ເສີມສ້າງຄວາມສາມາດ ໃນການໃຫ້ຄໍາປຶກສາ ດ້ານກົດໝາຍ-ປົກປ້ອງຄຸ້ມຄອງແຮງງານເພດຍິງ

05/02/2025 17:53
Email Print 331
KPL ຂປລ. ສູນກາງສະຫະພັນກໍາມະບານລາວ ຮ່ວມກັບອົງການມູນລະນິທິພິທັກສະຕີ (AAT) ຈັດ ຝຶກອົບຮົມເສີມສ້າງການພັດທະນາ ເພື່ອສົ່ງເສີມຄວາມສາມາດ ໃນການໃຫ້ຄໍາປຶກສາ ດ້ານກົດໝາຍກ່ຽວກັບ ການປົກປ້ອງຄຸ້ມຄອງແຮງງານເພດຍິງ ໃນວັນທີ 4-6 ກຸມພາ 2025 ຢູ່ນະຄອນຫລວງວຽງຈັນ



ຂປລ. ສູນກາງສະຫະພັນກໍາມະບານລາວ ຮ່ວມກັບອົງການມູນລະນິທິພິທັກສະຕີ (
AAT) ຈັດ ຝຶກອົບຮົມເສີມສ້າງການພັດທະນາ ເພື່ອສົ່ງເສີມຄວາມສາມາດ ໃນການໃຫ້ຄໍາປຶກສາ ດ້ານກົດໝາຍກ່ຽວກັບ ການປົກປ້ອງຄຸ້ມຄອງແຮງງານເພດຍິງ ໃນວັນທີ 4-6 ກຸມພາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ຈັນທະວອນ ອາໄພຍາລາດ ຮອງຫົວໜ້າຫ້ອງການ ສູນກາງສະຫະພັນກໍາມະບານລາວ, ທ່ານ ນາງ ສິລິລັກ ແສງສຸວັນ ຜູ້ປະສານງານອົງການມູນນິທິພິທັກສະຕີ ປະເທດໄທ, ທ່ານ ກາລະເກດ ຈິ່ມມີ່ ໄຊຖານິດ ຫົວໜ້າຂະແໜງການຄ້າ ຫ້ອງການສະຖານທູດການາດາ ປະຈໍາ ສປປ ລາວ, ມີຜູ້ຕາງໜ້າຈາກສູນກາງ ສະຫະພັນກໍາມະບານລາວ, ສະຫະພັນກໍາມະບານ ນະຄອນຫລວງວຽງຈັນ, ສູນກາງສະຫະພັນແມ່ຍິງລາວ, ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ແລະ ພາກສ່ວນກ່ຽວ ຂ້ອງ ເຂົ້າຮ່ວມ.

ການຈັດຝຶກອົບຮົມຄັ້ງນີ້, ເພື່ອເສີມສ້າງຄວາມສາມາດ ໃຫ້ແກ່ເຄື່ອຂ່າຍນັກກົດໝາຍ ຂອງອົງ ການມູນລະນິທິພິທັກສະຕີ ແລະ ພະນັກງານຂອງສະຫະພັນກໍາມະບານລາວ ທີ່ຮັບຜິດຊອບການໃຫ້ຄໍາປຶກສາດ້ານກົດໝາຍ ໂດຍສະເພາະແມ່ນ ຜູ້ຮັບຜິດຊອບວຽກງານໄກ່ເກ່ຍ ຂໍ້ຂັດແຍ່ງດ້ານແຮງງານ ໄດ້ມີທັກສະ ແລະ ຄວາມຮູ້ເພີ່ມເຕີມ ດ້ານກົດໝາຍຢ່າງເລິກເຊິ່ງ ກ່ຽວກັບກົດໝາຍວ່າດ້ວຍ ການຕ້ານການຄ້າມະນຸດ ເພື່ອດໍາເນີນການຊ່ວຍເຫລືອແຮງງານເດັກ ແລະ ເພດຍິງທີ່ຖືກສະແຫວງຫາ ຜົນປະໂຫຍດທາງເພດ.




ບົດຮຽນທີ່ນໍາມາຝຶກອົບຮົມຄັ້ງນີ້, ປະກອບມີ: ສຳຫລວດປະສົບການຜ່ານມາ ຂອງຜູ້ເຂົ້າຮ່ວມກ່ຽວກັບ ການຊ່ວຍເຫລືອຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ
, ນໍາສະເໜີກ່ຽວກັບອົງ ການຈັດຕັ້ງທາງສັງຄົມທີ່ ໃຫ້ການຊ່ວຍເຫລືອຜູ້ຖືກເຄາະຮ້າຍ ໃນ ສປປ ລາວ ແລະ ປະເທດໄທ, ພາລະບົດບາດສິດ ແລະ ໜ້າທີ່ຂອງພາກສ່ວນທີ່ ດຳເນີນຄະດີຄ້າມະນຸດ, ພ້ອມທັງສົນທະນາກ່ຽວກັບຈຸດທີ່ຄືກັນ ແລະ ແຕກຕ່າງກັນລະຫວ່າງ ສປປ ລາວ ແລະ ປະເທດໄທ, ບົດບາດຂອງທະນາຍຄວາມໃນການຊ່ວຍ ເຫລືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ສິ່ງທ້າທ້າຍໃນການຊ່ວຍເຫລືອ ຜູ້ຖືກເຄາະຮ້າຍ ລະຫວ່າງ ໄທ-ລາວ, ທັກສະການເກັບ ກໍາຂໍ້ມູນ ຈາກຜູ້ຖືກເຄາະຮ້າຍເຊັ່ນ: ການສຳພາດ, ການຕັ້ງຄຳຖາມ, ການກຽມຄວາມພ້ອມຂອງລູກຄວາມ, ຂະບວນການຄ້າມະນຸດ, ຂັ້ນຕອນການຊ່ວຍເຫລືອຜູ້ຖືກເຄາະຮ້າຍ ແລະ ການດໍາເນີນຄະດີຄ້າມະນຸດ ໃນ ສປປ ລາວ, ຂະບວນການດໍາເນີນຄະດີຄ້າມະນຸດ ໃນປະເທດ ໄທ ແລະ ສົນທະນາກ່ຽວກັບ ຈຸດທີ່ຄືກັນ ແລະ ແຕກຕ່າງກັນ ລະຫວ່າງຂະບວນການດຳເນີນຄະດີ ຄ້າມະນຸດ ລາວ-ໄທ, ກະກຽມສະແດງບົດບາດສົມມຸດ ໃນການຊ່ວຍເຫລືອຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດເລີ່ມຈາກ ການເກັບກຳຂໍ້ມູນ, ແຈ້ງຄວາມຕໍ່ເຈົ້າໜ້າທີ່ຕຳຫລວດ ຈົນຮອດຂັ້ນສານ.




ຊຸດອົບຮົມຄັ້ງນີ້, ໄດ້ແບ່ງກຸ່ມຄົ້ນຄວ້າ ແລະ ສົນທະນາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນທັງ
, ສະແດງບົດບາດສົມມຸດເຫດການຕົວຈິງທີ່ເກີດຂຶ້ນ. ທັງນີ້, ກໍເພື່ອໃຫ້ຜູ້ເຂົ້າຮ່ວມ ກຳໄດ້ເນື້ອໃນບົດຮຽນທີ່ໄດ້ຝຶກອົບຮົມ ແລະ ພ້ອມກັນນໍາໄປ ຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ ເພື່ອຮັບປະ ກັນປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານເດັກ-ເພດຍິງ ກໍຄື ຊ່ວຍເຫລືອຜູ້ເຄາະຮ້າຍ ຈາກການຄ້າມະນຸດ ໃຫ້ຖືກຕ້ອງ, ສອດຄ່ອງກັບລະບຽບ, ກົດໝາຍ.

ຂໍ້ມູນ-ພາບ: ສື່ກໍາມະບານລາວ

KPL

ຂ່າວອື່ນໆ

    • ປີ 2024 ສ່ວຍສາອາກອນປະຈໍາເມືອງ ໄຊເສດຖາ ເກັບລາຍຮັບໄດ້ 132,19 ຕື້ກວ່າກີບວັດທະນະທຳ-ສັງຄົມ

      ປີ 2024 ສ່ວຍສາອາກອນປະຈໍາເມືອງ ໄຊເສດຖາ ເກັບລາຍຮັບໄດ້ 132,19 ຕື້ກວ່າກີບ

      2/6/2025 3:53:38 PM

      ຂປລ. ເມືອງໄຊເສດຖາ ເປັນໜຶ່ງໃນເທສະບານຂອງນະຄອນຫລວງວຽງຈັນ, ມີພື້ນຖານໂຄ່ງລ່າງເສດຖະກິດດີ, ເປັນເມືອງເສດຖະກິດ ທີ່ກໍາລັງຂະຫຍາຍຕົວ ​ເຊິ່ງເຮັດໃຫ້ການຈັດຕັ້ງປະຕິ ບັດວຽກງານສ່ວຍສາອາກອນປະຈຳເມືອງ ມີລັກສະນະຕັ້ງໜ້າ, ໃນປີ 2024 ສາມາດປະຕິບັດໄດ້ທັງໝົດ 132,19 ຕື້ກວ່າກີບ ເທົ່າກັບ 170,31% ຂອງແຜນການປີ.

    • ເປີດວາງສະແດງຜະລິດຕະພັນ ຫັດຖະກຳ ແລະ ສິນຄ້າລາວ ຢູ່ສະໜາມສາກົນວັດໄຕວັດທະນະທຳ-ສັງຄົມ

      ເປີດວາງສະແດງຜະລິດຕະພັນ ຫັດຖະກຳ ແລະ ສິນຄ້າລາວ ຢູ່ສະໜາມສາກົນວັດໄຕ

      2/6/2025 2:07:52 PM

      ຂປລ. ພິທີເປີດງານວາງສະແດງຜະລິດຕະພັນ ຫັດຖະກຳລາວ ແລະ ສິນຄ້າລາວ ຢູ່ສະໜາມບິນສາກົນວັດໄຕ ຈັດ​ຂຶ້ນໃນວັນທີ 5 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ນາງ ອານິດ ສີວິໄຊ ປະທານບໍລິສັດ ທະເວວພັດທະນາກະສິກຳຄົບວົງຈອນ ແລະ ຜະລິດຕະພັນລາວຈຳກັດ, ມີ​ຜູ້ຕາງໜ້າຈາກສະພາການຄ້າ ແລະ ອຸດສາຫະກຳ ແຂວງຫລວງພະບາງ, ແຂວງວຽງຈັນ, ສະມາຄົມຫັດຖະກໍາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ກອງກວດ-ກູ້ລະເບີດ 58 ເພື່ອມະນຸດສະທຳ ເລັ່ງກວດກູ້ ແລະ ທຳລາຍລະເບີດ ຢູ່ເມືອງວຽງໄຊວັດທະນະທຳ-ສັງຄົມ

      ກອງກວດ-ກູ້ລະເບີດ 58 ເພື່ອມະນຸດສະທຳ ເລັ່ງກວດກູ້ ແລະ ທຳລາຍລະເບີດ ຢູ່ເມືອງວຽງໄຊ

      2/6/2025 1:51:33 PM

      ຂປລ. ກອງກວດ-ກູ້ລະເບີດ 58 ເພື່ອມະນຸດສະທຳ ໄດ້ຕັ້ງໜ້າປະຕິບັດໜ້າທີ່ ສຳຫລວດ ກວດ-ກູ້ ລະເບີດບໍ່ທັນແຕກທີ່ຕົກຄ້າງຈາກສົງຄາມ ໃຫ້ໝົດຈາກຜືນແຜ່ນດິນລາວ ແນໃສ່ຮັບປະກັນເຮັດໃຫ້ ການດຳລົງຊີວິດ-ທຳມາຫາກິນຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບ ມີຄວາມປອດໄພ ແລະ ມີຄວາມສະດວກສະບາຍຫລາຍຂຶ້ນ. ປັດຈຸບັນ, ກອງກວດ-ກູ້ລະເບີດ 58 ເພື່ອມະນຸດສະທຳ ໄດ້ເຂົ້າສະໜາມກວດກູ້ສະໜາມທີ 5 ເມືອງວຽງໄຊ ແຂວງຫົວພັນ ​ເຊິ່ງມີເນື້ອທີ່ທັງໝົດ 6.700 ຕາແມັດ, ກວດກູ້ສຳເລັດແລ້ວ 3.800 ກວ່າຕາແມັດ, ພົບລະເບີດ ຈໍຳນວນ 9 ລູກ, ສໍຳພາວຸດ 3 ລູກ, ​ໂບມ​ບີບູລູ 26 ປະເພດ, ລະເບີດລູກຫວ່ານ 6 ລູກ.

    • ມອບ-ຮັບອຸປະກອນ ໂຄສະນາ ປູກຈິດສໍານຶກຄວາມປອດໄພທາງຫລວງວັດທະນະທຳ-ສັງຄົມ

      ມອບ-ຮັບອຸປະກອນ ໂຄສະນາ ປູກຈິດສໍານຶກຄວາມປອດໄພທາງຫລວງ

      2/5/2025 5:38:36 PM

      ຂປລ. ຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫລວງ (ຄຊປທ) ຈັດພິທີມອບ-ຮັບອຸປະ ກອນໂຄສະນາປູກຈິດສານຶກ ກ່ຽວກັບຄວາມປອດໄພທາງຫລວງ ພາຍໃຕ້ທຶນກອງທຶນທາງບ້ວງ ຄວາມປອດໄພທາງຫລວງ ປີ 2024 ໃຫ້ 18 ແຂວງໃນຂອບເຂດທົ່ວປະເທດ ໃນວັນທີ 4 ກຸມພາ 2025 ຢູ່ກົມຂົນສົ່ງ ກະຊວງໂຍທາທິການແລະ ຂົນສົ່ງ

    • ຄະນະທີ່ປຶກສາຄົນເຊື້ອຊາດລາວ ຢູ່ຕ່າງປະເທດ ສະຫລຸບວຽກງານ ປີ 2024ວັດທະນະທຳ-ສັງຄົມ

      ຄະນະທີ່ປຶກສາຄົນເຊື້ອຊາດລາວ ຢູ່ຕ່າງປະເທດ ສະຫລຸບວຽກງານ ປີ 2024

      2/4/2025 9:57:50 PM

      ຂປລ. ຄະນະທີ່ປຶກສາຄົນເຊື້ອຊາດລາວຢູ່ຕ່າງປະເທດ ສູນກາງແນວລາວສ້າງຊາດ (ສນຊ) ຈັດກອງປະຊຸມສະຫລຸບຖອດຖອນບົດຮຽນ ກ່ຽວກັບວຽກງານຂອງ ຄະນະທີ່ປຶກສາຄົນເຊື້ອຊາດລາວຢູ່ຕ່າງປະເທດ ປະຈໍາປີ 2024 ແລະ ວາງທິດທາງແຜນວຽກຈຸດສຸມປີ 2025 ໃນວັນທີ 3 ກຸມພາ 2025 ໂດຍການເປັນ ປະທານຂອງທ່ານ ຈັນເພັງ ສຸດທິວົງ ຮອງປະທານ ສນຊ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


Top