຊຽງຂວາງ ໄດ້ຖືກຮັບຮອງເປັນ ມໍລະດົກໂລກ ຈາກອົງການອຸຍແນັສໂກ.
ຂປລ. ປັດຈຸບັນ, ບັນຍາການການທ່ອງທ່ຽວຢູ່ ທົ່ງໄຫຫີນ ແຂວງຊຽງຂວາງ ມີຄວາມຄຶກຄື້ນເຕັມດ້ວຍນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ພາຍຫລັງທີ່ ທົ່ງໄຫຫີນ ແຂວງຊຽງຂວາງ ໄດ້ຖືກຮັບຮອງເປັນ ມໍລະດົກໂລກ ຈາກອົງການອຸຍແນັສໂກ.
ທ່ານ ທົງສະຫວັນ ຄຳມະນີຈັນ ຮອງຫົວໜ້າຫ້ອງການ ມໍລະດົກໂລກໄຫຫີນແຂວງ ຊຽງຂວາງ ໃຫ້ສໍາພາດຕໍ່ສື່ມວນຊົນ ເມື່ອບໍ່ດົນນີ້ວ່າ: ພາຍຫລັງທີ່ ອົງການອຸຍແນັສໂກ ຮັບຮອງເອົາ “ໄຫຫີນ” ເຂົ້າເປັນມໍລະດົກໂລກຢ່າງເປັນທາງການ ແລ້ວ, ເຫັນວ່າຈໍານວນນັກທ່ອງທ່ຽວໄດ້ເຂົ້າໄປທ່ອງທ່ຽວທົ່ງໄຫຫີນ ເພີ່ມຂຶ້ນທົບເຄິ່ງ, ໃນປີ 2022 ມີນັກທ່ອງທ່ຽວທັງໝົດ 43.200 ກວ່າຄົນ ແລະ ເຊື່ອໝັ້ນວ່າ ຈາກການຖືກຮັບຮອງເປັນມໍລະດົກໂລກ ຈະເຮັດໃຫ້ທົ່ງໄຫຫີນກາຍ ເປັນສະຖານທີ່ທ່ອງທ່ຽວສໍາຄັນທີ່ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າໄປທ່ອງທ່ຽວພາຍໃນແຂວງຊຽງຂວາງ ນັບມື້ເພີ່ມຂຶ້ນ ແລະ ໃນປີ 2023 ຄາດວ່າຈະມີນັກທ່ອງທ່ຽວເຂົ້າມາທ່ຽວຊົມ ມໍລະດົກໂລກ ທົ່ງໄຫຫີນ ແຂວງຊຽງ ຫລາຍກວ່າ 70.000 ຄົນ.
ທ່ານ ທົງສະຫວັນ ຄຳມະນີຈັນ ຍັງໃຫ້ຮູ້ອີກວ່າ: ວັນທີ 10 ກໍລະກົດ 2019 ກອງປະຊຸມໃຫຍ່ຄັ້ງທີ 43 ຂອງອົງການອຸຍແນັສໂກ ໄດ້ຈັດຂຶ້ນຢູ່ເມືອງບາກູ ປະເທດອາແຊກໄບຊານ ໄດ້ຮັບຮອງເອົາ “ໄຫຫີນ” ເຂົ້າເປັນມໍລະດົກໂລກຢ່າງເປັນທາງການ ເຊິ່ງປະກອບມີແຫລ່ງມໍລະດົກໄຫຫີນ 11 ແຫ່ງທີ່ປະກອບດ້ວຍ 15 ອົງປະກອບ ໄດ້ກວມເອົາເນື້ອທີ່ຂະໜາດໃຫຍ່ ກວມເອົາ 4 ເມືອງຂອງແຂວງຊຽງຂວາງ ຄື: ເມືອງແປກ, ເມືອງຜາໄຊ, ເມືອງພູກູດ ແລະ ເມືອງຄຳ ປະກອບດ້ວຍໄຫຫີນໃຫຍ່-ນ້ອຍ ທີ່ຖືກຄວັດເຈາະຢ່າງປານີດ ຈຳນວນ 1.325 ໜ່ວຍ ຢັ່ງຢາຍກັນຢູ່, ໜ່ວຍໄຫຫີນມີຂະໜາດ 1-3 ແມັດ, ມີແຜ່ນຫີນຈຳນວນໜຶ່ງອາດມີຄວາມເປັນໄປໄດ້ ທີ່ຈະເປັນຝາປິດໄຫຫີນ, ບັນດາອົງປະກອບຕ່າງໆ ລ້ວນແຕ່ແມ່ນຫລັກຖານທີ່ໂດດເດັ່ນທີ່ສຸດ ສະແດງໃຫ້ເຫັນຄວາມຈະເລີນຮຸ່ງເຮືອງຂອງຊຸມຊົນໃນສັງຄົມຍຸກເຫລັກທີ່ເປັນຜູ້ສ້າງ ແລະ ນຳໃຊ້ບັນດາໄຫຫີນເຫລົ່ານັ້ນ ເຊິ່ງມີອາຍຸລະຫວ່າງ 2.500-3.000 ປີ.
ໃນຈຳນວນ 15 ອົງປະກອບ ຂອງບັນດາແຫລ່ງໄຫຫີນນັ້ນ ແມ່ນປະກອບມີ 5 ແລ່ງໄຫຫີນໃຫຍ່ ຄື: ແຫລ່ງໄຫຫີນ 1, ໄຫຫີນ 2, ໄຫຫີນ 3, ໄຫຫີນ 42 ແລະ ໄຫຫີນ 52. ຈາກນັ້ນ, ຍັງປະກອບມີ ແຫລ່ງໄຫຫີນນ້ອຍ ເຊັ່ນ: ໄຫຫີນ 23, 25 ແລະ 28 ທີ່ຖືກຄັດເລືອກດ້ວຍເຫດຜົນທີ່ມີຄວາມໝາຍສໍາຄັນທາງດ້ານຫລັກຖານບູຮານຄະດີ, ສ່ວນອີກ 3 ແຫລ່ງແມ່ນຖືກຄັດເລືອກດ້ວຍເຫດຜົນທີ່ເປັນຕົວແທນໃຫ້ແກ່ແຫລ່ງຕັດຫີນ ແລະ ແຫລ່ງຜະລິດໄຫຫີນເຊັ່ນ: ແຫລ່ງໄຫຫີນ 8, 21 ແລະ 12 ຕາມລໍາດັບ.
ຂ່າວ-ພາບ: ສຸກສະຫວັດ
KPL