KPL
ຂປລ. ວັນທີ 11 ກໍລະກົດ ນີ້ ທີ່ ຫ້ອງວ່າການ ສຳນັກງານນາຍົກ ລັດຖະມົນຕີ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມອຳລາ ຂອງ ທ່ານນາງ ຊານດ້າ ນິກໂຄຮ ຜູູ້ຕາງໜ້າທະນາຄານ ພັດທະນາອາຊີ ປະຈຳ ສປປ ລາວ

ຂປລ. ວັນທີ 11 ກໍລະກົດ ນີ້ ທີ່ ຫ້ອງວ່າການ ສຳນັກງານນາຍົກ ລັດຖະມົນຕີ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມອຳລາ ຂອງ ທ່ານນາງ ຊານດ້າ ນິກໂຄຮ ຜູູ້ຕາງໜ້າທະນາຄານ ພັດທະນາອາຊີ ປະຈຳ ສປປ ລາວ ພາຍຫລັງ ສິ້ນສຸດວາລະ ປະຕິບັດໜ້າທີ່ຢູ່ ສປປ ລາວ ໃນໂອກາດດັ່ງກ່າວ,
ທ່ານ ນາຍົກລັດຖະມົນຕີ ໄດ້ຕີລາຄາສູງ ຕໍ່ຜົນງານຂອງ ທ່ານນາງ ຊານດ້າ ນິກໂຄຮ ໃນການປະຕິບັດ ໜ້າທີ່ຢູ່ ສປປ ລາວ ໃນຖານະຜູ້ຕາງໜ້າ ທະນາຄານ ພັດທະນາອາຊີ ແລະ ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫລືອ ຂອງທະນາຄານ ພັດທະນາອາຊີຕໍ່ ສປປ ລາວ ໃນໄລຍະ ຜ່ານມາ, ເຊິ່ງເປັນການ ປະກອບສ່ວນສຳຄັນ ເຂົ້າໃນການສືບຕໍ່ ເສີມຂະຫຍາຍ ການພົວພັນ, ການຮ່ວມມື ລະຫວ່າງ ສປປ ລາວ ແລະ ທະນາຄານ ພັດທະນາອາຊີ ໃຫ້ນັບມຶ້ນັບແໜ້ນແຟ້ນ ຂຶ້ນກວ່າເກົ່າ.
ໃນໂອກາດດຽວກັນ ທ່ານ ນາຍົກລັດຖະມົນຕີ ຍັງສະເໜີໃຫ້ ADB ສືບຕໍ່ໃຫ້ການ ສະໜັບສະ ໜູນ ຊ່ວຍເຫລຶອ ສປປ ລາວ ໃນການເຂົ້າຮ່ວມ ການຈັດຕັ້ງປະຕິບັດ ບັນດາເປົ້າໜາຍການ ພັດທະນາ ແບບຍືນຍົງ (SDGs) ພ້ອມດຽວກັນນັ້ນ, ທ່ານນາງ ຊານດ້າ ນິກໂຄຮ ກໍໄດ້ສະແດງ ຄວາມຂອບໃຈ ຕໍ່ການສະໜັບສະໜູນ ຂອງລັດຖະບານລາວ ຕະຫລອດໄລຍະ 3 ປີ ທີ່ທ່ານ ມາປະຈຳການ ຢູ່ ສປປ ລາວ./.
KPL